ການຄ້າ ກຳປູເຈຍ-ອາຊຽນ ຈະເລີນເຕີບໂຕຫລາຍກວ່າ 20%

18/08/2026 18:33
ຂປລ ກະຊວງ ການຄ້າ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າການຄ້າ ລະຫວ່າງ ກຳປູເຈຍ ກັບ ປະເທດສະມາຊິກ ອາຊຽນ ໃນໄລຍະເດືອນມັງກອນ-ກໍລະກົດ ປີ 2026 ລວມມີ1,16 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 20,7% ເມື່ອທຽບໃສ່ປີຕໍ່ປີ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າການຄ້າ ລະຫວ່າງ ກຳປູເຈຍ ກັບ ປະເທດສະມາຊິກ ອາຊຽນ ໃນໄລຍະເດືອນມັງກອນ-ກໍລະກົດ ປີ 2026 ລວມມີ1,16 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 20,7% ເມື່ອທຽບໃສ່ປີຕໍ່ປີ.

ໂດຍການ ສົ່ງອອກ ຂອງ ກຳປູເຈຍ ໄປສູ່ ອາຊຽນ ໃນໄລຍະ 7 ເດືອນຂອງປີນີ້ ລວມມີ 3,54 ຕື້ໂດລາສະຫະລັດ, ກວມເອົາ 0,14% ເມື່ອທຽບໃສ່ປີຕໍ່ປີ,   ສ່ວນການນຳເຂົ້າ ຈຳນວນ 8,14 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 32,6%. ໃນຂະນະດຽວກັນ, ການຄ້າ ລະດັບ ພາກພື້ນ ກວມເອົາ 25,6% ຂອງ ປະລິມານ ການຄ້າ ທົ່ວໂລກ ທັງໝົດ ຂອງ ກຳປູເຈຍ ລວມມີ 4,54 ໝື່ນລ້ານ ໂດລາ ສະຫະລັດ ໃນໄລຍະ 7 ເດືອນທີ່ຜ່ານມາ. ໂດຍຄູ່ຄ້າ ລະດັບພາກພື້ນ 5 ອັນດັບທຳອິດ ຂອງ ກຳປູເຈຍ ໄດ້ແກ່: ຫວຽດນາມ, ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ.

ນອກຈາກນັ້ນ, ສິນຄ້າ ສົ່ງອອກຫລັກ ຂອງ ກຳປູເຈຍ ປະກອບມີ: ເຄື່ອງນຸ່ງຫົ່ມ ແລະ ເກີບ; ສິນຄ້າສຳລັບການເດີນທາງ; ແຜງໂຊລ່າເຊວ (Solar Cell); ຢາງລົດຍົນ; ອຸປະກອນ ເອເລັກໂຕຣນິກ; ສິນຄ້າ ກະສິກຳເຊັ່ນ: ເຂົ້າສານ, ເມັດໝາກມ່ວງຫິມະພານ, ຢາງພາລາ, ມັນຕົ້ນ, ຖົ່ວລຽນ ແລະ ກ້ວຍ./

KPL

ຂ່າວອື່ນໆ

ads
ads

Top