ສປ ຈີນ ຈະການແຂ່ງຂັນທັກສະໂລກ ຄັ້ງທີ 48

24/08/2026 15:17
ຂປລ ໂດຍໄດ້ຮັບການອະນຸມັດ ຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ, ຄະນະຜູ້ຕາງໜ້າຈີນ ສຳລັບ ເຂົ້າຮ່ວມ ການແຂ່ງຂັນໂລກ ຄັ້ງທີ 48 ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຄະນະດັ່ງ ກ່າວລວມມີ 220 ຄົນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ໂດຍໄດ້ຮັບການອະນຸມັດ ຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ, ຄະນະຜູ້ຕາງໜ້າຈີນ ສຳລັບ ເຂົ້າຮ່ວມ ການແຂ່ງຂັນໂລກ ຄັ້ງທີ 48 ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຄະນະດັ່ງ ກ່າວລວມມີ 220 ຄົນ, ໃນນັ້ນ ລວມທັງ ຜູ້ເຂົ້າຮ່ວມການແຂ່ງຂັນ 71​ ຄົນ, ເຊິ່ງຈະເຂົ້າຮ່ວມການແຂ່ງຂັນທັງໝົດ 64 ລາຍການ. ຜູ້ເຂົ້າຮ່ວມ ການແຂ່ງຂັນມາຈາກ 21 ແຂວງທົ່ວປະເທດຈີນ,​ ໃນນັ້ນ ມີນັກຮຽນ 49 ຄົນ ແລະ ກຳມະກອນ 22 ຄົນ. ອະຍຸສະເລ່ຍ ຂອງຜູ້ເຂົ້າຮ່ວມ ການແຂ່ງຂັນແມ່ນ 21 ປີ, ໃນນັ້ນ ອາຍຸຕ່ຳສຸດ 18 ປີແລະ ອາຍຸສູງສຸດ 25 ປີ. ການແຂ່ງຂັນທັກສະໂລກ ຄັ້ງທີ 48 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງ ສປ ຈີນ ລະຫວ່າງ ວັນທີ 22 ຫາ 27 ກັນຍາໜ້ານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top