ຫລາຍປະເທດເຂົ້າຮ່ວມ ຄ້າຍຝຶກອົບຮົມ ຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານເຮືອສາກົນ

24/08/2026 15:18
ຂປລ ກິດຈະກຳທີ່ມີຊື່ວ່າ “ອະນາຄົດ: ຄ້າຍຝຶກອົບຮົມຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານ ເຮືອສາກົນ” ພາຍໃຕ້ຫົວຂໍ້ “ແລ່ນເຮືອ ລ່ອງຕາມຄື້ນ ກ້າວຂ້າມ” ໄດ້ຈັດຂຶ້ນຢູ່ນະຄອນຢ່ຽນໄຖແຂວງຊ່ານຕົ່ງຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 24 ສິງຫານີ້, ກິດຈະກຳທີ່ມີຊື່ວ່າ “ອະນາຄົດ: ຄ້າຍຝຶກອົບຮົມຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານ ເຮືອສາກົນ” ພາຍໃຕ້ຫົວຂໍ້ “ແລ່ນເຮືອ ລ່ອງຕາມຄື້ນ ກ້າວຂ້າມ” ໄດ້ຈັດຂຶ້ນຢູ່ນະຄອນຢ່ຽນໄຖ ແຂວງຊ່ານຕົ່ງຂອງ ສປ ຈີນ. ໃນໄລຍະຈັດກິດຈະກຳ, ນັກຮຽນທີ່ມາຈາກ ໂຮງຮຽນກອງທັບເຮືອຂອງ ສປ ຈີນ, ປາກິດສະຖານ, ອິນໂດເນເຊຍ, ສິງກະໂປ, ສສ ຫວຽດນາມ ແລະ ປະເທດອື່ນໆ ຈະຮ່ວມກັນຝຶກຊ້ອມ ເພື່ອແລກປ່ຽນກັນ ແລະ ເຊື່ອມໂຍງເຂົ້າກັນ ເປັນເວລາ 1 ອາທິດ. ກິດຈະກຳຄັ້ງນີ້ ແມ່ນກອງທັບເຮືອຈີນ ເປັນເຈົ້າພາບ, ມະຫາ ວິທະຍາໄລ ການບິນກອງທັບເຮືອ ເປັນຝ່າຍ ຈັດຕັ້ງປະຕິບັດ, ເຊິ່ງມີຈຸດປະສົງ ເພື່ອສ້າງເວທີແລກປ່ຽນສາກົນລະຫວ່າງ ນັກຮຽນນາຍທະຫານຊາວໜຸ່ມ ຂອງກອງທັບເຮືອ ແຕ່ລະປະເທດ,​ ຊຸກຍູ້ ການຖອດຖອນ ບົດຮຽນ ແລະ ການແລກປ່ຽນກັນ ຢ່າງມີໄມຕີຈິດ ລະຫວ່າງ “ວາທີ່ນາຍທະຫານ” ຂອງແຕ່ລະປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເອເປັກ ຄວນພະຍາຍາມຫລຸດຜ່ອນອຸປະສັກທາງການຄ້າຂ່າວຕ່າງປະເທດ

      ເອເປັກ ຄວນພະຍາຍາມຫລຸດຜ່ອນອຸປະສັກທາງການຄ້າ

      8/24/2026 3:17:59 PM

      ສູນກາງຈີນ,ໃນຖານະເປັນສ່ວນສຳຄັນ ຂອງກິດຈະກຳຕ່າງໆໃນ “ປີຈີນ” ທີ່ຈັດຂຶ້ນໂດຍ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC , ກອງປະຊຸມ ຄົບ ຄະນະຄັ້ງທີ 2 ປີ 2026 ຂອງຄະນະກຳມະການຍ່ອຍດ້ານລະບຽບພາສີ APEC ໄດ້ດຳເນີນເປັນເວລາ 3 ວັນ ຢູ່ນະຄອນຕ້າລຽນແຂວງລຽວນິງຂອງ ສປ ຈີນ ນັບແຕ່ວັນທີ 22 ສິງຫານີ້.

    • ສປ ຈີນ ຈະການແຂ່ງຂັນທັກສະໂລກ ຄັ້ງທີ 48ຂ່າວຕ່າງປະເທດ

      ສປ ຈີນ ຈະການແຂ່ງຂັນທັກສະໂລກ ຄັ້ງທີ 48

      8/24/2026 3:17:56 PM

      ໂດຍໄດ້ຮັບການອະນຸມັດ ຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ, ຄະນະຜູ້ຕາງໜ້າຈີນ ສຳລັບ ເຂົ້າຮ່ວມ ການແຂ່ງຂັນໂລກ ຄັ້ງທີ 48 ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຄະນະດັ່ງ ກ່າວລວມມີ 220 ຄົນ

    • ສປ ຈີນ ຜະລິດເຂົ້າ ບັນລຸຫລາຍກວ່າ 28 ລ້ານກວ່າໂຕນຂ່າວຕ່າງປະເທດ

      ສປ ຈີນ ຜະລິດເຂົ້າ ບັນລຸຫລາຍກວ່າ 28 ລ້ານກວ່າໂຕນ

      8/24/2026 3:17:51 PM

      ປີ 2026, ຜົນ​ຜະ​ລິດ​ເຂົ້າ​​ດໍ ໃນ​ທົ່ວ​ປະ​ເທດ​ຈີນ ບັນ​ລຸ 28.290.000 ໂຕນ, ເຖິງວ່າ ​​ຫລຸດ​ລົງ 220.000 ​ໂຕນ​ ຫລື ​​ຫລຸດ​ລົງ 0.8% ເມື່ອ​ທຽບ​ໃສ່​ປີ​ກາຍ ຍ້ອນໄດ້ຮັບ​ຜົນ​ກະ​ທົບ​ ຈາກ​ສະ​ພາບ​ອາ​ກາດ ທີ່​ບໍ່​ເອື້ອ​ອຳ​ນວຍ, ແຕ່​ກໍ​ຍັງໝັ້ນ​ທ່ຽງ​ຢູ່ທີ່​ລະ​ດັບ ຫລາຍກວ່າ 28 ລ້ານ​ໂຕນ ເປັນ​ເວ​ລາ 6 ປີ​ຕິດ​ຕໍ່​ກັນ

    • ອິນເດຍ ຈະຈັດກອງປະຊຸມສຸດຍອດບຣິກສ໌ ໃນເດືອນກັນຍານີ້ຂ່າວຕ່າງປະເທດ

      ອິນເດຍ ຈະຈັດກອງປະຊຸມສຸດຍອດບຣິກສ໌ ໃນເດືອນກັນຍານີ້

      8/24/2026 3:17:46 PM

      ທ່ານ ກາ​ເຈັນ​ດ​ຣາ ​ຊິງ​ທ໌ ເຊັກ​ຮາ​ວັດ ລັດ​ຖະ​ມົນ​ຕີ ​ກະ​ຊວງວັດ​ທະ​ນະ​ທຳ ແລະ​ ກະ​ຊວງ​​ການທ່ອງ​ທ່ຽວ​ ຂອງ​ອິນ​ເດຍ ໄດ້​ປະ​ກາດ ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ທ່ອງ​ທ່ຽວ ​ຂອງ​ປະ​ເທດ ​ສະ​ມາ​ຊິກ​ບ​ຣິ​ກ​ສ໌ ​ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ໄຈ​ປູ​ ຂອງ​ອິນ​ເດຍ

    • ສິງກະໂປ ຈັດສັນໄຟຟ້າ ໃຫ້ສູນຂໍ້ມູນ 200 ເມກາວັດ ຂ່າວຕ່າງປະເທດ

      ສິງກະໂປ ຈັດສັນໄຟຟ້າ ໃຫ້ສູນຂໍ້ມູນ 200 ເມກາວັດ

      8/24/2026 11:57:52 AM

      ຄະນະ ກໍາມະການ ພັດທະນາ ເສດຖະກິດ ແລະ ອົງການ ພັດທະນາ ການສື່ສານ ສິງກະໂປ ລາຍງານວ່າ ໄດ້ຈັດສັນ ໄຟຟ້າ ໃຫ້ແກ່ ສູນຂໍ້ມູນ 4 ແຫ່ງ ປະກອບມີ: ດິຈິຕອນ ຣຽວຕີ (Digital Realty), ອີຄວິນິກຊ໌ (Equinix), ເຄບເປິນ (Keppel) ແລະ ເອສທິ ເທເລມີເດຍ ໂກບອລ (ST Telemedia Global) ໂດຍໄດ້ຮັບ ການຈັດສັນ ໄຟຟ້າ ແຫ່ງລະ 50 ເມກາວັດ

ads
ads

Top