ເອເປັກ ຄວນພະຍາຍາມຫລຸດຜ່ອນອຸປະສັກທາງການຄ້າ

24/08/2026 15:17
ຂປລ ສູນກາງຈີນ,ໃນຖານະເປັນສ່ວນສຳຄັນ ຂອງກິດຈະກຳຕ່າງໆໃນ “ປີຈີນ” ທີ່ຈັດຂຶ້ນໂດຍ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC , ກອງປະຊຸມ ຄົບ ຄະນະຄັ້ງທີ 2 ປີ 2026 ຂອງຄະນະກຳມະການຍ່ອຍດ້ານລະບຽບພາສີ APEC ໄດ້ດຳເນີນເປັນເວລາ 3 ວັນ ຢູ່ນະຄອນຕ້າລຽນແຂວງລຽວນິງຂອງ ສປ ຈີນ ນັບແຕ່ວັນທີ 22 ສິງຫານີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ໃນຖານະເປັນສ່ວນສຳຄັນ ຂອງກິດຈະກຳຕ່າງໆໃນ “ປີຈີນ” ທີ່ຈັດຂຶ້ນໂດຍ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC , ກອງປະຊຸມ ຄົບ ຄະນະຄັ້ງທີ 2 ປີ 2026 ຂອງຄະນະກຳມະການຍ່ອຍດ້ານລະບຽບພາສີ APEC ໄດ້ດຳເນີນເປັນເວລາ 3 ວັນ ຢູ່ນະຄອນຕ້າລຽນແຂວງລຽວນິງຂອງ ສປ ຈີນ ນັບແຕ່ວັນທີ 22 ສິງຫານີ້. ທ່ານ ຈ່າງບາວເຟີ່ງ ຮອງຫົວໜ້າອົງການພາສີແຫ່ງຊາດຈີນ ກ່າວວ່າ: ແຕ່ລະກຸ່ມ ເສດຖະກິດຂອງ APEC ຄວນພະຍາຍາມຫລຸດຜ່ອນ ອຸປະສັກທາງການຄ້າ ຢ່າງແຂງແຮງກວ່າເກົ່າ,​ ນຳໃຊ້ມາດຕະການ ຕົວຈິງ ຫລາຍກວ່າເກົ່າ ເພື່ອແກ້ໄຂບັນຫາຫຍຸ້ງຍາກ ໃນການຄ້າຂ້າມຊາຍແດນ,​ ເຮັດໃຫ້ລະບົບຕ່ອງໂສ້ ການສະໜອງຂອງອາຊີ-ປາຊີຟິກ ມີຄວາມປອດໄພກວ່າເກົ່າ, ໝັ້ນທ່ຽງກວ່າເກົ່າ ແລະ ມີປະສິດທິພາບ ຢ່າງສູງກວ່າເກົ່າ. ສປ ຈີນ ເປັນສະມາຊິກ ຂອງຄອບຄົວໃຫຍ່ ອາຊີ-ປາຊີຟິກ, ໃນ 7 ເດືອນຕົ້ນປີນີ້, ຍອດມູນຄ່າ ການນຳເຂົ້າ-ສົ່ງອອກລະຫວ່າງ ສປ ຈີນ ກັບກຸ່ມເສດຖະກິດອື່ນໆຂອງ APEC ມີເຖິງ 18.000 ຕື້ກວ່າຢວນ, ໄດ້ເພີ່ມຂຶ້ນ 21% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ມີອັດຕາການເຕີບໂຕສູງກວ່າ ລະດັບໂດຍລວມ ຂອງການຄ້າດ້ານສິນຄ້າຂອງ ສປ ຈີນໃນໄລຍະດຽວກັນ ເຊິ່ງສະແດງ ໃຫ້ເຫັນເຖິງ ທ່າແຮງບົ່ມຊ້ອນ ອັນໃຫຍ່ຫລວງ ສຳລັບ ການຮ່ວມມືໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top