ຂປລ
ກົມຊົນລະປະທານກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບ-ຮັບຊົ່ວຄາວໂຄງການຟື້ນຟູ- ສ້ອມແປງຊົນລະປະທານຫ້ວຍເດ່ືອ ແລະ ໂຄງການຟື້ນຟູ-ສ້ອມແປງ ຊົນລະປະທານຫ້ວຍໝາກຮຽວ ນະຄອນຫວງວຽງຈັນ ຈັດຂ້ຶນໃນວັນທີ 17 ສິງຫາ 2026.
ຂປລ. ຊຶ່ງໂຄງການດັ່ງກ່າວ, ນໍາໃຊ້ຮ່ວງເງິນກູ້ຢືມຈາກທະນາຄານພັດທະນາອາຊີ ຫລື ເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ). ໂຄງການຟ້ືນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງໄດ້ລົງນາມສັນຍາໃນວັນທີ 28 ສິງຫາ 2025 ດ້ວຍມູນຄ່າ 1 ລ້ານກວ່າໂດລາສະຫະລັດ ມີໄລຍະກໍ່ສ້າງ 5 ເດືອນ, ຂອບເຂດວຽກງານສໍາຄັນປະກອບມີ: ອະນາໄມສິ່ງກີດຂວາງ ແລະ ສ້າງຄັນປ້ອງກັນນ້ຳ, ກໍ່ສ້າງເຮືອນຈັກສູບນ້ຳ ແລະ ຕິດຕັ້ງຈັກສູບນ້ຳ 6 ໜ່ວຍ, ຕິດຕັ້ງໝໍ້ແປງໄຟຟ້າ 500 KVA, ສ້ອມແປງ-ປ່ຽນແທນປະຕູນ້ຳ 8 ຊຸດ, ກໍ່ສ້າງພື້ນປ້ອງກັນການກັດເຊາະ, ວາງທໍ່ ແລະ ກໍ່ສ້າງ ຮົ້ວ-ກຳແພງ. ສຳລັບໂຄງການຟື້ນຟູ-ສ້ອມແປງຊົນລະປະທານ ຫ້ວຍເດື່ອ ມີມູນຄ່າ 938.043,38 ໂດລາສະຫະລັດ ປະກອບມີ: ອະນາໄມ-ຂຸດລອກ, ກໍ່ສ້າງເຮືອນຈັກສູບນ້ຳ, ຕິດຕັ້ງຈັກສູບນ້ຳ ແລະ ລະບົບໄຟຟ້າ, ປ້ອງກັນເຈື່ອນ ແລະ ສ້ອມແປງປະຕູນ້ຳດ້ານ, ເທິງ-ດ້ານລຸ່ມວຽກງານທັງໝົດສຳເລັດ 100% ແລະ ຜ່ານການກວດກາເຕັກນິກພ້ອມທົດລອງນຳໃຊ້.
ພາຍຫລັງສຳເລັດໂຄງການດ່ັງກ່າວ, ຄາດວ່າຈະຊ່ວຍຟື້ນຟູລະບົບຊົນລະປະທານໃຫ້ມີຄວາມໝັ້ນຄົງ ເພີ່ມປະສິດທິພາບໃນການສູບ ແລະ ຄວບຄຸມນ້ຳ, ຫລຸດຜ່ອນບັນຫາການກັດເຊາະ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດນຳໃຊ້ນ້ຳ ເພື່ອການຜະລິດກະສິກຳໄດ້ຢ່າງມີປະສິດທິຜົນ, ພາຍຫລັງກໍ່ສ້າງສຳເລັດຈະມອບໃຫ້ໜ່ວຍງານທ່ີກ່ຽວຂ້ອງຮັບຜິດຊອບເບິ່ງແຍງ, ບຳລຸງຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງໃນໄລຍະຍາວ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL