ຂປລ
ປີ 2026, ຜົນຜະລິດເຂົ້າດໍ ໃນທົ່ວປະເທດຈີນ ບັນລຸ 28.290.000 ໂຕນ, ເຖິງວ່າ ຫລຸດລົງ 220.000 ໂຕນ ຫລື ຫລຸດລົງ 0.8% ເມື່ອທຽບໃສ່ປີກາຍ ຍ້ອນໄດ້ຮັບຜົນກະທົບ ຈາກສະພາບອາກາດ ທີ່ບໍ່ເອື້ອອຳນວຍ, ແຕ່ກໍຍັງໝັ້ນທ່ຽງຢູ່ທີ່ລະດັບ ຫລາຍກວ່າ 28 ລ້ານໂຕນ ເປັນເວລາ 6 ປີຕິດຕໍ່ກັນ
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ອົງການສະຖິຕິ ແຫ່ງຊາດຈີນ ເປີດເຜີຍວ່າ: ປີ 2026, ຜົນຜະລິດເຂົ້າດໍ ໃນທົ່ວປະເທດຈີນ ບັນລຸ 28.290.000 ໂຕນ, ເຖິງວ່າ ຫລຸດລົງ 220.000 ໂຕນ ຫລື ຫລຸດລົງ 0.8% ເມື່ອທຽບໃສ່ປີກາຍ ຍ້ອນໄດ້ຮັບຜົນກະທົບ ຈາກສະພາບອາກາດ ທີ່ບໍ່ເອື້ອອຳນວຍ, ແຕ່ກໍຍັງໝັ້ນທ່ຽງຢູ່ທີ່ລະດັບ ຫລາຍກວ່າ 28 ລ້ານໂຕນ ເປັນເວລາ 6 ປີຕິດຕໍ່ກັນ, ແລະ ຜົນຜະລິດ ຢູ່ໃນລະດັບຂ້ອນຂ້າງສູງ ໃນປະຫວັດສາດ. ເນື້ອທີ່ປູກເຂົ້າດໍ ໃນທົ່ວປະເທດຈີນ ໃນປີນີ້ ມີປະມານ 4.74 ລ້ານເຮັກຕາ, ເພີ່ມຂຶ້ນ ປະມານ 1.467 ເຮັກຕາ ເມື່ອທຽບໃສ່ປີກາຍ, ເນື້ອທີ່ປູກຍັງຮັກສາ ຄວາມໝັ້ນທ່ຽງ ແລະ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL