ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະ ຫລອງວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນສ້າງຕັ້ງແນວລາວສ້າງ ຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນ ວັນທີ 13 ສິງຫາ 2026 ໂດຍມີ ທ່ານ ສົມໃຈ ພານີຈັນ ຮອງເລຂາ ຄະນະບໍລິຫານງານພັກແຂວງຄໍາ ມ່ວນ, ພ້ອມດ້ວຍບັນດາພະແນກ ການ, ອົງການຈັດຕັ້ງທຽບເທົ່າ, ພະນັກງານ, ທະຫານ, ຕໍາຫລວດ ແລະ ມວນຊົນພາກສ່ວນຕ່າງໆ ເຂົ້າ ຮ່ວມຢ່າງຫລວງຫລາຍ.
ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງ 2 ວັນສຳຄັນດັ່ງກ່າວ. ລັດຖະ ທໍາມະນູນ ແຫ່ງ ສປປ ລາວ ໄດ້ ຮັບການປະກາດໃຊ້ຢ່າງເປັນທາງ ການໃນວັນທີ 15 ສິງຫາ 1991 ຊຶ່ງເປັນກົດໝາຍພື້ນຖານສູງສຸດ ຂອງປະເທດ ແລະ ເປັນຂີດໝາຍ ປະຫວັດສາດ ໃນການຫັນປ່ຽນຈາກ ການຄຸ້ມຄອງລັດ ດ້ວຍແນວທາງ, ມະຕິ, ຄໍາສັ່ງ ໄປສູ່ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຢ່າງເຕັມຮູບແບບ. ຕະຫລອດໄລຍະ 35 ປີຜ່ານມາ, ການປະຕິບັດລັດຖະທໍາມະນູນ ໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໝັ້ນຄົງ, ເສດຖະກິດ- ສັງຄົມ ໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນເລື້ອຍໆ.
ພ້ອມດຽວກັນນີ້, ຍັງໄດ້ທົບ ທວນເຖິງມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວຂອງອົງການແນວ ລາວສ້າງຊາດ ຊຶ່ງໄດ້ກໍາເນີດເກີດ ຂຶ້ນໃນວັນທີ 13 ສິງຫາ 1950 (ໃນ ຊື່ ແນວລາວອິດສະຫລະ ໂດຍແມ່ນ ທ່ານ ປະທານ ສຸພານຸວົງ ເປັນ ປະທານ, ຕໍ່ມາປ່ຽນເປັນ ແນວລາວ ຮັກຊາດ ແລະ ແນວລາວສ້າງ ຊາດໃນປັດຈຸບັນ). ອົງການແນວລາວສ້າງຊາດ ໄດ້ຮ່ວມສ້າງປະ ຫວັດສາດ ໃນການເຕົ້າໂຮມຄວາມ ສາມັກຄີປວງຊົນທັງຊາດ ເພື່ອ ຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາ, ພັດທະນາປະເທດຊາດໃຫ້ຈະເລີນ ກ້າວໜ້າ.
ກິດຈະກໍາຍ່າງເພື່ອສຸຂະພາບໃນ ຄັ້ງນີ້, ບໍ່ພຽງແຕ່ເປັນການສະເຫລີມ ສະຫລອງ 2 ວັນທີ່ສໍາຄັນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການອອກ ກໍາລັງກາຍ, ສ້າງຄວາມສາມັກຄີ ແໜ້ນແຟ້ນ ແລະ ສ້າງບັນຍາກາດ ທີ່ດີໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາ ເຜ່ົາພາກສ່ວນຕ່າງໆໃນແຂວງຄຳ ມ່ວນ.
KPL