ເຊກອງມີຫລາຍທ່າແຮງໃນການປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

12/02/2026 10:00
Email Print 468
ຂປລ *ຂປລ.ແຂວງເຊກອງ ກໍແມ່ນ ໜຶ່ງໃນຫລາຍແຂວງທີ່ມີທ່າແຮງ ຫລາຍດ້ານໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ ໃຫ້ມີການຂະຫຍາຍຕົວ. ອັນ ພົ້ນເດັ່ນແມ່ນການຜະລິດກາເຟ, ໂສມ, ລ້ຽງສັດເປັນຟາມ, ພະລັງ ງານໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ອື່ນໆ

*ຂປລ.ແຂວງເຊກອງ ກໍແມ່ນ ໜຶ່ງໃນຫລາຍແຂວງທີ່ມີທ່າແຮງ ຫລາຍດ້ານໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ ໃຫ້ມີການຂະຫຍາຍຕົວ. ອັນ ພົ້ນເດັ່ນແມ່ນການຜະລິດກາເຟ, ໂສມ, ລ້ຽງສັດເປັນຟາມ, ພະລັງ ງານໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ອື່ນໆ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ວ່າດ້ວຍການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ແຫລມເຊັ່ນ: ກະສິກຳແມ່ນສຸມໃສ່ ການຜະລິດກາເຟ, ພືດຜັກ, ໄມ້ ໃຫ້ໝາກ, ການລ້ຽງສັດເປັນຟາມ, ໂສມ, ການປຸງແຕ່ງຜົນຜະລິດ ກະສິກຳ. ສ່ວນດ້ານອຸດສາຫະກຳຫັດຖະກຳ ເລັ່ງໃສ່ພະລັງງານ ໄຟຟ້າ, ບໍ່ແຮ່, ອຸດສາຫະກຳເບົາ ແລະ ຫັດຖະກຳຕ່ຳແຜ່ນ. ຂະນະ ທີ່ດ້ານການບໍລິການ ແມ່ນສຸມໃສ່ ການທ່ອງທ່ຽວ, ການຂົນສົ່ງ. ສຳລັບແຜນການໃນຕໍ່ໜ້າແຂວງ ເຊກອງ ແມ່ນຈະສຸມໃສ່ການເພີ່ມ ທະວີການສົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົ້າ ແລະ ເປັນ ສິນຄ້າສົ່ງອອກໃຫ້ເປັນຮູບປະທຳ ຕົວຈິງ ແລະ ຫລາຍຂຶ້ນ ຫັນການ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນ ການຈັດເກັບລາຍຮັບ, ສະກັດກັ້ນ ການຮົ່ວໄຫລ, ໄປພ້ອມກັບການຂະ ຫຍາຍຖານລາຍຮັບໃໝ່ ສ້າງການ ຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ, ເອົາໃຈໃສ່ພັດທະນາຂະແໜງ ເສດຖະກິດທີ່ເປັນປາຍແຫລມ ຕິດ ພັນກັບການເກັບພັນທະເຂົ້າງົບປະ ມານແຫ່ງລັດຂອງບັນດາໂຄງການ ລົງທຶນຂະໜາດໃຫຍ່ເປັນຕົ້ນ: ໂຄງ ການພະລັງງານໄຟຟ້ານ້ຳຕົກ ໂຄງ ການພະລັງງານໄຟຟ້າຖ່ານຫີນ, ໂຄງການໄຟຟ້າພະລັງງານລົມ ແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ. ໃນໄລຍະໃໝ່ ຊຶ່ງໃນໄລຍະຜ່ານມາ ອົງການປົກຄອງແຂວງເຊກອງ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າ ຂັ້ນແຂວງ ຕະຫລອດຮອດການມີ ສ່ວນຮ່ວມຂອງປະຊາຊົນບັນດາ ເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງ ຖອງ ເພື່ອສ້າງເງື່ອນໄຂທີ່ຈໍາເປັນ ພື້ນຖານໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ແລະ ການພັດທະນາເສດຖະ ກິດ-ສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນຮູບປະ ທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດທະນາ ຂະແໜງເສດຖະກິດທີ່ເປັນປາຍ

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top