ຖໍ້າບຶງໜອງເທົາ ແລະ ຖໍ້າປາເຊືອມ ແຫລ່ງທ່ອງທ່ຽວທີ່ສວຍງາມຂອງແຂວງຄໍາມ່ວນ

04/02/2026 14:30
Email Print 4471
ຂປລ ຂປລ. ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ມີສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມ ເລື່ອງຄວາມສວຍງາມ ແລະ ມີປະຫວັດຄວາມເປັນມາທີ່ຍາວນານ ຈົນເຮັດໃຫ້ປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫລວງຫລາຍບໍ່ຂາດສາຍໃນແຕ່ລະມື້ ແລະ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວຂອງແຂວງຄໍາມ່ວນແລ້ວ

     

ຂປລ. ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ  ເນື່ອງຈາກວ່າ ມີສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມ ເລື່ອງຄວາມສວຍງາມ ແລະ ມີປະຫວັດຄວາມເປັນມາທີ່ຍາວນານ ຈົນເຮັດໃຫ້ປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫລວງຫລາຍບໍ່ຂາດສາຍໃນແຕ່ລະມື້ ແລະ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວຂອງແຂວງຄໍາມ່ວນແລ້ວ ກໍມີຫລາຍແຫ່ງທີ່ມີຊື່ສຽງເປັນຕົ້ນ: ທ່າຝຣັ່ງ, ຖ້ຳນາງແອ່ນ, ປາສະຫງວນຫີນໜາມໝໍ່, ພູຜາມານ ແລະ ອື່ນໆ ທີ່ກໍາລັງເປັນທີ່ນິຍົມຂອງນັກທ່ອງທ່ຽວ ນັ້ນກໍຄື ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນສະຖານທີ່ທ່ອງທ່ຽວທີ່ຫາກໍເປີດຂຶ້ນໃໝ່ ດ້ວຍເອກະລັກໂດດເດັ່ນ, ສວຍງາມສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫລວງຫລາຍໃນແຕ່ລະມື້, ພາຍໃນຖ້ຳຈະໂພງຖໍ້າຂະໜາດໃຫຍ່,ມີຫີນງອກ-ຫີນຍ້ອຍຈັບຢູ່ຕາມຝາຜະໜັງດ້ານເທິງຂອງຖໍ້ຳຢ່າງຫລວງຫລາຍ ເມື່ອຫີນດັ່ງກ່າວກະທົບໃສ່ແສງດອກໄຟຍິ່ງເພ່ີ່ມຄວາມງົດງາມອາລັງການຈັບຕາຕ້ອງໃຈເມ່ືອພົບເຫັນ ແລະ ຫີນຍ່ອຍທີ່ຢ່ອນລົງມາຈະມີລັກສະນະຮູບແບບທີ່ແຕກຕ່າງກັນໄປຕາມແຕ່ລະຈຸດຂອງຖໍ້າ ໂດຍຖໍ້າແຫ່ງນີ້ ມີ 7 ຈຸດສໍາຄັນ ເພື່ອໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຖ່າຍຮູບ ແລະ ສັກກາລະບູຊາ, ພ້ອມນັ້ນພາຍໃນຖ້ຳມີຂົວເຫລັກທີ່ສ້າງຂຶ້ນ, ປະດັບປະດາດອກໄຟຕາມທາງຍ່າງເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວພາຍໃນຖ້ຳອີກດ້ວຍ.

ສໍາລັບ ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວອຸດົມສົມບູນໄປດ້ວຍທຳມະຊາດ ທີ່ສວຍສົດງົດງາມ ຊຶ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ອອກໄປທາງທິດຕາເວັນອອກ ປະມານ 17 ກິໂລແມັດ, ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ ແລະ ພັດທະນາ, ມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກ 404 ເຮັກຕາ; ໃນນັ້ນ ປະກອບມີການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມພາຍໃນຖໍ້າເບິ່ງຫີນຫງອກ-ຫີນຍ້ອຍ ທີ່ມີຄວາມສວຍງາມຢ່າງໜ້າຕື່ນຕາຕື່ນໃຈ ແລະ ມີກິດຈະກໍາອື່ນໆອີກຫລາກຫລາຍ ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນຂອງນັກລົງທຶນພາຍໃນ 100%  ແລະ ມີໄລຍະການສໍາປະທານ 50 ປີ. ປັດຈຸບັນ ແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ເພື່ອຮອງຮັບນັກທ່ອງທ່ຽວທີ່ເພີ່ມຂຶ້ນເລື້ອຍໆ.

ພະນັກງານ ນໍາທ່ຽວ ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ໄດ້ໃຫ້ຮູ້ວ່າ: ສໍາລັບ ສະຖານທ່ອງທ່ຽວແຫ່ງນີ້ເປີດໃນວັນທີ 14 ເດືອນເມສາ ປີ 2025 ເປັນຕົ້ນມາກໍເຫັນວ່າ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທ່ຽວຊົມຢ່າງຫລວງຫລາຍໃນແຕ່ລະມື້ ຊຶ່ງຕົນເອງເປັນພະນັກງານນໍາທ່ຽວ ກໍມີໜ້າທີ່ແນະນໍາສະຖານທີ່ສໍາຄັນແຕ່ລະຈຸດ ທີ່ມີທັງໝົດ 8 ຈຸດ, ໃນນັ້ນຈຸດທໍາອິດແມ່ນວັງປາເຊື່ອມ ເນື່ອງຈາກວ່າ ເປັນຈຸດທໍາອິດທີ່ເຂົ້າມາດ້ານເທິງຂອຖໍ້າຈະເປັນຫີນຍ່ອຍທີ່ສວຍງາມ ແລະ ດ້ານລຸ່ມຈະເປັນວັງນໍ້າທີ່ມີປາເຊື່ອມຈໍານວນຫລາຍ ຈຶ່ງໃສ່ຊື່ວ່າ: ວັງປາເຊື່ອມ,ຈຸດທີສອງ ແມ່ນວັງພະລືສີ ,ຈຸດທີສາມຖໍ້າຂອງພະຍານາກ, ວັງຂອງພະຍານາກ, ຈຸດທີ 5 ວັງຂອງເທວະດາ,ຈຸດທີ 6 ແມ່ນຊ້າງ ສາມຫົວ,ຈຸດທີ 7 ແມ່ນ ປ່າຫິມະພານ  ແລະ ຈຸດສຸດທ້າຍ ກໍຈະເປັນກະດູກສັນຫລັງຂອງພະຍານາກ ທີ່ມີການຈໍາລອງເພື່ອໃຫ້ເປັນຈຸດທ່ຽວຊົມຂອງນັກທ່ອງທ່ຽວ ບອກໄດ້ເລີຍວ່າ ແຕ່ລະຈຸດນັ້ນ ຈະມີຄວາມສວຍງາມທີ່ແຕກຕ່າງກັນໄປ.

            ສໍາລັບ ຜູ້ຂຽນເອງກໍໄດ້ມີໂອກາດໄປສໍາຜັດມາແລ້ວ, ບອກໄດ້ເລີຍວ່າ ສວຍງາມປານຮູບແຕ້ມເລີຍກໍວ່າໄດ້ ເພາະພໍແຕ່ຂີ່ລົດຮອດສະຖານທ່ອງທ່ຽວແຫ່ງນີ້ ກໍມີຈະເຫັນມວນຊົນຈໍານວນຫລາຍ ແວ່ຢ້ຽມຊົມສິນຄ້າກະສິກຳ ແລະ ເຄື່ອງປ່າຂອງດົງທີ່ປະຊາຊົນ ເອົາມາວາງຂາຍຢູ່ບໍລິເວນໜ້າຖໍ້າ ກ່ອນໄປຊື້ປີ້ເຂົ້າຖ້ຳຢ່າງເປັນລະບຽບຮ້ອຍ ແລະ ພໍແຕ່ຍ່າງເຂົ້າໄປໃນຖໍ້າບອກໄດ້ເລີຍວ່າຕື່ນຕາຕື່ນໃຈແຮງ ເພາະພາບທີ່ເຫັນຢູ່ຕໍ່ໜ້າມັນສວຍງາມອີ່ຫລີຈົນຫາອັນປຽບບໍ່ໄດ້, ພ້ອມນັ້ນກໍຍ່າງເລາະໄປຕາມຂົວຊົມຄວາມງາມພາຍໃນຖ້ຳຕາມຈຸດຕ່າງໆ ແລະ ຂໍພອນຈາກສິ່ງສັກສິດທີ່ປົກຮັກສາຖໍ້າແຫ່ງນີ້.  ເອົາເປັນວ່າ, ຖ້າທ່ານໃດ ໄດ້ມີໂອກາດໄປແຂວງຄໍາມ່ວນ ກໍຢ່າລືມໄປແວ່ຖໍ້າບຶງໜອງເທົາ ແລະ ຖໍ້າປາເຊືອມ ບອກເລີຍວ່າທ່ານຈະບໍ່ຜິດຫວັງແນ່ນອນ.
KPL

ຂ່າວອື່ນໆ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

    • ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028ທ່ອງທ່ຽວ

      ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

      2/25/2026 2:15:59 PM

      ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

    • ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານຄົນທ່ອງທ່ຽວ

      ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

      2/23/2026 10:59:07 AM

      ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ

ads
ads

Top