ນັກຂ່າວອາຊີ-ປາຊີຟິກ ຢ້ຽມຢາມໂຮງງານພິພິທະພັນຜ້າໄໝອານຮຸຍ ສປ ຈີນ

26/05/2026 16:17
ຂປລ ຂປລ. ໃນວັນທີ 25 ພຶດສະພາ 2026, ນັກຂ່າວຈາກ ພາກພື້ນອາຊີ-ປາຊີຟິກ ໄດ້ໄປຢ້ຽມ ຢາມໂຮງງານ, ຫໍພິພິທະພັນ ແລະ ສຳນັກງານໃຫຍ່ ບໍລິສັດຜ້າໄໝຈິງຈຽວ ຢູ່ເມືອງຟູຢາງ ແຂວງອານຮຸຍ ສປ ຈີນ ເພື່ອແບ່ງປັນພູມປັນຍາ ແລະ ຄວາມຮູ້ ຈີນແບບດັ້ງເດີມ ກ່ຽວກັບມໍລະດົທາງປະຫວັດ ສາດ ກັບນະວັດຕະກຳຕະຫລາດ ທີ່ທັນສະໄໝ ແລະ ຄວາມມຸ່ງໝັ້ນໃນການສົ່ງອອກທົ່ວໂລກ.


ຂປລ. ໃນວັນທີ 25 ພຶດສະພາ 2026, ນັກຂ່າວຈາກ ພາກພື້ນອາຊີ-ປາຊີຟິກ ໄດ້ໄປຢ້ຽມ ຢາມໂຮງງານ, ຫໍພິພິທະພັນ ແລະ ສຳນັກງານໃຫຍ່ ບໍລິສັດຜ້າໄໝຈິງຈຽວ ຢູ່ເມືອງຟູຢາງ ແຂວງອານຮຸຍ ສປ ຈີນ ເພື່ອແບ່ງປັນພູມປັນຍາ ແລະ ຄວາມຮູ້ ຈີນແບບດັ້ງເດີມ ກ່ຽວກັບມໍລະດົທາງປະຫວັດ ສາດ ກັບນະວັດຕະກຳຕະຫລາດ ທີ່ທັນສະໄໝ ແລະ ຄວາມມຸ່ງໝັ້ນໃນການສົ່ງອອກທົ່ວໂລກ.

ໂອກາດນີ້, ທ່ານ ໂຈ ຢານ ຜູ້ຈັດການ ຂອງ ບໍລິສັດຜ້າໄໝ ຈິງຈຽວ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນວ່າ: ໃນປີ 2027 ທີ່ຈະມາເຖິງນີ້ ແມ່ນຄົບຮອບ 30 ປີ ຂອງການສ້າງຕັ້ງບໍລິສັດ ຜ້າໄໝຈິງຈຽວ ຊຶ່ງຕະຫລອດໄລຍະຜ່ານມາ ບໍລິສັດໄດ້ມີການເຕີບໂຕຫລາຍຂຶ້ນ, ສະມັດຕະພາບການຜະລິດເປັນທີ່ໜ້າປະທັບໃຈ, ສາມາດຜະລິດ ຜ້າໄໝດິບໄດ້ 20 ໂຕນຕໍ່ເດືອນ, ຜ້າໄໝ 150.000-200.000 ແມັດ ຕໍ່ເດືອນ ຊຶ່ງນຳໜ້າໃນຕະຫລາດໂລກ ໃນການສົ່ງອອກ. ການຜະລິດຜ້າໄໝ ຂອງຈິງຈຽວ ແມ່ນໄດ້ມີ ການວາງຍຸດທະສາດຕະຫລາດຂອງຕົນ ເພື່ອຕອບສະໜອງຄວາມຕ້ອງການ ທັງພາຍໃນ ແລະ ຕ່າງປະ ເທດ.  ປັດຈຸບັນ, ການບໍລິໂພກພາຍໃນ ປະເທດຈີນ ໄດ້ກວມເອົາ 70% ຂອງທຸລະກິດ, ໃນຂະນະທີ່ ການສົ່ງອອກ ກວມເອົາ 30%. ນ້ອກຈາກນີ້, ພວກເຮົາ ຍັງຈະສຸມໃສ່ ເພີ່ມປະສິດທິພາບ ການຜະລິດ ຢ່າງຕໍ່ເນື່ອງ ແລະ ກໍາລັງປັບປຸງ ໂຮງງານແບບເກົ່າ ທີ່ເຮັດດ້ວຍມື ເພື່ອເພີ່ມປະສິດທິພາບ ຜ່ານນະວັດຕະກໍາດ້ານເຕັກໂນໂລຊີ. ເຖິງຢ່າງໃດກໍຕາມ, ນະວັດຕະກໍາຢູ່ ຈິງຈຽວ ບໍ່ພຽງແຕ່ເປັນກົນຈັກເທົ່ານັ້ນ, ແຕ່ຍັງເປັນວັດທະນະທໍາ ອັນເປັນສີສັນພິເສດ ຂອງຈີນ ອີກດ້ວຍ. ສະນັ້ນ ບໍລິສັດ ພວມເນັ້ນໃສ່ ການອອກແບບທີ່ມຸ່ງໜ້າໃສ່ຕະຫລາດ ເພື່ອດຶງດູດຄວາມພາກພູມໃຈ ດ້ານວັດທະນະທໍາໃນກຸ່ມຜູ້ບໍລິໂພກ ຊາວໜຸ່ມຈີນ.

ປັດຈຸບັນ, ບໍລິສັດ ຜ້າໄໝຈິງຈຽວ ກໍາລັງປັບປຸງສາຍຜະລິດຕະພັນຜ້າ ເພື່ອໃຫ້ສອດຄ່ອງກັບ ຄວາມງາມແບບທັນສະໄໝ ໂດຍປັບອອກຈາກ ຮູບແບບທີ່ສັບສົນເກີນໄປ, ທັງໃຫ້ສີສັນເໝາະສົມ ກັບ ຄວາມຕ້ອງການຂອງໄວໜຸ່ມປັດຈຸບັນ ໂດຍການປະສົມປະສານຮູບແບບສິລະປະບູຮານ ກັບຄວາມວ່ອງໄວຂອງຕະຫລາດ ໃນສະຕະວັດທີ 21 ຢ່າງລຽບງ່າຍ. ຈິງຈຽວ ກໍາລັງພິສູດໃຫ້ເຫັນວ່າ ອຸດສາຫະກໍາແບບດັ້ງເດີມ ຂອງຈີນ ມີທ່າແຮງທີ່ບໍ່ມີຂອບເຂດໃນເວທີໂລກ.

ໂຮງງານ ຜ້າໄໝ ຕັ້ງຢູ່ໃນເຂດ ພັດທະນາເສດຖະກິດ ຟູຢາງ (Fuyang) ແລະ ເປັນວິສາຫະກິດ ຜ້າໄໝ ທີ່ມີລະບົບຕ່ອງໂສ້ ອຸດສາຫະກຳທີ່ສົມບູນ, ກວມເອົາຕັ້ງແຕ່ການປູກມອນ-ລ້ຽງມອນ, ການຊື້ໄໝ, ການທໍຜ້າໄໝ, ການຕົກແຕ່ງເຮືອນ ແລະ ຜ້າແພໃນເຮືອນ ຕະຫລອດເຄື່ອງນຸ່ງຫົ່ມ ແລະ ການຜະລິດຜ້າໄໝ.

ສ່ວນພິພິທະພັນ ແມ່ນໄດ້ເປີດໃຫ້ສາທາລະນະຊົນເຂົ້າຊົມຕັ້ງແຕ່ປີ 2015 ແລະ ພາຍໃນຫໍພິພິທະພັນມີປະຫວັດສາດການປູກໄໝ, ປະຫວັດຂອງຜ້າໄໝ, ການສຶກສາວິທະຍາສາດ ແລະ ໃຫ້ທຸກຄົນໄດ້ທ່ຽວຊົມເບິ່ງ, ມີການວາງສະແດງຜະລິດຕະພັນຜ້າໄໝ ແລະ ຍັງມີການແລກປ່ຽນ ປະສົບການ ໃນດ້ານການຊື້-ຂາຍ ສິນຄ້າເຄື່ອງນຸ່ງຮົ່ມຜ້າໄໝ, ງານວາງສະແດງວັດທະນະທຳຂອງ ບໍລິສັດ, ມີການຈັດກອງປະຊຸມ ແລະ ການບໍລິການຕ້ອນຮັບ ອີກດ້ວຍ.

KPL

ຂ່າວອື່ນໆ

ads
ads

Top