ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ

21/05/2026 12:44
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດທີ່ຟົດຟື້ນ ກວ້າງຂວາງ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫລວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ເພື່ອຟື້ນຟູປ່າໃຫ້ໄດ້ 1 ລ້ານເບ້ຍ ໃນເນື້ອທີ່ 300 ກວ່າເຮັກຕາ.

ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສຳລັບພິທີປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ, ຂະບວນການໃຫຍ່ຂອງແຂວງ ໄດ້ກະກຽມສະຖານທີ່ປູກ ຢູ່ເຂດປ່າປ້ອງກັນພູພືງ ບ້ານດອນກາງ ນະຄອນ ຫລວງພະບາງ ໂດຍຈະປູກເບ້ຍໄມ້ຮັກສາແຫລ່ງນ້ຳ ເຊັ່ນ: ໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕີ້ວ ແລະ ອື່ນໆ. ປັດຈຸບັນພວມກະກຽມຄວາມພ້ອມແຕ່ລະດ້ານ ໃນການຈັດພິທີຄາດວ່າ ຈະຈັດພິທີຕົວຈິງໃນວັນທີ 1 ມິຖຸນາ 2026, ສ່ວນບັນດາເມືອງທີ່ມີເງື່ອນໄຂ ອາດຈະຈັດກ່ອນ ຫລື ຫລັງວັນທີ 1 ມິຖຸນາ ເພື່ອໃຫ້ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 300 ກວ່າເຮັກຕາ. ນອກນັ້ນ, ຈະມີບັນດາບໍລິສັດ ແລະ ໂຄງການສົ່ງເສີມການປູກຕົ້ນໄມ້ຢູ່ບັນດາເມືອງ ລວມທັງປະຊາຊົນບັນດາເຜົ່າ ຈະຈັດພິທີປູກຕົ້ນໄມ້ ຢູ່ພື້ນທີ່ຂອງຕົນຈົນກວ່າຈະສິ້ນສຸດລະດູຝົນ ຕື່ມອີກ. ສ່ວນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ແຂວງຫລວງພະບາງ ໄດ້ຮັບກຽດເປັນເຈົ້າພາບຈັດຂະບວນການໃຫຍ່ໃນທົ່ວປະເທດ ຊຶ່ງຈະມີການຈັດພິທີປູກຕົ້ນໄມ້ ຢູ່ບໍລິເວນສະຖານີລົດໄຟ, ທັງຈະມີການວາງສະແດງຮູບພາບ ແລະ ຜະລິດຕະພັນທີ່ປະດິດຈາກສິ່ງເສດເຫລືອ ໂດຍມອບໃຫ້ຄະນະກຳມະການປົກຄອງ ນະຄອນ ຫລວງພະບາງ ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ທ່ານ ສົມແວວເພັດ ດວງປະສິດ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຊີ້ນຳໃຫ້ທຸກພາກສ່ວນ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຕົ້ນໄມ້ທີ່ປູກໄປແລ້ວ ໃຫ້ມີການຈະເລີນເຕີບໂຕ ແລະ ກວດກາຄືນ ບັນດາຕົ້ນໄມ້ທີ່ຕາຍ ແລະເສຍຫາຍ ເພື່ອຈັດຕັ້ງການປູກທົດແທນຄືນ, ພ້ອມທັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ນັບທັງພາກລັດ, ພາກທຸລະກິດ-ເອກະຊົນ, ລວມທັງປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ໂອກາດແຂວງຫລວງພະບາງ ຈັດຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ເພື່ອເຮັດໃຫ້ອັດຕາສ່ວນການປົກຫຸ້ມຂອງປ່າໄມ້ ບັນລຸຕາມແຜນການທີ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນວາງອອກ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ
KPL

ຂ່າວອື່ນໆ

ads
ads

Top