ຫົວພັນ ເປີດວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ປະຈໍາປີ 2026

21/05/2026 12:40
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ໃນວັນທີ 18 ພຶດສະພາ 2026 ທີ່ສວນແກ້ວຫລັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ໃນວັນທີ 18 ພຶດສະພາ 2026 ທີ່ສວນແກ້ວຫລັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ, ມີບັນດາການນຳແຂວງ, ການນຳເມືອງ, ພະແນກການ, ກົມກອງ, ອົງການຈັດຕັ້ງສາກົນ, ກຸ່ມການຜະລິດກະສິກຳ, ຫົວໜ່ວຍທຸລະກິດ, ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ຄຳແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສະຫະກຳ ແຂວງຫົວພັນ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສົ່ງເສີມການນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ, ສ້າງໂອກາດໃຫ້ກຸ່ມຜູ້ຜະລິດ ແລະ ຊຸມຊົນ ໄດ້ນໍາສະເໜີ ແລະ ຈຳໜ່າຍສິນຄ້າ, ສົ່ງເສີມການລົງທຶນ ແລະ ການຕະຫລາດສິນຄ້າເຄື່ອງປ່າຂອງດົງ ແລະ ສິນຄ້າຜະລິດຕະພັນຕ່າງໆ ທີ່ເປັນສິນຄ້າໂອດັອບ ທັງເພີ່ມໂອກາດໃນການພັດທະນາສິນຄ້າໃຫ້ມີມາດຕະຖານ ແລະ ສາມາດແຂ່ງຂັນໃນລະດັບສາກົນໄດ້ ພ້ອມທັງສົ່ງເສີມ ແລະ ອະນຸລັກປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ປ່າໄມ້ໄວ້ໃຫ້ຍືນຍົງ, ຊຶ່ງພາຍໃນງານ ປະກອບມີ 5 ກິດຈະກໍາ ເຊັ່ນ: ການຈັດສໍາມະນາ ແລະ ສົນທະນາ ກ່ຽວກັບການພັດທະນາຍົກລະດັບສິນຄ້າເຄື່ອງປ່າຂອງດົງ, ການສາທິດການແປຮູບສິນຄ້າ ແລະ ການນໍາໃຊ້ຜະລິດຕະພັນ, ການເຊື່ອມຕໍ່ການຄ້າລະຫວ່າງຜູ້ຜະລິດ ແລະ ຜູ້ຊື້, ການສະແດງສິລະປະ-ວັນນະຄະດີ ແລະ ການສ້າງຄວາມບັນເທິງ ໃນຍາມຄໍ່າຄືນ, ກິດຈະກຳສົ່ງເສີມກິລາ ເຊື່ອມໂຍງກັບການທ່ອງທ່ຽວ ແລະ ອາຫານພື້ນເມືອງ. ງານຄັ້ງນີ້ ມີຮ້ານວາງສະແດງສິນຄ້າທັງໝົດ 70 ກວ່າຮ້ານ ລວມມີທັງບ້ານເປົ້າໝາຍຂອງໂຄງການ ແລະ ກຸ່ມຜະລິດທົ່ວໄປ ທີ່ໄດ້ຕົບແຕ່ງຮ້ານ ດ້ວຍຜະລິດຕະພັນໄມ້ໄຜ່ ຊຶ່ງຈະຈັດເປັນເວລາ 5 ວັນ ຈົນຮອດວັນທີ 22 ພຶດສະພາ 2026.

ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ແຂວງຫົວພັນ ຄັ້ງທີ 1 ປະຈໍາປີ 2026 ນອກຈາກການວາງສະແດງ ແລະ ນຳສະເໜີສິນຄ້າແລ້ວ ຈຸດເດັ່ນທີ່ສຳຄັນຄືງານສຳມະນາ ແລະ ສົນທະນາ ກ່ຽວກັບການພັດທະນາ, ຍົກລະດັບສິນຄ້າເຄື່ອງປ່າຂອງດົງ ໂດຍກຳນົດມີຫລາຍຫົວຂໍ້ ເປັນຕົ້ນ ການໃຫ້ຄວາມຮູ້ກ່ຽວກັບສິນຄ້າເຄື່ອງປ່າຂອງດົງ, ການຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານໃຫ້ແກ່ຜູ້ບໍລິໂພກ ຈາກຜູ້ຊ່ຽວຊານ ທີ່ໄດ້ຊະນະເລີດຈາກການແຂ່ງຂັນນະວັດຕະກໍາຕ່ອງໂສ້ມູນຄ່າເພີ່ມ ຈາກໂຄງການໂປຣເຝີບ ເຊັ່ນ: ເຫັດກໍ່ແດງ, ການລ້ຽງເຜິ້ງໃສ່ສວນກາເຟ, ການນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຈາກບໍລິສັດຢູ່ແຂວງຫົວພັນ; ຫົວຂໍ້ເສດຖະກິດເອກະລາດເປັນເຈົ້າຕົນເອງ; ນະວັດຕະກຳປັນຍາປະດິດ (AI) ຍຸກໃໝ່ ຈາກພາກທຸລະກິດ ຜູ້ທີ່ມີປະສົບການຈາກນະຄອນຫລວງວຽງຈັນ; ນະໂຍບາຍ ແລະ ຍຸດທະຍາດການສົ່ງເສີມການສ້າງມູນຄ່າເພີ່ມ ຂອງເຄື່ອງປ່າຂອງດົງ, ການມີສ່ວນຮ່ວມຂອງສະມາຄົມໄມ້ປ່ອງ, ກຸ່ມຜະລິດ ຕໍ່ກັບນະໂຍບາຍ ແລະ ການບໍລິການ ຈາກພາກລັດ, ສະມາຄົມ ແລະ ຫົວຂໍ້ຜະລິດຕະພັນການບໍລິການຂອງທະນາຄານ ເພື່ອເຂົ້າເຖິງສິນເຊື່ອ ໃນການຂະຫຍາຍຕະຫລາດຖານລູກຄ້າ ໃຫ້ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງບໍລິການສິນເຊື່ອທະນາຄານ ຢ່າງທົ່ວເຖິງ.

ໂອກາດນີ້, ທ່ານ ພອນສຸກ ອິນທະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ຄວາມສາມາດ ໃນການກະກຽມງານສໍາຄັນນີ້ຂຶ້ນມາໄດ້ຢ່າງສົມບູນ ແລະ ງົດງາມ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ຜູ້ໃຫ້ທຶນສະໜັບສະໜູນຮ່ວມ ຈາກກະຊວງພັດທະນາເສດຖະກິດ ແລະ ການຮ່ວມມືເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ (EU) ໂດຍຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ໃນ ສປປ ລາວ (ProFEB). ພ້ອມທັງໄດ້ຍົກໃຫ້ເຫັນຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທໍາມະຊາດ ໂດຍສະເພາະ “ເຄື່ອງປ່າຂອງດົງ” ຢູ່ແຂວງຫົວພັນ ທີ່ມີຄວາມຫລາກຫລາຍ ໃນນັ້ນ, ມີບຸລິມະສິດ ເຊັ່ນ: ເຫັດ, ໃບໄຜ່ຊ້າງ, ໜໍ່ໄມ້, ໄມ້ປ່ອງ, ນ້ຳເຜິ້ງ, ຫັດຖະກຳຈັກສານ, ຢາສະໝຸນໄພ, ອາຫານພື້ນເມືອງ ແລະ ສິນຄ້າຫັດຖະກໍາຕ່າງໆ ຊຶ່ງເປັນຊັບພະຍາກອນທຳມະຊາດ ເປັນແຫລ່ງລາຍຮັບສໍາຄັນ ແລະ ເປັນຮາກຖານຊີວິດຂອງພີ່ນ້ອງປະຊາຊົນໃນແຕ່ທ້ອງຖິ່ນ ໃນແຕ່ລະບ້ານ, ແຕ່ລະເມືອງ ຂອງແຂວງຫົວພັນ ໄດ້ນໍາໃຊ້ເປັນອາຫານການກິນ, ຢ່າປິ່ນປົວພະຍາດ ແລະ ທັງຍັງເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ. ການຈັດງານໃນຄັ້ງນີ້ ມີຄວາມສໍາຄັນຫລາຍ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສິນຄ້າເຄື່ອງປ່າຂອງດົງຢ່າງກວ້າງຂວາງ ສ້າງໂອກາດການຕະຫລາດ ໃຫ້ແກ່ຜູ້ຜະລິດ ແລະ ກຸ່ມອາຊີບ ຊຸກຍູ້ການຜະລິດແບບຍືນຍົງ ທີ່ສອດຄ່ອງກັບແນວຄິດ “ຕະຫລາດສີຂຽວ ພັດທະນາເສດຖະກິດຖານຮາກ ໃຫ້ເຂັ້ມແຂງ, ຊຶ່ງການນໍາແຂວງຫົວພັນ ຍາມໃດກໍໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການບໍລິຫານຈັດການ, ອະນຸລັກຊັບພະຍາກອນປ່າໄມ້, ລະບົບນິເວດນາໆພັນ ໂດຍເຫັນວ່າ ການນໍາໃຊ້ຢ່າງບໍ່ມີແຜນ ຫລື ການເກັບຜົນຜະລິດສິນຄ້າທີ່ເກີນກຳນົດ ຈະສ້າງຜົນກະທົບທາງລົບຕໍ່ລະບົບນິເວດ ແລະ ຄວາມຍືນຍົງໃນອະນາຄົດ. ດັ່ງນັ້ນ, ແຂວງໄດ້ວາງແນວທາງຊີ້ນໍາທີ່ຊັດເຈນ ເຊັ່ນ: ການຈັດການປ່າໄມ້ແບບມີສ່ວນຮ່ວມ, ການສ້າງກົງໄກການອະນຸລັກ ແລະ ຟື້ນຟູຊັບພະຍາກອນ, ການສົ່ງເສີມການແປຮູບ ແລະ ເພີ່ມມູນຄ່າສິນຄ້າ, ການສ້າງຕະຫລາດ ແລະ ຊ່ອງທາງການຂາຍທີ່ຍືນຍົງ. ພ້ອມກັນນີ້ “ຕະຫລາດສີຂຽວ” ກໍແມ່ນທິດທາງສໍາຄັນ ທີ່ຊ່ວຍຮັກສາສິ່ງແວດລ້ອມ ຫລຸດຜ່ອນການໃຊ້ສານເຄມີ ແລະ ຊຸກຍູ້ການຜະລິດທີ່ປອດໄພ ຕໍ່ຜູ້ບໍລິໂພກ.

ທ່ານ ພອນສຸກ ອິນທະວົງ ຍັງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນແຂວງຫົວພັນໄປເລື້ອຍໆ ເພື່ອເປັນຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຍຸດທະສາດຮ່ວມກັນຢ່າງໝັ້ນຄົງ ແລະ ໃຫ້ພະແນກການທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ ຈົ່ງເກັບກຳຜົນງານ ແລະ ກິດຈະກຳຕ່າງໆ ໃນງານຄັ້ງນີ້ ເພື່ອນໍາໄປຈັດຕັ້ງປະຕິບັດ ໃນແຕ່ລະເມືອງຂອງແຂວງຫົວພັນ ໃຫ້ຖືເອົາງານນີ້ ເປັນຈຸດເລີ່ມຕົ້ນໄປສູ່ກິດຈະກຳແບບນີ້ສູ່ທ້ອງຖິ່ນ.
ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ເປັນຄັ້ງທໍາອິດຂອງແຂວງຫົວພັນ, ໂດຍເປັນການເປີດໂອກາດໃຫ້ສິນຄ້າເຄື່ອງປ່າຂອງດົງ ແລະ ສິນຄ້າໂອດັອບທີ່ເປັນທ່າແຮງຂອງແຂວງຫົວພັນ ຈະໄດ້ຮັບຮູ້ເປັນວົງກວ້າງ ແລະ ການຍອມຮັບຫລາຍຂຶ້ນ ໃນການເຊື່ອມໂຍງລະຫວ່າງ ຜູ້ຜະລິດ-ຜູ້ຄ້າ-ນັກລົງທຶນ ເພື່ອນໍາໄປສູ່ການຂະຫຍາຍຕະຫລາດໃນອະນາຄົດ ເຮັດໃຫ້ປະຊາຊົນ, ຜູ້ຜະລິດໄດ້ຮັບຄວາມຮູ້ ແລະ ໄດ້ປະສົບການໃໝ່ ໃນການພັດທະນາຜະລິດຕະພັນ ໃຫ້ມີມູນຄ່າເພີ່ມ ເພື່ອສົ່ງເສີມພາບລັກອັນດີງາມຂອງແຂວງຫົວພັນ ໃຫ້ເປັນແຫລ່ງຜະລິດເຄື່ອງປ່າຂອງດົງ ແລະ ສິນຄ້າທີ່ເປັນທ່າແຮງ ຂອງແຂວງທີ່ມີຄຸນນະພາບ ແລະ ຄວາມຍືນຍົງ.
ຂ່າວ-ພາບ: ໄອແກ້ວ
KPL

ຂ່າວອື່ນໆ

    • ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ບົດ-ສາລະຄະດີ

      ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ

      5/21/2026 12:46:53 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

    • ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ ບົດ-ສາລະຄະດີ

      ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ

      5/21/2026 12:44:54 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້

    • ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງບົດ-ສາລະຄະດີ

      ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງ

      5/21/2026 11:42:07 AM

      ຂປລ. ທ່ານ ສີວຽງເພັດ ເພັດວໍລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດເຊຍ, ຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງ ຈີນໃນໂອກາດການຢ້ຽມຢາມຈີນທາງລັດຖະກິດຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    • ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງບົດ-ສາລະຄະດີ

      ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

      5/18/2026 9:59:25 AM

      ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

ads
ads

Top