ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ

21/05/2026 12:46
ຂປລ ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ນີ້ກໍແມ່ນຫົວຂໍ້ກວມລວມ ທີ່ເປັນແນວຄິດຊີ້ນໍາຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ໄປຕາມທິດທາງ ແລະ ຈຸດໝາຍດັ່ງກ່າວ ເຊິ່ງສ່ອງແສງໃຫ້ເຫັນການຜັນຂະຫຍາຍໄລຍະທໍາອິດ ໂຄງການການເມືອງຂອງພັກ. ຄໍາຂວັນດັ່ງກ່າວ ປະກອບດ້ວຍ 4 ເນື້ອໃນຕົ້ນຕໍຄື: ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ; ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ. ແນວໃດກໍຕາມ, ມື້ນີ້ ຄໍລຳ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XII ຂອງພັກ ຂໍເຈາະຈົງແຕ່ເນື້ອໃນ “ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃຫ້ພວກເຮົາໄດ້ຮັບຮູ້ໄປພ້ອມໆກັນ.

ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເຊິ່ງແມ່ນທິດທາງ, ເສັ້ນທາງການພັດທະນາຊາດລາວຍຸກໃໝ່, ການສືບຕໍ່ສ້າງພື້ນຖານເສດຖະກິດແຫ່ງຊາດ ໃຫ້ເຂັ້ມແຂງ ໂດຍສູ້ຊົນເອົາເສດຖະກິດຂອງລາວອອກຈາກລະບົບ, ລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ (ໝາຍວ່າ: ເປັນເຈົ້າດ້ານຄວາມຮັບຮູ້ ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້; ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ນໍາໃຊ້ຊັບພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະ ຮູ້ວາງແຜນ ໃນການຂຸດຄົ້ນຊັບພະຍາກອນຂອງຊາດ ໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນ; ໄດ້ເງິນມາ ຕ້ອງຮູ້ປະຢັດ-ອົດອອມ, ຮູ້ໃຊ້ຈ່າຍຢ່າງຄຸ້ມ ຕັດສິນໃຈສູງຊອກຫາທາງອອກ ແລະ ວາງມາດຕະການອັນຈໍາເປັນ ໃນແຕ່ລະໄລຍະຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບທີ່ເກີດຂຶ້ນ, ຈຶ່ງເຮັດໃຫ້ບັນຫາຕ່າງໆ ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ.

ໃນການນໍາພາ-ຊີ້ນໍາ ພວກເຮົາໄດ້ມີຄວາມເອກະພາບສູງ ທາງດ້ານການເມືອງ-ແນວຄິດ ສົມທົບ ແໜ້ນກັບກໍາລັງແຮງສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງແຂງແຮງຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໂດຍມີການໂຄສະນາ, ປຸກລະດົມ, ຊຸກຍູ້ສົ່ງເສີມ, ຈັດຕັ້ງນໍາພາ-ບັນຊາ-ຊີ້ນໍາ ເຮັດຕົວຈິງ ເຮັດໃຫ້ມີປັດໄຈ ໜໍ່ແໜງໃໝ່ເກີດຂຶ້ນ. ຮູ້ນໍາໃຊ້ ແລະ ເສີມຂະຫຍາຍກໍາລັງແຮງ ຂອງຄວາມກ້າວໜ້າທາງດ້ານເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ກາຍເປັນປັດໄຈສໍາຄັນ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ວາງອອກ ກໍຄື ການແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ.

ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນເອງ, ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ແລະ ອະນະຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ, ຕື່ນຕົວເປັນເຈົ້າການທໍາມາຫາກິນ ເພື່ອໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ.

ຍ້ອນຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກໍຄື ທິດນໍາການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງແຂງແຮງ ຈຶ່ງສ້າງໄດ້ບັນຍາກາດການພົວພັນອັນດີ, ຍາດແຍ່ງໄດ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫລືອຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນຕ່າງໆ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ ບົດ-ສາລະຄະດີ

      ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ

      5/21/2026 12:44:54 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້

    • ຫົວພັນ ເປີດວາງສະແດງສິນຄ້າເຄື່ອງປ່າຂອງດົງ  ແລະ ຕະຫລາດສີຂຽວ ປະຈໍາປີ 2026ບົດ-ສາລະຄະດີ

      ຫົວພັນ ເປີດວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ປະຈໍາປີ 2026

      5/21/2026 12:40:09 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ໃນວັນທີ 18 ພຶດສະພາ 2026 ທີ່ສວນແກ້ວຫລັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ

    • ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງບົດ-ສາລະຄະດີ

      ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງ

      5/21/2026 11:42:07 AM

      ຂປລ. ທ່ານ ສີວຽງເພັດ ເພັດວໍລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດເຊຍ, ຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງ ຈີນໃນໂອກາດການຢ້ຽມຢາມຈີນທາງລັດຖະກິດຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    • ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງບົດ-ສາລະຄະດີ

      ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

      5/18/2026 9:59:25 AM

      ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

ads
ads

Top