ຮົງກາລີ ເລັ່ງໃຊ້ເງິນເອີໂຣ ເພື່ອຫລຸດຕົ້ນທຶນ ກູ້ຢືມ-ຊຸກຍູ້ຄວາມເຊື່ອໝັ້ນ ໃຫ້ນັກລົງທຶນ

21/05/2026 16:43
ຂປລ ທ່ານ ປີເຕີຣ ມັກຍາຣ ນາຍົກ ລັດຖະມົນຕີ ຮົງກາລີ ມີເປົ້າໝາຍ ທີ່ຈະນໍາສະກຸນເງິນ ເອີໂຣ ມາໃຊ້ ໃນອະນາຄົດ, ໂດຍ ລັດຖະບານ ຈະດຳເນີນ ມາດຕະການ ເງື່ອນໄຂຕ່າງໆ ເພື່ອຫລີກລ່ຽງ ຜົນກະທົບ ຕໍ່ເສດຖະກິດ ຂອງປະເທດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ປີເຕີຣ ມັກຍາຣ ນາຍົກ ລັດຖະມົນຕີ ຮົງກາລີ  ມີເປົ້າໝາຍ ທີ່ຈະນໍາສະກຸນເງິນ ເອີໂຣ ມາໃຊ້ ໃນອະນາຄົດ, ໂດຍ ລັດຖະບານ ຈະດຳເນີນ ມາດຕະການ ເງື່ອນໄຂຕ່າງໆ ເພື່ອຫລີກລ່ຽງ ຜົນກະທົບ ຕໍ່ເສດຖະກິດ ຂອງປະເທດ.

ການປະຕິບັດ ຕາມເກນ ໃນການ ໃຊ້ເງິນ ເອີໂຣ ຈະຊ່ວຍ ຫລຸດຜ່ອນ ພາວະ ຕົ້ນທຶນ ທາງການເງິນ ຂອງ ພາກລັດ ແລະ ເປັນປະໂຫຍດ ຕໍ່ປະຊາຊົນຮົງກາລີ ໃນວົງກວ້າງ. ຕົ້ນທຶນ ການກູ້ຢືມ ຂອງ ລັດຖະບານ ທີ່ຫລຸດລົງ ໄດ້ສະທ້ອນ ໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ຂອງ ນັກລົງທຶນ ທີ່ມີ ຕໍ່ຄວາມມຸ້ງໝັ້ນ ຂອງ ລັດຖະບານ ໃນການ ແກ້ໄຂບັນຫາ ການຂາດດຸນ ງົບປະມານ. ນອກຈາກນີ້ ທ່ານ ປີເຕີຣ ມັກຍາຣ ຍັງເນັ້ນວ່າ ລັດຖະບານ ຮົງກາລີ ຈະຫລີກລ້ຽງ ການໃຊ້ມາດຕະການ ຮັດສາຍແອວ ທາງດ້ານການເງິນ ພ້ອມທັງເບີ່ງວ່າ ຍັງມີໂອກາດ ອີກຫລາຍ ໃນການ ປັບຫລຸດລາຍຈ່າຍ ໃນພາກສ່ວນຕ່າງໆ ທີ່ ລັດຖະບານ ຊຸດກ່ອນ ໃຊ້ງົບປະມານ ຫລາຍເກີນໄປ./

KPL

ຂ່າວອື່ນໆ

ads
ads

Top