ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

10/03/2026 13:39
Email Print 9633
ຂປລ ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ



ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ ປະເມີນ ກໍານົດ 5 ໂຕຊີ້ວັດດ້ານ ການທ່ອງທ່ຽວ ຄື: ຫ້ອງນໍ້າສາທາ ລະນະສະອາດອາຊຽນ, ໂຮງແຮມ ຂຽວອາຊຽນ, ຮ້ານອາຫານ ແລະ ເຄື່ອງດື່ມ, ພະນັກງານນໍາທ່ຽວ ແລະ ບໍລິສັດທ່ອງທ່ຽວ ຫລື ເຮືອນ ພັກປະຊາຊົນອາຊຽນ, ການມີ ສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ. ສຳລັບລາງວັນການທ່ອງທ່ຽວ ແບບຍືນຍົງ ແບ່ງອອກຄື : ເຂດຕົວ ເມືອງ ແລະ ເຂດຊົນນະບົດ.



ໃນປີ 2026, ສປປ ລາວ ໄດ້ ຮັບລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ພາຍໃຕ້ຫົວຂໍ້: ສະຖານທີ່ທ່ອງທ່ຽວທີ່ເປັນມິດຕໍ່ ສິ່ງແວດລ້ອມ ຈໍານວນ 5 ລາງວັນ (ລວມທັງເຂດຕົວເມືອງ ແລະ ເຂດຊົນນະບົດ) ດັ່ງນີ້: ພິພິຕະພັນ ແຫ່ງຊາດແຂວງຫລວງພະບາງ (ເຂດຕົວເມືອງ), ນ້ຳກັດຢໍລະປາ ແຂວງອຸດົມໄຊ (ເຂດຊົນນະບົດ), ຕາດຟານ ແຂວງຈໍາປາສັກ (ເຂດ ຊົນນະບົດ), ນໍ້າປຽນຢໍລະປາ ນະ ຄອນຫລວງວຽງຈັນ (ເຂດຊົນນະ ບົດ), THE ROCK VIEW POINT ແຂວງຄໍາມ່ວນ (ເຂດ ຊົນນະບົດ). ລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ແມ່ນເລີ່ມຈັດຕັ້ງ ປະຕິບັດມາແຕ່ເດືອນມັງກອນ ປີ 2016, ຢູ່ທີ່ກອງປະຊຸມບັນດາລັດ ຖະມົນຕີທ່ອງທ່ຽວອາຊຽນ 10 ປະ ເທດ ໃນງານມະຫະກໍາການທ່ອງ ທ່ຽວອາຊຽນ ຄັ້ງທີ 35 ທີ່ນະຄອນ ຫລວງມະນິລາ, ປະເທດຟີລິບປິນ ທີ່ໄດ້ກໍານົດວິໄສທັດໃນແຜນຍຸດ ທະສາດການທ່ອງທ່ຽວອາຊຽນ ປີ 2016 - 2025 ໄວ້ວ່າ: “ພາຍໃນ ປີ 2025, ອາຊຽນຈະກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ, ໃຫ້ປະສົບການ ໃໝ່ທີ່ມີເອກະລັກ, ມີຄວາມຫລາກ ຫລາຍ ແລະ ຈະເນັ້ນໃສ່ການພັດທະ ນາການທ່ອງທ່ຽວໃນຮູບແບບມີ ຄວາມຮັບຜິດຊອບ, ມີຄວາມຍືນ ຍົງ, ມີສ່ວນຮ່ວມ ແລະ ເທົ່າທຽມ ກັນ ເພື່ອເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນອາຊຽນ” ເພື່ອບັນລຸວິໄສທັດໃນແຜນຍຸດທະ ສາດ ການທ່ອງທ່ຽວອາຊຽນປີ 2016 - 2025 ດັ່ງກ່າວ 10 ປະເທດ ອາຊຽນ

ໄດ້ເຫັນເຖິງຄວາມສໍາ ຄັນໃນການຈັດຕັ້ງປະຕິບັດ ມາດຕະ ຖານການທ່ອງທ່ຽວອາຊຽນ ເພື່ອ ຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະ ກິດ ແລະ ບັນດາຜູ້ມີສ່ວນກ່ຽວ ຂ້ອງກັບການທ່ອງທ່ຽວ ສາມາດ ຍົກລະດັບຄຸນນະພາບຜະລິດຕະພັນ ແລະ ການບໍລິການການທ່ອງທ່ຽວ ແລະ ສົ່ງເສີມການບໍລິຫານການ ທ່ອງທ່ຽວໃນຮູບແບບທີ່ມີຄວາມ ຮັບຜິດຊອບ ເຮັດໃຫ້ອາຊຽນກາຍ ເປັນຈຸດໝາຍປາຍທາງການທ່ອງ ທ່ຽວຮ່ວມກັນ ທີ່ມີຄວາມສາມາດ ໃນການແຂ່ງຂັນຢ່າງຍືນຍົງ. ແນວໃດກໍດີ, ລາງວັນການທ່ອງ ທ່ຽວແບບຍືນຍົງອາຊຽນ ເປັນ ການຊຸກຍູ້ການຈັດຕັ້ງປະຕິບັດບັນ ດາມາດຕະຖານການທ່ອງທ່ຽວອາ ຊຽນ, ສົ່ງເສີມການຮ່ວມມືລະ ຫວ່າງພາກລັດ, ພາກທຸລະກິດ ແລະ ຊຸມຊົນທ້ອງຖິ່ນ ເພື່ອພັດທະນາ ຜະລິດຕະພັນການທ່ອງທ່ຽວຂອງ ບັນດາປະເທດສະມາຊິກອາຊຽນ ໂດຍແນໃສ່ຫລຸດຜ່ອນບັນຫາທາງ ດ້ານສິ່ງແວດລ້ອມ, ຊຸກຍູ້ສົ່ງເສີມ ວຽກງານວັດທະນະທໍາ-ສັງຄົມ ແລະ ຄວາມຍືນຍົງທາງດ້ານເສດ ຖະກິດ ຊຶ່ງລາງວັນດັ່ງກ່າວແມ່ນ ຈະໄດ້ມີການແຂ່ງຂັນໂດຍອີງຕາມ ຫົວຂໍ້ທີ່ແຕກຕ່າງກັນໃນແຕ່ລະປີ ບົນພື້ນຖານການຕົກລົງເຫັນດີເປັນ ເອກະພາບຂອງບັນດາປະເທດສະ ມາຊິກອາຊຽນ

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

ads
ads

Top