ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງ

21/05/2026 11:42
ຂປລ ຂປລ. ທ່ານ ສີວຽງເພັດ ເພັດວໍລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດເຊຍ, ຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງ ຈີນໃນໂອກາດການຢ້ຽມຢາມຈີນທາງລັດຖະກິດຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ

ຂປລ. ທ່ານ ສີວຽງເພັດ ເພັດວໍລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດເຊຍ,  ຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງ ຈີນໃນໂອກາດການຢ້ຽມຢາມຈີນທາງລັດຖະກິດຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ, ພໍດີເປັນປີສ້າງສາຍພົວພັນຄູ່ຮ່ວມປະ​ສານ​ງານຍຸດທະສາດຄົບຮອບ 30 ປີ ແລະ ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ຈີນ-ຣັດ​ເຊຍ​ ຄົບ​ຮອບ 25 ປີ ເຊິ່ງ ທ່ານໃຫ້ຄໍາເຫັນວ່າ: ການເດີນທາງມາຢ້ຽມຢາມ ສປ ຈີນ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ຄັ້ງນີ້ ຖືເປັນເຫດການສໍາຄັນທາງປະຫວັດສາດ. ສະນັ້ນ, ຕາມຂໍ້ສັງເກດຂອງຂ້າພະເຈົ້າເຫັນວ່າທາດແທ້ຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຣັດເຊຍ-ຈີນ ໃນຍຸກໃໝ່ແມ່ນຕ່າງກັນກັບຮູບການ. ການພົວພັນຮ່ວມມືລະຫວ່າງສອງຝ່າຍ ແລະ ຜູ້ນໍາສູງສຸດສອງປະເທດໝາຍຄວາມວ່າແຕກຕ່າງກັນຢ່າງຂາດຂັ້ນ ເພາະວ່າໃນສະໄໝກ່ອນ ການຮ່ວມມືລະຫວ່າງປະເທດທີ່ພັດທະນາແລ້ວ, ພວມພັດທະນາ ແລະ ດ້ອຍພັດທະນາ ສ່ວນຫລາຍແມ່ນຈະພົວ ພັນແບບກຸ່ມກ້ອນ ຈະບໍ່ຄືກັບການພົວພັນໃນສະໄໝປັດຈຸບັນນີ້ເປັນການພົວພັນທີ່ເຕັມດ້ວຍຄວາມເຂົ້າອົກເຂົ້າໃຈລະຫວ່າງຜູ້ນໍາສູງສຸດຂອງ ຣັດເຊຍ ແລະ ຜູ້ນໍາສູງສຸດຂອງ ສປ ຈີນ ຫວັງຢາກຮ່ວມມືກັນຢ່າງໃກ້ຊິດໃນທຸກຂົງເຂດບໍ່ວ່າດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ດ້ານອື່ນໆ.  ຂ້າພະເຈົ້າຂໍຕີລາຄາວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານ ວາລາດີເມຍ ປູຕິນ ນອກຈາກຈະເປັນການຢ້ຽມຢາມທີ່ເປັນຂີດໝາຍສໍາຄັນອັນເປັນມູນເຊື້ອລະຫວ່າງສອງປະເທດມະຫາອໍານາດ ທີ່ເປັນກໍາແພງເພັດ ເພື່ອຄໍ້າສັນຕິພາບຂອງໂລກ ແລະ ຍັງຈະໄຂໜ້າປະຫວັດສາດໃໝ່ອີກ ໃນສະພາບການຂອງໂລກທີ່ມີການພົວພັນກັນ ແລະ  ຫຍຸ້ງຍາກສັບສົນທີ່ສຸດໃນຍຸກປັດຈຸບັນ ເຖິງວ່າເຮົາຈະມີອົງການສະຫະປະຊາຊາດ(ສປຊ) ແຕ່ເຮົາມາເບິ່ງບົດບາດຂອງ (ສປຊ) ໃນປັດຈຸບັນຈະຕ້ອງໄດ້ເວົ້າກັນຄືນໃໝ່ ໂດຍສະເພາະການເຮັດໜ້າທີ່ໄດ້ດີແລ້ວບໍ່? ສາມາດປົກປັກຮັກສາສິດອັນຊອບທໍາຂອງມວນນະນຸດ, ປະເທດທີ່ດ້ອຍພັດທະນາ, ປະເທດທີ່ກໍາລັງພັດທະນາ ແລະ ປະເທດພັດທະນາແລ້ວໄດ້ດີແລ້ວບໍ່?  ອັນນີ້ເຫັນວ່າ, ຖ້າປັດສະຈາກຜູ້ນໍາຂອງສອງປະເທດນີ້ເຫັນວ່າຝ່າຍປໍລະປັກກໍຈະສືບຕໍ່ດຶງເອົາບັນດາປະເທດນ້ອຍໆທີ່ກໍາລັງສ້າງສາພັດທະນາຢູ່ໃນຂອບເຂດພາກພື້ນ ກໍຄື ໃນໂລກ ໄປຕາມນະໂຍບາຍຂອງຝ່າຍທີ່ເບິ່ງບັນຫາກົງກັນຂ້າມກັບສອງປະເທດມະຫາອໍານາດ ກໍຄື ສະຫະພັນຣັດເຊຍ ແລະ ສປ ຈີນ.

          ຂ້າພະເຈົ້າດີໃຈທີ່ສຸດເຫັນວ່າ, ປະທານາທິບໍດີຣັດເຊຍ ເດີນທາງໄປຢ້ຽມຢາມ ສປ ຈີນໃນຄັ້ງນີ້ ເພາະວ່າຈະເປັນການສືບຕໍ່ປູເສັ້ນທາງທີ່ສອງປະເທດ ຣັດເຊຍ-ຈີນ ໄດ້ເພີ່ມພູນຄູນສ້າງເຮັດໃຫ້ສະຖຽນລະພາບຂອງໂລກມີຄວາມໝັ້ນຄົງຕະຫລອດໄປ, ພ້ອມກັນນີ້ສອງປະເທດຈະເປັນສິ່ງທີ່ຄໍ້າປະກັນເຮັດໃຫ້ໂລກມີຫລາຍຂົ້ວ. ການທີ່ໂລກມີຫລາຍຂົ້ວຈະເຮັດໃຫ້ປະເທດທີ່ດ້ອຍພັດທະນາ ແລະ ປະເທດທີ່ກໍາລັງພັດທະນາ ຈະສາມາດກໍານົດເສັ້ນທາງເດີນຂອງຕົນໄດ້ຢ່າງຈະແຈ້ງ ແລະ ຍັງເປັນການສ້າງເງື່ອນໄຂໃຫ້ປະເທດດ້ອຍພັດທະນາ ແລະ ກໍາລັງພັດທະນາ ລວມທັງ ສປປ ລາວ ທີ່ກໍາລັງເອົາໃຈໃສ່ພົວພັນຮ່ວມມືກັບ ສປ ຈີນ, ສະຫະພັນ ຣັດເຊຍ.

ທ່ານ ສີວຽງເພັດ ເພັດວໍລະສັກ ຍັງໄດ້ຍົກໃຫ້ເຫັນບາງເນື້ອໃນຈິດໃຈສໍາຄັນວ່າ: (1).ການພົວພັນ ຈີນ-ຣັດເຊຍ ເປັນຕົວແບບໃນການຮ່ວມມືກໍວ່າໄດ້, ເຮົາຕ້ອງເຂົ້າໃຈໂດຍຜ່ານການປ່ຽນແປງຕ່າງໆ ໂດຍຜູ້ນໍາຂອງສອງປະເທດໄດ້ຮ່ວມມືກັນຢ່າງຊະນິດແໜ້ນໃນເວທີພາກພື້ນ-ສາກົນ, ດ້ານການເມືອງ, ເສດຖະກິດ ແລະ ດ້ານອື່ນໆ. ຜູ້ນໍາສອງປະເທດນີ້ ແມ່ນຍຶດໝັ້ນຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ ຊຶ່ງຫລັກການນີ້ກໍແມ່ນຫລັກການລວມທີ່ທຸກປະເທດທີ່ເປັນສະມາຊິກຂອງອົງການ (ສປຊ) ແມ່ນປະຕິບັດບໍ່ເລືອກ, ບໍ່ຈໍາແນກວ່າປະເທດນ້ອຍ, ປະເທດໃຫຍ່, ປະເທດທຸກຍາກຮັ່ງມີ ເພາະວ່າກົດບັດຂອງສະຫະປະຊາຊາດ ກໍໄດ້ກໍານົດແນວນັ້ນ, ການພົບປະລະຫວ່າງຜູ້ນໍາສອງປະເທດນີ້ ຈະເປັນຕົວແບບອັນດີເພື່ອສັ່ງຊາ ແລະ ຍູ້ໜູນໃຫ້ເກີດຄວາມເປັນມິດເພີ່ມຂຶ້ນຢ່າງໜັກແໜ້ນໃນວົງຄະນາຍາດສາກົນ, ຈະເປັນຕົວແບບອັນດີໃຫ້ປະເທດອື່ນຕ້ອງໄດ້ເອົາບົດຮຽນ ແລະ ມູນເຊື້ອອັນດີເລີດໄປປັບປຸງສ້າງສາພັດທະນາປະເທດຕົນໃຫ້ມີຄວາມສີວິໄລ, ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ຂົງເຂດອື່ນໆ.  ແນ່ນອນສອງປະເທດນີ້ ກໍຈະໃຫ້ການຮ່ວມມືຕໍ່ປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາຢ່າງຈິງໃຈ ໂດຍສະເພາະ ສປປ ລາວ ກໍມີການຮ່ວມມືກັບສອງປະເທດ ຣັດເຊຍ ແລະ ສປ ຈີນ ຢ່າງແໜ້ນແຟ້ນທີ່ກວມເອົາຫລາຍຂົງເຂດວຽກງານ ແລະ ຫລາຍຂະແໜງການ; (2). ຈຸດໜຶ່ງທີ່ສໍາຄັນສໍາລັບການຢ້ຽມຢາມລະຫວ່າງຜູ້ນໍາສູງສຸດຂອງສອງປະເທດ ຣັດເຊຍ-ຈີນ, ເຮົາຕ້ອງເຂົ້າໃຈວ່າໂລກປັດຈຸບັນແມ່ນເຕັມໄປດ້ວຍຄວາມສັບສົນວຸ່ນວາຍ, ເຮົາຕ້ອງມີລະບຽບໂລກ ເພາະວ່າແນວຄວາມຄິດຂອງບາງປະເທດທີ່ຫວັງຢາກເປັນສາລະວັດ ຫລື ຕໍາຫລວດໂລກ ກໍຍັງບໍ່ລົດລະ ຫວັງຢາກຫັນປ່ຽນລະບຽບໂລກໄປຕາມຈິດໃຈຂອງຕົນເອງ ໂດຍບໍ່ສົນລະບຽບໂລກທີ່ອົງການສະຫະປະຊາຊາດໄດ້ວາງອອກ, ຕໍ່ບັນຫາດັ່ງກ່າວ ຂ້າພະເຈົ້າຄິດວ່າການພົບປະລະຫວ່າງຜູ້ນໍາຂັ້ນສູງຂອງ ຈີນ-ຣັດເຊຍ ຈະເປັນບາດກ້າວເຮັດໃຫ້ລະບຽບສາກົນທີ່ມີຢູ່ປັດຈຸບັນ ສາມາດດັດປັບໃຫ້ຖືກກັບເປົ້າໝາຍຂອງມວນມະນຸດກໍຄື ບັນດາສະຫະປະຊາຊາດທີ່ຕ້ອງການ ຄື: ສັນຕິພາບ-ມິດຕະພາບ ແລະ ການຮ່ວມມືກັບທຸກປະເທດໃນໂລກ ອັນນີ້ຂ້າພະເຈົ້າຂໍອະທິບາຍວ່າຕໍ່ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ກໍໄດ້ສືບຕໍ່ປະຕິບັດຢ່າງບໍ່ປ່ຽນແປງໂດຍສະເພາະນະໂຍບາຍການຕ່າງປະເທດທີ່ຕິດພັນກັບສັນຕິພາບ ເອກະລາດ ແລະ ການຮ່ວມມື. ນະໂຍບາຍນີ້ ລັດຖະບານລາວ ກໍໄດ້ຮັບການຈັດຕັ້ງປະຕິບັດມາ, ໄດ້ຮັບຜົນສໍາເລັດເປັນກ້າວໆ. ເມື່ອບໍ່ດົນມານີ້ ຫວ່າງວັນທີ 2 ທັນວາ 2025 ປວງຊົນລາວທັງຊາດກໍໄດ້ຮ່ວມກັນສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ສະນັ້ນ, ຂໍ້ສະເໜີດັ່ງກ່າວຕິດພັນລະຫວ່າງສອງປະເທດ, ລະຫວ່າງຜູ້ນໍາຂອງ ຣັດເຊຍ ແລະ ຜູ້ນໍາຂອງ ສປ ຈີນ ແມ່ນມີຄວາມໝາຍທີ່ສຸດໂດຍເຮົາມາສັງເກດວ່າປະທານປະເທດຈີນ ກໍໄດ້ສະເໜີຂໍ້ລິເລີ່ມການບໍລິຫານທົ່ວໂລກ ຢູ່ໃນກອງປະຊຸມຂອງອົງການຮ່ວມມືຊ່ຽງໄຮ, ກອງປະຊຸມທີ່ຕິດພັນກັບຄວາມໝັ້ນຄົງທີ່ຈັດຂຶ້ນຢູ່ ທຽນສິນ ແລະ  ໃນໂອກາດນີ້ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ກໍໄດ້ສະໜັບສະໜູນແນວຄວາມຄິດລິເລີ່ມນີ້ ທີ່ນໍາສະເໜີໂດຍ ສປ ຈີນ ແລະ ໄດ້ປຶກສາຫາລືຍິນດີທີ່ຈະຮ່ວມມືກັນ, ສ່ວນຜູ້ນໍາຂອງ ສປ ຈີນ ເຫັນວ່າທັດສະນະຄ້າຍຄືກັນທີ່ໄດ້ສະແດງອອກໃນກອງປະຊຸມຄັ້ງນີ້ກໍແມ່ນຄໍາເຫັນເອກະພາບຂອງຜູ້ນໍາສູງສຸດຂອງ ສປ ຈີນ ແລະ ສະຫະພັນຣັດເຊຍ. ຂໍ້ລິເລີ່ມດັ່ງກ່າວຈະເຮັດໃຫ້ລະບຽບການຂອງໂລກ ໂດຍມີບາງປະເທດທີ່ຖືວ່າຕົນເອງບໍ່ປະຕິບັດຕາມລະບຽບຂອງອົງການສະຫະປະຊາຊາດ ຫວັງຢາກເອົາລະບຽບຂອງຕົນເອງ ເພື່ອໄປລົບລ້າງລະບຽບການພາຍໃນຂອງອົງການສະຫະປະຊາຊາດ ຖືວ່າເປັນສິ່ງໜຶ່ງທີ່ບັນດາປະເທດໃນທົ່ວໂລກຮັບບໍ່ໄດ້.

          ຂ້າພະເຈົ້າເຫັນວ່າ, ຂໍ້ລິເລີ່ມນີ້ເປັນຂໍ້ລິເລີ່ມທີ່ສ້າງສັນ ທີ່ຈະນໍາຜົນປະໂຫຍດທີ່ຍາວນານມາສູ່ບັນດາປະເທດຕ່າງໆ ແລະ ມາສູ່ສະຫະປະຊາຊາດໃນຂອບເຂດທົ່ວໂລກ ແລະ  ຍັງເປັນອົງປະກອບຂອງຂໍ້ລິເລີ່ມໜຶ່ງ ທີ່ເຮັດໃຫ້ໂລກເຮົາສືບຕໍ່ເປັນໂລກທີ່ມີຫລາຍຂົ້ວ. ຍ້ອນແນວນີ້, ຂ້າພະເຈົ້າຄິດວ່າທ່ານ ປູຕິນ ກໍເຄີຍກ່າວເລື້ອຍໆໃນໂອກາດທີ່ປະທານປະເທດຂອງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ສະຫະພັນຣັດເຊຍ ເພື່ອເຂົ້າຮ່ວມພິທີສະ ເຫລີມສະຫລອງວັນມະຫາໄຊຊະນະເພື່ອປົກປ້ອງປິຕຸພູມຂອງສະຫະພັນຣັດເຊຍ ໃນວັນທີ 9 ພຶດສະພາ 2026 ແລະ ໃນໂອກາດດັ່ງກ່າວນີ້ ທ່ານ ປູຕິນ ກໍຍັງໄດ້ກ່າວວ່າ: ການປະສານງານຍຸດທະສາດ ຣັດເຊຍ-ຈີນ ໄດ້ກາຍເປັນເສົາຄໍ້າທີ່ສະກັດກັ້ນການປົກປ້ອງທາງດ້ານຍຸດທະສາດຂອງໂລກ ແລະ ທັງສອງຝ່າຍຍັງໄດ້ຮັບການແລກປ່ຽນ ແລະ ປະສານງານຢ່າງ
ແໜ້ນແຟ້ນຈົນເຮັດໃຫ້ເກີດຜົນປະໂຫຍດ
, ແຕກດອກອອກຜົນຕໍ່ຫລາຍຝ່າຍ ເປັນຕົ້ນ ອົງການສະຫະປະຊາຊາດ, ອົງການຮ່ວມມືຊຽງໄຮ, ບັນດາສະມາຊິກບຣິກສ ທີ່ຫາກໍ່ເກີດໃໝ່, ກຸ່ມ G 20  ແລະ ອື່ນໆ, ທັງໝົດນີ້ ຂ້າພະເຈົ້າຄິດວ່າ ຈີນ-ຣັດເຊຍ ກໍຈະຈັດຕັ້ງຂໍ້ລິເລີ່ມການຮ່ວມມືພັດທະນາໃນທົ່ວໂລກ. ຂໍ້ລິເລີ່ມດັ່ງກ່າວນີ້ຈະສ້າງບັນຖັດຖານເພື່ອສ້າງສະຖຽນລະພາບໃຫ້ກັບທົ່ວໂລກ; (3).ປັດຈຸບັນ ໃນຖານະ ສປປ ລາວ ກໍເປັນສະມາຊິກຂອງອາຊຽນ ກໍຖືວ່າລາວ ຂອງພວກເຮົາມີບົດບາດສໍາຄັນທີ່ສຸດ ໃນການຮ່ວມມືກັບບັນດາປະເທດສະມາຊິກໃນອາຊຽນ,ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນ ທັງໝົດນີ້ກໍໄດ້ຖອດຖອນບົດຮຽນຢູ່ໃນກອງປະຊຸມອາຊຽນໃນແຕ່ລະຄັ້ງ ແລະ ອາຊຽນ ກໍໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ສປປ ລາວ ໃນການເຮັດບົດບາດໃນພາກພື້ນທີ່ຕິດພັນກັບຄວາມໝັ້ນຄົງໃນອາຊີ ເຊິ່ງເອີ້ນວ່າເປັນບັນຫາໜຶ່ງທີ່ມີຄວາມໝາຍສໍາຄັນ ເພື່ອມືຮັບກັບສິ່ງທ້າທາຍ ແລະ ທຸກສະພາບທີ່ຈະເກີດຂຶ້ນ. ສປປ ລາວ ຍາມໃດກໍປະຕິບັດພັນທະສະເໝີຕົ້ນສະເໝີປາຍທີ່ຕິດພັນກັບແນວທາງການຕ່າງປະເທດ ທີ່ຂ້າພະເຈົ້າໄດ້ເວົ້າຜ່ານມາ ແມ່ນຕັດແຍກອອກບໍ່ໄດ້ ກໍຄື ສັນຕິພາບ ເອກະລາດ ເອກະພາບ ການຮ່ວມມື ນະໂຍບາຍດັ່ງກ່າວແມ່ນມາຮອດປັດຈຸບັນ ພັກ ແລະ ລັດຖະບານລາວ ສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກທີ່ເປັນຄູ່ເຈລະຈາກັບອາຊຽນ ແລະ ເປັນສິ່ງໜຶ່ງທີ່ສ້າງພື້ນຖານອັນແໜ້ນແກ່ນ, ເປັນສິ່ງຄໍ້າປະກັນໃຫ້ຄວາມໝັ້ນຄົງໃນການພັດທະນາໃຫ້ມີຄວາມຍືນຍົງ ບໍ່ວ່າຈະຢູ່ພາຍພາກພື້ນ ແລະ ຢູ່ນອກພາກພື້ນກໍດີ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າກອງປະຊຸມສຸດຍອດຄັ້ງທໍາອິດທີ່ຕິດພັນກັບບັນດາປະເທດສະມາຊິກໃໝ່ຂອງບຣິກສ ພາຍຫລັງໄດ້ຮັບສະມາຊິກໃໝ່ຢູ່ກອງປະຊຸມດັ່ງກ່າວຢູ່ກາຊານຂອງຣັດເຊຍ, ໃນນັ້ນ ການນໍາສູງສຸດຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມ ເຊິ່ງທ່ານ ສີຈິ້ນຜິງ ກໍໄດ້ຍົກຈຸດຢືນຂອງຈີນ ໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຈີນ ແລະ ຣັດເຊຍ ກໍໄດ້ເວົ້າວ່າ ຍິນດີຮ່ວມມືກັບບັນດາປະເທດສະມາຊິກ ບຣິກສ ອື່ນໆ, ຍິນດີໃຫ້ການຮ່ວມມືສະໜັບສະໜູນຊຸກຍູ້ການຮ່ວມມືໃນຂົງເຂດສໍາຄັນ ຄື: ຂົງເຂດຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ການເງິນ, ການທະນາຄານ ແລະ ຂົງເຂດການແລກປ່ຽນວັດທະນະທໍາອື່ນໆ. ແນ່ນອນ 3 ເສົາຄໍ້ານີ້ທີ່ຜູ້ນໍາສູງສຸດຂອງສະຫະພັນຣັດເຊຍ ໃນຖານະເປັນປະທານຈັດກອງປະຊຸມສຸດຍອດ ບຣິກສ ຢູ່ເມືອງກາຊານ ຂອງຣັດເຊຍ ໂດຍໃຫ້ກຽດເຂົ້າຮ່ວມຂອງຜູ້ນໍາ ສປ ຈີນ, ມີຜູ້ນໍາ ສປປ ລາວ ແລະ ບັນດາປະເທດສັງເກດການອື່ນໆ ກໍເຫັນວ່າ, ສິ່ງທີ່ວ່າຜູ້ນໍາສູງສຸດຂອງສອງປະເທດໄດ້ກ່າວແມ່ນມີຄວາມໝາຍສໍາຄັນທີ່ສຸດບໍ່ວ່າຈະໄລຍະສັ້ນ ຫລື ໄລຍະຍາວ ເພື່ອຊຸກຍູ້ຊ່ວຍເຫລືອປະເທດສະມາຊິກໃໝ່ ແລະ ສົ່ງເສີມກົນໄກການເຊື່ອມໂຍງໃນຂົງເຂດນີ້ ເຮັດໃຫ້ວຽກງານຂອງບັນດາປະເທດສະມາຊິກ ບຣິກສ ເດີນໄປຂ້າງໜ້າດ້ວຍບາດກ້າວທີ່ມີຜົນສໍາເລັດໃຫຍ່ກວ່າເກົ່າ.

ທ້າຍສຸດນີ້ຂ້າພະເຈົ້າເຫັນວ່າ, ສາຍພົວພັນການຮ່ວມມືລະຫວ່າງ ຣັດເຊຍ ແລະ ສປ ຈີນ ຈະເປັນຕົວແບບອັນດີໃຫ້ກັບປະຊາຊາດໃນທົ່ວໂລກຮຽນເອົາເປັນຕົວແບບ ຈະເຮັດໃຫ້ຄວາມໝັ້ນຄົງບໍ່ວ່າປະເທດໃດປະເທດໜຶ່ງ, ປະເທດນ້ອຍ, ປະເທດໃຫຍ່ ຈະເປັນຄວາມໝັ້ນຄົງໃນທົ່ວໂລກ ຍ້ອນວ່າສອງປະເທດນີ້ ຈະເປັນເສົາຄໍ້າອັນແໜ້ນແກ່ນ, ເປັນເສົາຄໍ້າທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສູງ ແລະ ເປັນເສົາຄໍ້າທີ່ຮັບເອົາຄວາມຮັບຜິດຊອບສູງສຸດຕໍ່ຊາຕາກໍາຂອງປະຊາຊາດໃນທົ່ວໂລກ.

KPL

ຂ່າວອື່ນໆ

ads
ads

Top