ຂປລ
ກອງປະຊຸມ ລັດຖະມົນຕີ ການຄ້າອົງການຮ່ວມມືເສດຖະກິດການຄ້າ ອາຊີ-ປາຊີຟິກ ຫລື APEC ປີ 2026 ໄດ້ສຳເລັດລົງ ຢູ່ນະຄອນຊູ່ໂຈ່ວ ແຂວງຈ່ຽງຊູ່ຂອງ ສປ ຈີນ ໂດຍໄດ້ອອກຖະແຫລງການຮ່ວມ ທີ່ຊູ່ໂຈ່ວ ຂອງກອງປະຊຸມລັດຖະມົນຕີ ການຄ້າ APEC ປີ 2026 ຫລື ຖະແຫລງການຊູ່ໂຈ່ວ ແລະ ອະນຸມັດແຜນການຂະແໜງການ ບໍລິການຊຸດໃໝ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 23 ພຶດສະພານີ້, ກອງປະຊຸມ ລັດຖະມົນຕີ ການຄ້າອົງການຮ່ວມມືເສດຖະກິດການຄ້າ ອາຊີ-ປາຊີຟິກ ຫລື APEC ປີ 2026 ໄດ້ສຳເລັດລົງ ຢູ່ນະຄອນຊູ່ໂຈ່ວ ແຂວງຈ່ຽງຊູ່ຂອງ ສປ ຈີນ ໂດຍໄດ້ອອກຖະແຫລງການຮ່ວມ ທີ່ຊູ່ໂຈ່ວ ຂອງກອງປະຊຸມລັດຖະມົນຕີ ການຄ້າ APEC ປີ 2026 ຫລື ຖະແຫລງການຊູ່ໂຈ່ວ ແລະ ອະນຸມັດແຜນການຂະແໜງການ ບໍລິການຊຸດໃໝ່. ກອງປະຊຸມຄັ້ງນີ້ ໄດ້ບັນລຸໝາກຜົນລະອຽດ “1+1” ເຊິ່ງເປັນການປະກອບສ່ວນ ອັນສຳຄັນ ດ້ານເສດຖະກິດ ການຄ້າເຂົ້າໃນກອງປະຊຸມ ບໍ່ເປັນທາງການຂອງຜູ້ນຳ APEC ທີ່ຈະຈັດຂຶ້ນໃນທ້າຍປີ 2026 ນີ້. ປີນີ້ແມ່ນປີຄົບຮອບ 35 ປີທີ່ ສປ ຈີນ ເຂົ້າຮ່ວມເປັນສະມາຊິກອົງການ APEC ແລະ ເປັນຄັ້ງທີ 3 ທີ່ ສປ ຈີນ ເປັນເຈົ້າພາບຂອງ APEC. ເມື່ອສັງເກດ ຈາກສະຖານະການທົ່ວໂລກແລ້ວ ພວກເຮົາສາມາດເຂົ້າໃຈ ຍ້ອນຫຍັງ ບັນດາຝ່າຍ ຈຶ່ງຝາກຄວາມຫວັງ ຢ່າງເລິກເຊິ່ງຕໍ່ “ປີທີ່ ສປ ຈີນ ເປັນເຈົ້າພາບຂອງ APEC” ຫລື ເອີ້ນວ່າ “ປີຈີນຂອງ APEC”. ໃນຖານະເປັນພາກພື້ນ ທີ່ມີພະລັງຊີວິດ ດ້ານເສດຖະກິດ ຫລາຍກວ່າໝູ່ໃນໂລກ, 21 ກຸ່ມເສດຖະກິດຂອງ ອາຊີ-ປາຊີຟິກ ໄດ້ເຕົ້າໂຮມກັນ ແລະ ປຶກສາຫາລືກັນ ຢ່າງເລິກເຊິ່ງ ກ່ຽວກັບ ການຮ່ວມມື ທາງເສດຖະກິດການຄ້າ ຫລາຍຝ່າຍ ແລະ ຂອງພາກພື້ນ “ຈະພັດທະນາ ໄປຕາມທິດທາງໃດ” ພ້ອມທັງ ບັນລຸໝາກຜົນລະອຽດ “1+1” ທີ່ລວມເຖິງຖະແຫລງການຮ່ວມ ສະບັບໜຶ່ງ ແລະ ແຜນພັດທະນາ ຂະແໜງ ການບໍລິການສະບັບໃໝ່ ເຊິ່ງມີຄວາມໝາຍສຳຄັນເປັນຢ່າງຍິ່ງ. ນັກວິເຄາະຊີ້ອອກວ່າ: ການໄດ້ຮັບໝາກຜົນທີ່ຕິດແທດຕົວຈິງ ເຫລົ່ານີ້ ບໍ່ແມ່ນເລື່ອງງ່າຍກ່ອນຈະໄດ້ມາ ເຊິ່ງບໍ່ພຽງແຕ່ຈະສາມາດແກ້ໄຂຈຸດຫຍຸ້ງຍາກ ຂອງການພັດທະນາ ໃນພາກພື້ນຢ່າງແມ່ນຢຳ ແລະ ສ້າງພະລັງຂັບເຄື່ອນ ທີ່ແຂງແຮງໃຫ້ແກ່ ການພັດທະນາ ເສດຖະກິດໃນອາຊີ-ປາຊີຟິກ ເທົ່ານັ້ນ, ຍິ່ງໄດ້ສົ່ງສັນຍານອັນຊັດເຈນ ໄປຍັງທົ່ວໂລກວ່າ ພາກພື້ນອາຊີ-ປາຊີຟິກ ຍຶດໝັ້ນໃນທິຫລາຍຝ່າຍ ແລະ ຍຶດໝັ້ນການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງເປັນການຢືນຢັນ ຢ່າງເຕັມທີ່ວ່າ: ພາກພື້ນທີ່ເປີດກວ້າງ ແລະ ລັດທິຫລາຍຝ່າຍທີ່ແທ້ຈິງ ຈຶ່ງແມ່ນສິ່ງທີ່ສາມາດຕອບສະໜອງ ກັບຄວາມປາຖະໜາ ຂອງປະຊາຊົນ.ໃນ “ປີຈີນຂອງ APEC”,ສປ ຈີນ ຈະແບ່ງປັນໂອກາດ ແລະ ບັນລຸຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດກັບ ກຸ່ມເສດຖະກິດຕ່າງໆ ໃນອາຊີ-ປາຊີຟິກ ທ່າມກາງການເປີດກວ້າງ ແລະ ການພັດທະນາ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ກອງປະຊຸມ ບໍ່ເປັນທາງການຂອງຜູ້ນຳ APEC ທີ່ຈະຈັດຂຶ້ນຢູ່ນະຄອນເສີ່ນເຈີ້ນຂອງ ສປ ຈີນ ໃນທ້າຍປີນີ້ ແລະ ສ້າງພະລັງຂັບເຄື່ອນ ທີ່ຍືນຍົງໃຫ້ແກ່ປະຊາຄົມ ອາຊີ-ປາຊີຟິກ. ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ສປ ຈີນ ເປັນ “ເສົາຫລັກແຫ່ງຄວາມແນ່ນອນ” ແລະ “ອ່າວແຫ່ງຄວາມໝັ້ນທ່ຽງ” ຂອງພາກພື້ນອາຊີ-ປາຊີຟິກຢ່າງສະເໝີຕົ້ນສະເໝີປາຍ.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL