ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

21/04/2026 11:38
Email Print 5111
ຂປລ ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ ຊຶ່ງ ຜູ້ປະກອບການ ກໍຄືພາກສ່ວນຮັບຜິດ ຊອບ ໄດ້ເອົາໃຈໃສ່ຈັດສັນໃຫ້ເປັນ ລະບຽບຈົບງາມ ເປັນຕົ້ນ ຮ້ານຂາຍ ເຄື່ອງປະເພດຕ່າງໆ, ການບໍລິການ ອາຫານ-ເຄື່ອງດື່ມ ໄດ້ເນັ້ນໃສ່ການ ຮັກສາຄວາມສະອາດ, ຄວາມປອດໄພ ຂອງນັກທ່ອງທ່ຽວ ແລະ ເປັນມິດຕໍ່ ສິ່ງແວດລ້ອມ ກໍຄື ຄວາມສວຍງາມ ຂອງແຫລ່ງທ່ອງທ່ຽວດັ່ງກ່າວ. ທ່ານ ພອນສະຫວັນ ແບ່ງມະນີ ນາຍບ້ານໆແບ່ງເຊເສັດ, ເມືອງສາ ລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ບັນຍາກາດບຸນປີໃໝ່ລາວ ປີນີ້ ມີ ຄວາມຄຶກຄື້ນດີ ໂດຍສະເພາະໃນເຂດ ສະຖານທີ່ທ່ອງທ່ຽວຕາດເລາະ ແລະ ບ້ານກໍໄດ້ມີສ່ວນຮ່ວມທີ່ສຳຄັນໃນ ການບໍລິການທ່ອງທ່ຽວ ຮ່ວມກັບຜູ້ປະກອບການ ເປັນຕົ້ນ ການບໍລິການຝາກ ລົດ, ໃຫ້ບໍລິການໃນດ້ານອື່ນໆ ເພື່ອ ເປັນທຶນໃນການພັດທະນາບ້ານແບບຍືນຍົງ, ທັງໄດ້ມີການຈັດສັນສະຖານທີ່ ຢ່າງເປັນລະບຽບຮຽບຮ້ອຍ, ສວຍ ງາມ ແລະ ເນັ້ນການຮັກສາຄວາມສະ ອາດ, ຈັດສັນຈຸດວາງຂາຍສິນຄ້າ ຂອງພໍ່ຄ້າຊາວຂາຍ ແລະ ຈຸດບໍລິການ ຕ່າງໆ ພ້ອມສິ່ງອໍານວຍຄວາມສະດວກ ເປັນຕົ້ນ ຫ້ອງນໍ້າ, ຕູບບໍລິການ ພ້ອມທັງຕິດຕາມເບິ່ງແຍງ ແລະ ຮັກສາ ຄວາມປອດໄພ ໃຫ້ແກ່ນັກທ່ອງທ່ຽວ ຢ່າງໃກ້ຊິດ.

ອີກໜຶ່ງກິດຈະກຳ ທີ່ປະຊາ ຊົນບ້ານອ້ອມຂ້າງໄດ້ນຳເອົາສິນຄ້າ ທຳມະຊາດ ມາວາງຂາຍ ເຊັ່ນ: ພືດຜັກ, ໝາກໄມ້ທຳມະຊາດ ແລະ ເຄື່ອງຫັດ ຖະກຳ (ເຄື່ອງຈັກສານ) ຂອງທ້ອງ ຖິ່ນ ຊຶ່ງແມ່ນບາດກ້າວເລີ່ມຕົ້ນໜຶ່ງທີ່ດີ ໃນການພັດທະນາທີ່ທຸກຝ່າຍມີສ່ວນ ຮ່ວມ ແລະ ເຮັດໃຫ້ການທ່ອງທ່ຽວ ພາຍໃນຕາດເລາະ ມີສີສັນ ແລະ ບັນຍາ ກາດດີ. ໂອກາດດຽວກັນ, ນາງ ນັດຊາ ສຸລິຍັນຈັນທາ ທີ່ມາທ່ຽວຊົມບັນຍາ ກາດບຸນປີໃໝ່ລາວ ຢູ່ຕາດເລາະ ໃຫ້ ສຳພາດ ວ່າ: ຕາດເລາະ-ຕາດຮັງ ເປັນ ແຫລ່ງທ່ອງທ່ຽວທີ່ມີມົນສະເໜ່, ສວຍ ງາມ ແລະ ເປັນສະຖານທີ່ເໝາະສົມ ໃນການພາໝູ່ຄູ່ ແລະ ຄອບຄົວມາ ຫລິ້ນ, ມາທ່ຽວ ແລະ ມີສິ່ງອຳນວຍ ຄວາມສະດວກຫລາຍຢ່າງ, ເປັນທີ່ນິ ຍົມຂອງໄວໜຸ່ມ, ທັງມີຄວາມປະທັບ ໃຈຫລາຍ, ການມາທ່ຽວຄັ້ງນີ້ຮູ້ສຶກມີ ຄວາມເບີກບານມ່ວນຊື່ນ ໂດຍສະ ເພາະ ເພິ່ນຈັດໃຫ້ມີກິດຈະກຳຫລາຍ ຢ່າງເປັນຕົ້ນມີຈຸດຊົມທິວທັດ, ຈຸດຖ່າຍ ຮູບ ຖືວ່າສະຖານທີ່ດັ່ງກ່າວ ເໝາະສົມ ແກ່ການມາພັກຜ່ອນຢ່ອນໃຈ, ລົງຫລິ້ນ ນ້ຳເຢັນ, ກິນເຂົ້າ, ເລາະຊົມບັນຍາກາດ ແບບສະໜຸກສະໜານ ແລະ ຂໍເຊີນຊວນ ໃຫ້ທຸກຄົນ ມາທ່ຽວມາຊົມ ຕາດເລາະຕາດຮັງ ແຂວງສາລະວັນ. ແຫລ່ງທ່ອງທ່ຽວຕາດເລາະ-ຕາດ ຮັງ ແຂວງສາລະວັນ ເປັນອີກໜ່ຶງສະ ຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ ທີ່ສວຍສົດງົດງາມ ແລະ ມີຊື່ ສຽງອັນດັບໜຶ່ງ ຂອງແຂວງສາລະວັນ ເຊິ່ງຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າ ງາມ ແຂວງສາລະວັນ ແລະ ຫ່າງຈາກ ເທສະບານເມືອງສາລະວັນ 31 ກິໂລ ແມັດ, ຕາມເສັ້ນທາງເລກທີ 20 ສາ ລະວັນ-ປາກເຊ; ມີຕົ້ນກຳເນີດເກີດຂຶ້ນ ຈາກແມ່ນ້ຳເຊເສັດ ແຂວງເຊກອງ ເຊິ່ງ ເປັນນໍ້າຕົກທີ່ກວ້າງໃຫຍ່ ແລະ ສວຍ ງາມ, ນອນໃນວົງຈອນການທ່ອງ ທ່ຽວເຂດພູພຽງບໍລະເວນທີ່ສວຍສົດ ງົດງາມ ເຊິ່ງຜູ້ພັດທະນາສະຖານທ່ອງ ທ່ຽວດັ່ງກ່າວ

ໄດ້ພັດທະນາຣີສອດ ຕາດ ເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງ ທ່ອງທ່ຽວທີ່ໄດ້ມາດຕະຖານ ສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນ, ອະນຸພາກພື້ນ ແລະ ສາກົນເຂົ້າມາ ທ່ຽວຊົມເປັນຈຳນວນຫລວງຫລາຍ ໂດຍສະເພາະແມ່ນໄລຍະບຸນປີໃໝ່ ລາວ ພສ 2569 ນີ້ ກໍເຊັ່ນດຽວກັນມີ ແຂກ, ມວນຊົນທັງພາຍໃນ ແລະ ຕ່າງ ປະເທດຫລັ່ງໄຫລເຂົ້າມາທ່ຽວຊົມ, ຫລິ້ນນໍ້າຈໍານວນຫລວງຫລາຍ ເຮັດ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ຮັກສາໄດ້ຄວາມເປັນລະບຽບຮຽບ ຮ້ອຍ ຄວາມສະຫງົບປອດໄພ. ເຖິງແນວໃດກໍດີ, ຜູ້ພັດທະນາ ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ຍັງໄດ້ພັດທະນາຄຽງຄູ່ກັບການອະນຸ ລັກທຳມະຊາດ ແລະ ເອກະລັກວັດທະ ນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມການ ມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ເຂົ້າໃນທຸກຂະບວນການຂອງການ ພັດທະນາແຕ່ຫົວທີ, ຍົກລະດັບແຫລ່ງ ທ່ອງທ່ຽວ ພາຍໃນນ້ໍາຕົກຕາດເລາະຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງ ທ່ຽວທີ່ສາມາດບໍລິການ ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດເພື່ອຊຸກຍູ້ ແລະ ຟື້ນຟູເສດຖະກິດ ດ້ວຍການສ້າງ ວຽກເຮັດງານທຳ, ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ປະກອບສ່ວນປົກປັກຮັກສາມໍລະ ດົກທາງວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ.

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

ads
ads

Top