
ຂປລ. ໜັງສືພິມປະເທດລາວສະບັບກ່ອນໄດ້ນຳສະເໜີໄປແລ້ວແຜນການໂຕນຄຸກອັນລ້ຳເລີດຂອງຜູ້ນຳ ແລະ ແນວລາວຮັກຊາດ, ມາໃນສະບັບນີ້ຈະສືບຕໍ່ນຳສະເໜີກ່ຽວກັບການເຄື່ອນໄຫວເວລາຖືກກັກຂັງຢູ່ໃນຄຸກ ແລະ ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນຳ. ໃນເວລານັ້ນ, ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນເພື່ອປົດປ່ອຍຜູ້ນໍາອອກຈາກຄຸກ ໂດຍໄດ້ມີການປຶກສາຄົ້ນຄວ້າອອກເປັນຫລາຍແຜນ, ຫລາຍແງ່ມູມ. ແຕ່ສຸດທ້າຍ ປະທານ ໄກສອນ ພົມວິຫານ ໄດ້ເລືອກເອົາວິທີການປຸກລຸກຂົນຂວາຍ ສຶກສາອົບຮົມສາລະວັດທີ່ຍາມຄຸກໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ, ບໍ່ມີວິທີອື່ນໃດທີ່ດີກວ່ານັ້ນ ປະທານ ໄກສອນ ພົມວິຫານ ໄດ້ມອງເຫັນວ່າ: ສາລະວັດກໍ່ແມ່ນລູກຫລານຂອງປະຊາຊົນຊາວໄຮ່ນາ ຢູ່ທ້ອງຖິ່ນຕ່າງໆ, ເຂົາເຈົ້າກໍ່ມີຄວາມເຄົາລົບນັບຖືຜູ້ນຳທີ່ຮັກຊາດ, ຜູ້ນຳທີ່ເປັນໜ້າເຊື້ອຖື ແລະ ມີສິນທໍາ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາໃຫ້ ທ່ານ ສາລີ ວົງຄໍາຊາວ ທີ່ຢູ່ແນວຫລັງ(ເຂດນາຍາງ ດ່ານສູງ) ສົ່ງການຊີ້ນໍາດັ່ງກ່າວໄປເຖິງຜູ້ນຳທີ່ຢູ່ໃນຄຸກ, ໂດຍ ທ່ານ ຊຽງສົນ ກຸນລາວົງ ເປັນສາຍຕິດຕໍ່ໂດຍກົງ. ພ້ອມກັນນັ້ນ, ທ່ານ ສາລີ ວົງຄໍາຊາວ ທັງເປັນຜູ້ຈັດວາງກຳລັງ, ສຶກສາອົບຮົມປະຊາຊົນຢູ່ພາຍນອກ, ຕິດຕໍ່ພົວພັນສູນກາງຢ່າງກົມກຽວທີ່ສຸດ.
“ຄຸກ ແລະ ສານ ແມ່ນເຄື່ອງມີຜະເດັດການທີ່ສໍາຄັນຂອງສັດຕູ” ດັ່ງນັ້ນ, ເພື່ອກຽມກັກຂັງບັນດາຜູ້ນໍາເຮົາ, ພວກເຂົາໄດ້ດັດແປງຄອກມ້າຝຣັ່ງທີ່ຕັ້ງຢູ່ໃຈກາງຂອງຄ້າຍໂພນເຄັງ ໃຫ້ກາຍເປັນຄຸກຄຸມຂັງ ເຊິ່ງແຕ່ລະຫ້ອງຍາວ 3 ແມັດ, ກວ້າງ 2 ແມັດ ແລະ ແໜ້ນໜາທີ່ສຸດ, ແຕ່ລະຫ້ອງຄຸມຂັງໃສ່ກະແຈເຂົາຄວາຍຢ່າງດີ, ມີຮົ້ວ 2 ຊັ້ນ(ຮົ້ວໜາມໝາກຈັບ 7 ຮາວໜຶ່ງຊັ້ນ ແລະ ແອ້ມດ້ວຍແຜ່ນສັງກະສີ ສູງ 3 ແມັດ ໜຶ່ງຊັ້ນ). ມີຕຳຫລວດ, ທະຫານ, ກອງຮ້ອຍລົດອາແອມໜຶ່ງກອງຮ້ອຍ ແລະ ສາລະວັດທະຫານໜຶ່ງກອງຮ້ອຍເຮັດໜ້າທີ່ເວນຍາມຕະຫລອດ 24 ຊົ່ວໂມງ, ອ້ອມຮອບຄຸກມີໂຄມໄຟສະປອດໄລ້ໃຫຍ່ທັງ 4 ດ້ານ ແລະ ມີລົດຫຸ້ມເກາະເວນຍາມຢ່າງເຄັ່ງຄັດ. ພາຍຫລັງຖືກຄຸມຂັງໄດ້ 1 ວັນ ການນຳເຮົາໄດ້ປະຊຸມກັນ, ຕີລາ ຄາສະພາບການ ແລະ ວາງແຜນເຄື່ອນໄຫວຢູ່ໃນຄຸກ, ໄດ້ຈັດຕັ້ງເປັນ
ໜ່ວຍພັກ ເຊິ່ງມີສະຫາຍ ໜູຮັກ ພູມສະຫວັນ ເປັນເລຂາ. ໜ້າທີ່ຕົ້ນຕໍຂອງຜູ້ນຳຢູ່ໃນຄຸກຄື: ພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ຫັດກາຍບໍລິຫານ, ເພີ່ມພູນຜະລິດຜົນ, ປູກຜັກ, ດອກໄມ້, ໝາກໄມ້ກິນໝາກ....ຜູ້ນຳທີ່ຢູ່ໃນຄຸກນອກຈາກຕໍ່ສູ້ເຊິ່ງໜ້າໂດຍກົງກັບສັດຕູແລ້ວ ຍັງໄດ້ຮ່ວມກັນລົງນາມໃນຈົດໝາຍສົ່ງໃຫ້ ຜຸຍ ຊະນະນິກອນ ເພື່ອຄັດ ຄ້ານການກະທຳທີ່ຈັບກຸມຄຸມຂັງທ່ານຜູ້ນຳທີ່ບໍ່ມີຄວາມຜິດຫຍັງ, ທວງໃຫ້ພວກເຂົາຕ້ອງປ່ອຍຕົວໂດຍໄວ ແລະ ທວງໃຫ້ໄດ້ໄປຮ່ວມກອງປະຊຸມຂອງສະພາ ແລະ ອື່ນໆ.
ວັນທີ 31 ທັນວາ ປີ 1959 ນາຍພົນ ພູມີ ໜໍ່ສະຫວັນ ລູກມີອາເມລິກາ ໄດ້ເຮັດລັດຖະປະຫານໂຄ່ນລົ້ມ ລັດຖະບານ ຜຸຍ ຊະນະນິ
ກອນ, ເອົາ ທ່ານ ກຸ ອະໄພ ຂຶ້ນເປັນນາຍົກລັດຖະມົນຕີ, ໄລຍະຕໍ່ມາກໍ່ປ່ຽນເອົາເຈົ້າສົມສະໜິດ ຂຶ້ນເປັນນາຍົກລັດຖະມົນຕີ. ພວກເຂົາຜັດປ່ຽນກັນຂຶ້ນເປັນນາຍົກລັດຖະມົນຕີ ແຕ່ນະໂຍບາຍປາບປາມກຳລັງຂອງແນວລາວຮັກຊາດ ກໍ່ບໍ່ມີຫຍັງແຕກຕ່າງ, ພວກເຮົາເຂົາເລັ່ງທວງໃຫ້ສານດໍາເນີນການຕັດສິນໂດຍດ່ວນ. ແຕ່ ທ່ານ ກິນິນ ພົນເສນາ ທະນາຍຄວາມກໍ່ໄດ້ຫາວິທີປົກປ້ອງ ແລະ ເຂົ້າໄປໃນຄຸກຫລາຍເທື່ອເພື່ອເອົາຂໍ້ມູນ. ທ່ານ ພາ ວົງໄຊ, ທ່ານ ອຸ່ນເນື້ອ ພິມມະສອນ ຫົວໜ້າສານຂັ້ນຕົ້ນ ແລະ ສານອຸທອນ ກໍໄດ້ຫາວິທີແກ່ຍາວໂດຍເຫດຜົນຕ່າງໆ ຄືຈັ່ງວ່າ ແກ່ຍາວການຕັດສິນເພື່ອໃຫ້ແຜນແຫກຄຸກທີ່ມະຫັດສະຈັນຈະມາເຖິງ.
ການປູກຜັກ, ດອກໄມ້ເລີ່ມເບັ່ງບານຢູ່ອ້ອມຄຸກ, ໝາກຫຸ່ງເລີ່ມສຸກ. ຜູ້ນໍາເຮົາຮູ້ໝູນໃຊ້ວັດທະນະທຳ, ຮີດຄອງປະເພນີ, ຈິດຕະສາດ ຄືໄດ້ເກັບເອົາດອກໄມ້ທີ່ເບັ່ງບານໃຫ້ສາລະວັດຝາກຄອບຄົວໄປເຮັດບຸນວັດ, ບູຊາໃນວັນສິນ, ວັນບຸນຕ່າງໆ, ເຮັດໃຫ້ສາລະວັດ ແລະ ຜູ້ນໍາມີຄວາມເຊື່ອໝັ້ນກັນຕື່ມ, ສາລະວັດ ໄດ້ມີຄວາມຈົ່ງຮັກພັກດີຕໍ່ຜູ້ນໍາ. ການຂົນຂວາຍກໍເລີ່ມມີໝາກຜົນ, ສາມາດທົດສອບຫລາຍຄັ້ງຄື: ສົ່ງຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວຝາກຈົດໝາຍນໍາສາລະວັດມາໃຫ້ຜູ້ນໍາໃນຄຸກກໍຮັບປະກັນຄວາມລັບໄດ້.

ວັນເວລາຜ່ານໄປເກືອບ 300 ວັນ ຜູ້ນໍາເຮົາທີ່ຢູ່ໃນຄຸກໄດ້ຂົນ ຂວາຍພວກສາລະວັດທະຫານທີ່ເຂົ້າມາເວນຍາມຄຸກໄດ້ຮັບໝາກຜົນເປັນຢ່າງດີ. ສະຫາຍ ໜູຮັກ ພູມສະຫວັນ ທີ່ຢູ່ໃນຄຸກກັບ ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຄະນະຊີ້ນຳສູນກາງພັກທີ່ຢູ່ເຂດທີ່ໝັ້ນປະຕິວັດ, ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນນໍາກັນ. ການນໍາທີ່ຢູ່ໃນຄຸກ ແລະ ພາກສ່ວນທາງນອກ ຊຶ່ງນໍາໂດຍ ທ່ານ ສາລີ ວົງຄໍາຊາວ ໄດ້ມີການວາງແຜນກະກຽມເສັ້ນທາງ, ກຽມຈິດໃຈ, ກຽມເຄື່ອງໃຊ້ອັນຈຳເປັນ...ເປັນຢ່າງດີ.
ວັນທີ 23, ເວລາ 12 ໂມໆ ທ່ຽງຄືນຫາ 0 ໂມງ ຂອງວັນທີ 24 ເດືອນ 5 ປີ 1960 ຜູ້ນຳທຸກ ຄົນໄດ້ນຸ່ງໂສ້ງ, ເສື້ອ, ເກີບ, ໝວກ ແລະ ປະກອບອາວຸດ, ປອມຕົວເປັນສາລະວັດທະຫານ, ຈັດຕັ້ງ ເປັນ 3 ຈຸ ແຕ່ລະຈຸມີສາລະວັດທະ ຫານແຕ່ 2 ເຖິງ 3 ຄົນ ພາທາງ ແລະ ປ້ອງກັນ. ຍ່າງອອກປະຕູຄຸກເບື້ອງທາງເລກ 13 ໃຕ້ ເຊິ່ງກັບປະຕູໃຫຍ່ຂອງກະຊວງປ້ອງກັນປະເທດປັດຈຸບັນ, ຍ່າງຊື່ອອກມາປະມານ 30 ແມັດ ກໍລ້ຽວຊ້າຍໄປສູ່ທິດຕາເວັນອອກສ່ຽງເໜືອຂອງຄ້າຍຄຸກໄດ້ປະມານ 100 ແມັດ ກໍຂ້າມຮົ້ວໜາມໝາກຈັບທີ່ລ້ອມຄ້າຍໜຶ່ງຊັ້ນ ແລ້ວຍ່າງຂ້າມຂົວໄມ້ຮ່ອງແຊງ, ຂ້າມທົ່ງນາລັດໄປໃສ່ກົກສາມສາໃຫຍ່ກ້ອງສູນສະຖານີໄຟຟ້າໂພນຕ້ອງ ແລະ ເຕົ້າໂຮມກັນຢູ່ທີ່ນັ້ນປະມານ 1 ຊົ່ວໂມງ ເພາະໄດ້ຖ້າ ທ່ານ ຈັນທະວີ ສາລະວັດທະຫານທີ່ໄປຕ້ອນເອົາພະສິກໃໝ່ 4 ທ່ານ ຢູ່ວັດທາດຫລວງ.
ຈາກນັ້ນກໍ່ເດີນທາງຕໍ່ລັດໃສ່ບ້ານໜອງທາເໜືອ, ທົ່ງນາໜອງພະຍາ, ດົງຊຽງດີ, ລັດໃສ່ດົງຫລວງທີ່ຂຶ້ນກັບບ້ານນາຊາຍນ້ອຍ ກໍພໍດີແຈ້ງ. ທຸກຄົນພັກເຊົາລີ້ຢູ່ດົງຫລວງນັ້ນຈົນຮອດຕອນຄໍ່າຂອງວັນທີ 24 /5/ 1960 ຈຶ່ງເດີນທາງຕໍ່ຂ້າມທາງເລກທີ 13 ເໜືອບ່ອນທາງໂຄ້ງ ໃກ້ທາງເຂົ້າດ່ານສູງປະມານ 100 ແມັດ, ເດີນທາງຕໍ່ ໄປເຖິງຕາດຊອນ ແລ້ວນອນຕາກຝົນຢູ່ທີ່ນັ້ນໝົດຄືນຊອດແຈ້ງ, ຮຸ່ງເຊົ້າຂອງວັນທີ 25 /5/1960 ຈຶ່ງເດີນທາງຕໍ່ໄປຜ່ານດ່ານສູງໄປເຖິງສໍານັກປິດລັບຂອງ ທ່ານ ສາລີ ວົງຄໍາຊາວ, ພັກເຊົາຢູ່ທີ່ນັ້ນປະມານ 10 ວັນ ເພື່ອກຽມວັດຖຸປັດໄຈຕ່າງໆ
ໃຫ້ແກ່ການເດີນທາງຕໍ່ໄປ. ເດີນ ທາງໄປຮອດສໍານັກງານປິດລັບຂອງແຂວງວຽງຈັນ, ພັກຢູ່ນັ້ນ 5 ວັນ ແລ້ວເດີນທາງໄປທາງເມືອງກາສີ, ໄປຫາບ້ານຖໍ້າແກ້ວ. ເວລານັ້ນຜູ້ນໍາໄດ້ຮັບຂ່າວກ່ຽວກັບການເຮັດລັດຖະປະຫານຂອງກອງແລຢູ່ວຽງຈັນ ແລະ ກໍ່ໄດ້ຮັບໂທລະເລກຈາກສູນກາງພັກວ່າໃຫ້ ແບ່ງເປັນສອງພາກສ່ວນຄື: ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີສານ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ບົວສີ ຈະເລີນສຸກ ແລະ ອ້າຍນ້ອງ ຈຳນວນໜຶ່ງໃຫ້ກັບ ຄືນນະຄອນຫລວງວຽງຈັນ ເພື່ອເຈລະຈາຮ່ວມມືກັບລັດຖະບານ ສຸວັນນະພູມມາ. ສ່ວນເຫລືອນັ້ນໃຫ້ສືບຕໍ່ເດີນທາງຂຶ້ນໄປສູ່ເຂດທີ່ໝັ້ນ, ເພື່ອພ້ອມກັບຄະນະຊີ້ນຳສູນກາງພັກ ສືບຕໍ່ນໍາພາ ພາລະກິດປະຕິວັດຕໍ່ໄປຈົນເຖິງໄຊຊະນະສຸດທ້າຍ. ການໂຕນຄຸກແບບຮ່ວມໝູ່ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະຄິດວ່າຈະເປັນໄປໄດ້. ເຫດການວິລະກຳດັ່ງກ່າວນີ້ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳຄັ້ງມະຫັດສະຈັນນີ້ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ບັນດາທ່ານຜູ້ນຳອອກຈາກຄຸກໄດ້ເປັນຜົນສຳເລັດ. ຍ້ອນການນໍາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ. ການຊີ້ນຳລະອຽດຕົວຈິງຂອງທ່ານ ສາລີ ວົງຄໍາຊາວ, ຄະນະພັກ ແຂວງ ແຂວງວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນ ເປັນການດີຈັງຫວະເຂົ້າແກັບເຂົ້າເກຍຊັດເຈນທີ່ສຸດ. ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ. ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ. ເຂົາເຈົ້າມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງອອກໄປຢ່າງປອດໄພ.