ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

06/05/2026 10:10
Email Print 1618
ຂປລ ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

ຂປລ. ຫລວງພະບາງ ສ້າງຕັ້ງຂຶ້ນກ່ອນໜ້າ ນີ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ່າຂອງ ອານາຈັກລາວລ້ານຊ້າງ ໂດຍ ໄດ້ປ່ຽນຊື່ເອີ້ນຫລາຍຄັ້ງຄື: ເມືອງຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ. ການທີ່ໃສ່ຊື່ເມືອງຫລວງພະບາງ ນັ້ນແມ່ນ ພະເຈົ້າຟ້າງຸ່ມມະຫາລາດ ໄດ້ນຳເອົາພະບາງ ເຊິ່ງເປັນອົງພະພຸດທະຮູບ ທີ່ສັກສິດ, ເປັນມິ່ງບ້ານ- ຂວັນເມືອງມາສະຖິດໄວ້ເມືອງຊຽງທອງ ໃນສະໄໝກ່ອນ ແລະ ດ້ວຍຄວາມ ສັດທາ-ເຊື່ອຖື ຢ່າງ ແຮງກ້າ ຂອງປະຊາຊົນຊາວ ຫລວງພະບາງ ຈຶ່ງໄດ້ ປ່ຽນຊື່ ເອີ້ນຂອງເມືອງຕາມຊື່ຂອງອົງພະບາງ ເປັນ ເມືອງຫລວງພະບາງ ມາເຖິງທຸກວັນນີ້. ຍ້ອນເຄີຍເປັນເມືອງຫລວງເກົ່າ ຂອງອານາຈັກລາວລ້ານຊ້າງ, ຫລວງພະບາງ ຈຶ່ງ ຄວາມໂດດເດັ່ນ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງສະແດງອອກເຖິງ ວິຖີການດຳລົງຊີວິດຂອງຊາວເມືອງ ໂດຍສ ເພາະແມ່ນການສືບທອດ ຂະນົບທຳນຽມ, ຮີດຄອງປະເພນີ, ສິລະປະວັນນະຄະດີ, ການປຸກ ສ້າງອາຄານ- ສະຖານທີ່, ພະພຸດທະຮູບ, ການແຕ້ມ, ຄວັດ-ແກະສະຫລັກຕ່າງໆ,ລວມທັງການຮັກສາສິ່ງແວດລ້ອມ ຈຶ່ງເຮັດໃຫ້ຕົວເມືອງຫລວງພະບາງ ໄດ້ຮັບການຮັບຮອງຈາກອົງການອຸຍແນັສໂກ ໃຫ້ເປັນເມືອງ ມໍລະດົກຂອງໂລກ ນັບແຕ່ວັນທີ 9 ທັນວາ ປີ 1995 ເປັນຕົ້ນມາ.

ຄວາມເອກອ້າງທະນົງໃຈ, ຄວາມປິຕິຍິນດີ ແລະ ຄວາມພາກພູໃຈຂອງປວງຊົນລາວ ທັງຊາດຕໍ່ເມືອງມໍລະດົກ ຫລວງພະບາງນັ້ນ ບໍ່ໄດ້ເປັນພຽງຄຸນຄ່າທາງຈິດໃຈ ເທົ່ານັ້ນ ຫາກຍັງນໍາຊື່ສຽງ ແລະ ຖານະບົດບາດ ຂອງ ສປປ ລາວ ໃຫ້ຊາວໂລກໄດ້ຮັບຮູ້ ແລະ ໄດ້ເຫັນເມືອງຫລວງພະບາງ ຕັ້ງຢູ່ເກາະ ຫລື ເອີ້ນວ່າດອນນ້ອຍກໍວ່າໄດ້ ທ່າມກາງສາຍນໍ້າຄານ ແລະ ແມ່ນໍ້າຂອງ ໂອບອ້ອມຫລໍ່ຫລອມ ໃຫ້ເປັນເອກະລັກແບບໜຶ່ງ ບໍ່ຄືໃຜໃນພາກເໜືອ ຂອງ ສປປ ລາວ. ພ້ອມນັ້ນ, ແຂວງຫລວງພະບາງ ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາອັນດີງາມ ແລະ ວິຖີດໍາລົງຊີວິດແບບດັ້ງເດີມ ຂອງຊາວເມືອງ ເປັນຕົ້ນ: ວັດຊຽງທອງ, ວັດວິຊຸນ,ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ພະທາດພູສີ, ວັດໃໝ່, ວັດທາດຫລວງວັດແສນ, ວັດຊຽງແມນ, ວັດໂພນເພົາ, ຕະຫລາດກາງຄືນ, ຕະຫລາດເຊົ້າ, ຕະຫລາດໂພສີ, ສູນວາງສະແດງຊົນເຜົ່າວິທະຍາ, ສູນຫັດຖະກໍາ(ອອກພົບຕົກ), ສະໜາມກ໊ອບ ຫລວງພະບາງ, ບ້ານຜານົມ, ບ້ານຈ່ານ, ບ້ານຊ່າງໄຫ, ຖໍ້າຕິ່ງ (ປາກ ອູ), ຕາດກວາງຊີ, ແຄ້ມຊ້າງ, ຕາດແສ້, ໜອງຂຽວ-ເມືອງງອຍເກົ່າ ແລະ ອື່ນໆ. ໃນອະອີດ, ແຂວງຫລວງພະບາງ ເຄີຍເປັນນະຄອນຫລວງຂອງລາວ, ເປັນແຂວງທີ່ມີຈຸດພິເສດ ແຕກຕ່າງຈາກແຂວງອື່ນໆ ເຊິ່ງອຸດົມສົມບູນ ແລະ ຮັ່ງມີ ໄປດ້ວຍວັດວາອາຮາມ ປູສະນິຍະສະຖານ, ວັດຖຸບູຮານ ແລະ ສະຖາປັດຕະຍະກໍາ ອັນເກົ່າແກ່ຈົນກາຍ ເປັນຄັງສາງທີ່ມີຄວາມສໍາຄັນ ໃນການເກັບມ້ຽນ ແລະ ປົກປັກຮັກສາ ວັດຖຸສິ່ງຂອງເຫລົ່ານັ້ນໄວ້ ເຊິ່ງລວມທັງວັດທະນະທໍາ, ຮີດຄອງປະເພນີ ແລະ ແບບແຜນດໍາລົງຊີວິດ ກໍຍັງຄົງຮັກສາໄວ້ເປັນຢ່າງດີ.

ປັດຈຸບັນຫລວງພະບາງ ນັບວ່າເປັນນະຄອນແຫ່ງມົນສະເໜ່ຂອງນັກທ່ອງທ່ຽວ ເພາະແຂກທີ່ເດີນ ທາງມາຍັງດິນແດນແຫ່ງນີ້ ລ້ວມແຕ່ມີຄວາມປະທັບໃຈກັບໄມຕີຈິດມິດຕະພາບຂອງຊາວເມືອງ, ທີ່ມີຄວາມຍິ້ມແຍ້ມແຈ່ມໃສ ໂອບເອື້ອອາລີຕໍ່ ແຂກທີ່ມາຢ້ຽມຢາມ, ມີຂະນົບທຳນຽມປະເພນີ ທີ່ງົດງາມ ຈຶ່ງເຮັດໃຫ້ຫລວງພະບາງເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວນາໆປະເທດ, ເປັນເມືອງທີ່ມີຄວາມອຸດົມສົມບູນ ທາງດ້ານສະຖານທີ່ທ່ອງທ່ຽວ ຫລາຍທີ່ສຸດຂອງ ສປປ ລາວ ເຊິ່ງປະກອບມີແຫລ່ງທ່ອງທ່ຽວທັງໝົດ 228 ແຫ່ງ, ໃນນີ້ ມີແຫລ່ງທ່ອງທ່ຽວທາງທຳມະຊາດ 108 ແຫ່ງ, ແຫຼ່ງທອງທ່ຽວທາງວັດທະນະທຳ 86 ແຫ່ງ ແລະ ແຫລ່ງທ່ອງທ່ຽວ ທາງປະຫວັດສາດ 34 ແຫ່ງ. ເມື່ອທ່ານເດີນທາງມາຍັງຫລວງພະບາງ ສິ່ງທີ່ພາດບໍ່ໄດ້ກໍຄືການຂຶ້ນທ່ຽວຊົມພະທາດພູສີ ທີ່ຕັ້ງເດັ່ນສະງ່າຢູ່ກາງເມືອງຫລວງພະບາງ, ເມື່ອຂຶ້ນໄປແລ້ວທ່ານຈະສາມາດຫລຽວເຫັນທິວທັດທຳມະຊາດຂອງເມືອງຫລວງພະບາງ ໄດ້ຢ່າງເຕັມຕາ, ທ່ຽວຊົມວັດຊຽງທອງ ເຊິ່ງເປັນວັດທີ່ສວຍງາມທີ່ສຸດ, ຊົມຫໍພິພິທະພັນແຫ່ງຊາດຫລວງພະບາງ, ດຶມດຳ ກັບອາກາດບໍລິສຸດທີ່ນ້ຳຕົກຕາດກວາງຊີ, ທ່ຽວຊົມເຄື່ອງຫັດຖະກຳເຄື່ອງປັ້ນດິນເຜົາບ້ານຈ່ານ , ຊົມຫັດຖະກຳເຈ້ຍສາ ບ້ານຊ່າງຄ້ອງ, ລອງເຮືອຊົມຖ້ຳຕິ່ງ, ແລ້ວມາຢ້ຽມຊົມຕະຫລາດກາງຄືນ, ຕື່ນເຊົ້າມາໃສ່ບາດແຄມທາງ ແລະ ອືື່ນໆ ເຊິ່ງນີ້ກໍເປັນພຽງການ ແນະນຳກິດຈະກຳບາງສ່ວນ ທີ່ພາດບໍ່ໄດ້ເມື່ອທ່ານ ມາຍັງຫລວງພະບາງ ດິນແດນແຫ່ງອາລິຍະທຳແຫ່ງນີ້.

ນອກຈາກຈະມີສະຖານ ທີ່ທ່ອງທ່ຽວ ທີ່ສວຍງາມຂຶ້ນຊື່ລະດັບໂລກແລ້ວ ຫລວງພະບາງ ຍັງມີສະຖານ ທີ່ພັກຜ່ອນຢ່ອນໃຈທີ່ສະດວກສະບາຍ ໄວ້ຄອຍຮອງຮັບແຂກທີ່ມາທ່ຽວຊົມ ສະອາດຈົບງາມ ໄດ້ມາດຕະຖານສາກົນ ເຊິ່ງຫລວງພະບາງ ມີໂຮງແຮມທັງໝົດ 90 ກວ່າແຫ່ງ, ເຮືອນພັກ 300 ກວ່າແຫ່ງ ແລະ ຮ້ານອາຫານ 300 ກວ່າແຫ່ງ, ມີບໍລິສັດທ່ອງທ່ຽວ 90 ກວ່າບໍລິສັດ. ສຳລັບໃນຕົ້ນປີ 2026 ຜ່ານມານີ້  ສປປ ລາວ ໄດ້ ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນຢູ່ປະເທດຟິລິບປິນ ໃນນັ້ນ ສປປ ລາວ ກໍໄດ້ຮັບຫລາຍກວ່າ 20 ລາງວັນ  ແລະ ແຂວງຫລວງພະບາງ ກໍເປັນອີກໜຶ່ງແຂວງທີ່ໄດ້ຮັບລາງວັນ ມາດຕະຖານໂຮງແຮມອາຊຽນ ຄື: ໂຮງແຮມເດິແກຣນຫລວງພະບາງ ແລະ ໂຮງແຮມຢູຫລວງພະບາງ; ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄື:​ນະຄອນຫລວງພະບາງ,​ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຄື: ຫໍພິພິທະພັນແຫ່ງຊາດ ແຂວງຫລວງພະບາງ ເປັນລາງວັນສໍາລັບຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ ແລະ ລາງວັນປະເພດສະຖານທີ່ຈັດງານເທສະການ ຄື: ໂຮງແຮມເດິແກຣນ ຫລວງພະບາງ.

ເຖິງແນວໃດກໍຕາມ, ຖ້າທ່ານໄດ້ໄປທ່ຽວຊົມດິນແດນເມືອງ ມໍລະດົກໂລກແຫ່ງນີ້ ເພື່ອໄປເປີດ ຫູເປີດຕາໃຫ້ຫາຍ ຈາກຄວາມເຄັ່ງຕຶງ, ຄວາມອິດເມື່ອຍນໍາວຽກນໍາງານ ກໍຢ່າລືມໄປຊີມລົດຊາດອາຫານພື້ນເມືອງແຊບໆ ອັນເປັນເອກະ ລັກສະເພາະ ຂອງແຂວງຫລວງພະບາງ ທີ່ມີຊື່ສຽງໂດ່ງດັງ ເຊັ່ນ: ເອາະຫລາມ, ແຈ່ວບອງ, ໄຄແຜ່ນ ແລະ ໄສ້ອົ່ວແຊບໆນໍາອີກ ເຊິ່ງທັງໝົດເຫລົ່ານີ້ ໄດ້ກາຍເປັນມົນສະເໜ່ ອັນໜຶ່ງທີ່ດຶງດູດຈິດໃຈ ບັນດານັກທ່ອງທ່ຽວອີກດ້ວຍ. ດັ່ງມີຄໍາຂວັນປະຈໍາຂອງແຂວງ ເວົ້າວ່າ:  “ຫລວງພະບາງເມືອງງາມອາຮາມຮຸ່ງ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງກ້ຽວຄໍາຫວານ ຕໍານານເມືອງຂັບທຸ້ມ ງາມພູຕັ້ງກາງເມືອງ ເລືອງລືວັດທະນະທໍາ ເອາະຫລາມໃສ່ສະຄານ ງາມຊ່ວງເຮືອເດືອນເກົ້າ ວັດເກົ່າແກ່ມາກມີ ຕາດກວາງຊີ, ຖໍ້າຕິ່ງເປັນ ມິ່ງເມືອງມໍລະດົກໂລກ”.

ໂດຍ:ແສງສະຫວັນ


KPL

ຂ່າວອື່ນໆ

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

ads
ads

Top