ຫາລືກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານຮອບວຽທີ 3

26/05/2026 17:36
ຂປລ ກອງປະຊຸມຄັ້ງປະຖົມມະລືກຂອງຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກຳມະການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ .

       ຂປລ. ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະຊີ້ນໍາການເປັນປະທານຂອງ ສປປ ລາວ, ມີຄະນະນຳຈາກບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການປົກຄອງນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ບັນດາເມືອງອ້ອມຂ້າງນະຄອນຫລວງ ເຂົ້າຮ່ວມ.

    ໃນໂອກາດດ່ັງກ່າວ, ທ່ານ  ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນ ທີ 3 (3RC-CCM) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ ນະຄອນຫລວງວຽງຈັນ ໂດຍສະເພາະໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງກອງປະຊຸມທົບທວນດັ່ງກ່າວ ກໍຄືການສົ່ງເສີມ ການຈັດຕັ້ງປະຕິບັດສົນທິສັນຍາ CCM, ການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ການສ້າງພາບພົດທີ່ດີຂອງ ສປປ ລາວ ໃນການເປັນເຈ້ົ້າພາບກອງປະຊຸມດັ່ງກ່າວ ໂດຍສະເພາະໃນການຕ້ອນຮັບແຂກຕ່າງປະເທດ, ຄະນະທາງການຈາກປະເທດລັດພາຄີ ທ່ີຈະເຂ້ົາຮ່ວມຫລາຍກວ່າ 900 ທ່ານ. ພ້ອມທັງໄດ້ສະເໜີໃຫ້ທຸກພາກສ່ວນ ກໍຄື ບັນດາອະນຸກຳມະການຕ່າງໆທີ່ກ່ຽວຂ້ອງລວມທັງການເປັນເຈົ້າພາບຮ່ວມກັນຂອງທົ່ວສັງຄົມພ້ອມກັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງແນໃສ່ເຮັດໃຫ້ການກະກຽມກອງປະຊຸມສາມາດຮັບປະກັນຄວາມພ້ອມໃນທຸກໆດ້ານ ແລະ ຮັບປະກັນໄດ້ຜົນສຳເລັດໃນການຈັດກອງປະຊຸມທົບທວນດັ່ງກ່າວຢ່າງຈົບງາມ.

    ພ້ອມນີ້, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາປະທານຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບ່ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມຄືບໜ້າ, ຈຸດປະສົງຫລັກຂອງການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມ 3RC-CCM ໂດຍສະເພາະການກະກຽມດ້ານເນື້ອໃນກອງປະຊຸມ, ການກະກຽມເເຜນການນໍາພາຄະນະຜູ້ແທນໄປຢ້ຽມຢາມພາກສະໜາມທີ່ແຂວງຫລວງພະບາງ ເພື່ອໃຫ້ບັນດາຄະນະຜູ້ແທນ ໄດ້ເຫັນການປະຕິບັດງານຕົວຈິງໃນການເກັບກູ້ລະເບີດ, ການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບ່ໍທັນແຕກທີ່ຕົກຄ້າງ ແລະ ວຽກງານການຊ່ວຍເຫລືອຜູ້ເຄາະຮ້າຍຢູ່ ສປປ ລາວ. 

   ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລືກັນຢ່າງລະອຽດຮອບຄອບກ່ຽວກັບການປະຕິບັດໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກໍຄືບັນດາໜ້າວຽກຂອງແຕ່ລະອະນຸກຳມະການທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ເລີ່ມກະກຽມໃຫ້ສຳເລັດກ່ອນກອງປະຊຸມ, ພ້ອມທັງໄດ້ມີການປຶກສາຫາລືກ່ຽວກັບການກໍານົດໜ້າວຽກລະອຽດ ແລະ ການຈັດສັນງົບປະມານທີ່ເໝາະສົມສຳລັບການກະກຽມໃຫ້ແກ່ການຈັດກອງປະຊຸມ 3RC-CCM, ລວມທັງການວາງແຜນວຽກທີ່ສຳຄັນເປັນຕົ້ນວຽກງານພິທີການ, ການກຽມສະຖານທີ່ຈັດກອງປະຊຸມ, ການບໍລິການດ້ານພາຫະນະຮັບ- ສົ່ງຄະນະຜູ້ແທນ, ການຄັດເລືອກຜູ້ຊ່ວຍວຽກ ແລະ ອາສາສະໝັກ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ການຈັດວາງສະແດງ, ການກະກຽມດ້ານວັດທະນະທໍາ ແລະ ບາງວຽກງານທີ່ກ່ຽວຂ້ອງອື່ນໆ. ສປປ ລາວ ໄດ້ລົງນາມໃນສົນທິສັນຍາ CCM ໃນວັນທີ 3 ທັນວາ 2008 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 13 ມີນາ 2009, ພ້ອມ ທັງໄດ້ເປັນເຈ້ົ້າພາບຈັດກອງປະຊຸມ ລັດພາຄີສົນທິສັນຍາ CCM ຄັ້ງທີ 1 ໃນລະຫວ່າງວັນທີ 9-12 ພະຈິກ 2010,

       ກອງປະຊຸມທົບທວນຄືນຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫລື CCM ແມ່ນຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນເວທີຫລັກໃຫ້ແກ່ບັນດາລັດພາຄີໃນການປະເມີນການຈັດຕ້ັງປະຕິບັດສົນທິສັນຍາ, ເຈລະຈາແຜນປະຕິບັດງານຄັ້ງຕໍ່ໄປ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືສາກົນ. ສປປ ລາວ ໄດ້ຮັບການສະໜັບສະໜູນຈາກບັນດາລັດພາຄີຢ່າງເປັນເອກະພາບໃຫ້ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມ 3RC-CCM ໃນຄັ້ງນີ້ ຊຶ່ງຖືເປັນຂີດໝາຍທີ່ສຳຄັນສຳລັບປະເທດທ່ີຍັງຄົງໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫລາຍທ່ີສຸດໃນໂລກ  ແລະ ມີຄວາມໝາຍຄືກັບ “ການກັບຄືນສູ່ບ້ານ” ຂອງສົນທິສັນຍາສະບັບນີ້.

KPL

ຂ່າວອື່ນໆ

    • ການເຄື່ອນໄຫວເວລາຖືກກັກຂັງຢູ່ໃນຄຸກ ແລະ ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນໍາບົດ-ສາລະຄະດີ

      ການເຄື່ອນໄຫວເວລາຖືກກັກຂັງຢູ່ໃນຄຸກ ແລະ ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນໍາ

      5/26/2026 10:57:13 AM

      ຂປລ. ໜັງສືພິມປະເທດລາວສະບັບກ່ອນໄດ້ນຳສະເໜີໄປແລ້ວແຜນການໂຕນຄຸກອັນລ້ຳເລີດຂອງຜູ້ນຳ ແລະ ແນວລາວຮັກຊາດ, ມາໃນສະບັບນີ້ຈະສືບຕໍ່ນຳສະເໜີກ່ຽວກັບການເຄື່ອນໄຫວເວລາຖືກກັກຂັງຢູ່ໃນຄຸກ ແລະ ການກະກຽມໂຕນອອກຈາກຄຸກໂພນເຄັງຂອງບັນດາຜູ້ນຳ.

    • ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງບົດ-ສາລະຄະດີ

      ຈີນ-ຣັດເຊຍ ຈະກາຍເປັນເສົາຄໍ້າ “ແໜ້ນແກ່ນ” ໃຫ້ປະຊາຊາດທົ່ວໂລກຢ່າງໝັ້ນຄົງ

      5/26/2026 10:51:39 AM

      ຂປລ. ທ່ານ ສີວຽງເພັດ ເພັດວໍລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດເຊຍ, ຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງ ຈີນໃນໂອກາດການຢ້ຽມຢາມຈີນທາງລັດຖະກິດຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ, ພໍດີເປັນປີສ້າງສາຍພົວພັນຄູ່ຮ່ວມປະ​ສານ​ງານຍຸດທະສາດຄົບຮອບ 30 ປີ

    • ປະຫວັດຄວາມເປັນມາ ຂອງຊົນເຜົ່າບິດບົດ-ສາລະຄະດີ

      ປະຫວັດຄວາມເປັນມາ ຂອງຊົນເຜົ່າບິດ

      5/26/2026 10:49:09 AM

      ຂປລ. ຊົນເຜົ່າບິດ ແມ່ນຊົນເຜົ່າໜຶ່ງໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ມາຕັ້ງຫລັກປັກຖານບົນດິນແດນແຫ່ງນີ້ແຕ່ສະຕະ ວັດທີ V ເປັນຕົ້ນມາ. ໄດ້ເຄື່ອນຍ້າຍເຂົ້າມາດິນລາວຊ່ວງໄລຍະດຽວກັນກັບຊົນເຜົ່າ ກຶມມຸ ແລະ ຊົນເຜົ່າລະເມດ, ແຕ່ກ່ອນມີນິທານກ່າວວ່າຊົນເຜົ່າ ກຶມມຸ ແລະ ຊົນເຜົ່າບິດ ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ.

    • ຮ້ານໝີ່ ມັງກອນຄູ່ ຄອງໃຈລູກຄ້າ ດ້ວຍວັດຖຸດິບທີ່ສົດໃໝ່ ບົດ-ສາລະຄະດີ

      ຮ້ານໝີ່ ມັງກອນຄູ່ ຄອງໃຈລູກຄ້າ ດ້ວຍວັດຖຸດິບທີ່ສົດໃໝ່

      5/26/2026 10:42:27 AM

      ຂປລ. ເມື່ອເວົ້າເຖິງຮ້ານຜະລິດເສັ້ນໝີ່ເຫລືອງທີ່ມີຊື່ສຽງ ແລະ ເປັນຮ້ານຍອດນິຍົມຂອງນະຄອນຫລວງວຽງຈັນ ກໍມີຫລາຍໆຮ້ານ ໜຶ່ງໃນນັ້ນ ກໍຕ້ອງແມ່ນ ຮ້ານໝີ່ ມັງກອນຄູ່ ຈາກບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຊຶ່ງເປັນອີກຮ້ານໜຶ່ງທີ່ຄອງໃຈລູກຄ້າມາກວ່າ 50 ກວ່າປີ ດ້ວຍລົດຊາດ ແລະ ຄຸນນະພາບຂອງເສັ້ນໝີ່ທີ່ມີຄວາມໜ່ຽວນຸ່ມ, ຫອມເວລາກິນ

    • ຄວາມເປັນມາ ແລະ ເອກະລັກວັດທະນະທຳຂອງຊົນເຜົ່າພູນ້ອຍບົດ-ສາລະຄະດີ

      ຄວາມເປັນມາ ແລະ ເອກະລັກວັດທະນະທຳຂອງຊົນເຜົ່າພູນ້ອຍ

      5/25/2026 10:42:44 AM

      ຂປລ. ຊົນເຜົ່າພູນ້ອຍ ແມ່ນຊົນເຜົ່າໜຶ່ງທີ່ໄດ້ຕັ້ງຖິ່ນຖານພູມລຳເນົາ ແລະ ດຳລົງຊິວິດຢູ່ປະເທດລາວມາໄດ້ຫລາຍຮ້ອຍປີ ໂດຍອີງໃສ່ບັນດາເອກະສານ ແລະ ຕາມການບອກເລົ່າຂອງບັນດາເຈົ້າກົກເຈົ້າເຫລົ່າ

ads
ads

Top