7283

ຂປລ. ພິທີປະກາດສ້າງຕັ້ງ ວິທະຍາໄລພະລາທິການກົມໃຫຍ່ ການເມືອງ ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຈັດຂຶ້ນໃນທ້າຍ ອາທິດຜ່ານມາ ໂດຍການເປັນ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ພາບປະກອບ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນອັງຄານ 26.05.2026 ປີທີ 25 ສະບັບທີ 6.443ັັີີັີ 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ 7totde,tdkoxq dxh v'la '7q ,0A ol6 odk' 9a fdv'xt-5 ,xt9exu 2025 oeltg|u xB ,lt\5 owrzt]y f8tra oxj kw,h muj [+ c,j ow,h lqj 'glu ,3r-tokdko c]t -u ;y fdkogxa o16j .o-q oot[q f  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ lqj 'glu ,dko]q 'mb o muj lqj 'zq o[;d8+ me,t-kf ;a ox6 d8Q ow,h csj '-kfxu oU mqj ;xtgmf 9tlh k'0t[;odkox6 d8Q ow,h .sh wfh 7.300 d;j kgIa d8k xtdkflh k'8A ';y mtpkw]rt]kmy dko xdl ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ປະທານ ) ທ່ານ ໂພໄຊ ໄຊຍະສອນ ທ່ານ ພົງສະຫວັນ ສີສຸລາດ ທ່ານ ລິນຄໍາ ດວງສະຫວັນ ຂປລ. ກອງປະຊຸມປະຈໍາປີ 2025 ຂອງຄະນະກໍາມະການ ເພື່ອ ການປົກປ້ອງສັງຄົມຂັ້ນສູນກາງ ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ ຂປລ. ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະກໍາມະການຊີ້ນໍາ ລະດັບຊາດ ແລະ ອະນຸກຳມະການ ກະກຽມເປັນເຈົ້າພາບຈັດກອງ ຂປລ. ກະຊວງການຕ່າງປະ ເທດ ຈັດກອງປະຊຸມທາບທາມຄໍາ ເຫັນຕໍ່ຮ່າງດໍາລັດ ວ່າດ້ວຍການ ເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍາ ນັກງານຜູ້ຕາງໜ້າ ແລະ ອົງການ ຈັດຕັ້ງຕ່າງປະເທດ ສໍາລັບຂັ້ນສູນ ກາງຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ພາຍໃຕ້ການເປັນປະທານ ຂອງທ່ານ ພົງສະຫວັນ ສີສຸລາດ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມລະ ດັບສູງກ່ຽວກັບການລົງທຶນທີ່ສົ່ງ ຜົນບວກຕໍ່ທຳມະຊາດ ໂດຍນໍາໃຊ້ ລຳດັບມາດຕະການຫລຸດຜ່ອນຜົນ ກະທົບຕໍ່ຊີວະນາໆພັນ ເພື່ອບັນລຸຜົນ sk]n dP,gxa og9Q krk[dv'xt-5 ,mq [m;o lq omy la opkdkogdn vfsh k,]tg[u f]6 ds;j koIv[;Pomu 3  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 2 ນັບຈາກຊ້າຍຫາຂວາ ) ຂປລ. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ]k;{puj x5j o ln [8glu ,0tspkp dkorq ;ra oIj ;,,n lv'/j kp + ທ່ານ ນາງ ສູນທອນ ໄຊຍະຈັກ  ອ່ານຕໍ່ໜ້າ 2່ າໍ່ ໜ້າ le,tok[q f[kf{|h kmuj 0v'ltrkcsj '-kf .sh cdj lt,k-y dltrkcsj '-kf -5 fmu X ຂປລ. ສໍາມະນາກ່ຽວກັບບົດ ບາດ ແລະ ໜ້າທີ່ຂອງສະພາແຫ່ງ ຊາດໃຫ້ແກ່ສະມາຊິກສະພາແຫ່ງ ຊາດ ຊຸດທີ X ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະ ທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານຄະນະປະຈໍາສະພາ ແຫ່ງຊາດ, ກໍາມະການຄະນະປະຈໍາ ສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ ຊຸດທີ X, ອະດີດ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ບັນດາຮອງປະທານກໍາມາທິການ, ຮອງຫົວໜ້າຫ້ອງວ່າການສະພາ ແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນຂັ້ນແຂວງ ແລະ ການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ປະທານຄະນະກໍາມະການ ປົກປ້ອງສັງຄົມຂັ້ນສູນກາງ, ມີຮອງ ລັດຖະມົນຕີ, ຮອງປະທານຄະນະ ກໍາມະການ, ຫົວໜ້າຫ້ອງການ, ກົມ, ອົງການທີ່ປະກອບໃນຄະນະ ກໍາມະການປົກປ້ອງສັງຄົມຂັ້ນສູນ ກາງ, ພ້ອມດ້ວຍຄະນະເລຂາທິ ການ, ຄະນະວິຊາການ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ໂພໄຊ ໄຊຍະສອນ ໄດ້ຍົກໃຫ້ເຫັນເຖິງສະ ພາບການເຄັ່ງຮ້ອນໃນໄລຍະ 1 ປີ ຜ່ານມາທີ່ ສປປ ລາວ ຕ້ອງຜະ ໄດ້ຮັບການທົດແທນຊີວະນາໆພັນ ເທົ່າເດີມ ຫລື ການເພີ່ມຊີວະນາໆ ພັນໃນວັນທີ 22 ພຶດສະພາ 2026 ຜ່ານມາ ໂດຍການເປັນປະທານ ຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວ ຂ້ອງລວມທັງຈາກພາກລັດຖະ ບານ, ຄູ່ຮ່ວມພັດທະນາ, ພາກເອກະ ຊົນ, ຜູ້ໃຫ້ບໍລິການດ້ານສິ່ງແວດ ລ້ອມ, ອົງການວິຊາການດ້ານອະນຸ ລັກແຫ່ງຊາດ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ໄດ້ຍົກໃຫ້ເຫັນເຖິງສິ່ງ ທ້າທາຍຂອງການສ້າງຄວາມສົມ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 (CCM) ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມ ປະທານຄະນະຊີ້ນໍາການເປັນປະ ທານຂອງ ສປປ ລາວ, ມີຄະນະນຳ ຈາກບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ມະຫາ ວິທະຍາໄລແຫ່ງຊາດ ແລະ ອົງການ mk[mk,7egsa o8Ij k'fe]a f;j kfh ;pdkog7nj vows; ;Pd'kolnj ,;o-q o16j ]k;0v'lnj ,;o-q o8j k'xtgmf + ຂປລ. ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບອົງການກອງທຶນ ສາກົນ ເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານ ງານສະຫະປະຊາຊາດ ປະຈໍາ ສປປ ລາວ (UNRCO) ໄດ້ນຳສະເໜີ ປຶ້ມສະໝຸນໄພຜະລິດຕະພັນປ່າໄມ້ທີ່ ບໍ່ແມ່ນໄມ້(NTFPs)ໃນສປປລາວ ໃນວັນທີ 22 ພຶດສະພາ 2026 ຊຶ່ງເປັນຜະລິດຕະພັນທີ່ປະກອບ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/05/2026 xtgmf]k; ປະກາດສ້າງຕັ້ງ...້ັ້ ຄະນະກໍາມະການປົກປ້ອງ...ໍົ້ ຫາລືກຽມເປັນເຈົ້າພາບ...ືັົ້ ສໍາມະນາບົດບາດ-ໜ້າທີ່...ໍົ້ີ່ ລາວ-ຍີ່ປຸ່ນ...ີຸ່່ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ການຈັດສໍາມະນາຄັ້ງ ນີ້ ເພື່ອຍົກລະດັບຄວາມຮູ້, ຄວາມ ສາມາດ ແລະ ຄວາມເຂົ້າໃຈພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ສະພາແຫ່ງຊາດ, ຍົກສູງຂີດຄວາມ ສາມາດໃຫ້ສະມາຊິກສະພາແຫ່ງ ຊາດ ໃນຖະນະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ທັງເປັນການ ສ້າງເງື່ອນໄຂໃຫ້ບັນດາທ່ານສະ ມາຊິກສະພາແຫ່ງຊາດ ໄດ້ມີໂອ ກາດແລກປ່ຽນຄໍາຄິດຄໍາເຫັນເຊິ່ງ ກັນ ແລະ ກັນ ຊຶ່ງກອງປະຊຸມຈະ ໄດ້ພ້ອມກັນແລກປ່ຽນບົດຮຽນ ໃນແຕ່ລະຫົວຂໍ້ຄື: ບົດບາດຂອງ ລັດຖະສະພາໃນການຄຸ້ມຄອງລັດ ດ້ວຍກົດໝາຍ; ຄວາມເຂົ້າໃຈກ່ຽວ ກັບບົດບາດຂອງສະມາຊິກລັດຖະ ສະພາ/ສະພາແຫ່ງຊາດ; ຈາກນະ ໂຍບາຍໄປສູ່ກົດໝາຍຂະບວນການ ນິຕິບັນຍັດໃນການຈັດຕັ້ງປະຕິບັດ; ຂະບວນການສ້າງກົດໝາຍໃນທາງ ປະຕິບັດສະພາບການລັດຖະສະພາ ຂອງສປປລາວ; ການຕິດຕາມກວດ ກາຂອງລັດຖະສະພາຮັບປະກັນ ຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດ; ການຕິດຕາມກວດກາໃນ ສປປ ລາວ ເຄື່ອງມືຂະບວນການ ໃນການຈັດຕັ້ງປະຕິບັດ; ການນໍາໃຊ້ ການຕິດຕາມກວດກາໃນການຈັດ ຕັ້ງປະຕິບັດເຄື່ອງມື, ສິ່ງທ້າທາຍ ແລະ ປະສົບການຈາກລັດຖະສະພາ; ການເປັນຕົວແທນ ແລະ ການ ປົກຄອງແບບມີສ່ວນຮ່ວມ; ການ ເປັນຕົວແທນ ແລະ ການປົກຄອງ ແບບມີສ່ວນຮ່ວມ; ການເປັນຕົວ ແທນແບບລວມສູນ ແລະ ກົນໄກ ທາງສະຖາບັນ; ການພົວພັນກັບ ລັດຖະສະພາສາກົນ ແລະ ການທູດ ລັດຖະສະພາ; ບຸລິມະສິດການພັດ ທະນາແຫ່ງຊາດ ແລະ ບົດບາດ ຂອງລະບົບສະພາ; ການເຊື່ອມໂຍງ ລະຫວ່າງເສດຖະກິດ, ສິ່ງແວດ ລ້ອມ ແລະ ການເງິນສາທາລະນະ; ການສົນທະນາທາງນະໂຍບາຍ ຕາມຫົວຂໍ້ຊັບພະຍາກອນມະນຸດ ແລະ ການພັດທະນາສັງຄົມ; ການ ຈັດຕັ້ງປະຕິບັດ, ສະໜອງງົບປະ ມານ ແລະ ການຕິດຕາມກວດກາ ບຸລິມະສິດແຫ່ງຊາດ; ທັດສະນະ ໃນການລົງພົບປະປະຊາຊົນ (ຜູ້ມີ ສິດເລືອກຕັ້ງ); ທັດສະນະການປະ ກອບຄໍາເຫັນ ແລະ ຊັກຖາມໃນກອງ ປະຊຸມສະໄໝສາມັນຂອງສະພາ; ທັດສະນະການລົງຕິດຕາມກວດກາ ປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບທ່ານ ໂມເຕງິ ໂທຊິ ມິຊຶ (MOTEGI Toshimitsu) ລັດຖະມົນຕີກະຊວງການຕ່າງປະ ເທດຍີ່ປຸ່ນ ໃນອາທິດຜ່ານມາ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ໃນ ໂອກາດເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດງານບຸນລາວ ປະ ຈໍາປີ 2026 ທີ່ນະຄອນຫລວງໂຕ ກຽວ, ປະເທດຍີ່ປຸ່ນ ໃນລະຫວ່າງ ວັນທີ 21-24 ພຶດສະພາ 2026. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາ ຄິດເຫັນກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍໄດ້ ຕີລາຄາສູງ ແລະ ສະແດງຄວາມ ປິຕິຍິນດີທີ່ເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຂອງ ສອງປະເທດລາວ ແລະ ຍີ່ປຸ່ນ ໄດ້ ຮັບການຊຸກຍູ້ສົ່ງເສີມ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນທັງໃນສາຍ ລັດ, ການທູດປະຊາຊົນ ແລະ ສາຍ ສະພາ. ສປປ ລາວ ແລະ ຍີ່ປຸ່ນ ໄດ້ ສ້າງຕັ້ງສາຍພົວພັນການທູດນໍາ ກັນໃນວັນທີ 5 ມີນາ 1955 ຊຶ່ງນັບ ຕັ້ງແຕ່ນັ້ນມາການພົວພັນຮ່ວມມື ໃນດ້ານຕ່າງໆຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນ ກ້າວໆ. ພິເສດໃນປີ 2025 ຜ່ານ ມາສອງຝ່າຍໄດ້ຮ່ວມກັນສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 70 ປີ ດ້ວຍຜົນ ສໍາເລັດອັນຈົບງາມ, ເຕັມໄປດ້ວຍ ບັນຍາກາດຄຶກຄື້ນ ແລະ ມີເນື້ອໃນ, ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນ ສູງ ໂດຍສະເພາະການຢ້ຽມຢາມ ຍີ່ປຸ່ນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຊີນກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນບັນຫາເສດຖະກິດ-ການ ເງິນ, ບັນຫາເງິນເຟີ້, ຄ່າຄອງຊີບທີ່ ສູງຂຶ້ນ, ບັນຫາຂາດແຄນສະບຽງ ອາຫານ, ນໍ້າມັນເຊື້ອໄຟ ແລະ ຜົນ ກະທົບຈາກໄພພິບັດທາງທໍາມະ ຊາດ. ບັນຫາເຫລົ່ານີ້ໄດ້ສົ່ງຜົນ ກະທົບໂດຍກົງຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ຜູ້ອອກແຮງງານ ໂດຍສະເພາະ ແມ່ນກຸ່ມຄົນທີ່ທຸກຍາກ ແລະ ດ້ອຍ ໂອກາດ. ວຽກງານປົກປ້ອງສັງຄົມ ແມ່ນນະໂຍບາຍທີ່ສໍາຄັນ ແລະ ຈໍາ ເປັນຂອງລັດຖະບານໃນການສະ ໜັບສະໜູນໃຫ້ປະຊາຊົນຫລຸດພົ້ນ ຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ ຕົກເຂົ້າສູ່ຄວາມທຸກຍາກຊໍ້າເຮື້ອ, ຫລຸດຜ່ອນຄວາມດ້ອຍໂອກາດ ແລະ ສ້າງຄວາມໝັ້ນຄົງທາງດ້ານສັງຄົມ ເພື່ອໃຫ້ທຸກຄົນໄດ້ຮັບການບໍລິການ ຂັ້ນພື້ນຖານ, ມີລາຍໄດ້, ມີສຸຂະພາບ ຢ່າງທົ່ວເຖິງ ແລະ ເປັນທໍາ. ກອງປະຊຸມຄັ້ງນີ້, ຈະໄດ້ຮ່ວມ ກັນສະຫລຸບຕີລາຄາຢ່າງເລິກເຊິ່ງ ກ່ຽວກັບການຈັດຕັ້ງປະຕິບັດຍຸດ ທະສາດປົກປ້ອງສັງຄົມແຫ່ງຊາດ ໄລຍະ 1 ປີຜ່ານມາ, ຄົ້ນຄວ້າຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອຊອກຫາວິທີການ ແລະ ມາດ ຕະການແກ້ໄຂໃຫ້ມີປະສິດທິພາບ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ ຮ່ວມກັນພິຈາລະນາ ແລະ ຮັບຮອງ ເອົາຮ່າງບົດສະຫລຸບການຈັດຕັ້ງ ປະຕິບັດຍຸດທະສາດການປົກປ້ອງ ສັງຄົມ ປະຈໍາປີ 2025 ແລະ ທິດ ທາງແຜນການປີ 2026. ຂໍ້ມູນ-ພາບ: ຂ່າວສານ ຮສສ ຂປລ. ໃນວັນທີ 19 ພຶດສະພາ 2026 ທີ່ຜ່ານມາ, ທີ່ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະໂລວາກີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາ ຕັ້ງຕໍ່ທ່ານ Peter Pel legrini ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະໂລວາກີ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະ ນະລັດ ສະໂລວາກີ ໂດຍມີສໍານັກ ງານຕັ້ງຢູ່ນະຄອນຫລວງວຽນ ປະ ເທດ ໂອຕຣິດ. ໃນການພົບປະໂອ້ລົມ, ທ່ານ Peter Pellegrini ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຄໍາແພງ ດວງທອງລາ ທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສະໂລວາກີ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະ ກອບສ່ວນສົ່ງເສີມການພົວພັນ ຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ, ພ້ອມທັງອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດ ປະສົບຜົນສໍາ ເລັດໃນການປະຕິບັດໜ້າທີ່ອັນມີ ກຽດ. ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດກໍໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາ ເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ເເຫ່ງ ສປປ ລາວ ມາຍັງທ່ານ Peter Pellegrini ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສະໂລວາກີທຸກທົ່ວໜ້າ. ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ມີມາ ຢ່າງຍາວນານລະຫວ່າງສອງປະ ເທດ ຊຶ່ງປີນີ້ໄດ້ໝູນວຽນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລາວ-ສະໂລວາກີ. ພ້ອມດຽວກັນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນໃນການເພີ່ມ ທະວີການພົວພັນຮ່ວມມືໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ເພື່ອ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ສະໂລວາກີ ໄດ້ສ້າງຕັ້ງສາຍ ພົວພັນການທູດນໍາກັນໃນວັນທີ 5 ກັນຍາ 1962. ສອງປະເທດ ໄດ້ຕິດຕໍ່ພົວພັນກັນຢ່າງເປັນປະ ຈໍາ ໂດຍມີການແລກປ່ຽນການ ຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ຄະນະຜູ້ແທນຕ່າງໆ, ການສະໜັບ ສະໜູນເຊິ່ງກັນ ແລະ ກັນໃນຂອບ ຫລາຍຝ່າຍ ແລະ ອື່ນໆ. ປະທານຂອງສະຫາຍ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ມີບັນດາ ຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງກະຊວງ ແລະ ນາຍຕໍາ ຫລວດທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ສະຫາຍ ພັອ ພອນເພັດ ແສງສີລິຈັນ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດສ້າງຕັ້ງວິທະ ຍາໄລພະລາທິການປ້ອງກັນຄວາມ ສະຫງົບ ແລະ ຂໍ້ຕົກລົງວ່າດ້ວຍ ການກໍານົດໂຄງຮ່າງການຈັດຕັ້ງ ຂອງວິທະຍາໄລພະລາທິການກົມ ໃຫຍ່ການເມືອງ ປກສ ຊຶ່ງໂຄງ ປົກຄອງນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ບັນດາ ເມືອງອ້ອມຂ້າງນະຄອນຫລວງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກ ໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບ ແລະ ການ ເປັນປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3 (3RC-CCM) ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ ນະຄອນຫລວງ ວຽງຈັນ ໂດຍສະເພາະໄດ້ຍົກໃຫ້ ເຫັນເນື້ອໃນສຳຄັນຂອງກອງປະຊຸມ ທົບທວນດັ່ງກ່າວ ກໍຄື ການສົ່ງເສີມ ການຈັດຕັ້ງປະຕິບັດສົນທິສັນຍາ CCM, ການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ການສ້າງພາບພົດທີ່ດີຂອງ ສປປ ລາວ ໃນການເປັນເຈົ້້າພາບກອງປະ ຊຸມດັ່ງກ່າວ ໂດຍສະເພາະໃນການ ຕ້ອນຮັບແຂກຕ່າງປະເທດ, ຄະນະ ທາງການຈາກປະເທດລັດພາຄີ ທີ່ ຈະເຂົ້າຮ່ວມຫລາຍກວ່າ 900 ທ່ານ. ພ້ອມທັງໄດ້ສະເໜີໃຫ້ທຸກ ພາກສ່ວນ ກໍຄື ບັນດາອະນຸກຳມະ ການຕ່າງໆທີ່ກ່ຽວຂ້ອງລວມທັງ ການເປັນເຈົ້າພາບຮ່ວມກັນຂອງ ທົ່ວສັງຄົມພ້ອມກັນເອົາໃຈໃສ່ໃນ ການຈັດຕັ້ງປະຕິບັດວຽກງານຕາມ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງແນໃສ່ ເຮັດໃຫ້ການກະກຽມກອງປະຊຸມ ສາມາດຮັບປະກັນຄວາມພ້ອມໃນ ທຸກໆດ້ານ ແລະ ຮັບປະກັນໄດ້ຜົນ ສຳເລັດໃນການຈັດກອງປະຊຸມທົບ ທວນດັ່ງກ່າວຢ່າງຈົບງາມ. ພ້ອມນີ້, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາປະທານ ຄະນະກຳມະການຄຸ້ມຄອງເເຫ່ງ ຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມຄືບໜ້າ, ຈຸດ ປະສົງຫລັກຂອງການເປັນເຈົ້າ ພາບ ແລະ ການເປັນປະທານກອງ ປະຊຸມ 3RC-CCM ໂດຍສະເພາະ ການກະກຽມດ້ານເນື້ອໃນກອງ ປະຊຸມ, ການກະກຽມເເຜນການ ນໍາພາຄະນະຜູ້ແທນໄປຢ້ຽມຢາມ ພາກສະໜາມທີ່ແຂວງຫລວງພະ ບາງ ເພື່ອໃຫ້ບັນດາຄະນະຜູ້ແທນ ໄດ້ເຫັນການປະຕິບັດງານຕົວຈິງໃນ ການເກັບກູ້ລະເບີດ, ການໂຄສະນາ ສຶກສາຄວາມສ່ຽງໄພຈາກລະເບີດບໍ່ ທັນແຕກທີ່ຕົກຄ້າງ ແລະ ວຽກງານ ການຊ່ວຍເຫລືອຜູ້ເຄາະຮ້າຍຢູ່ ສປປ ລາວ. ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງ ປະຊຸມຍັງໄດ້ປຶກສາຫາລືກັນຢ່າງ ລະອຽດຮອບຄອບກ່ຽວກັບການ ປະຕິບັດໜ້າທີ່ວຽກງານໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ກໍຄື ບັນດາໜ້າວຽກຂອງແຕ່ລະ ອະນຸກຳມະການທີ່ກ່ຽວຂ້ອງທີ່ຈະ ຕ້ອງໄດ້ເລີ່ມກະກຽມໃຫ້ສຳເລັດ ກ່ອນກອງປະຊຸມ, ພ້ອມທັງໄດ້ມີ ການປຶກສາຫາລືກ່ຽວກັບການກໍາ ນົດໜ້າວຽກລະອຽດ ແລະ ການ ຈັດສັນງົບປະມານທີ່ເໝາະສົມສຳ ລັບການກະກຽມໃຫ້ແກ່ການຈັດ ກອງປະຊຸມ 3RC-CCM, ລວມ ທັງການວາງແຜນວຽກທີ່ສຳຄັນ ເປັນຕົ້ນວຽກງານພິທີການ, ການ ກຽມສະຖານທີ່ຈັດກອງປະຊຸມ, ການບໍລິການດ້ານພາຫະນະຮັບສົ່ງຄະນະຜູ້ແທນ, ການຄັດເລືອກ ຜູ້ຊ່ວຍວຽກ ແລະ ອາສາສະໝັກ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ວຽກງານໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານ, ການ ຈັດວາງສະແດງ, ການກະກຽມ ດ້ານວັດທະນະທໍາ ແລະ ບາງວຽກ ງານທີ່ກ່ຽວຂ້ອງອື່ນໆ. ສປປ ລາວ ໄດ້ລົງນາມໃນສົນ ທິສັນຍາ CCM ໃນວັນທີ 3 ທັນວາ 2008 ແລະ ໄດ້ໃຫ້ສັດຕະຍາບັນ ໃນວັນທີ 13 ມີນາ 2009, ພ້ອມ ທັງໄດ້ເປັນເຈົ້້າພາບຈັດກອງປະຊຸມ ລັດພາຄີສົນທິສັນຍາ CCM ຄັ້ງທີ 1 ໃນລະຫວ່າງວັນທີ 9-12 ພະຈິກ 2010. ກອງປະຊຸມທົບທວນຄືນຂອງ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຫລື CCM ແມ່ນຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນ ເວທີຫລັກໃຫ້ແກ່ບັນດາລັດພາຄີ ໃນການປະເມີນການຈັດຕັ້ງປະຕິ ບັດສົນທິສັນຍາ, ເຈລະຈາແຜນ ປະຕິບັດງານຄັ້ງຕໍ່ໄປ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ສາກົນ. ສປປ ລາວ ໄດ້ຮັບການ ສະໜັບສະໜູນຈາກບັນດາລັດພາຄີ ຢ່າງເປັນເອກະພາບໃຫ້ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມ 3RC-CCM ໃນຄັ້ງນີ້ ຊຶ່ງຖືເປັນ ຂີດໝາຍທີ່ສຳຄັນສຳລັບປະເທດທີ່ ຍັງຄົງໄດ້ຮັບຜົນກະທົບຈາກລະເບີດ ລູກຫວ່ານຫລາຍທີ່ສຸດໃນໂລກ ແລະ ມີຄວາມໝາຍຄືກັບ “ການ ກັບຄືນສູ່ບ້ານ” ຂອງສົນທິສັນຍາ ສະບັບນີ້. ພາບ: ທະນູທອງ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ເຈົ້າຍິງ ໄອໂກະ ຊຶ່ງ ສປປ ລາວ ເປັນປະເທດທໍາອິດໃນ ການຢ້ຽມຢາມທາງການຢູ່ຕ່າງ ປະເທດຂອງພະອົງ. ພ້ອມກັນນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ, ລວມທັງ ການຈັດຕັ້ງຜັນຂະຫຍາຍຜົນການ ພົບປະຂອງສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໃນເດືອນມັງກອນ 2025 ຜ່ານມາ, ກໍຄື ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານ ລາວຍີ່ປຸ່ນ ໃຫ້ແໜ້ນແຟ້ນ ແລະ ເລິກ ເຊິ່ງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ນອກ ນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດເຫັນຕໍ່ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ. ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິຊຶ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຍີ່ປຸ່ນ ຂອງຄະນະຜູ້ແທນ ສປປ ລາວ ໃນ ຄັ້ງນີ້. ຂະນະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ດັ່ງກ່າວ ແລະ ໄດ້ສະແດງຄວາມ ພ້ອມທີ່ຈະເຮັດວຽກຮ່ວມກັບທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິຊຶ ເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການ ເຫັນດີເປັນເອກະພາບຂອງການນໍາ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຜັນຂະຫຍາຍການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ, ພ້ອມ ທັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ໂມເຕງິ ໂທຊິມິຊຶ ຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງ ປະຊຸມສຸດຍອດ AZEC Plus ກ່ຽວກັບຄວາມເຂັ້ມແຂງດ້ານພະ ລັງງານໃນເດືອນເມສາ 2026 ຜ່ານມາ ເພື່ອສະໜັບສະໜູນບັນດາ ປະເທດໃນອາຊີຮັບມືກັບວິກິດການ ດ້ານພະລັງງານໃນໄລຍະສັ້ນ ແລະ ໄລຍະຍາວ ກໍຄື ການພັດທະນາ AZEC 2.0 ໂດຍກວມເອົາວິໄສ ທັດການສ້າງຄວາມເຂັ້ມແຂງດ້ານ ພະລັງງານ ແລະ ເສດຖະກິດໄປ ຄຽງຄູ່ກັນ. ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາອັນໄດ້ປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຕົ້ນການພັດທະນາ ຊັບພະຍາກອນມະນຸດ, ພື້ນຖານ ໂຄງລ່າງ, ສາທາລະນະສຸກ, ກະ ສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ ໄຈກາ ມາປະຕິບັດໜ້າທີ່ຢູ່ບັນດາ ຂະແໜງການຂອງລາວ ທັງໃນ ສູນກາງ ແລະ ທ້ອງຖິ່ນ. ພິເສດ ແມ່ນການຊ່ວຍເຫລືອໃນໂຄງການ ມະນຸດສະທໍາເກັບກູ້ລະເບີດບໍ່ທັນ ແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ແຈ້ງ ແລະ ເຊື້ອເຊີນຝ່າຍຍີ່ປຸ່ນ ເຂົ້າຮ່ວມກອງ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3RC CCM) ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນເດືອນກັນຍາ 2026 ທີ່ນະຄອນຫລວງວຽງຈັນ. ນອກນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງ ໄດ້ແຈ້ງຄູ່ຮ່ວມຕຳແໜ່ງຊາບວ່າ ສປປ ລາວ ຈະຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາໃນປີນີ້ ແລະ ກຳລັງຈັດຕັ້ງປະ ຕິບັດແຜນຍຸດທະສາດວ່າດ້ວຍການ ຂ້າມຜ່ານ ເພື່ອຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຢ່າງຍືນຍົງ ແລະ ໂລ່ງລ່ຽນ ໄລຍະ 2026-2029, ຫວັງຢ່າງ ຍິ່ງວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນ ການຈັດຕັ້ງປະຕິບັດແຜນຍຸດທະ ສາດດັ່ງກ່າວ. ການຈັດຕັ້ງປະຕິບັດລັດຖະທໍາມະ ນູນ, ກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ. ໃນຕອນທ້າຍ, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮຽກ ຮ້ອງໃຫ້ບັນດາທສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ພາກສ່ວນ ທີ່ກ່ຽວຂ້ອງທີ່ໄດ້ເຂົ້າຮ່ວມກອງ ປະຊຸມຄັ້ງນີ້ ຈົ່ງຍົກສູງຄວາມຮັບ ຜິດຊອບການເມືອງ, ສຸມໃສ່ຄົ້ນ ຄວ້າ, ແລກປ່ຽນບົດຮຽນທີ່ນໍາມາ ຖ່າຍທອດໃນຄັ້ງນີ້ ໃຫ້ຮັບຮູ້ເຂົ້າໃຈ ແຈ້ງ ແລະ ເລິກເຊິ່ງ ເພື່ອຮັບປະກັນ ການເຮັດໜ້າທີ່ການເມືອງຂອງ ຕົນໃຫ້ນັບມື້ດີຂຶ້ນກວ່າເກົ່າສົມກັບ ຄວາມໄວ້ວາງໃຈໃນຖານະເປັນຕົວ ແທນຂອງປະຊາຊົນ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ຮ່າງການຈັດຕັ້ງໃໝ່ນີ້ ປະກອບມີ 7 ຫ້ອງ, 2 ຄະນະວິຊາ. ໃນນີ້, ມີ ພະແນກຂຶ້ນກັບບັນດາຫ້ອງ ແລະ ຄະນະວິຊາ ທັງໝົດ 39 ພະແນກ. ພ້ອມກັນນີ້, ກໍໄດ້ຜ່ານຂໍ້ຕົກລົງ ວ່າ ດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ນາຍຕຳຫລວດທີ່ຂຶ້ນກັບກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາໄລພະ ລາທິການ ປກສ. ເພື່ອເປັນການ ປັບປຸງກົງຈັກການນໍາພາ-ບັນຊາ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມ ແຂງ, ລັດຖະມົນຕີກະຊວງ ປກສ ໄດ້ຕົກລົງແຕ່ງຕັ້ງຄະນະອໍານວຍ ການຊຸດໃໝ່ ໂດຍແຕ່ງຕັ້ງສະຫາຍ ພັອ ມີໄຊ ໄຊສົງຄາມ ເປັນຫົວໜ້າ ອຳນວຍການວິທະຍາໄລພະລາ ທິການ ປກສ; ສະຫາຍ ພັທ ພຸດທອນ ສົມມະນີວັນ, ສະຫາຍ ພັທ ຍອດຊາຍ ດວງສີຫາລາດ, ສະຫາຍ ພັທ ສຸພາສິດ ນັນທະວົງ ແລະ ສະຫາຍ ພັທ ຄໍາໃສ ຊາຍຜາ ເປັນຮອງຫົວ ໜ້າອຳນວຍການວິທະຍາໄລພະລາ ທິການ ປກສ. ໂອກາດນີ້, ສະຫາຍພົຈວຫຸມພັນ ຜິວເຂັມພອນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃນ ເທື່ອນີ້, ພ້ອມທັງເນັ້ນໃຫ້ຄະນະອໍາ ນວຍການຊຸດໃໝ່ ແລະ ພະນັກງານ ທົ່ວວິທະຍາໄລ ເພີ່ມທະວີຄວາມຮັບ ຜິດຊອບ, ຍົກສູງຄວາມຮູ້ຄວາມ ສາມາດ, ເອົາໃຈໃສ່ນໍາພາ-ຊີ້ນຳ ວຽກງານວິຊາສະເພາະ ໂດຍສະ ເພາະການສ້າງ ແລະ ພັດທະນາບຸກ ຄະລາກອນດ້ານພະລາທິການໃຫ້ ມີຄຸນນະພາບ, ມີລະບຽບວິໄນເຂັ້ມ ງວດ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຢ່າງມີຜົນສໍາເລັດ. ຂໍ້ມູນ-ພາບ: ເພສຄວາມສະຫງົບ m6 f]k;pnj olko8k8A '8 xtmkokmy [= fu lkmk]tot]a f lt3];kdu +

26/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ອ່ານຕໍ່ສະບັນໜ້າ ***່ າໍ່ ສັ ນ້ າ dkog7n j vows;g;]k4n dda d0a '16 j .o75 d c]t dkodtdP,38ovvd9kd75 d3rog7a '0v'[a ofkz6 h oe ຂປລ. ທ່ານ ສີວຽງເພັດ ເພັດວໍ ລະສັກ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະພັນຣັດ ເຊຍ, ຜູ້ອໍານວຍການສູນການສຶກ ສາເປີດກວ້າງຮຽນພາສາຣັດເຊຍ, ຮອງປະທານສະມາຄົມເພື່ອການ ພັດທະນາເສດຖະກິດ-ສັງຄົມ ລາວຣັດເຊຍ ໄດ້ໃຫ້ສໍາພາດຕໍ່ວິທະຍຸ ໂທລະພາບສູນກາງ ຈີນໃນໂອກາດ ການຢ້ຽມຢາມຈີນທາງລັດຖະກິດ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ, ພໍດີເປັນ ປີສ້າງສາຍພົວພັນຄູ່ຮ່ວມປະສານ ງານຍຸດທະສາດຄົບຮອບ 30 ປີ ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໄດ້ນຳສະເໜີໄປແລ້ວ ແຜນການໂຕນຄຸກອັນລ້ຳເລີດຂອງ ຜູ້ນຳ ແລະ ແນວລາວຮັກຊາດ, ມາໃນສະບັບນີ້ຈະສືບຕໍ່ນຳສະເໜີ ກ່ຽວກັບການເຄື່ອນໄຫວເວລາ ຖືກກັກຂັງຢູ່ໃນຄຸກ ແລະ ການ ກະກຽມໂຕນອອກຈາກຄຸກໂພນ ເຄັງຂອງບັນດາຜູ້ນຳ. ໃນເວລາ ນັ້ນ, ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງ ແຜນເພື່ອປົດປ່ອຍຜູ້ນໍາອອກຈາກ ຄຸກ ໂດຍໄດ້ມີການປຶກສາຄົ້ນຄວ້າ ອອກເປັນຫລາຍແຜນ, ຫລາຍແງ່ ມູມ. ແຕ່ສຸດທ້າຍ ປະທານ ໄກສອນ ພົມວິຫານ ໄດ້ເລືອກເອົາວິທີການ ປຸກລຸກຂົນຂວາຍ ສຶກສາອົບຮົມ ສາລະວັດທີ່ຍາມຄຸກໃຫ້ມີຄວາມ ຮັກຊາດ ແລະ ຕື່ນຕົວການເມືອງ, ບໍ່ມີວິທີອື່ນໃດທີ່ດີກວ່ານັ້ນ ປະທານ ໄກສອນ ພົມວິຫານ ໄດ້ມອງເຫັນ ວ່າ: ສາລະວັດກໍ່ແມ່ນລູກຫລານ ຂອງປະຊາຊົນຊາວໄຮ່ນາ ຢູ່ທ້ອງ ຖິ່ນຕ່າງໆ, ເຂົາເຈົ້າກໍ່ມີຄວາມ ເຄົາລົບນັບຖືຜູ້ນຳທີ່ຮັກຊາດ, ຜູ້ນຳ ທີ່ເປັນໜ້າເຊື້ອຖື ແລະ ມີສິນທໍາ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ ນໍາໃຫ້ ທ່ານ ສາລີ ວົງຄໍາຊາວ ທີ່ ຢູ່ແນວຫລັງ(ເຂດນາຍາງ ດ່ານ ສູງ) ສົ່ງການຊີ້ນໍາດັ່ງກ່າວໄປເຖິງ ຜູ້ນຳທີ່ຢູ່ໃນຄຸກ, ໂດຍ ທ່ານ ຊຽງ ສົນ ກຸນລາວົງ ເປັນສາຍຕິດຕໍ່ໂດຍ ກົງ. ພ້ອມກັນນັ້ນ, ທ່ານ ສາລີ ວົງ ຄໍາຊາວ ທັງເປັນຜູ້ຈັດວາງກຳລັງ, ສຶກສາອົບຮົມປະຊາຊົນຢູ່ພາຍ ນອກ, ຕິດຕໍ່ພົວພັນສູນກາງຢ່າງ ກົມກຽວທີ່ສຸດ. “ຄຸກ ແລະ ສານ ແມ່ນເຄື່ອງມີ ຜະເດັດການທີ່ສໍາຄັນຂອງສັດຕູ” ດັ່ງນັ້ນ, ເພື່ອກຽມກັກຂັງບັນດາຜູ້ນໍາ ເຮົາ, ພວກເຂົາໄດ້ດັດແປງຄອກມ້າ ຝຣັ່ງທີ່ຕັ້ງຢູ່ໃຈກາງຂອງຄ້າຍໂພນ ເຄັງ ໃຫ້ກາຍເປັນຄຸກຄຸມຂັງ ເຊິ່ງ ແຕ່ລະຫ້ອງຍາວ 3 ແມັດ, ກວ້າງ 2 ແມັດ ແລະ ແໜ້ນໜາທີ່ສຸດ, ແຕ່ລະ ຫ້ອງຄຸມຂັງໃສ່ກະແຈເຂົາຄວາຍ ຢ່າງດີ, ມີຮົ້ວ 2 ຊັ້ນ(ຮົ້ວໜາມໝາກ ຈັບ 7 ຮາວໜຶ່ງຊັ້ນ ແລະ ແອ້ມດ້ວຍ ແຜ່ນສັງກະສີ ສູງ 3 ແມັດ ໜຶ່ງຊັ້ນ). ມີຕຳຫລວດ, ທະຫານ, ກອງຮ້ອຍ ລົດອາແອມໜຶ່ງກອງຮ້ອຍ ແລະ ສາລະວັດທະຫານໜຶ່ງກອງຮ້ອຍ ເຮັດໜ້າທີ່ເວນຍາມຕະຫລອດ 24 ຊົ່ວໂມງ, ອ້ອມຮອບຄຸກມີໂຄມໄຟ ສະປອດໄລ້ໃຫຍ່ທັງ 4 ດ້ານ ແລະ ມີລົດຫຸ້ມເກາະເວນຍາມຢ່າງເຄັ່ງ ຄັດ. ພາຍຫລັງຖືກຄຸມຂັງໄດ້ 1 ວັນ ການນຳເຮົາໄດ້ປະຊຸມກັນ, ຕີລາ ຄາສະພາບການ ແລະ ວາງແຜນ ເຄື່ອນໄຫວຢູ່ໃນຄຸກ, ໄດ້ຈັດຕັ້ງເປັນ ໜ່ວຍພັກ ເຊິ່ງມີສະຫາຍ ໜູຮັກ ພູມສະຫວັນ ເປັນເລຂາ. ໜ້າທີ່ ຕົ້ນຕໍຂອງຜູ້ນຳຢູ່ໃນຄຸກຄື: ພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ຫັດກາຍບໍລິຫານ, ເພີ່ມພູນຜະລິດ ຜົນ, ປູກຜັກ, ດອກໄມ້, ໝາກໄມ້ກິນ ໝາກ....ຜູ້ນຳທີ່ຢູ່ໃນຄຸກນອກຈາກ ຕໍ່ສູ້ເຊິ່ງໜ້າໂດຍກົງກັບສັດຕູແລ້ວ ຍັງໄດ້ຮ່ວມກັນລົງນາມໃນຈົດໝາຍ ສົ່ງໃຫ້ ຜຸຍ ຊະນະນິກອນ ເພື່ອຄັດ ຄ້ານການກະທຳທີ່ຈັບກຸມຄຸມຂັງ ທ່ານຜູ້ນຳທີ່ບໍ່ມີຄວາມຜິດຫຍັງ, ທວງໃຫ້ພວກເຂົາຕ້ອງປ່ອຍຕົວ ໂດຍໄວ ແລະ ທວງໃຫ້ໄດ້ໄປຮ່ວມ ກອງປະຊຸມຂອງສະພາ ແລະ ອື່ນໆ. ວັນທີ 31 ທັນວາ ປີ 1959 ນາຍພົນ ພູມີ ໜໍ່ສະຫວັນ ລູກມີ ອາເມລິກາ ໄດ້ເຮັດລັດຖະປະຫານ ໂຄ່ນລົ້ມ ລັດຖະບານ ຜຸຍ ຊະນະນິ ກອນ, ເອົາ ທ່ານ ກຸ ອະໄພ ຂຶ້ນເປັນ ນາຍົກລັດຖະມົນຕີ, ໄລຍະຕໍ່ມາກໍ່ ປ່ຽນເອົາເຈົ້າສົມສະໜິດ ຂຶ້ນເປັນ ນາຍົກລັດຖະມົນຕີ. ພວກເຂົາຜັດ ປ່ຽນກັນຂຶ້ນເປັນນາຍົກລັດຖະມົນຕີ ແຕ່ນະໂຍບາຍປາບປາມກຳລັງ ຂອງແນວລາວຮັກຊາດ ກໍ່ບໍ່ມີຫຍັງ ແຕກຕ່າງ, ພວກເຮົາເຂົາເລັ່ງທວງ ໃຫ້ສານດໍາເນີນການຕັດສິນໂດຍ ດ່ວນ. ແຕ່ ທ່ານ ກິນິນ ພົນເສນາ ທະນາຍຄວາມກໍ່ໄດ້ຫາວິທີປົກປ້ອງ ແລະ ເຂົ້າໄປໃນຄຸກຫລາຍເທື່ອເພື່ອ ເອົາຂໍ້ມູນ. ທ່ານ ພາ ວົງໄຊ, ທ່ານ ອຸ່ນເນື້ອ ພິມມະສອນ ຫົວໜ້າສານ ຂັ້ນຕົ້ນ ແລະ ສານອຸທອນ ກໍໄດ້ຫາ ວິທີແກ່ຍາວໂດຍເຫດຜົນຕ່າງໆ ຄື ຈັ່ງວ່າ ແກ່ຍາວການຕັດສິນເພື່ອໃຫ້ ແຜນແຫກຄຸກທີ່ມະຫັດສະຈັນຈະ ມາເຖິງ. ການປູກຜັກ, ດອກໄມ້ເລີ່ມເບັ່ງ ບານຢູ່ອ້ອມຄຸກ, ໝາກຫຸ່ງເລີ່ມສຸກ. ຜູ້ນໍາເຮົາຮູ້ໝູນໃຊ້ວັດທະນະທຳ, ຮີດຄອງປະເພນີ, ຈິດຕະສາດ ຄື ໄດ້ເກັບເອົາດອກໄມ້ທີ່ເບັ່ງບານໃຫ້ ສາລະວັດຝາກຄອບຄົວໄປເຮັດບຸນ ວັດ, ບູຊາໃນວັນສິນ, ວັນບຸນຕ່າງໆ, ເຮັດໃຫ້ສາລະວັດ ແລະ ຜູ້ນໍາມີ ຄວາມເຊື່ອໝັ້ນກັນຕື່ມ, ສາລະວັດ ໄດ້ມີຄວາມຈົ່ງຮັກພັກດີຕໍ່ຜູ້ນໍາ. ການຂົນຂວາຍກໍເລີ່ມມີໝາກຜົນ, ສາມາດທົດສອບຫລາຍຄັ້ງຄື: ສົ່ງ ຈົດໝາຍໃຫ້ຄອບຄົວ ຫລື ຄອບຄົວ ຝາກຈົດໝາຍນໍາສາລະວັດມາໃຫ້ຜູ້ ນໍາໃນຄຸກກໍຮັບປະກັນຄວາມລັບໄດ້. ວັນເວລາຜ່ານໄປເກືອບ 300 ວັນ ຜູ້ນໍາເຮົາທີ່ຢູ່ໃນຄຸກໄດ້ຂົນ ຂວາຍພວກສາລະວັດທະຫານທີ່ ເຂົ້າມາເວນຍາມຄຸກໄດ້ຮັບໝາກ ຜົນເປັນຢ່າງດີ. ສະຫາຍ ໜູຮັກ ພູມ ສະຫວັນ ທີ່ຢູ່ໃນຄຸກກັບ ສະຫາຍ ໄກສອນ ພົມວິຫານ ເລຂາທິການ ໃຫຍ່ ຄະນະຊີ້ນຳສູນກາງພັກທີ່ ຢູ່ເຂດທີ່ໝັ້ນປະຕິວັດ, ໄດ້ມີການ ແລກປ່ຽນຄວາມຄິດຄວາມເຫັນ ນໍາກັນ. ການນໍາທີ່ຢູ່ໃນຄຸກ ແລະ ພາກສ່ວນທາງນອກ ຊຶ່ງນໍາໂດຍ ທ່ານ ສາລີ ວົງຄໍາຊາວ ໄດ້ມີການ ວາງແຜນກະກຽມເສັ້ນທາງ, ກຽມ ຈິດໃຈ, ກຽມເຄື່ອງໃຊ້ອັນຈຳເປັນ... ເປັນຢ່າງດີ. ວັນທີ 23, ເວລາ 12 ໂມໆ ທ່ຽງຄືນຫາ 0 ໂມງ ຂອງວັນທີ 24 ເດືອນ 5 ປີ 1960 ຜູ້ນຳທຸກ ຄົນໄດ້ນຸ່ງໂສ້ງ, ເສື້ອ, ເກີບ, ໝວກ ແລະ ປະກອບອາວຸດ, ປອມຕົວ ເປັນສາລະວັດທະຫານ, ຈັດຕັ້ງ ເປັນ 3 ຈຸ ແຕ່ລະຈຸມີສາລະວັດທະ ຫານແຕ່ 2 ເຖິງ 3 ຄົນ ພາທາງ ແລະ ປ້ອງກັນ. ຍ່າງອອກປະຕູຄຸກ ເບື້ອງທາງເລກ 13 ໃຕ້ ເຊິ່ງກັບ ປະຕູໃຫຍ່ຂອງກະຊວງປ້ອງກັນ ປະເທດປັດຈຸບັນ, ຍ່າງຊື່ອອກມາ ປະມານ 30 ແມັດ ກໍລ້ຽວຊ້າຍໄປ ສູ່ທິດຕາເວັນອອກສ່ຽງເໜືອຂອງ ຄ້າຍຄຸກໄດ້ປະມານ 100 ແມັດ ກໍຂ້າມຮົ້ວໜາມໝາກຈັບທີ່ລ້ອມ ຄ້າຍໜຶ່ງຊັ້ນ ແລ້ວຍ່າງຂ້າມຂົວໄມ້ ຮ່ອງແຊງ, ຂ້າມທົ່ງນາລັດໄປໃສ່ ກົກສາມສາໃຫຍ່ກ້ອງສູນສະຖານີ ໄຟຟ້າໂພນຕ້ອງ ແລະ ເຕົ້າໂຮມກັນ ຢູ່ທີ່ນັ້ນປະມານ 1 ຊົ່ວໂມງ ເພາະ ໄດ້ຖ້າ ທ່ານ ຈັນທະວີ ສາລະວັດ ທະຫານທີ່ໄປຕ້ອນເອົາພະສິກໃໝ່ 4 ທ່ານ ຢູ່ວັດທາດຫລວງ. ຈາກນັ້ນກໍ່ເດີນທາງຕໍ່ລັດໃສ່ ບ້ານໜອງທາເໜືອ, ທົ່ງນາໜອງ ພະຍາ, ດົງຊຽງດີ, ລັດໃສ່ດົງຫລວງ ທີ່ຂຶ້ນກັບບ້ານນາຊາຍນ້ອຍ ກໍພໍດີ ແຈ້ງ. ທຸກຄົນພັກເຊົາລີ້ຢູ່ດົງຫລວງ (ເນ່ືອງໃນໂອກາດວັນລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ ່ືັຶິຸ່ັັັູ້ັ ຄົບຮອບ 66 ປີ)ົີ 9u o{ia fg-p 9tdkogxa oglq k7E c|h ocdj o .sh xt-k-q o-k;3]d1j k'\A o7q ' ” “ ແລະ ການເຊັນສັນຍາວ່າດ້ວຍການ ຮ່ວມມືໄມຕີຈິດມິດຕະພາບຖານ ບ້ານໃກ້ເຮືອນຄຽງທີ່ດີ ຈີນ-ຣັດເຊຍ ຄົບຮອບ 25 ປີ ເຊິ່ງທ່ານໃຫ້ຄໍາ ເຫັນວ່າ: ການເດີນທາງມາຢ້ຽມ ຢາມ ສປ ຈີນ ຂອງ ທ່ານ ວາ ລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຄັ້ງນີ້ ຖືເປັນເຫດການສໍາ ຄັນທາງປະຫວັດສາດ. ສະນັ້ນ, ຕາມຂໍ້ສັງເກດຂອງຂ້າພະເຈົ້າ ເຫັນວ່າທາດແທ້ຂອງຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຣັດເຊຍ-ຈີນ ໃນຍຸກໃໝ່ແມ່ນຕ່າງ ກັນກັບຮູບການ. ການພົວພັນຮ່ວມມື ລະຫວ່າງສອງຝ່າຍ ແລະ ຜູ້ນໍາ ສູງສຸດສອງປະເທດໝາຍຄວາມວ່າ ແຕກຕ່າງກັນຢ່າງຂາດຂັ້ນ ເພາະ ວ່າໃນສະໄໝກ່ອນການຮ່ວມມືລະ ຫວ່າງປະເທດທີ່ພັດທະນາແລ້ວ, ພວມພັດທະນາ ແລະ ດ້ອຍພັດທະນາ ສ່ວນຫລາຍແມ່ນຈະພົວພັນແບບກຸ່ມ ກ້ອນ ຈະບໍ່ຄືກັບການພົວພັນໃນ ສະໄໝປັດຈຸບັນນີ້ເປັນການພົວພັນ ທີ່ເຕັມດ້ວຍຄວາມເຂົ້າອົກເຂົ້າໃຈ ລະຫວ່າງຜູ້ນໍາສູງສຸດຂອງ ຣັດເຊຍ ແລະ ຜູ້ນໍາສູງສຸດຂອງ ສປ ຈີນ ຫວັງຢາກຮ່ວມມືກັນຢ່າງໃກ້ຊິດໃນ ທຸກຂົງເຂດບໍ່ວ່າດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ດ້ານ ອື່ນໆ. ຂ້າພະເຈົ້າຂໍຕີລາຄາວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານ ວາລາດີເມຍ ປູຕິນ ນອກຈາກຈະ ເປັນການຢ້ຽມຢາມທີ່ເປັນຂີດໝາຍ ສໍາຄັນອັນເປັນມູນເຊື້ອລະຫວ່າງ ສອງປະເທດມະຫາອໍານາດ ທີ່ເປັນ ກໍາແພງເພັດ ເພື່ອຄໍ້າສັນຕິພາບ ຂອງໂລກ ແລະ ຍັງຈະໄຂໜ້າປະ ຫວັດສາດໃໝ່ອີກ ໃນສະພາບ ການຂອງໂລກທີ່ມີການພົວພັນກັນ ແລະ ຫຍຸ້ງຍາກສັບສົນທີ່ສຸດໃນຍຸກ ປັດຈຸບັນ ເຖິງວ່າເຮົາຈະມີອົງການ ສະຫະປະຊາຊາດ(ສປຊ) ແຕ່ເຮົາ ມາເບິ່ງບົດບາດຂອງ (ສປຊ) ໃນ ປັດຈຸບັນຈະຕ້ອງໄດ້ເວົ້າກັນຄືນໃໝ່ ໂດຍສະເພາະການເຮັດໜ້າທີ່ໄດ້ ດີແລ້ວບໍ່? ສາມາດປົກປັກຮັກສາ ສິດອັນຊອບທໍາຂອງມວນນະນຸດ, ປະເທດທີ່ດ້ອຍພັດທະນາ, ປະເທດ ທີ່ກໍາລັງພັດທະນາ ແລະ ປະເທດ ພັດທະນາແລ້ວໄດ້ດີແລ້ວບໍ່? ອັນນີ້ ເຫັນວ່າ, ຖ້າປັດສະຈາກຜູ້ນໍາຂອງ ສອງປະເທດນີ້ເຫັນວ່າຝ່າຍປໍລະປັກ ກໍຈະສືບຕໍ່ດຶງເອົາບັນດາປະເທດ ນ້ອຍໆທີ່ກໍາລັງສ້າງສາພັດທະນາ ຢູ່ໃນຂອບເຂດພາກພື້ນ ກໍຄື ໃນໂລກ ໄປຕາມນະໂຍບາຍຂອງຝ່າຍທີ່ເບິ່ງ ບັນຫາກົງກັນຂ້າມກັບສອງປະເທດ ມະຫາອໍານາດ ກໍຄື ສະຫະພັນຣັດ ເຊຍ ແລະ ສປ ຈີນ. ຂ້າພະເຈົ້າດີໃຈທີ່ສຸດເຫັນວ່າ, ປະທານາທິບໍດີຣັດເຊຍ ເດີນທາງໄປ ຢ້ຽມຢາມ ສປ ຈີນໃນຄັ້ງນີ້ ເພາະວ່າ ຈະເປັນການສືບຕໍ່ປູເສັ້ນທາງທີ່ສອງ ປະເທດ ຣັດເຊຍ-ຈີນ ໄດ້ເພີ່ມພູນຄູນ ສ້າງເຮັດໃຫ້ສະຖຽນລະພາບຂອງ ໂລກມີຄວາມໝັ້ນຄົງຕະຫລອດໄປ, ພ້ອມກັນນີ້ສອງປະເທດຈະເປັນສິ່ງ ທີ່ຄໍ້າປະກັນເຮັດໃຫ້ໂລກມີຫລາຍ ຂົ້ວ. ການທີ່ໂລກມີຫລາຍຂົ້ວຈະ ເຮັດໃຫ້ປະເທດທີ່ດ້ອຍພັດທະນາ ແລະ ປະເທດທີ່ກໍາລັງພັດທະນາ ຈະ ສາມາດກໍານົດເສັ້ນທາງເດີນຂອງ ຕົນໄດ້ຢ່າງຈະແຈ້ງ ແລະ ຍັງເປັນ ການສ້າງເງື່ອນໄຂໃຫ້ປະເທດດ້ອຍ ພັດທະນາ ແລະ ກໍາລັງພັດທະນາ ລວມທັງ ສປປ ລາວ ທີ່ກໍາລັງ ເອົາໃຈໃສ່ພົວພັນຮ່ວມມືກັບ ສປ ຈີນ, ສະຫະພັນ ຣັດເຊຍ. ທ່ານ ສີວຽງເພັດ ເພັດວໍລະສັກ ຍັງໄດ້ຍົກໃຫ້ເຫັນບາງເນື້ອໃນຈິດ ໃຈສໍາຄັນວ່າ: (1). ການພົວພັນ ຈີນ-ຣັດເຊຍ ເປັນຕົວແບບໃນການ ຮ່ວມມືກໍວ່າໄດ້, ເຮົາຕ້ອງເຂົ້າໃຈ ໂດຍຜ່ານການປ່ຽນແປງຕ່າງໆ ນັ້ນຈົນຮອດຕອນຄໍ່າຂອງວັນທີ 24 /5/ 1960 ຈຶ່ງເດີນທາງຕໍ່ຂ້າມ ທາງເລກທີ 13 ເໜືອບ່ອນທາງ ໂຄ້ງ ໃກ້ທາງເຂົ້າດ່ານສູງປະມານ 100 ແມັດ, ເດີນທາງຕໍ່ ໄປເຖິງ ຕາດຊອນ ແລ້ວນອນຕາກຝົນຢູ່ທີ່ ນັ້ນໝົດຄືນຊອດແຈ້ງ, ຮຸ່ງເຊົ້າຂອງ ວັນທີ 25 /5/1960 ຈຶ່ງເດີນທາງ ຕໍ່ໄປຜ່ານດ່ານສູງໄປເຖິງສໍານັກ ປິດລັບຂອງ ທ່ານ ສາລີ ວົງຄໍາ ຊາວ, ພັກເຊົາຢູ່ທີ່ນັ້ນປະມານ 10 ວັນ ເພື່ອກຽມວັດຖຸປັດໄຈຕ່າງໆ ໃຫ້ແກ່ການເດີນທາງຕໍ່ໄປ. ເດີນ ທາງໄປຮອດສໍານັກງານປິດລັບ ຂອງແຂວງວຽງຈັນ, ພັກຢູ່ນັ້ນ 5 ວັນ ແລ້ວເດີນທາງໄປທາງເມືອງ ກາສີ, ໄປຫາບ້ານຖໍ້າແກ້ວ. ເວລາ ນັ້ນຜູ້ນໍາໄດ້ຮັບຂ່າວກ່ຽວກັບການ ເຮັດລັດຖະປະຫານຂອງກອງແລຢູ່ ວຽງຈັນ ແລະ ກໍ່ໄດ້ຮັບໂທລະເລກ ຈາກສູນກາງພັກວ່າໃຫ້ ແບ່ງເປັນ ສອງພາກສ່ວນຄື: ທ່ານ ໜູຮັກ ພູມ ສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີ ສານ, ທ່ານ ສິງກະໂປ ສີໂຄດຈຸນ ລະມະນີ, ທ່ານ ບົວສີ ຈະເລີນສຸກ ແລະ ອ້າຍນ້ອງ ຈຳນວນໜຶ່ງໃຫ້ກັບ ຄືນນະຄອນຫລວງວຽງຈັນ ເພື່ອ ເຈລະຈາຮ່ວມມືກັບລັດຖະບານ ສຸ ວັນນະພູມມາ. ສ່ວນເຫລືອນັ້ນໃຫ້ ສືບຕໍ່ເດີນທາງຂຶ້ນໄປສູ່ເຂດທີ່ໝັ້ນ, ເພື່ອພ້ອມກັບຄະນະຊີ້ນຳສູນກາງ ພັກ ສືບຕໍ່ນໍາພາ ພາລະກິດປະຕິວັດ ຕໍ່ໄປຈົນເຖິງໄຊຊະນະສຸດທ້າຍ. ການໂຕນຄຸກແບບຮ່ວມໝູ່ ຂອງ ບັນດາຜູ້ນຳພັກ ແລະ ແນວລາວ ຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີ ຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະ ຄິດວ່າຈະເປັນໄປໄດ້. ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການ ເຖິງວ່າຈະ ຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມ ຈຳນົນໂດຍເດັດຂາດ ອັນນີ້ ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງ ໃດມາປຽບປານກໍບໍ່ໄດ້. ໄຊຊະນະ ອັນພິລະອາດຫານໃນວິລະກຳຄັ້ງ ມະຫັດສະຈັນນີ້ ໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ ສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນດາທ່ານຜູ້ນຳອອກຈາກຄຸກໄດ້ ເປັນຜົນສຳເລັດ. ຍ້ອນການນໍາ ອັນສະຫລາດສ່ອງໃສ ແລະ ປີຊາ ສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ. ການ ຊີ້ນຳລະອຽດຕົວຈິງຂອງທ່ານ ສາລີ ວົງຄໍາຊາວ, ຄະນະພັກ ແຂວງ ແຂວງວຽງຈັນ ທີ່ໄດ້ກະກຽມຢູ່ ທາງນອກ ແລະ ທາງໃນ ເປັນການ ດີຈັງຫວະເຂົ້າແກັບເຂົ້າເກຍຊັດເຈນ ທີ່ສຸດ. ຍ້ອນນໍ້າໃຈຮັກຊາດອັນແຮງ ກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມ ກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍ ສະລະ ມີຄວາມປີຊາສາມາດຂົນ ຂວາຍ, ສຶກສາອົບຮົມສາລະວັດ ທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດສະຫາຍຮ່ວມຕາຍນໍາກັນ. ຍ້ອນ ສາລະວັດທະຫານມີນໍ້າໃຈຮັກຊາດ ອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດ ປົກຄອງຫຸ່ນປະຕິການ. ເຂົາເຈົ້າມີ ຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນຳ ສຸດຂີດກາຍເປັນຜູ້ໄຂປະຕູຫ້ອງ ຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູ ຄຸກແລ້ວປ້ອງກັນ ແລະ ພາທາງຜູ້ ນຳພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງອອກ ໄປຢ່າງປອດໄພ. ໂດຍຜູ້ນໍາຂອງສອງປະເທດໄດ້ ຮ່ວມມືກັນຢ່າງຊະນິດແໜ້ນໃນ ເວທີພາກພື້ນ-ສາກົນ, ດ້ານການ ເມືອງ, ເສດຖະກິດ ແລະ ດ້ານອື່ນໆ. ຜູ້ນໍາສອງປະເທດນີ້ ແມ່ນຍຶດໝັ້ນ ຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ບໍ່ແຊກແຊງເຂົ້າກິດຈະ ການພາຍໃນຂອງກັນ ແລະ ກັນ ຊຶ່ງ ຫລັກການນີ້ກໍແມ່ນຫລັກການລວມ ທີ່ທຸກປະເທດທີ່ເປັນສະມາຊິກຂອງ ອົງການ (ສປຊ) ແມ່ນປະຕິບັດບໍ່ ເລືອກ, ບໍ່ຈໍາແນກວ່າປະເທດນ້ອຍ, ປະເທດໃຫຍ່, ປະເທດທຸກຍາກ ຮັ່ງມີ ເພາະວ່າກົດບັດຂອງສະຫະ ປະຊາຊາດ ກໍໄດ້ກໍານົດແນວນັ້ນ, ການພົບປະລະຫວ່າງຜູ້ນໍາສອງ ປະເທດນີ້ ຈະເປັນຕົວແບບອັນດີເພື່ອ ສັ່ງຊາ ແລະ ຍູ້ໜູນໃຫ້ເກີດຄວາມ ເປັນມິດເພີ່ມຂຶ້ນຢ່າງໜັກແໜ້ນໃນ ວົງຄະນາຍາດສາກົນ,

RkJQdWJsaXNoZXIy MTc3MTYxMQ==