ຂປລ
* ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

* ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ ແມ່ນຍັງມີພະພຸດທະຮູບອົງໃຫຍ່ຕັ້ງ ສະຫງ່າຜ່າເຜີຍຢູ່ ເຊິ່ງວັດດັ່ງກ່າວ ຫ່າງຈາກຕົວເມືອງ ໂພນສະຫວັນ ເມືອງເອກຂອງ ແຂວງຊຽງຂວາງ ປະມານ 30 ກິໂລແມັດ. ຕາມການບອກເລົ່າທີ່ສືບສານ ກັນມາຫລາຍຮ້ອຍປີວ່າ: ວັດເພຍ ວັດ ຖືກສ້າງຂຶ້ນໃນປີ ຈຸນລະສັກກະ ຫລາດ (ຈສ) 744 ເຊິ່ງເປັນແຫ່ງ ທຳອິດທີ່ສ້າງຂຶ້ນຢູ່ດິນເມືອງພວນ ມີເຈົ້າລານຄຳກອງ ເປັນອາດຍາ ປົກຄອງເມືອງ ໄດ້ນຳພາປະຊາ ຊົນ ໂດຍມີອາຈານທຳມະຄາຖາ ຜູ້ ທີ່ເຄີຍສ້າງວັດຢູ່ເມືອງຫລວງພະ ບາງມາແລ້ວ ນຳພາສ້າງ. ຫລັງ ຈາກສ້າງສຳເລັດ ເຈົ້າລານຄຳ ກອງ ໄດ້ອັນເຊີນພະພຸດທະຮູບອົງ ສັກສິດ (ພະເຈົ້າອົງຕື້) ຈາກຫົງສາ ວະດີ (ມຽນມາໃນປັດຈຸບັນ) ມາ ປະທັບໄວ້ວັດດັ່ງກ່າວ. ໃນຍຸກນັ້ນ ເມືອງພວນ ຈະເລີນຮຸ່ງເຮືອງທີ່ສຸດ ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນ ຮ່ຳຮຽນຂອງພະສົງສາມະເນນ. ແຕ່ພໍຕົກມາ ຊຸມປີ ຈສ 1287 ຫລື ປີ ຄສ 1874 ສົງຄາມພາຍນອກ (ເສິກຫໍ້) ໄດ້ເຂົ້າມາມ້າງເພທຳ ລາຍ ເຊິ ່ງພວກເຂົາໄດ້ຕັດແຂນຊ້າຍ ຂອງພະເຈົ້າອົງຕື້ ເພື່ອຊອກຫາ ໂລຫະທີ່ມີຄ່າ ແຕ່ສິມ ຍັງບໍ່ຖືກ ທຳລາຍ. ມາຮອດ ຄສ 1953 ໄດ້ ຖືກສົງຄາມຂອງຈັກກະພັດຝຣັ່ງ ທຳລາຍສິມ ແລະ ພະພຸດທະຮູບຈົນ ປະຊາຊົນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ໃຫ້ສວຍງາມ ເໝືອນດັ່ງ ສະໄໝກ່ອນ, ແຕ່ຄວາມສວຍງາມ ຂອງວັດກໍໄດ້ຫາຍໄປອີກ ຈາກສົງ ຄາມທີ່ຈັກກະພັດອາເມລິກາໄດ້ທຳ ລາຍວັດຈົນໝົດ. ວັດເພຍວັດ, ຖ້ານັບມາຮອດ ດຽວນີ້ກໍມີອາຍຸ ປະມານ 700 ກວ່າ ປີແລ້ວ, ຖືເປັນວັດທີ່ເກົ່າແກ່ ອີກວັດ ໜ ຶ່ງຂອງລາວ ທີ່ຊີ້ໃຫ້ເຫັນວ່າກ່ອນ ນີ້ ເກືອບສະຕະວັດ ດິນແດນດັ່ງ ກ່າວ ເຊິ່ງເປັນເຂດເມືອງຄູນ ກໍຄື ແຂວງຊຽງຂວາງ ມີຄວາມຮຸ ່ງ ເຮືອງທາງດ້ານອະລິຍະທຳ, ຍ້ອນ ວ່າວັດເປັນສະຖານທີ່ເຕົ້າໂຮມຈິດ ໃຈ, ຄວາມເຫລື້ອມໃສສັດທາ ຂອງ ມວນຊົນ ທີ່ນັບຖືສາສະໜາພຸດ. ບ່ອນໃດມີຄວາມຮຸ່ງເຮືອງ, ສະແດງ ອອກໃຫ້ເຫັນວັດວາອາຮາມ ທີ່ ກວ້າງໃຫຍ່ສວຍງາມ, ຍ້ອນວ່າປະ ຊາຊົນສາມັກຄີຮ່ວມໃຈກັນສ້າງ ນ ັ້ນເອງ. ສະພາບວັດເພຍວັດ ໃນປັດ ຈຸບັນ ທີ່ຫລົງເຫລືອ ຈາກສົງຄາມ ເຜົາຜານ ທີ່ພວກຈັກກະພັດຕ່າງ ດ້າວເອົາລູກແຕກໝາກໂບມ ມາຖິ້ມ ໃສ່ນັ້ນ ຍັງຄົງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຢ່າງບໍ່ຂາດສາຍ. ເຖິງແມ່ນວ່າຄວາມສວຍງາມຂອງ ວ ັດທີ ່ເຄີຍມີນັ ້ນບໍ ່ເຫລືອແລ້ວກໍຕາມ, ແຕ່ຄວາມສັກສິດກໍມີຈິງ ເພາະສົງ ຄາມບໍ່ອາດທຳລາຍກ້ຽງ ຍ້ອນຍັງ ມີພະອົງຕື້ໃຫຍ່ ຄົງໄວ້ໃຫ້ເຫັນເຖິງ ຈະເຫລືອພຽງພະພຸດທະຮູບຕັ້ງ ສະຖິດຢູ່ ທັງຕາກແດດ ແລະ ຝົນ ກໍ ຕາມ ແຕ່ຄວາມສັກສິດຂອງວັດແຫ່ງ ນີ້ບໍ່ໄດ້ເຊື່ອມຖອຍ. ພ້ອມນັ້ນ ທາງ ແຂວງຊຽງຂວາງ ກໍຄື ອຳນາດການ ປົກຄອງ ແລະ ຊາວເມືອງຄູນ ໄດ້ ພ້ອມກັນບູລະນະຄືນໃໝ່, ເອົາໃຈ ໃສ່ປົກປັກຮັກສາສະຖານທີ່ດັ່ງກ່າວ ໃຫ້ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ໄປຈົນຊົ່ວລູກຊົ່ວຫລານ.
ໂດຍ: ແສງສະຫວັນ
KPL