ອາຟຣິກາ ເລີ່ມປະຕິບັດໂຄງການຕ້ານພະຍາດອີໂບລາລວມມູນຄ່າ 319 ລ້ານໂດລາ

26/05/2026 15:21
ຂປລ ກອງ​ປະ​ຊຸມ​ສຸກ​ເສີນ​ລະ​ດັບ​ສູງ​ ຂອງ​ລັດ​ຖະ​ມົນ​ຕີ ​ສູນ​ຄວບ​ຄຸມ​ພະ​ຍາດ​ ອາ​ຟ​ຣິ​ກາ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ກຳ​ປາ​ລາ ​ປະ​ເທດ​ອູ​ກັນ​ດາ​ ​ໄດ້​ບັນ​ລຸ​ຄວາມ​ເຫັນ ​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ ​ການ​ປ້ອງ​ກັນ ​ແລະ ​ຮັບ​ມື​ກັບ​ ການ​ແພ່​ລະ​ບາດ​ ຂອງ​ພະ​ຍາດ​ອີ​ໂບ​ລາ ​ໃນ​ລະຫວ່າງ​ ເດືອນ​ມິ​ຖຸ​ນາ ​ຫາ​ເດືອນ​ພະ​ຈິກ ​ປີ2026​ ຢູ່​ອາ​ຟ​ຣິ​ກາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 25 ພຶດ​ສະ​ນາ​ນີ້, ອີງ​ຕາມ​ຂໍ້​ມູນ​ ຈາກ​ສະ​ຫະ​ພາບ ​ອາ​ຟ​ຣິ​ກາ ​ແລະ ​ສູນ​ຄວບ​ຄຸມ ​ພະ​ຍາດ​​ອາ​ຟ​ຣິ​ກາ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ສຸກ​ເສີນ​ລະ​ດັບ​ສູງ​ ຂອງ​ລັດ​ຖະ​ມົນ​ຕີ ​ສູນ​ຄວບ​ຄຸມ​ພະ​ຍາດ​ ອາ​ຟ​ຣິ​ກາ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ກຳ​ປາ​ລາ ​ປະ​ເທດ​ອູ​ກັນ​ດາ​ ​ໄດ້​ບັນ​ລຸ​ຄວາມ​ເຫັນ ​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ ​ການ​ປ້ອງ​ກັນ ​ແລະ ​ຮັບ​ມື​ກັບ​ ການ​ແພ່​ລະ​ບາດ​ ຂອງ​ພະ​ຍາດ​ອີ​ໂບ​ລາ ​ໃນ​ລະຫວ່າງ​ ເດືອນ​ມິ​ຖຸ​ນາ ​ຫາ​ເດືອນ​ພະ​ຈິກ ​ປີ2026​ ຢູ່​ອາ​ຟ​ຣິ​ກາ, ຈັດ​ງົບ​ປະ​ມານ​ລ​ວມ ​ທັງ​ໝົດ​ ປະ​ມານ  319 ລ້ານ​ໂດ​ລາສະຫະລັດ ເພື່ອ​ສຸມ​ໃສ່​ ສະ​ໜັບ​ ສະ​ໜູນ​ ປະ​ເທດ ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ​ຄວບ​ຄຸມ​ພະ​ຍາດ ພ້ອມ​ທັງ ​ເສີມ​ສ້າງ​ຄວາມ​ສາ​ມາດ​ປ້ອງ​ກັນ​ພະ​ຍາດ ​ໃຫ້​ແກ່ ​ປະ​ເທດ​ສະ​ມາ​ຊິກ ​ທີ່​ມີ​ຄວາມ​ສ່ຽງ​ສູງ​ ຢ່າງ​ໜ້ອຍ  10 ປະ​ເທດ. ພາຍຫລັງ ອົງ​ການ​ອະ​ນາ​ໄມ​ໂລກ ​ຢືນ​ຢັນ​ວ່າ: ໃນ​ການ​ແພ່​ລະ​ບາດ ​ຂອງ​ພະ​ຍາດ​ອີ​ໂບ​ລາ(Ebola)ຮອບ​ໃໝ່, ຫລັງຈາກ ​ກົງ​ໂກ​ ໄດ້​ລາຍ​ງານ​ວ່າ ​ມີ​ຜູ້ຖືກ​ສົງ​ໄສ​ຕິດ​ເຊື້ອ​ພະ​ຍາດ​​ດັ່ງ​ກ່າວ ຫລາຍກວ່າ 900 ກໍ​ລະ​ນີ​ ແລະ ​ຜູ້​​ຖືກ​ສົງ​ໄສ ​ຕິດ​ເຊື້ອ ເສຍ​ຊີ​ວິດ 200 ກໍ​ລະ​ນີ, ໃນ​ນີ້, ມີຜູ້​ຕິດ​ເຊື້ອ 101 ກໍ​ລະ​ນີ. ກ່ອນ​ໜ້າ​ນີ້ ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ວ່າ: ການ​ແພ່​ລະ​ບາດ​ພະ​ຍາດ​ຮອບ​ນີ້​ ເປັນ​ພາ​ວະ​ສຸກ​ເສີນ ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ທີ່​ສາ​ກົນ​ເອົາ​ໃຈ​ໃສ່.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top