ຫາລືກະກຽມສະຫລຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາທົ່ວປະເທດ

04/02/2026 05:59
ຂປລ ຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ສ່ອງແສງຄວາມພ້ອມໃຫ້ແກ່ການກະກຽມກອງປະຊຸມສະຫລຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວປະເທດ ໄລຍະປີ 2021- 2025 ໃນວັນທີ 3 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ.

      ຂປລ.  ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ມີຮອງປະທານ, ຄະນະຊີ້ນຳລະດັບຊາດກ່ຽວກັບ ການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແລະ ຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມແບບເຊິ່ງໜ້າ, ຕາງໜ້າຄະນະຊີ້ນຳວຽກງານ ແຂ່ງຂັນ- ຍ້ອງຍໍ, ຮັກຊາດ ແລະ ພັດທະນານະຄອນຫລວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

      ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລັດຖະດຳລັດວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ, ລົງວັນທີ 21 ຕຸລາ 2025. ຈາກນັ້ນ, ກໍໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາຕໍ່ບັນດາຮ່າງເອກະສານ ແລະ ຄໍາເຫັນເຈາະຈີ້ມ ຂອງທ່ານປະທານກອງປະຊຸມ ເປັນຕົ້ນຮ່າງດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊ້ີນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງແຜນດໍາເນີນງານ ຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປີ 2026; ຮ່າງບົດສະຫລຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ ຜ່ານມາ (2021-2025).

     ໂອກາດນີ້, ທ່ານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອຍໍ, ຮັກຊາດ ແລະ ພັດທະນາ ໄດ້ມີຄຳເຫັນສັງຮວມເນື້ອໃນຂອງກອງປະຊຸມ, ພ້ອມທັງມີຄຳເຫັນເນັ້ນໜັກຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕ່ືມບາງດ້ານ ເປັນຕົ້ນຄົ້ນຄວ້າຊອກຫາສາ ເຫດແທ້ຈິງທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ, ລວມທັງບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ- ຍ້ອງຍໍ, ຮັກຊາດ ແລະ ພັດທະນາໄລຍະຜ່ານມາ, ລວມທັງຫາງສຽງສັງຄົມຕໍ່ວຽກງານດັ່ງກ່າວ; ໃຫ້ກອງເລຂາຄະນະຊີ້ນຳລະດັບຊາດຄົ້ນຄວ້າປັບປຸງເນື້ອໃນບັນດາຮ່າງ ເອກະສານທີ່ນຳມາສະເໜີໃນກອງປະຊຸມຄັ້ງນີ້, ລວມທັງເອກະສານທ່ີກ່ຽວຂ້ອງໃຫ້ສອດຄ່ອງ, ເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບໄປລວງດຽວກັນຕື່ມ. ພ້ອມກັນນັ້ນ, ກໍກວດກາ ແລະ ຄົ້ນຄວ້າປັບປຸງວັດຖຸພັນຍ້ອງຍໍໃຫ້ມີຄວາມທົນທານ, ມີຄຸນນະພາບ, ຮູບຊົງສະຫງ່າງາມ ແລະ ມີລັກສະນະເຄັ່ງຂຶມ ກວ່າເກົ່າ, ທັງກວດກາຄືນຜະລິດຕະພັນຍ້ອງຍໍທີ່ໄດ້ຜະລິດໄວ້ແລ້ວ ເພື່ອຫລີກລ່ຽງການເສື່ອມຄຸນນະພາບ; ຮີບຮ້ອນຄົ້ນຄວ້າອອກຄຳແນະນໍາກ່ຽວກັບການຄັດເລືອກ, ການສະເໜີເປົ້າໝາຍບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນເພື່ອບໍ່ໃຫ້ມີການຍ້ອງຍໍຊໍ້າຊ້ອນ, ຮັບປະກັນຄວາມວ່ອງໄວ, ທັນການ ແລະ ຖືກຕ້ອງຕາມກົດໝາຍ; ສືບຕໍ່ກະກຽມກອງປະຊຸມສະຫລຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທົ່ວປະເທດ ໄລຍະ 2021-2025 ແລະ ທິດທາງແຜນການຮອດປີ 2030 ໂດຍເອົາໃຈໃສ່ດ້ານເນື້ອໃນ, ວັດຖຸພັນ(ຫລຽນ-ໃບຍ້ອງຍໍ), ງົບປະມານ ແລະ ຄັດເລືອກໄດ້ວຽກດີຄົນເດັ່ນແທ້; ໃຫ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຄຳແນະນໍາ ແລະ ແຈ້ງການຂອງຂັ້ນເທິງກ່ຽວກັບວຽກງານແຂ່ງຂັນ- ຍ້ອງຍໍ, ແລ້ວຄົ້ນຄວ້າຜັນຂະຫຍາຍເປັນນິຕິກໍາຂັ້ນຂອງຕົນເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ປະສິດທິຜົນສູງ; ໃຫ້ຄະນະຊີ້ນໍາກະຊວງ, ອົງການ ແລະ ທ້ອງຖິ່ນກວດກາເປົ້າໝາຍທີ່ໄດ້ຮັບການປະດັບຫລຽນລະນຶກ 70 ປີ ຂອງພັກ ແຕ່ຍັງບໍ່ໄດ້ຮັບເງິນນະໂຍບາຍ ໂດຍສະເພາະພະນັກງານບໍານານເພື່ອສະຫລຸບລາຍງານຕໍ່ຂັ້ນເທິງໃຫ້ທິດຊີ້ນໍາໂດຍໄວ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top