ຂປລ
ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງເອົາພະທາດໂຜ່ນ ແລະ ຜາສາດເຮືອນຫີນ ພ້ອມດ້ວຍພື້ນທີ່ບໍລິເວນອ້ອມຂ້າງເປັນມໍລະດົກແຫ່ງຊາດ

ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງເອົາພະທາດໂຜ່ນ ແລະ ຜາສາດເຮືອນຫີນ ພ້ອມດ້ວຍພື້ນທີ່ບໍລິເວນອ້ອມຂ້າງເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານວັດທະນະທຳຢ່າງເປັນທາງການ ໃນວັນທີ 29 ມັງກອນ 2026 ທີ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ໃນພິທີ, ທ່ານ ພົມມາ ສົງວິໄລ ປະທານຄະນະກຳມະການປົກຄອງ ເມືອງໄຊພູທອງ ໄດ້ລາຍງານຜົນສຳເລັດການຫ້າງຫາກະກຽມ ຮັບຮອງມໍລະດົກແຫ່ງຊາດ ພ້ອມທັງກ່າວເປີດບຸນນະມັດສະການພະທາດໂຜ່ນ ປະຈຳປີ 2026 ຢ່າງເປັນທາງການ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ອົງພະທາດໂຜ່ນ ເປັນປູຊະນີຍະສະຖານອັນລໍ້າຄ່າ ແລະ ສັກສິດຄູ່ບ້ານຄູ່ເມືອງມາແຕ່ບູຮານນະການ ຊຶ່ງຕາມຕຳນານໄດ້ກ່າວວ່າສ້າງຂຶ້ນໃນປີ ພສ 118 ດ້ວຍຫີນເຂົ້າຈີ່ ມີຮູບຊົງເປັນທາດອຸບມຸງ ແລະ ມີອາຍຸເກົ່າແກ່ກວ່າ 2.500 ປີ. ການຈັດບຸນໃນແຕ່ລະປີບໍ່ພຽງແຕ່ເປັນການສະແດງຄວາມເຫລື້ອມໃສສັດທາຂອງປະຊາຊົນເທົ່ານັ້ນ ແຕ່ຍັງເປັນການອະນຸລັກຮັກສາຂະນົບທຳນຽມປະເພນີອັນດີງາມ ແລະ ຊຸກຍູ້ການທ່ອງທ່ຽວທາງດ້ານວັດທະນະທຳໃຫ້ມີຄວາມຍືນຍົງ.
ພາຍໃນງານຍັງມີການສະແດງສິລະປະ-ວັນນະຄະດີຈາກນ້ອງນັກຮຽນ ແລະ ບົດຟ້ອນພື້ນເມືອງຈາກຄະນະສິລະປະສະໂມສອນວັດທະນະທຳເຜົ່າ ແຂວງສະຫວັນນະເຂດ. ພ້ອມກັນນີ້, ຍັງມີການວາງສະແດງຜະລິດຕະພັນ ແລະ ສິນຄ້າໂອດັອບ ຈາກກຸ່ມການຜະລິດພາຍໃນເມືອງ ແລະ ເມືອງອ້ອມຂ້າງ 175 ຮ້ານ ພ້ອມທັງມີກິດຈະກຳແຫ່ຜາສາດເຜິ້ງ ແລະ ການຄົບງັນຕາມປະເພນີຢ່າງຄຶກຄື້ນ.

KPL