ບຸນເຂົ້າຈີ່

30/01/2026 10:35
ຂປລ ຂປລ. ບຸນເຂົ້າຈີ່ເປັນໜຶ່ງໃນບຸນຂອງຮີດ 12 ຂອງລາວ ນິຍົມ​ເຮັດ​ໃນ​ເດືອນ​ສາມ​ລາວ (ຊຶ່ງປີນີ້ກົງ​ກັບ ວັນທີ 2 ​ກຸມພາ 2026) ຈະ​ເປັນ​ມື້​ຂ້າງ​ຂຶ້ນ ຫລື ​ແຮມ​ກໍໄດ້. ​ເດືອນ​ສາມ​ນີ້ເປັນເດືອນທີ່​ປະຊາຊົນ ສຳ​ເລັດ​ການເກັບກ່ຽວເຂົ້າ ແລະ ຂົນເຂົ້າຂຶ້ນເລົ້າຂຶ້ນສາງ ຂຶ້ນເຍຍຮຽບຮ້ອຍແລ້ວ, ຈຶ່ງພາກັນເຮັດບຸນເຂົ້າຈີ່ຖວາຍແກ່ພະສົງ.

ຂປລ. ບຸນເຂົ້າຈີ່ເປັນໜຶ່ງໃນບຸນຂອງຮີດ 12 ຂອງລາວ ນິຍົມ​ເຮັດ​ໃນ​ເດືອນ​ສາມ​ລາວ (ຊຶ່ງປີນີ້ກົງ​ກັບ ວັນທີ 2 ​ກຸມພາ 2026) ຈະ​ເປັນ​ມື້​ຂ້າງ​ຂຶ້ນ ຫລື ​ແຮມ​ກໍໄດ້. ​ເດືອນ​ສາມ​ນີ້ເປັນເດືອນທີ່​ປະຊາຊົນ ສຳ​ເລັດ​ການເກັບກ່ຽວເຂົ້າ ແລະ ຂົນເຂົ້າຂຶ້ນເລົ້າຂຶ້ນສາງ ຂຶ້ນເຍຍຮຽບຮ້ອຍແລ້ວ, ຈຶ່ງພາກັນເຮັດບຸນເຂົ້າຈີ່ຖວາຍແກ່ພະສົງ. 

ຄຳວ່າ: “ເຂົ້າຈີ່” ໄດ້ແກ່ເຂົ້າໜຽວເຮັດເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າ ເຂົ້າຈີ່ ກຳນົດການເຮັດໃນເດືອນສາມ ຈະເປັນຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້ ແຕ່ໂດຍລວມແມ່ນເຮັດໃນມື້ເພັງເດືອນສາມ ຈະຮຽກວ່າບຸນເດືອນສາມກໍໄດ້ ຊຶ່ງນອນຢູ່ໃນ ຮີດ 12 ຂອງລາວ ທີ່ໄດ້ປະຕິບັດມາແຕ່ບູຮານນະການ. ມື້ທີ່ຈະເຮັດບຸນ ສາລະວັດ ບອກເລົ່າປ່າວເຕືອນຊາວບ້ານໃຫ້ໄປເຕົ້າໄປໂຮມເຮັດບຸນເຂົ້າຈີ່ຢູ່ທີ່ວັດ ຈັດແຈງຫາເຄື່ອງຂອງຕ່າງໆໄປພ້ອມ ເປັນຕົ້ນ ເຂົ້າທີ່ຈະຈີ່ ເຄື່ອງທາເຂົ້າຈີ່ ໃຫ້ຫອມແຊບມັນ, ຈັດຕຽມຫາໄມ້ສຽບເຂົ້າທີ່ຈະຈີ່ ແລະ ໄມ້ຟືນ ໂຮມກັນຢູ່ວັດ (ບາງທ້ອງຖິ່ນຫາໄວ້ທີ່ເຮືອນໃຜເຮືອນລາວ ເຮັດໃຜເຮັດລາວ ແລ້ວເອົາໄປໂຮມກັນຢູ່ວັດ).  

ານຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດ ແຕ່ເຊົ້າພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນ ​ແລະ ອາຫານຄາວຫວານຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະນິມົນພະສົງສາມະເນນພາຍໃນວັດ ມາໂຮມກັນທີ່ຫໍ ແຈກຫລັງ​ຈາກໄຫວ້ພະຮັບສິນຈົບແລ້ວ ພະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາດ ແລ້ວຍໍໄປ ຖວາຍພະສົງພ້ອມພາເຂົ້າ. ເມື່ອພະສົງ​ສຳ​ເລັດ​ ການສັນ​ເຂົ້າ​ພັກ​ກາຍາ​ຫານ​ແລ້ວ ກໍ​ຈະ​ໃຫ້ພອນອະນຸໂມທະນາ ແລະ ເທດສະໜາຊາດົກ ເລື່ອງນາງ ປຸນນະທາສີຖວາຍເຂົ້າຈີ່ ແດ່ພະພຸດທະເຈົ້າ ​​ຊຶ່ງເປັນ​ມູນ​ເຫດຂອງ​ບຸນ​ນີ້ມີໃຈຄວາມວ່າ ພະພຸດທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັດຖີ, ໃນເວລາໃກ້ຈະແຈ້ງ ພະອົງໄດ້ເລັງພະຍານ ກວດເບິ່ງໃນໝູ່ສັດໂລກ ກໍປະກົດເຫັນ ນາງ ປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ ນອນ ແລະ ຖ້າພະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸກຄະຕິຢ່າງແນ່ແທ້. ພະພຸດທະອົງຊົງມີຄວາມເມດຕາກະຣຸນາແກ່ສັດໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີຜົນນິພານຕາມບາຣະມີຂອງສັດນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນ ນາງ ປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສຍຊີວິດ, ດັ່ງນັ້ນ ພະພຸດທະອົງພ້ອມພະອານົນທີ່ອຸ້ມບາດ ຕາມຫລັງ ພະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງ ປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາດ ໂຜດນາງ.

ໃນເມືອງຣາຊະຄຣຶ (ປະ​ເທດ​ອິນ​ເດຍ) ມີຍິງຍາກໄຮ້ເຂັນໃຈຢູ່ນາງໜຶ່ງຊື່ວ່າ: ນາງ ປຸນນະທາສີ  ​ແລະ ​ໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີ.ມື້ໜຶ່ງເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ເປັນມື້ຈົນຮອດຄໍ່າ ກໍຍັງບໍ່ແລ້ວ. ມື້ຕໍ່ມານາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງວຽກຈຶ່ງແລ້ວນາງໄດ້ເອົາຮຳເຂົ້າ ໂດຍເຮັດເປັນແປ້ງປັ້ນແລ້ວ ເອົາໄປຈີ່ໄຟໃຫ້ສຸກ ແລະ ຫໍ່ໄວ້ໃນພົກຜ້າໄວ້ກິນເອງ ກ່ອນຈະຍ່າງໄປຕັກນໍ້າ. ພໍ ຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພະພຸດທະເຈົ້າ ແລະ ພະອານົນ ກໍເລີຍເກີດຄວາມສັດທາເຫລື້ອມໃສ ໂດຍຄຶດວ່າ: ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍ ແລະ ໃຈ ຕ້ອງເປັນທາສີອາໄສ ເສດຖີລ້ຽງ ຊີວິດໄປແຕ່ລະວັນເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສິນໄວ້ໃນຊາດປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນ ລຳບາກເຫລືອຫລາຍ ແຕ່ເມື່ອໄດ້ພົບພະພຸດທະເຈົ້າແລ້ວ ກໍບໍ່ມີຫຍັງມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະ ບໍ່ຄຶດວ່າ ພະພຸດທະອົງຈະຮັບສັນໄດ້”  ອີກໃຈໜຶ່ງກໍຄຶດວ່າ: ພະພຸດທະອົງຍ່ອມມີຄວາມເມດຕາກະລຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງ ສົກກະປົກ ຫລື ຕໍ່າ ຕ້ອຍ”. ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງເຂົ້າໄປຫາພະບໍຣົມມະສາສະດາວ່າ: ພັນເຕ ຂ້າແດ່ພະອົງຜູ້ຈະເລີນ ຂໍພະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນຄົນຍາກຈົນ ເຂັນໃຈນີ້ດ້ວຍເທີ້ນ. ພະພຸດທະອົງໄດ້ ເປີດບາດ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີນາງກໍຄິດໃນໃຈວ່າ ພະພຸດທະອົງ ຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມ ແລະ ໜ້າສັນ, ເຂົ້າຈີ່ທີ່ນາງຖວາຍໄປນີ້ ກໍຄົງຈະເອົາໄປຖິ້ມ ເປັນອາຫານ ຂອງນົກຂອງກາເປັນແນ່ແທ້.  

ພະພຸດທະອົງ ໄດ້ບອກໃຫ້ພະອານົນ ປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນເຂົ້າຈີ່ກ້ອນນັ້ນ ໃຫ້ນາງປຸນນະທາສີເຫັນ. ພະອົງຊົງໂຜດນາງປຸນນະທາສີ ໂດຍສະແດງພະທຳມະເທສະໜາ ອະນຸ ໂມທະນາວ່າ: ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນ ຕະນີ່ ອັນມີຢູ່ໃນມະນຸດໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລື ຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນໜຶ່ງ ອັນບຸກຄົນ ໃຫ້ທານດ້ວຍຄວາມສັດທາ ບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບຄົນຕະນີ່ນັ້ນ ບໍ່ເປັນປະໂຫຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ, ຜູ້ຕະນີ່ຄົນນັ້ນຕາຍໄປ ສົມບັດເຫລົ່ານັ້ນ ກໍເປັນຂອງຄົນອື່ນ ແລະ ກໍ ບໍ່ໄດ້ຕິດຕາມຕົນໄປ ສູ່ປໍລະພົບຂ້າງໜ້າ ປຽບທຽບກັບທານອັນມີປະມານນ້ອຍ ທີ່ບຸກຄົນນັ້ນໄດ້ຖວາຍ ແກ່ພຣະອະຣິຍະເຈົ້ານັ້ນ ເປັນບັນໄດສູ່ສວັນສູ່ສຸຄຕິ ແລະ ເປັນສະບຽງລ້ຽງຕົນໄປ ໃນຫົນທາງທຸລະກັນດານ ໃນ ຄາວທີ່ຕົນໄດ້ຕາຍໄປແລ້ວ.
    
ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ຈຶ່ງບໍ່ແນມເບິ່ງທາງຍ່າງ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສຍຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດ ຢູ່ ເມືອງສະຫວັນ ສະເຫວີຍທິບສົມບັດ ມີນາງຟ້າໜຶ່ງພັນເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພະພຸດທະເຈົ້ານັ້ນແລ.

KPL

ຂ່າວອື່ນໆ

ads
ads

Top