ຂປລ
ຂປລ. ປັດຈຸບັນນີ້, ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ມີການພັດທະນາດີຂຶ້ນທາງດ້ານພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຍ້ອນຄວາມເອົາໃຈໃສ່ຂອງການນຳເມືອງ ກໍຄື ການນຳແຂວງຢ່າງໃກ້ຊິດຕິດແທດບວກໃສ່ການຕື່ນຕົວຂອງປະຊາຊົນ
ຂປລ. ປັດຈຸບັນນີ້, ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ມີການພັດທະນາດີຂຶ້ນທາງດ້ານພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຍ້ອນຄວາມເອົາໃຈໃສ່ຂອງການນຳເມືອງ ກໍຄື ການນຳແຂວງຢ່າງໃກ້ຊິດຕິດແທດບວກໃສ່ການຕື່ນຕົວຂອງປະຊາຊົນໃນການຈັດຕັ້ງປະຕິບັດຕາມແນວທາງຂອງພັກ-ລັດວາງອອກອັນເຮັດໃຫ້ເກີດມີຫົວໜ່ວຍທຸລະກິດຕົວແບບຫລາຍຂຶ້ນເຊັ່ນວ່າ: ຕົວແບບດ້ານກະສິກຳ, ການສຶກສາ ແລະ ການທ່ອງທ່ຽວອື່ນໆ.

ດັ່ງເມື່ອມໍ່ໆມານນີ້, ການນໍາແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວຊຸກຍູ້ຫົວໜ່ວຍທຸລະກິດຢູ່ເມືອງລ້ອງຊານ ຊຶ່ງນໍາພາໂດຍທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງໄຊສົມບູນ, ມີທ່ານ ພູແກ້ວ ອິນທະວົງ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ແລະ ທ່ານ ສີສຸພັນ ໂພໄຊສີ ຫົວໜ້າກອງທຶນພັດທະນາໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. ການລົງເຄື່ອນໄຫວວຽກງານຄັ້ງນີ້ ແມ່ນເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍດຳລັດ 414/ລບ, ໂດຍສະເພາະແມ່ນນະໂຍບາຍສົ່ງ ເສີມການລົງທຶນໃນຂະແໜງການຕ່າງໆພາຍໃນເມືອງລ້ອງຊານທີ່ລິເລີ່ມມີໜໍ່ແໜງຫົວໜ່ວຍທຸລະກິດທີ່ເປັນຕົວແບບຫລາຍຂຶ້ນ. ອັນພົ້ນເດັ່ນແມ່ນຕົວແບບການຜະລິດສະບຽນອາຫານ, ການສຶກສາ ແລະ ການທ່ອງທ່ຽວ. ແນວໃດກໍດີ, ການລົງຊຸກຍູ້ດັ່ງກ່າວ ໄດ້ລົງຕິດຕາມການ ປະກອບອາຊີບຂອງທ່ານ ແສງແກ້ວ ຢູ່ບ້ານນາໄຊ ຊຶ່ງເປັນຟາມລ້ຽງໝູ ໂດຍປັດຈຸບັນມີໝູພໍ່ແມ່ພັນ 300 ໂຕ, ມີໝູຂຸນ 200 ກວ່າໂຕ, ຟາມລ້ຽງໄກ່ພັນໄຂ່ ມີ 10 ພັນກວ່າໂຕ, ແລະ ໜອງລ້ຽງປາ 5 ໜອງ ໄດ້ປ່ອຍປາແລ້ວຫລາຍແສນໂຕ. ກິດຈະກຳນີ້, ກອງທຶນພັດທະນາໄຊສົມບູນ ໄດ້ສະໜອງທຶນເງິນກູ້ໃຫ້ 10 ຕື້ກີບ, ເພື່ອສົ່ງເສີມການຜະລິດສະບຽນອາຫານສະໜອງພາຍໃນແຂວງໄຊສົມບູນ. ນອກຈາກນີ້, ກໍໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ທຸລະກິດດ້ານການທ່ອງທ່ຽວຂອງທ່ານ ນາງ ວັນນີ ຊົ່ງ ເຈົ້າຂອງຮ້ານອາຫານແຮບປີ ຢູ່ບ້ານໂພນມ່ວງ ຊຶ່ງໄດ້ກູ້ຢືມເງິນຈາກກອງທຶນພັດທະນາໄຊສົມບູນ 3 ຕຶ້ກີບ ເພື່ອພັດທະນາຮ້ານອາຫານ, ສ້າງສະລອຍນໍ້າ ແລະ ຮ້ານບັນເທິງຄົບຊຸດ, ສົ່ງເສີມການທ່ອງທ່ຽວ ເພື່ອໃຫ້ລູກຫລານ, ພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວໄດ້ມາພັກຜ່ອນຢ່ອນອາລົມ. ພ້ອມດຽວກັນນີ້, ຕິດຕາມກວດກາ ແລະ ຊຸກຍູ້ໂຮງຮຽນສອນໄຊ ຊຶ່ງເປັນໂຮງຮຽນພາກເອກະຊົນ ຢູ່ບ້ານຄອນວັດທີ່ໄດ້ຮັບເງິນກູ້ຈາກກອງທຶນພັດທະນາໄຊສົມບູນ 3 ຕື້ກີບ ເພື່ອລົງທຶນໃສ່ການພັດທະນາການສຶກສາພາກເອກະຊົນ ຊຶ່ງເປັນໂຮງຮຽນສອນເດັກນ້ອຍເລີ່ມແຕ່ຊັ້ນອະນຸບານ, ປະຖົມ ແລະ ມັດທະ ຍົມໂດຍປັດຈຸບັນມີນັກຮຽນ 600 ກວ່າຄົນ.
ຫລາຍກິດຈະກຳທີ່ກ່າວມານັ້ນ, ແມ່ນປະກອບສ່ວນສຳລັບໃນການຈັດຕັ້ງປະຕິບັດຕາມດຳລັດ 414/ລບ ເຂົ້າໃນການພັດທະນາແຂວງໄຊສົມບູນ ໂດຍສະເພາະແມ່ນກອງທຶນພັດທະນາແຂວງໄຊສົມບູນ ຊຶ່ງໃນໄລຍະ 5 ປີຜ່ານມານີ້, ໄດ້ສະໜອງທຶນໃຫ້ແກ່ຜູ້ປະກອບການ, ປະຊາຊົນໄປແລ້ວ 250 ຕື້ກີບ ໃນ 330 ຫົວໜ່ວຍທຸລະກິດ. ຂະນະທີ່ 3 ຫົວໜ່ວຍທະລະກິດຢູ່ເມືອງລ້ອງຊານ ກໍແມ່ນກິດຈະການຕົວແບບມີຄຸນນະພາບຂອງກອງທຶນພັດທະນາໄຊສົມບູນ ໃນດ້ານການຜະລິດສະບຽນອາຫານ, ການສຶກສາ ແລະ ການທ່ອງທ່ຽວ ຢູ່ເມືອງລ້ອງຊານດັ່ງກ່າວ.
ໂດຍ: ຢ່າຕົ່ງ

KPL