ເຜີຍແຜ່ເອກະສານກຽມເລືອກຕັ້ງ ສສຊ-ສສຂ ໃຫ້ແກ່ປະຊາຊົນບ້ານນ້ຳຫວາຍ

03/02/2026 13:20
ຂປລ ຂປລ. ທ້າຍອາທິດຜ່ານມານີ້, ອະນຸກຳມະການຮັບຜິດຊອບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V

ຂປລ. ທ້າຍອາທິດຜ່ານມານີ້,  ອະນຸກຳມະການຮັບຜິດຊອບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເມືອງຮົ່ມ ແຂວງໄຊສົມບູນ ໄດ້ເຄື່ອນໄຫວເຜີຍແຜ່ເອກະສານສຳຄັນກ່ຽວກັບການເລືອກຕັ້ງ ສສຊ-ສສຂ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ. ນໍາພາໂດຍທ່ານ ທອງຄຳ ສີບຸນເຮືອງ ຮອງປະທານແນວລາວສ້າງຊາດເມືອງຮົ່ມ. ມີ ອຳນາດການປົກຄອງບ້ານ, ປະຊາຊົນຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງ. 

ທ່ານ  ທອງຄຳ ສີບຸນເຮືອງ ໄດ້ເຜີຍແຜ່ເອກະສານກະກຽມແກ່ບັ້ນເລືອກຕັ້ງ ສສຊ-ສສຂ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໂດຍມີເອກະສານສຳຄັນຄື: ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V; ເອກະສານຄໍາຖາມ-ຄໍາຕອບກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເອກະສານເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາ ທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເອກະສານເຊື່ອມຊຶມ ແລະ ຈັດ ຕັ້ງປະຕິບັດແຜນການດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ປະກົດຜົນເປັນຈິງ; ເອກະສານກຳແໜ້ນເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ; ເອກະສານຄໍາຖາມ-ຄໍາຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເອກະ ສານສຳຄັນອື່ນໆ.

ຂະນະດຽວກັນ, ທ່ານ ຢ່າຈໍ ລໍ່ ນາຍບ້ານນ້ຳທວາຍ ໄດ້ກ່າວວ່າ: ການເລືອກຕັ້ງ ສສຊ-ສສຂ ທີ່ຈະມາຮອດນີ້, ແມ່ນມີຄວາມສຳຄັນທີ່ສຸດ ຊຶ່ງໃນນາມຕົນເປັນນາຍບ້ານຈະໄດ້ເອົາໃຈໃສ່ປຸກລະດົມຜູ້ມີສິດເລືອກຕັ້ງກໍຄືປະຊາຊົນພາຍໃນບ້ານຕົນໃຫ້ຕື່ນຕົວມາໃຊ້ສິດຂອງຕົນເລືອກເອົາຜູ້ແທນທີ່ເຂົາເຈົ້າມັກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ປັດຈຸບັນອະນຸກຳມະການຮັບຜິດຊອບເລືອກຕັ້ງ ສສຊ-ສສຂ ກໍໄດ້ລົງເກັບລາຍຊື່ຜູ້ມີສິດເລືອກຕັ້ງພາຍໃນບ້ານສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂດຍບ້ານນ້ຳທວາຍ ຜູ້ມີສິດເລືອກຕັ້ງ 18 ປີຂຶ້ນໄປປະມານ 200 ກວ່າຄົນ. 

ໂດຍ: ເຂົ້າຈານນ້ຳ

  

KPL

ຂ່າວອື່ນໆ

ads
ads

Top