ຂປລ
ຂປລ. ຈົບລົງໄປແລ້ວສໍາລັບງານເທສະການອາຫານປະຈໍາປີ 2026 ປີນີ້ ກໍເປັນອີກປີໜຶ່ງທີ່ມີບັນຍາກາດຟົດຟື້ນມ່ວນຊື່ນ ເນື່ອງຈາກວ່າຜູ້ປະກອບການແຕ່ລະສາຂາອາຊີບໄດ້ນໍາເອົາຜະລິດຕະພັນມາວາງສະແດງຂາຍ

ຂປລ. ຈົບລົງໄປແລ້ວສໍາລັບງານເທສະການອາຫານປະຈໍາປີ 2026 ປີນີ້ ກໍເປັນອີກປີໜຶ່ງທີ່ມີບັນຍາກາດຟົດຟື້ນມ່ວນຊື່ນ ເນື່ອງຈາກວ່າຜູ້ປະກອບການແຕ່ລະສາຂາອາຊີບໄດ້ນໍາເອົາຜະລິດຕະພັນມາວາງສະແດງຂາຍ ເພື່ອໃຫ້ສັງຄົມໄດ້ຮັບຮູ້ໃຫ້ຫລາຍຂຶ້ນເໝືອນດັ່ງ ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ທີ່ໄດ້ນໍາເອົາຜະລິດຕະພັນນໍ້າດື່ມໂອວີ້ ມາວາງສະແດງ-ຂາຍ ຊຶ່ງສ້າງຄວາມສົນໃຈໃຫ້ລູກຄ້າຢ່າງຫລວງຫລາຍ ເນື່ອງຈາກວ່າໂຮງງານນໍ້າດື່ມໂອວີ້ ແມ່ນໂຮງງານແຫ່ງໜຶ່ງທີ່ໄດ້ຜະລິດນໍ້າດື່ມ ໂດຍເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ປອດໄພ ເພື່ອຈໍາໜ່າຍບໍລິການຮັບໃຊ້ສັງຄົມ.
ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ສໍາພາດວ່າ: ໂຮງງານນໍ້າດື່ມໂອວີ້ສ້າງຕັ້ງໃນປີ 2017, ເປັນຫຍັງຈຶ່ງຕ້ອງໃສ່ຊື່ໂອວີ້?, ຍ້ອນວ່າຍ້ອນໄດ້ຊື່ເອີ້ນມາຈາກຊື່ຫລານຊາຍໂອວີ້ ໂອວີ້ ໝາຍເຖິງຊີວິດ. ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການຫລໍ່ລ້ຽງຊີວິດຂອງຄົນເຮົາຄືດັ່ງສະໂລແກນທີ່ວ່າ: “ນໍ້າດື່ມໂອວີ້ ໃສສະອາດ ໃຫ້ຄຸນຄ່າກັບຊີວິດ”, ໃນເບື້ອງຕົ້ນແມ່ນຜະລິດນໍ້າຕຸກໃຫຍ່ພຽງຢ່າງດຽວເມ່ືອຜະລິດມາໄດ້ໄລຍະໜຶ່ງເຫັນວ່າລູກຄ້າມີຄວາມຕ້ອງການນ້ຳດື່ມຕຸກນ້ອຍ ແລະ ນ້ຳກ້ອນເປັນຈຳນວນຫລາຍດັ່ງນັ້ນ ຈຶ່ງໄດ້ເລີ່ມຜະລິດໂດຍໃສ່ຊື້ວ່າ: “ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂອວີ້”. ພາຍຫລັງຜະລິດນໍ້າກ້ອນມາໄດ້ 5 ປີ ເສດຖະກິດມີການເໜັງຕີງຄ່າໃຊ້ຈ່າຍເລີ່ມສູງຂຶ້ນຍ້ອນການຜະລິດນໍ້າກ້ອນຕ້ອງໃຊ້ໄຟຫລາຍຕົ້ນທຶນສູງຂຶ້ນຫລາຍຈຶ່ງເຊົາຜະລິດນໍ້າກ້ອນອະນາໄມ ແລະ ປັດຈຸບັນໄດ້ຜະລິດພຽງນໍ້າດື່ມຢ່າງດຽວໂດຍໃສ່ຊື່ວ່າ: ໂຮງງານນໍ້າດື່ມໂອວີ້ ຈົນເຖິງປັດຈຸບັນ ແລະ ໄດ້ຜະລິດອອກມາ 4 ຂະໜາດຄື: ຂະໜາດ 1.500 ມີລີລິດ (ml) 600 ມີລີລິດ, 350 ມີລີລິດ, 250 ມີລີລິດ ໂດຍສ່ວນໃຫຍ່ແມ່ນຜະລິດໃຫ້ໂຕແທນບໍລິສັດໄຟຟ້ລາວ ແລະ ພາກສ່ວນອື່ນໆທົ່ວໄປ. ໂຮງງານນໍ້າດື່ມໂອວີ້ ເປັນໂຮງງານທຸລະກິດຂະໜາດນ້ອຍການຜະລິດແມ່ນທຶນໂຕເອງປັດຈຸບັນມີແຮງງານການຜະລິດ 12 ຄົນ, ຄຸນນະພາບຂອງໂຮງງານແມ່ນໄດ້ມາດຕະຖານມີຂັ້ນຕອນການຜະລິດທີ່ມີຄຸນນະພາບຕາມມາດຕະຖານ ແລະ ໄດ້ຮັບຮອງຕັ້ງແຕ່ມື້ສ້າງຕັ້ງໂຮງງານຈຶ່ງເວົ້າໄດ້ວ່ານໍ້າດື່ມຈາກໂຮງງານເຮົາແມ່ນມີຄຸນນະພາບ ແລະ ປອດໄພຕໍ່ຜູ້ບໍລິໂພກ.
ແນວໃດກໍດີ, ການຮ່ວມງານໃນຄັ້ງນີ້ ຕົນເອງຮູ້ສຶກດີໃຈຫລາຍທີ່ໄດ້ເອົາຜະລິດຕະພັນມານໍາສະເໜີໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ ຍ້ອນມວນຊົນໃຫ້ຄວາມສົນໃຈ. ສະນັ້ນ, ຈຶ່ງເວົ້າໄດ້ວ່າການຈັດງານໃນຄັ້ງນີ້ ກໍເປັນຜົນດີໃຫ້ຜູ້ປະກອບການຫລາຍ ແລະ ຢາກໃຫ້ພັກ-ລັດເພີ່ນຈັດແບບນີ້ຂຶ້ນເລື້ອຍໆ. ໂຮງງານນ້ຳດື່ມໂອວີ້ ຕັ້ງຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຖ້າລູກຄ້າທ່ານໃດຕ້ອງການນໍ້າດື່ມສາມາດຕິດຕໍ່ໄດ້ທີເບີ 02055520498.
ໂດຍ: ມາລີດາ

KPL