ສະພາແຫ່ງຊາດ ແລະ ການເຄື່ອນໄຫວໃນອົງການລັດຖະສະພາ

03/02/2026 13:11
ຂປລ ຂປລ. ໜັງສືພິມປະເທດລາວ ສະບັບມື້ນີ້ຂໍສືບຕໍ່ນຳສະເໜີການ ຖາມ-ຕອບ ກ່ຽວກັບສະພາແຫ່ງ ຊາດ ແລະ ການເຄື່ອນໄຫວໃນອົງການລັດຖະສະພາ

ຂປລ. ໜັງສືພິມປະເທດລາວ ສະບັບມື້ນີ້ຂໍສືບຕໍ່ນຳສະເໜີການ ຖາມ-ຕອບ ກ່ຽວກັບສະພາແຫ່ງ ຊາດ ແລະ ການເຄື່ອນໄຫວໃນອົງການລັດຖະສະພາ ດັ່ງຄຳຖາມລຸ່ມນີ້:

ຄໍາຖາມທີ11:  ສະພາແຫ່ງຊາດ ໄດ້ເຂົ້າເປັນສະມາຊິກອົງການລັດຖະສະພາໃດແດ່?

ຄໍາຕອບ: ສະພາແຫ່ງຊາດໄດ້ເຂົ້າເປັນສະມາຊິກ ແລະ ຮ່ວມເຄື່ອນໄຫວຢູ່ໃນອົງການຈັດຕັ້ງລັດຖະສະພາພາກພື້ນ ແລະ ສາກົນ ຈໍານວນ 13 ອົງການ ແລະ 2 ເວທີປຶກສາຫາລືຄື:

ໜຶ່ງ: ສະຫະພັນລັດຖະສະພາສາກົນ (Inter - Parliamentary Union IPU) ເຂົ້າເປັນສະມາຊິກ ວັນ 4 ເມສາ 1990).

ສອງ: ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ASEAN Inter-Parliamentary Assembly-AIPA) ເຂົ້າເປັນສະມາຊິກວັນທີ 1 ກັນຍາ 1997.

ສາມ: ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (Assemblee Parlementaire de La Francophonie-APF), ເຂົ້າເປັນສະມາຊິກ ວັນທີ 15 ກໍລະກົດ1996.

ສີ່: ສະມັດຊາລັດຖະສະພາອາຊີ (Asian Parliamentary Assembly-APA) ເຂົ້າເປັນສະມາຊິກ ເດືອນກັນຍາ 1999.

ຫ້າ: ອົງການສະມາຊິກລັດຖະ ສະພາແພດສາກົນ (International Medical Parliamentarians Organization-IMPO), ເຂົ້າເປັນສະມາຊິກ ວັນທີ 5 ກັນຍາ 1994.

ຫົກ: ກອງປະຊຸມສະມາຊິກລັດຖະສະພາອາຊີ-ປາຊີຟີກ ເພື່ອສິ່ງແວດລ້ອມ ແລະ ການພັດທະນາ(Asia-Pacific Partuengn tarians Conference on Environment and Development APPCED) ເປັນສະມາຊິກ 14 ຕຸລາ1998.

ເຈັດ: ກອງປະຊຸມປະທານລັດຖະສະພາເພດຍິງ (The Meeting of Women Speakers of Parliament). ເລີ່ມເຂົ້າຮ່ວມເຄື່ອນໄຫວ 31 ກັນຍາ 2015.

ແປດ: ກອງປະຊຸມປະທານລັດຖະສະພາໂລກ (The World Conference of Speakers of Parliament) ເລີ່ມເຂົ້າຮ່ວມເຄື່ອນໄຫວ 31 ກັນຍາ 2015.

ເກົ້າ: ກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ(Asia-Europe Parliamentary Partnership Meeting -ASEP) ເຂົ້າເປັນສະມາຊິກ ວັນທີ 18 ມີຖຸນາ2008.

ສີບ: ກອງປະຊຸມປະທານລັດຖະ ສະພາຂອງບັນດາປະເທດອາຊີເອີຣົບ (Meeting of Speakers of EURASIA Countries - SEAP). ເຂົ້າເປັນສະມາຊິກ ວັນທີ 26 ມີຖຸນາ2017.

ສີບເອັດ: ກອງປະຊຸມສຸດຍອດປະທານລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV). 3 ສະ ພາແຫ່ງຊາດ ສ້າງຕັ້ງເວທີດັ່ງກ່າວຂຶ້ນ 4 ທັນວາ 2023.

ສີບສອງ: ກອງປະຊຸມສະພາທີ່ປຶກສາກຽວກັບບັນຫານໍ້າຂອງລັດຖະສະພາອາຊີ (AAWC). ເຄື່ອນໄຫວໃນວັນທີ 9 ກັນຍາ 2020.

ສີບສາມ: ເຄືອຂ່າຍລັດຖະສະພາເພື່ອປະສານງານກັບທະນາຄານໂລກ (Parliamentary Network of the World Bank-PNoWB) ເຂົ້າເປັນສະມາຊິກໃນປີ 2000.

ນອກຈາກເຂົ້າເປັນສະມາຊິກຂອງ 13 ອົງການດັ່ງກ່າວ, ສະພາແຫ່ງຊາດຍັງໄດ້ເຂົ້າຮ່ວມ 2 ເວທີຄື: ໜຶ່ງ: ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (Asia-Pacific Parliamentary Forum-APPF), ເຂົ້າເປັນສະມາຊິກໃນວັນທີ 12 ມັງກອນ 1996; ສອງ: ເວທີລັດຖະສະພາອາຊີເພື່ອສົ່ງເສີມວຽກງານປະຊາກອນ ແລະ ການພັດທະນາ (Asian Forum of Parliamentarians on Population and Develop ment- AFPPD).

   ພໍ້ກັນໃໝ່ໃນສະບັບໜ້າ

KPL

ຂ່າວອື່ນໆ

ads
ads

Top