ຂປລ
ສ.ອາເມລິກາ ເປີດທາງໃຫ້ອິນເດຍ ກັບມາ ຊື້ນໍ້າມັນດີບ ຈາກ ເວເນຊູເອລາ ໄດ້ອີກຄັ້ງ ພາຍຫລັງ ເຂົ້າຄວບຄຸມສຳເລັດ ອຸດສາຫະກຳ ພະລັງງານ ໃນນະຄອນຫລວງ ກາຣາກາດ ປະເທດ ເວເນຊູເອລາ
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 1 ກຸມພາ, ສ.ອາເມລິກາ ເປີດທາງໃຫ້ອິນເດຍ ກັບມາ ຊື້ນໍ້າມັນດີບ ຈາກ ເວເນຊູເອລາ ໄດ້ອີກຄັ້ງ ພາຍຫລັງ ເຂົ້າຄວບຄຸມສຳເລັດ ອຸດສາຫະກຳ ພະລັງງານ ໃນນະຄອນຫລວງ ກາຣາກາດ ປະເທດ ເວເນຊູເອລາ , ໂດຍມີ ເງື່ອນໄຂສຳຄັນ ໃຫ້ລັດຖະບານ ອິນເດຍ ຕ້ອງຫລຸດ ການເພີ່ງພາ ນໍ້າມັນ ຣັດເຊຍ ໃຫ້ຫລາຍຂຶ້ນ, ເພື່ອຫວັງໃຊ້ ຊັບພະຍາກອນ ເວເນຊູເອລາ ເປັນກົນໄກຫລັກ ໃນການບີບລາຍໄດ້ ຂອງ ກອງທັບ ຣັດເຊຍ.
ໂດຍອ້າງຂໍ້ມູນຈາກແຫລ່ງຂ່າວ ລະດັບສູງ ຫລາຍແຫລ່ງວ່າ ສ.ອາເມລິກາ ທີ່ ເຄີຍປະກາດ ເກັບພາສີ 25% ຕໍ່ອິນເດຍໃນປີ 2025 ຈາກກໍລະນີ ທີ່ ລັດຖະບານ ອິນເດຍ ຊື້ນໍ້າມັນ ຈາກ ເວເນຊູເອລາ ແຈ້ງຕໍ່ອິນເດຍວ່າ ສາມາດກັບມາສັ່ງຊື້ນໍ້າມັນຈາກ ເວເນຊູເອລາ ໄດ້ແລ້ວ ເພື່ອທົດແທນ ການນໍາເຂົ້າ ນໍ້າມັນ ຈາກ ຣັດເຊຍ.
ຂະນະທີ່ ອິນເດຍ ໄດ້ໃຫ້ ຄຳໝັ້ນ ສັນຍາວ່າ ຈະຫລຸດ ການສັ່ງຊື້ ນໍ້າມັນດີບ ຈາກຣັດເຊຍລົງຢ່າງຫລວງຫລາຍ ເນື່ອງຈາກ ສ.ອາເມລິກາ ຂຶ້ນພາສີ ທີ່ກ່ຽວຂ້ອງກັບ ກິດຈະກຳ ດັ່ງກ່າວ ໃນຂະນະນີ້ ອິນເດຍ ຢູ່ໃນຂະບວນການ ຫລຸດ ການນໍາເຂົ້າ ນໍ້າມັນ ຈາກ ຣັດເຊຍລົງ ຫລາຍແສນຖັງ ຕໍ່ວັນ ພາຍໃນໄລຍະ ບໍ່ເທົ່າໃດເດືອນ ຕໍ່ໜ້າ ຈາກ ປັດຈຸບັນຢູ່ທີປະມານ 1-1,2 ລ້ານຖັງຕໍ່ວັນ, ໂດຍຄາດວ່າ ຈະເຫລືອ 800.000 ຖັງ ໃນເດືອນມີນາ, ໂດຍເປົ້າໝາຍສຸດທ້າຍ ຄື 500.000-600.000 ຖັງຕໍ່ວັນ./
KPL