ຂປລ
ອິດສະຣາແອນ ໄດ້ເປີດປະຕູສ່ວນໜຶ່ງ ຂອງ ດ່ານຊາຍແດນ ຣາຟາສ ( Rafah) ລະຫວ່າງ ເຂດກາຊາ ແລະ ເອຢິບ ຄືນໃໝ່, ກ່ອນເປີດ ປະຕູ ຢ່າງເປັນທາງການ ເມື່ອວັນທີ 2 ກຸມພາ.
ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 1 ກຸມພາ, ອິດສະຣາແອນ ໄດ້ເປີດປະຕູສ່ວນໜຶ່ງ ຂອງ ດ່ານຊາຍແດນ ຣາຟາສ ( Rafah) ລະຫວ່າງ ເຂດກາຊາ ແລະ ເອຢິບ ຄືນໃໝ່, ກ່ອນເປີດ ປະຕູ ຢ່າງເປັນທາງການ ເມື່ອວັນທີ 2 ກຸມພາ.
ຕາມອົງການ ປະສານງານ ບັນດາ ການເຄື່ອນໄຫວ ຂອງ ລັດຖະບານ ຢູ່ບັນດາ ເຂດດິນແດນ (COGAT) ຂຶ້ນກັບ ກະຊວງ ປ້ອງກັນ ປະເທດ ອິດສະຣາແອນ ແລ້ວ, ເລື່ອງປະຊາຊົນ ເດີນທາງ ໄປ-ມາ ຜ່ານດ່ານຊາຍແດນ ຣາຟາສ ເລີ່ມຕົ້ນ ໃນວັນທີ 2 ກຸມພາ.
COGAT ບໍ່ກ່າວເຖິງ ເຄື່ອງໜູນຊ່ວຍ ໄດ້ນຳເຂົ້າ ເຂດກາຊາ ຜ່ານດ່ານ ຊາຍແດນນີ້, ກໍຄື ຈຳນວນ ຊາວປາແລັດສະຕິນ ໄດ້ຮັບການ ອະນຸຍາດ ເຂົ້າອອກເມືອງ ແຕ່ລະວັນ. ດ່ານຊາຍແດນ ໄດ້ເປີດປະຕູ ທົດລອງ ເພື່ອຮັບໃຊ້ວຽກງານ ກະກຽມ, ສັບຊ້ອນ ວຽກງານ ພະລາທິການ ແລະ ເພື່ອໃຫ້ ຜູ້ຮັບບາດເຈັບ ຈຳນວນໜຶ່ງ ເດີນທາງອອກຈາກ ເຂດກາຊາ./
KPL