ຍີ່ປຸ່ນ ຊຸກຍູ້ການທ່ອງທ່ຽວເປັນອຸດສາຫະກຳຫລັກ

03/02/2026 21:25
ຂປລ ອົງການສົ່ງເສີມການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (ເຈເອັນທີໂອ) ເປີດເຜີຍຮ່າງແຜນການ ກຳນົດທິດທາງ ນະໂຍບາຍ ການທ່ອງທ່ຽວຂອງປະເທດ ຈົນເຖິງປີ 2030

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນວ່າ: ອົງການສົ່ງເສີມການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (ເຈເອັນທີໂອ) ເປີດເຜີຍຮ່າງແຜນການ ກຳນົດທິດທາງ ນະໂຍບາຍ ການທ່ອງທ່ຽວຂອງປະເທດ ຈົນເຖິງປີ 2030  ຊຶ່ງລວມເຖິງ ການເພີ່ມຈຳນວນ ພາກພື້ນ ທີ່ດຳເນີນມາດຕະການ ແກ້ໄຂບັນຫາພາວະນັກທ່ອງທ່ຽວ ລົ້ນເມືອງ ຈາກປັດຈຸບັນ 47 ແຫ່ງເປັນ 100 ແຫ່ງ.

ຂະນະທີ່ແຜນການໃໝ່ ຈະກວມເອົາໄລຍະເວລາ 5 ປີ ລະຫວ່າງປີ 2026-2030, ໂດຍ ເອເອັນທີໂອ ຕັ້ງເປົ້າໝາຍຮ່າງແຜນສຸດທ້າຍ ໃຫ້ສຳເລັດພາຍໃນ ເດືອນມີນານີ້ ເພື່ອສະເໜີ ອະນຸມັດ ຈາກຄະນະລັດຖະມົນຕີ ຕໍ່ໄປ. ສຳລັບສາລະສຳຄັນ ຂອງແຜນການ ລວມເຖິງການທີ່ ຍີ່ປຸ່ນ ຍັງຮັກສາເປົ້າໝາຍເດີມ ທີ່ຈະເພີ່ມຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ໃຫ້ເຖິງ60 ລ້ານເທື່ອຄົນ ແລະ ສ້າງລາຍໄດ້ຈາກ ການໃຊ້ຈ່າຍຂອງນັກທ່ອງທ່ຽວ ຢູ່ທີ 15 ພັນຕື້ເຢນຕໍ່ປີ ພາຍໃນປີ 2030 ແລະ ເພີ່ມເປົ້າໝາຍ ຈຳນວນນັກທ່ອງທ່ຽວ ກັບມາທ່ຽວຊໍ້າຈາກ 36 ລ້ານເທື່ອຄົນ ເປັນ 40 ລ້ານເທື່ອຄົນ.ນອກນີ້ແຜນການດັ່ງກ່າວ ຍັງລະບຸເຖິງຄວາມຈຳເປັນ ຂອງການດຳເນີນມາດຕະການ ເພື່ອເສີມສ້າງຄວາມຍືນຍົງຂອງອຸດສາຫະກຳ ການທ່ອງທ່ຽວ, ໂດຍການສ້າງຄວາມ ຍືດຍຸນຕໍ່ຄວາມສ່ຽງ ທີ່ຫລາກຫລາຍເຊັ່ນ ການປ່ຽນແປງຂອງສະຖານະການ ລະຫວ່າງປະເທດ. /

KPL

ຂ່າວອື່ນໆ

ads
ads

Top