ຂປລ
ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ກວມເອົາ ອັດຕາສ່ວນເຄິ່ງໜຶ່ງ ຂອງລະບົບເສດຖະກິດ ສ.ເກົາຫລີ ທີ່ເພີ່ມຂຶ້ນເຖິງ 33,9% ສູ່ລະດັບ 65,85 ຕື້ໂດລາສະຫະລັດ ໃນເດືອນມັງກອນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ກວມເອົາ ອັດຕາສ່ວນເຄິ່ງໜຶ່ງ ຂອງລະບົບ ເສດຖະກິດ ສ.ເກົາຫລີ ທີ່ເພີ່ມຂຶ້ນເຖິງ 33,9% ສູ່ລະດັບ 65,85 ຕື້ໂດລາສະຫະລັດ ໃນເດືອນມັງກອນ , ຊຶ່ງສູງກວ່າສະຖິຕິເດີມ ທີ່ເຄີຍສ້າງໄວ້ທັງໝົດ ໃນໄລຍະເດືອນ ດຽວກັນ ຂອງປີກາຍ , ໂດຍໄດ້ຮັບແຮງຊຸກຍູ້ ສຳຄັນຈາກຄວາມຕ້ອງການ ເຊມິຄອນດັກເຕີ ແລະ ລົດໃຫຍ່ ສັນຊາດ ສ.ເກົາຫລີ.
ຂະນະທີ່ ຍອດການສົ່ງອອກ ສະເລ່ຍຕໍ່ວັນ ປັບຕົວເພີ່ມຂຶ້ນ 14,0% ແລະ ລະດັບ 2,80 ຕື້ໂດລາສະຫະລັດ, ຊຶ່ງຖືເປັນຜົນງານ ທີ່ດີທີ່ສຸດ ເປັນປະຫວັດສາດ ສຳລັບເດືອນມັງ ກອນ ເຊັ່ນກັນ.
ສ່ວນການນໍາເຂົ້າ ຂະຫຍາຍຕົວ 11,7% ຢູ່ທີ 57,11 ຕື້ໂດລາສະຫະລັດ ໃນເດືອນມັງກອນ ເມື່ອທຽບກັບໄລຍະດຽວກັນ ຂອງປີກາຍ, ສົ່ງຜົນໃຫ້ພາບລວມ ເກີນດຸນການ ຄ້າຢູ່ທີ 8,74 ຕື້ໂດລາສະຫະລັດ. ໃນຂະນະທີ່ ຍອດການສົ່ງອອກກຸ່ມ ເຊມິຄອນດັກເຕີ ເພີ່ມຂຶ້ນກວ່າເຄິ່ງໜຶ່ງ ສູ່ລະດັບ 20,54 ຕື້ໂດລາສະຫະລັດ ເປັນສະຖິຕິໃໝ່ ເມື່ອທຽບກັບ ໄລຍະເວລາດຽວກັນ ຊຶ່ງເປັນຜົນມາຈາກ ຄວາມຕ້ອງການ ຊິບໜ່ວຍຄວາມຈຳ ທີ່ໃຊ້ໃນຊຸດຊິບ ປະມວນຜົນ ປັນຍາປະດິດ (AI)./
KPL