ສິງກະໂປ ຍົກລະດັບມາດຕະການກວດກາ ດ້ານສຸຂະພາບ ຢູ່ສະໜາມບິນ

30/01/2026 20:46
ຂປລ ປະເທດນີ້ ໄດ້ຍົກລະດັບ ມາດຕະການ ກວດກາ ດ້ານສຸຂະພາບ ຢູ່ສະໜາມບິນຊາງງີ, ຫລັງຈກ ເກີດການແພ່ລະບາດ ຂອງ ພະຍາດ ນີປາ (Nipah) ທີ່ ລັດເວສເບງກໍລ ຂອງ ອິນເດຍ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ພະຍາດຕິດຕໍ່ ສິງກະໂປ ລະບຸວ່າ: ປະເທດນີ້ ໄດ້ຍົກລະດັບ ມາດຕະການ ກວດກາ ດ້ານສຸຂະພາບ ຢູ່ສະໜາມບິນຊາງງີ, ຫລັງຈກ ເກີດການແພ່ລະບາດ ຂອງ ພະຍາດ ນີປາ (Nipah)  ທີ່ ລັດເວສເບງກໍລ ຂອງ ອິນເດຍ , ໂດຍການ ເຄື່ອນໄຫວ ດັ່ງກ່າວ ລວມເຖິງ ການກວດວັດແທກອຸນຫະພູມ ຮ່າງກາຍ ຂອງ ຜູ້ໂດຍສານ ມາຈາກພື້ນທີ່ສ່ຽງດັ່ງກ່າວ.

ຖະແຫລງການ ດັ່ງກ່າວ ລະບຸວ່າ ຈະມີການອອກ ປະກາດ ຄຳແນະນຳ ດ້ານສຸຂະພາບ ໃຫ້ແກ່ ນັກເດີນທາງ ໃນຈຸດຜ່ານແດນ ຂອງ ສິງກະໂປ, ໂດຍແຈ້ງໃຫ້ ນັກເດີນທາງ ຂາເຂົ້າ ເລັ່ງພົບແພດທັນທີ ຖ້າຫາກຮູ້ສຶກວ່າ ບໍ່ສະບາຍ ຫລັງການ ເດີນທາງ ແລະ ແນະນຳດ້ານ ສາທາລະນະສຸກ ໃຫ້ແກ່ ນັກເດີນທາງ ຂາອອກດ້ວຍ.

ນອກຈາກນີ້ ກະຊວງແຮງງານ ສິງກະໂປ ກໍພວມຍົກລະດັບ ການເຝົ້າ ລະວັງ ກຸ່ມແຮງງານ ຕ່າງດ້າວ ທີ່ ຫາກໍ່ເດີນທາງມາຈາກ ພາກພື້ນອາຊີໃຕ້ ດ້ວຍເຊັ່ນກັນ. ເຊື້ອພະຍາດນິປາ ມີສາເຫດຫລັກ ມາຈາກ ການສຳຜັດ ກັບໂຕເຈຍ ຫລື ການບໍລິໂພກ ນໍ້າຫວານ ຈາກຕົ້ນອິນທະພະລຳ ແລະ ໝາກໄມ້ ທີ່ປົນເປື້ອນ ສານຄັດຫລັ່ງ ຂອງ ໂຕເຈຍ./

KPL

ຂ່າວອື່ນໆ

ads
ads

Top