ບຸນມະນັດສະການພະທາດສີໂຄດຕະບອງປີນີ້ ຈະມີຫລາຍກິດຈະກຳ ແລະ ມີຄວາມແຕກຕ່າງຈາກປີຜ່ານໆມາ

30/01/2026 10:30
ຂປລ ຂປລ. ບຸນນະມັດສະການພະທາດສີໂຄດຕະບອງໃນປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 29ມັງກອນ -2 ກຸມພາ 2026 ທີ່ຈະມາເຖິງນີ້. ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ທັງເປັນປະທານຈັດງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2026

ຂປລ. ບຸນນະມັດສະການພະທາດສີໂຄດຕະບອງໃນປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 29ມັງກອນ -2 ກຸມພາ 2026 ທີ່ຈະມາເຖິງນີ້. ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ທັງເປັນປະທານຈັດງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2026 ໄດ້ໃຫ້ຮູ້ສຳພາດກ່ຽວກັບການການກະກຽມຄວາມພ້ອມການຈັດງານນີ້ວ່າ: ໂດຍປະຕິບັດຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ພໍຮອດ ເດືອນ 3 ເພັງ ໃນມື້ຂຶ້ນ 13-14-15 ຄໍ່າ ຂອງທຸກໆປີ ແມ່ນສັນຍະລັກຂອງການຈັດງານໃຫຍ່ ບຸນນະມັດສະການ ພະທາດສີໂຄດຕະບອງ  ຊຶ່ງກ່ອນຈະຮອດມື້ຈັດງານ ກໍໄດ້ມີການຫ້າງຫາກະກຽມ ທາງພຸດທະສາສະໜາ, ການຈັດສັນສະຖານທີ່ ປະດັບປະດາໄຟເອ້ຍ້ອງພາຍໃນເດີ່ນພະທາດ ໃຫ້ມີຄວາມສວຍສົດງົດງາມ, ການອະນາໄມບໍລິເວນເດີ່ນພະທາດ ໃຫ້ມີຄວາມສະອາດງາມຕາ, ແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນຄວາມສະຫງົບ ສົມທົບກັບ ວິຊາສະເພາະທີ່ກ່ຽວຂ້ອງ ກະກຽມຄວາມພ້ອມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ 100%.

ສໍາລັບປີນີ້ ແມ່ນມີຄວາມແຕກຕ່າງຈາກປີຜ່ານໆມາ ໂດຍມີເວທີກາງໃຫຍ່ ເພື່ອເປັນບ່ອນພິທີເປີດ ຊຶ່ງໄດ້ກຳນົດ ເອົາວັນທີ 29 ມັງກອນ ເປັນມື້ເປີດງານຢ່າງເປັນທາງການ ແລະ ຈະດຳເນີນໄປຮອດວັນທີ 2 ກຸມພາ 2026 ລວມປະມານ 5 ວັນ ຈຶ່ງຈະສິ້ນສຸດ, ສ່ວນພາຍໃນງານຈະມີຫລາກຫລາຍກິດຈະກຳ ເຊັ່ນ: ການສະແດງກາຍະສິນ ຈາກກອງກາຍະສິນແຫ່ງຊາດສູນກາງ, ການແຂ່ງຂັນກິລາ 3 ປະເພດ ຄື: ກິລາບານເຕະ, ກະຕໍ້ຫວາຍ ແລະ ກິລາບານສົ່ງ, ການແຂ່ງຂັນເສັງກອງແຕ້-ກອງຈິງ, ຕອນຄໍ່າຄືນກໍຈະໄດ້ມີການປະກວດ ແລະ ສະແດງສິລະປະ-ວັນນະຄະດີ ຈາກໂຮງຮຽນໃນທົ່ວແຂວງ ແລະ ບັນດາເມືອງໃນ 10 ຕົວເມືອງທົ່ວແຂວງ, ຮັບຊົມຂັບລຳມະຫາໄຊ, ຂັບລຳບ້ານຊອກ-ລຳຄອນສະຫວັນ ຈາກແຂວງສະຫວັນນະເຂດ, ການສະແດງໝໍລຳເລື່ອງທີ່ມີຊື່ສຽງຈາກພາກໃຕ້ ແລະ ກິດຈະກຳອື່ນໆອີກຫລາກຫລາຍ.ພ້ອມນັ້ນ, ກໍໄດ້ມີການວາງສະແດງ ແລະ ຈໍາໜ່າຍສິນຄ້າປະເພດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍໄດ້ຈັດຮ້ານຂາຍມີລັກຊະນະເປັນຕູບ, ເຕັ້ນ, ການຈັດວາງຮ້ານຕ່າງໆ ລວມມີທັງໝົດປະມານ 365 ຮ້ານ, ມີມູນຄ່າປະມານ 10 ຕື້ກວ່າກີບ. ສ່ວນການເຊົ່າ-ຈັບຈອງ ສະຖານທີ່ຮ້ານຕ່າງໆໃນປີນີ້ ຈະມີການຈັດສັນ ແລະ ກຳນົດລາຄາເຊົ່າຫລຸດລົງຈາກປີຜ່ານມາ ປະມານ 50% ຈາກລາຄາ 1 ເຕັ້ນ ຂະໜາດ 8x4 ແມັດ ໃນລາຄາ 8-10 ລ້ານກີບ ເຫລືອພຽງ 3-4 ລ້ານກີບ. ພິເສດ ສຳລັບຮ້ານຂາຍ ເຂົ້າຫລາມ, ປິ້ງໄກ່ ແລະ ອາຫານພື້ນບ້ານ ຈະບໍ່ໄດ້ເສຍຄ່າເຊົ່າ ຊຶ່ງທາງຄະນະຮັບຜິດຊອບໄດ້ຈັດສັນເປັນໂຊນໄວ້ແລ້ວ.

ດັ່ງນັ້ນ, ຂໍເຊີນຊວນບັນດາຊາວພຸດທະສາສະນິກະຊົນ ຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຕະຫລອດຮອດການນໍາ ພັກ-ລັດ ທຸກຂັ້ນ ແລະ ທຸກພາກສ່ວນໃນທົ່ວສັງຄົມ ຮ່ວມເປັນເຈົ້າພາບ-ເຈົ້າສັດທາຮ່ວມກັນ ເພື່ອເຮັດໃຫ້ງານບຸນນະມັດສະການພະທາດສີໂຄດຕະບອງໃນປີນີ້ ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ຂອງທ້ອງຖິ່ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.

KPL

ຂ່າວອື່ນໆ

ads
ads

Top