ຂປລ
ຂປລ. ງານເທສະການອາຫານລາວ ປະຈຳປີ 2026 ໄດ້ເລີ່ມຂຶ້ນຢ່າງຄຶກຄື້ນ ພາຍໃຕ້ຫົວຂໍ້ "ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ" ຊຶ່ງປີນີ້ຖືເປັນວາລະຄົບຮອບ 21 ປີ ຂອງການຈັດງານ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ ບອກໄດ້ເລີຍວ່າງານນີ້ ເປັນອີກງານໜຶ່ງທີ່ສ້າງຜົນດີ

ຂປລ. ງານເທສະການອາຫານລາວ ປະຈຳປີ 2026 ໄດ້ເລີ່ມຂຶ້ນຢ່າງຄຶກຄື້ນ ພາຍໃຕ້ຫົວຂໍ້ "ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ" ຊຶ່ງປີນີ້ຖືເປັນວາລະຄົບຮອບ 21 ປີ ຂອງການຈັດງານ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ ບອກໄດ້ເລີຍວ່າງານນີ້ ເປັນອີກງານໜຶ່ງທີ່ສ້າງຜົນດີ ໃຫ້ຜູ້ປະກອບການທີ່ໄດ້ນໍາເອົາສິນຄ້າມານໍາສະເໜີໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ ເໝືອນດັ່ງທ່ານ ນາງ ຈຳປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມ ນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການ ບໍລິສັດ ເອອີຊີ ການຄ້າຈຳກັດ ກໍໄດ້ນໍາເອົາຜະລິດຕະພັນ ທີ່ຫລາກຫລາຍມາວາງຈຳໜ່າຍ ເປັນຕົ້ນ ນໍ້າເຜິ້ງ ຍີ່ຫໍ້ ເຄຣມາ (KREMA) ທີ່ຜະລິດເອງ, ຢາໝໍເທວະດາ ແລະ ຜະລິດຕະພັນນຳເຂົ້າ ທີ່ໄດ້ຮັບສິດເປັນຕົວແທນ ຈຳໜ່າຍຜູ້ດຽວໃນລາວ ເຊັ່ນ: ຢາສີຟັນເທບໄທ ແລະ OK Herbal ແລະ ສິນຄ້າອື່ນໆ ນຳມາວາງຈຳໜ່າຍ.

ທ່ານ ນາງ ຈຳປາທອງ ທະລົງແສງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມພິທີເປີດງານ ເທສະການອາຫານລາວ ປະຈຳປີ 2026 ຜ່ານມາວ່າ: ງານປີນີ້ມີຄວາມພິເສດຄືການເຕົ້າໂຮມເອົາປະທານແມ່ຍິງ ແລະ ນັກທຸລະກິດຍິງຈາກທັງ 18 ແຂວງ ມາຈັດສະແດງອາຫານ ທີ່ເປັນເອກະລັກສະເພາະຖິ່ນ, ນອກຈາກອາຫານແລ້ວ ທາງບໍລິສັດພວກເຮົາກໍເປັນບໍລິສັດໜຶ່ງ ໄດ້ນຳເອົາຜະລິດຕະພັນທີ່ມີຄຸນນະພາບຈາກ ບໍລິສັດ ເອອີຊີ ການຄ້າຈຳກັດ (AEC) ມາວາງ ສະແດງ ເຊັ່ນ: ຢາໝໍເທວະດາ ຊຶ່ງເຮັດດ້ວຍສານສະກັດຈາກສະໝຸນໄພທໍາມະຊາດ, ນ້ຳເຜິ້ງເກຣດ ເອ ຍີ່ຫໍ້ ເຄຣມາ (KREMA) ແລະ ຜະລິດຕະພັນນຳເຂົ້າທີ່ໄດ້ຮັບ ສິດເປັນຕົວແທນຈຳໜ່າຍຜູ້ດຽວໃນລາວ ເຊັ່ນ: ຢາສີຟັນເທບໄທ ແລະ OK Herbal ແລະ ສິນຄ້າອື່ນໆ ນຳມາວາງສະແດງ-ຈຳໜ່າຍ ໂດຍໄດ້ມີການຈັດໂປຣໂມຊັນຫລຸດລາຄາຄັ້ງໃຫຍ່ ໃນງານດັ່ງກ່າວເພື່ອຄືນກຳໄລໃຫ້ລູກຄ້າ.

ສຳລັບດ້ານການສົ່ງອອກຂອງບໍລິສັດ ເອອີຊີ ການຄ້າຈຳກັດ ໄດ້ເນັ້ນເຖິງທ່າແຮງຂອງ ກາເຟລາວ ໂດຍສະເພາະ ຈາກເຂດພູພຽງບໍລິເວນ (ປາກຊ່ອງ) ທີ່ກຳລັງເປັນທີ່ຕ້ອງການຢ່າງສູງໃນຕະຫລາດຣັດເຊຍ ຊຶ່ງມີຄວາມຕ້ອງການເຖິງ 20 ຕູ້ຄອນເທນເນີຕໍ່ປີ ແລະ ທີ່ສຳຄັນແມ່ນການເຊັນສັນຍາ ກັບຄູ່ຄ້າປະເທດຍີ່ປຸ່ນ ເພື່ອສ້າງໂຮງງານຄົ້ວກາເຟຂະໜາດໃຫຍ່ ທີ່ນຳໃຊ້ເຕັກໂນໂລຊີພະລັງງານໄຮໂດຣເຈນ (Hydrogen Energy) ເຊິ່ງການຄົ້ວກາເຟດ້ວຍພະລັງງານສະ ອາດນີ້ ຈະຊ່ວຍໃຫ້ກາເຟມີກິ່ນຫອມບໍລິສຸດ ໂດຍບໍ່ມີກິ່ນຄວັນໄຟລົບກວນ ແລະ ທີ່ສຳຄັນແມ່ນເປັນເງື່ອນໄຂໃຫ້ສິນ ຄ້າລາວໄດ້ຮັບການຍົກເວັ້ນພາສີ ໃນການສົ່ງອອກໄປຍັງສະຫະພາບເອີຣົບ (EU).

ທ່ານ ນາງ ຈຳປາທອງ ໄດ້ກ່າວຕື່ມວ່າ: ປັດຈຸບັນ ສປປ ລາວ ໄດ້ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນ ອອກສູ່ທະເລກາຍມາເປັນປະເທດ ທີ່ມີເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດຕ່າງໆ ດ້ວຍລົດໄຟຄວາມໄວສູງ ລາວ-ຈີນ. ຈາກ ລາວໄປຮອດຄຸນໝິງ ແລະ ຕໍ່ໄປເຖິງ ຣັດເຊຍ ໄດ້ຢ່າງສະດວກ ແລະ ວ່ອງໄວ ເປີດໂອກາດໃໝ່ໃຫ້ແກ່ນັກທຸ ລະກິດແມ່ຍິງລາວ ໃນການນຳເອົາຜະລິດຕະພັນ ຄຸນນະພາບສູ່ເວທີໂລກ.
ສໍາລັບງານ ເທສະການອາຫານລາວ ແມ່ນ ຈັດຂຶ້ນແຕ່ວັນທີ 26 ຜ່ານມາຈົນຮອດວັນທີ 30 ມັງກອນ 2026 ນີ້ ຖ້າທ່ານໃດສົນໃຈ ກໍສາມາດໄປທ່ຽວຊົມກິນອາຫານແຊບໆ,ຊື້ສິນຄ້າຈາກບັນດາຮ້ານຕ່າງໆ ໄດ້ເພາະມີສ່ວນຫລຸດພິເສດຫລາກຫລາຍ ໂດຍສະເພາະແມ່ນ ສິນຄ້າຈາກບໍລິສັດເອອີຊີ ການຄ້າຈຳກັດບອກໄດ້ເລີຍວ່າສຸດຄຸ້ມງານນີ້.
ໂດຍ:ມາລີດາ
KPL