7206

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 02.02.2026 ປີທີ 25 ສະບັບທີ 6.367ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ltstra ode,t[ko]k; 7q [Iv[ 70 xu 1j k'l5 f.9K Iv'xtmkoxtgmf 8h voIa [ m6 fo6 c;og-]a 'xt9e]k; g0Q k1h P,ve]k c9h 'dko0v'dt-;'dko8j k'xtgmf gru j ,mt;u dkosa o;Pd0tc|'dkog'y o gxa oma oltw\ 75 h ,7v'dko9a fgda []kpIa [ c]t ]kp9j kp 3m]tg]dltcf'7;k,glQ klts]q f.9 gxu fgmltdkofvd';[ko7A 'mu 23 mu j fvo-k; g0fglf4tdy fry glflk,s]j P,7e g,n v'8Q ogzY ' -q ,g-u p;a olh k'8A 'ltstra o de,t[ko]k; 7q [Iv[ 70 xu lts]5 [8u ]k7kdkoxt8y [a f;Pd'ko p5 8y memqj ;xtgmf xt9exu 2025 ທ່ານ ນາງ ປານີ ຢາທໍ່ຕູ້ (ຂວາ) g]nj vo-A ookpmtsko c]t c8j '8A ' Iv']a f4t,q o8u dt-;'xh v'da oxtgmf ຂປລ. ໃນວັນທີ 30 ມັງກອນ 2026 ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະ ເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາ ລາຂອງ ທ່ານ ໂຈນາເຕັນ ດາເລີ ຄິງ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມສະຫລຸບວຽກງານການ ເງິນທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງ ປີ 2026 ໃນວັນ ທີ 30 ມັງກອນ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ຂປລ. ພິທີປະກາດການເລື່ອນ ຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນ ຊັ້ນພົນເອກ ແລະ ແຕ່ງຕັ້ງຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຈັດຂຶ້ນໃນວັນທີ 30 ມັງກອນ 2026 ໂດຍການເປັນປະທານຂອງ ສະຫາຍພົນເອກວິໄລຫລ້າຄຳຟອງ ກຳມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງນາຍົກລັດຖະ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ຈະເດີນທາງ ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງ ການ ໃນວັນທີ 4 ກຸມພາ 2026 ທີ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຮັດ ແໜ້ນການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນ ຖານຄູ່ຮ່ວມມືຍຸດທະສາດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ. ຂປລ. ວັນທີ 29 ມັງກອນ 2026, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ຄິມ ມິນ ຊອກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ຕໍ່ການຈາກໄປຂອງ ທ່ານ ລີ ເຮ ຈານ (Lee Hae-chan) ຂປລ. ກະຊວງຍຸຕິທໍາ ໄດ້ຈັດ ກອງປະຊຸມວຽກງານຍຸຕິທໍາ ທົ່ວ ປະເທດ ປະຈໍາປີ 2025 ຈັດຂຶ້ນ ໃນວັນທີ 30 ມັງກອນ 2026 ຢູ່ ແຂວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງ ລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ຫົວໜ້າ-ຮອງຫົວໜ້າ ກົມ, ພະແນກຍຸຕິທຳແຂວງ, ນະ ຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເພື່ອສະ ຂປລ. ວັນທີ 1 ກຸມພາ ພໍດີຄົບຮອບ 70 ປີ (1/2/1956-1/2/2026) ວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຂົ້າສູ່ທຸກຂົງເຂດວຽກງານ, ພ້ອມທັງ ຂ່ຳນັບຮັບຕ້ອນແກ່ບັ້ນເລືອກຕັັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັັ້ນແຂວງຊຸດທີ V ທີ່ຈະຈັດຂຶ້ນໃນມໍ່ໆນີ້. ເມື່ອຫວນຄືນມູນເຊື້ອປະຫວັດສາດ ແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງສະຫະພັນ ກໍາມະບານລາວ ຕະຫລອດໄລຍະ 70 ປີທີ່ ຜ່ານມາ, ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫລວງໃຫ້ສະຫະພັນກໍາມະ ບານລາວ ເຮັດໜ້າທີ່ໃນການໂຄສະນາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ໃຫ້ມີ ນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນເຊື້ອ, ທາດແທ້ ແລະ ທັດສະນະຂອງຊົນຊັ້ນກໍາມະກອນລາວຢ່າງແທ້ຈິງ; ເປັນຕົວແທນແຫ່ງ ການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະ ບານກໍາມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ. ຊົນຊັ້ນກຳມະກອນ ລາວ ໄດ້ອຸທິດຊີວິດ, dv'xt-5 ,]a f4t,q o8u mj v'mj P;vk-Po 7A 'mu 29 c]t [a ofkdv'xt-5 ,xy j ovh v, ຂປລ. ເທສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ໄດ້ເປີດ ຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ຢູ່ດອນຊາວ ເຂດ ເສດຖະກິດພິເສດສາມຫລ່ຽມຄຳ ເອກອັກຄະລັດຖະທູດ ແຫ່ງ ນູແວນ ເຊລັງ ປະຈຳ ສປປ ລາວ ຊຶ່ງມີ ສຳນັກງານຕັ້ງຢູ່ບາງກອກ ແຫ່ງ ຣາຊະອານາຈັກໄທ ໃນໂອກາດສໍາ ເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນສໍາເລັດໃນການປະຕິ ບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະ ຫລອດໄລຍະຜ່ານມາ ຊຶ່ງທ່ານເອກ ອັກຄະລັດຖະທູດ ໄດ້ປະກອບສ່ວນ ຢ່າງຫ້າວຫັນ ເຂົ້າໃນວຽກງານສົ່ງ ເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ນູແວນ ເຊລັງ ໄລຍະຜ່ານມາ, ສປປ ລາວ ມົນຕີ ໄດ້ເນັ້ນໃຫ້ກະຊວງການເງິນ ສືບຕໍ່ເພີ່ມທະວີການຫັນເປັນທັນ ສະໄໝວຽກງານຂະແໜງການເງິນ ຢ່າງເປັນລະບົບຄົບຊຸດ ເພື່ອຄຸ້ມ ຄອງການຈັດເກັບລາຍຮັບ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍ ການເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການ ເມືອງສູນກາງພັກ, ຫົວໜ້າຄະນະ ຫລຸບ, ຕີລາຄາຄືນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມ ໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງຍຸຕິທໍາໃນທ້າຍສະໄໝ, ແຜນພັດທະນາວຽກງານຍຸຕິທຳ 5 ປີ (2021-2025) ໂດຍໄດ້ຫັນ ມາເປັນແຜນການພັດທະນາກົດ ໝາຍ ແລະ ວຽກງານຍຸຕິທຳ ປະ ຈຳປີ 2025, ພ້ອມທັງຊອກໃຫ້ ເຫັນເຖິງຜົນສຳເລັດ, ສິ່ງທີ່ເຮັດ ມົນຕີ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ທ່ານ ຄຳພັນ ເຜີຍຍະວົງ (ລັ່ນຄ່ອງເປີດງານ) 7e,j ;o 9a f[5 oot,a fltdko rtmkflu 37f8t[v' xt9exu 2026 F ອ່ານຕໍ່ໜ້າ 7່ າໍ່ ໜ້າ ທ່ານ ວັນໄຊ ພອງສະຫວັນ (ຜູ້ທີ 3 ນັບຈາກຊ້າຍຫາຂວາ ແຖວໜ້າ) ທ່ານນາງ ສວນສະຫວັນ ວິຍະເກດ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ (ຜູ້ທີ 6 ນັບຈາກຊ້າຍຫາຂວາ ແຖວໜ້າ) Y

@ 0j k; c]t gsfdko j 02/02/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຮອງປະທານປະເທດ... ໂທລະເລກ... ອະດີດນາຍົກລັດຖະມົນຕີແຫ່ງ ສ ເກົາຫລີ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າ, ຂໍສະແດງຄວາມເສົ້າ ສະຫລົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ທ່ານ ລີ ເຮ ຈານ (Lee Hae-chan), ອະດີດນາຍົກລັດຖະມົນຕີແຫ່ງ ສ ເກົາຫລີ ໃນວັນທີ 25 ມັງກອນ 2026 ທີ່ຜ່ານມາ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມ ໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າເສຍໃຈມາຍັງທ່ານ, ລັດຖະບານ ແຫ່ງ ສ ເກົາຫລີ ແລະ ຄອບຄົວຂອງ ທ່ານ ລີ ເຮ ຈານ ມາ ໃນໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານ ທ່ານ ລີ ເຮ ຈານ ຈົ່ງໄປສູ່ສຸຂະຕິ ດ້ວຍເຖີ້ນ. ຊົມເຊີຍວັນສ້າງຕັ້ງ...ົີັ້ັ້ ເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວ ໃນໄລຍະການຕໍ່ສູ້ອັນລຳບາກ ຍາວນານລະອິດລະອ້ຽວ, ດຸເດືອດ ຂ້ຽວຂາດ ເພື່ອປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນກຳມະກອນ ກໍຄື ໄລຍະ ປົກປັກຮັກສາ ແລະ ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາໃຫ້ມີ ຄວາມຈະເລີນຮຸ່ງເຮືອງ. ເພື່ອສືບຕໍ່ມູນເຊື້ອຜົນງານອັນໃຫຍ່ຫລວງຕະຫລອດໄລຍະຜ່ານມາ ນັ້ນ, ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງ ງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ, ຈັດຕັ້ງຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະ ບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມະຫາຊົນເປັນວຽກງານສຳຄັນ ແລະ ແມ່ນວຽກງານແຖວໜ້າຂອງພັກ. ໄດ້ເອົາໃຈໃສ່ເຄື່ອນໄຫວວຽກ ງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳ ມະກອນຜູ້ອອກແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ສະເໜີຄະນະກໍາມະການແຮງງານແຫ່ງຊາດ ປັບຄ່າແຮງງານຂັ້ນຕໍ່າສຸດ ໃຫ້ຜູ້ອອກແຮງງານພາກວິສາຫະກິດ; ໄດ້ຄົ້ນຄວ້າ, ນໍາສະເໜີລັດຖະບານ ພິຈາລະນາເພີ່ມເງິນເດືອນ ແລະ ສະຫວັດດີການໃຫ້ພະນັກງານ-ລັດຖະ ກອນພາກລັດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ. ເຂົ້າ ຮ່ວມແກ້ໄຂຂໍ້ຂັດແຍ່ງແຮງງານ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາ ແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ໃນຫົວໜ່ວຍແຮງງານ, ຊຸກຍູ້ ໃຫ້ຜູ້ໃຊ້ແຮງງານ ນໍາເອົາຜູ້ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງ ຕັ້ງກຸ່ມແຮງງານນອກລະບົບໃນຂອບເຂດທົ່ວປະເທດ; ເອົາໃຈໃສ່ບໍາລຸງກໍ່ສ້າງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີ ຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ພັດທະນາສີມື ແຮງງານ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານ ປະລິມານ ແລະ ຄຸນນະພາບ. ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຢ່າງົ ມີ ຍັ ນ້ າັ້ ງັ ນົ ບີ ່າ ສຸດດໃຈ !ຸ ແລະ ນູແວນເຊລັງ ໄດ້ສ້າງສາຍ ພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1963 ການພົວພັນສອງ ຝ່າຍໄດ້ດຳເນີນ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ການແລກປ່ຽນການ ຢ້ຽມຢາມ ລະຫວ່າງການນຳຂັ້ນ ສູງ ແລະ ຂັ້ນຕ່າງໆຂອງສອງປະ ເທດ ໄດ້ເລີ່ມຕົ້ນແຕ່ປີ 1965 ເປັນ ຕົ້ນມາ. ຄຽງຄູ່ກັນນັ້ນ, ສອງປະເທດ ກໍໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນີ້, ທ່ານຮອງປະທານປະ ເທດ ແຫ່ງ ສປປ ລາວ ຍັງໄດ້ອວຍ ພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳ ເລັດໃນໜ້າທີ່ໃໝ່ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ. ໂອກາດດຽວກັນ, ທ່ານເອກອັກ ຄະລັດຖະທູດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈ ຕໍ່ລັດ ຖະບານ ສປປ ລາວ ກໍຄື ພາກສ່ວນ ກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ການຮ່ວມມື ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດຂອງຕົນ ຢູ່ ສປປ ລາວ ຈົນ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ຂ່າວ: ກິດຕາ; ພາບ: ຂັນໄຊ ເພີ່ມທະວີ...ີ່ີ ຄຸ້ມຄອງລາຍຈ່າຍງົບປະມານ ທັງ ສູນກາງແລະທ້ອງຖິ່ນໃຫ້ລວມສູນ, ຖືກຕ້ອງ ແລະ ຄົບຖ້ວນ, ພ້ອມທັງ ສຸມໃສ່ການເຊື່ອມຕໍ່ລະບົບການຄຸ້ມ ຄອງການເກັບລາຍຮັບກັບຂະແໜງ ການທີ່ກ່ຽວຂ້ອງໃຫ້ສໍາເລັດ ແລະ ທົ່ວເຖິງໂດຍໄວ ໂດຍສະເພາະສຸມ ໃສ່ຂະຫຍາຍລະບົບຄຸ້ມຄອງໃບເກັບ ເງິນເອເລັກໂຕຣນິກ ໃຫ້ຫົວໜ່ວຍ ທຸລະກິດໃນຂອບເຂດທົ່ວປະເທດ ແລະ ລະບົບຄຸ້ມຄອງແບບຟອມເອ ເລັກໂຕຣນິກ ແລະ ເບີກຈ່າຍງົບປະ ມານ ຂອງຂະແໜງການພາກລັດ (D-Filing) ເພື່ອເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆ ແລະ ຢູ່ບັນດາດ່ານສາກົນໃນຂອບ ເຂດທົ່ວປະເທດ ໃຫ້ເກັບລວມສູນ ຢູ່ຈຸດດຽວຜ່ານລະບົບ FinPass ຂອງກະຊວງການເງິນ. ພ້ອມນີ້, ໃຫ້ສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານຢູ່ໃນຂົງເຂດການເງິນ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາ ບັນ, ຮັກວິຊາຊີບ, ມີຄວາມອົດທົນ ເສຍສະລະ ແລະ ປະຕິບັດວິໄນແຜນ ການ-ການເງິນຢ່າງເຄັ່ງຄັດ, ປັບ ປຸງກົງຈັກຂະແໜງການເງິນໃຫ້ມີ ປະສິດທິຜົນ ພາຍຫລັງທີ່ໄດ້ມີການ ໂຮມສອງກະຊວງເຂົ້າກັນ; ສືບຕໍ່ ເພີ່ມທະວີຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ເປັນຮູບປະທໍາ ສະເໜີໃຫ້ພະແນກການເງິນ ເປັນ ເຈົ້າການຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຕິດພັນກັບການ ຈັດຕັ້ງວຽກງານຈຸດສຸມຕາມແຜນ ການປະຕິບັດ ສອຈ ຂອງແຕ່ລະ ທ້ອງຖິ່ນ ກໍຄື ຂະແໜງການຕ່າງໆ; ຂະແໜງການເງິນ ຕ້ອງໄດ້ເປັນໃຈ ກາງຊຸກຍູ້ການຂະຫຍາຍຕົວຂອງ ເສດຖະກິດ ໃຫ້ສາມາດບັນລຸໃນ ລະດັບ 5,5% ໃນປີ 2026 ກໍຄື ສູ້ຊົນໃຫ້ອັດຕາການຂະຫຍາຍຕົວ ຂອງເສດຖະກິດ ສາມາດບັນລຸສະ ເລ່ຍໃນລະດັບ 6% ຂຶ້ນໄປໃນໄລ ນະ 5 ປີ (2026-2030); ດ້ານ ລາຍຮັບງົບປະມານ ຕ້ອງໄດ້ສູ້ ຊົນໃຫ້ບັນລຸບໍ່ຫລຸດ 20% ຂອງ GDP ໃນປີ 2026 ຊຶ່ງຂະແໜງ ການເງິນ ຕ້ອງໄດ້ເພີ່ມທະວີການ ຂະຫຍາຍຖານລາຍຮັບພາຍໃນ ດ້ວຍການຄົ້ນຄວ້າເພີ່ມອັດຕາພາ ສີ-ອາກອນ, ຄ່າທໍານຽມຕິດພັນກັບ ການຂຸດຄົ້ນຊັບພະຍາກອນທໍາມະ ຊາດ, ອັດຕາອາກອນຊົມໃຊ້ບັນດາ ສິນຄ້າຟູມເຟືອຍຕ່າງໆ, ຄ່າທໍານຽມ ການຂົນສົ່ງຜ່ານແດນ; ດ້ານລາຍ ຈ່າຍງົບປະມານ ຕ້ອງເອົາໃຈໃສ່ ສືບຕໍ່ປັບປຸງຂອດ, ຂັ້ນຕອນໃນການ ອະນຸມັດ ແລະ ເບີກຈ່າຍງົບປະມານ ຜ່ານລະບົບທັນສະໄໝ, ຮັບປະກັນ ຄວາມໂປ່ງໃສ ແລະ ມີປະສິດທິຜົນ; ການສ້າງແຜນ ແລະ ຈັດຕັ້ງປະຕິ ບັດໂຄງການລົງທຶນຂອງລັດຕ້ອງ ໃຫ້ໄປຕາມຈຸດສຸມ ແລະ ເປົ້າໝາຍ ຂອງການພັດທະນາແຕ່ລະດ້ານ ໂດຍສະເພາະເນັ້ນໜັກໃສ່ການພັດ ທະນາເຂດແຄວ້ນ, ການແກ້ໄຂ ຄວາມທຸກຍາກໃນຂັ້ນທ້ອງຖິ່ນ, ຊຸກຍູ້ການຜະລິດຂອງປະຊາຊົນ ໂດຍການຈັດສັນແຫລ່ງທຶນເຂົ້າ ໃນໂຄງການເສັ້ນທາງເຊື່ອມໂຍງເຊື່ອມຈອດ, ເສັ້ນທາງເຂົ້າສູ່ແຫລ່ງ ການຜະລິດ, ເສັ້ນທາງເຂົ້າສູ່ແຫລ່ງ ທ່ອງທ່ຽວ ແລະ ເສັ້ນທາງເສດຖະ ກິດອື່ນໆ; ສືບຕໍ່ແກ້ໄຂບັນຫາໜີ້ສິນ ສາທາລະນະ ໂດຍເປັນເຈົ້າການ ເຂົ້າຮ່ວມປະເມີນແຕ່ຫົວທີ, ປັບປຸງ ກົນໄກຕິດຕາມ, ກວດກາໂຄງການ ກູ້ຢືມ ແລະ ກ້າວໄປສູ່ການຢຸດຕິ ການກູ້ຢືມທີ່ບໍ່ມີປະສິດທິຜົນ ແລະ ມີດອກເບ້ຍສູງທີ່ມີໄລຍະເວລາສັ້ນ ແລະ ສືບຕໍ່ເຈລະຈາເພື່ອຕໍ່ລອງ ເລື່ອນໄລຍະເວລາ ເພື່ອປັບໂຄງ ສ້າງໜີ້ສິນສາທາລະນະຄືນໃໝ່; ເລັ່ງປັບປຸງວິສາຫະກິດຂອງລັດໃຫ້ ມີຄວາມເຂັ້ມແຂງ ແລະ ປະກອບ ສ່ວນໃຫ້ງົບປະມານຂອງລັດໃຫ້ ໄດ້ຫລາຍຂຶ້ນ (ຄາດໝາຍ 1% ຂອງ GDP), ຂະແໜງການເງິນ ຕ້ອງໄດ້ຊ່ວຍລັດຖະບານເລັ່ງປັບ ປຸງວິສາຫະກິດຂອງລັດໃຫ້ມີຜົນ ກໍາໄລ, ໃຫ້ເຂັ້ມແຂງ, ໃນຕໍ່ໜ້າ ໃຫ້ສາມາດຊຸກຍູ້ໃຫ້ເຂົ້າຕະຫລາດ ຫລັກຊັບລາວ. ເລັ່ງສໍາເລັດ ແລະ ເຜີຍແຜ່ຜົນ ຂອງການສໍາຫລວດພົນລະເມືອງ ຄັ້ງທີ V ເພື່ອເປັນພື້ນຖານໃນການ ກໍານົດນະໂຍບາຍ ແລະ ຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ, ເອົາ ໃຈໃສ່ກະກຽມການສໍາຫລວດສະ ຖິຕິເສດຖະກິດໃຫ້ສໍາເລັດໃນປີ ນີ້. ໃນນີ້, ໃຫ້ສາມາດເກັບກໍາບັນ ດາຫົວໜ່ວຍວິສາຫະກິດ ທີ່ເປັນທ່າ ແຮງໃນການຂະຫຍາຍຖານລາຍ ຮັບງົບປະມານ; ເອົາໃຈໃສ່ຍົກສູງ ຄຸນນະພາບຂອງການເກັບກໍາ, ຜະ ລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງ ການໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ສາມາດເຊື່ອມໂຍງກັບລະບົບ ຖານຂໍ້ມູນ ຂອງບັນດາຂະແໜງ ການຂັ້ນສູນກາງ, ທ້ອງຖິ່ນ ແລະ ສາກົນ. ໃນສະພາບການຮ່ວມມື ດ້ານເສດຖະກິດຂອງໂລກ ມີການ ປ່ຽນແປງຮູບແບບ ແລະ ເງື່ອນໄຂ ຕ່າງໆໃນປັດຈຸບັນ, ຂະແໜງການ ເງິນ ຕ້ອງໄດ້ເອົາໃຈໃສ່ທົບທວນ ຄືນ ແລະ ກຳນົດຍຸດທະສາດການ ຮ່ວມມື ດ້ານເສດຖະກິດກັບສາກົນ ໃນໄລຍະຕໍ່ໜ້າໃຫ້ສອດຄ່ອງກັບ ສະພາບການປ່ຽນແປງໃນໄລຍະ ໃໝ່; ການແບ່ງຂັ້ນຄຸ້ມຄອງດ້ານງົບ ປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຕ້ອງທົບທວນ ແລະ ປັບ ປຸງການແບ່ງຂັ້ນຄຸ້ມຄອງລາຍຮັບລາຍຈ່າຍ, ການດຸ່ນດ່ຽງ ລະຫວ່າງ ສູນກາງ-ທ້ອງຖິ່ນ ໂດຍສະເພາະ ການໂອນຫົວໜ່ວຍວິສາຫະກິດຂະ ໜາດໃຫຍ່ ໃນຂອບເຂດທົ່ວປະເທດ ໃຫ້ສູນກາງຄຸ້ມຄອງເພື່ອຮັບປະກັນ ການຄຸ້ມຄອງຕິດຕາມກວດກາຢ່າງ ມີປະສິດທິຜົນຫລາຍຂຶ້ນ, ນະໂຍ ບາຍພິເສດສໍາລັບໄຊສົມບູນ ແລະ ອື່ນໆ; ສືບຕໍ່ເອົາໃຈໃສ່ປັບປຸງນິຕິ ກໍາ ໃຫ້ມີຄວາມຮັດກຸມ ແລະ ເປັນ ລະບົບຄົບຊຸດ, ສຸມໃສ່ປັບປຸງນິຕິກໍາ ຈໍານວນໜຶ່ງ ທີ່ເປັນເງື່ອນໄຂໃນ ການຈັດເກັບລາຍຮັບ ແລະ ຄຸ້ມ ຄອງລາຍຈ່າຍງົບປະມານ; ຍົກສູງ ວຽກງານກວດກາລັດ ເພື່ອຫລຸດ ຜ່ອນການຮົ່ວໄຫລດ້ານງົບປະມານ ແລະ ການສ້າງໜີ້ສິນສາທາລະນະ ໂດຍການສືບຕໍ່ເພີ່ມທະວີການຕິດ ຕາມ, ກວດກາ-ກວດກາ, ການຄຸ້ມ ຄອງລາຍຮັບ-ລາຍຈ່າຍ, ສ້າງຄະ ນະສະເພາະກິດຕິດຕາມ, ກວດກາ ແຕ່ລະຂະແໜງວຽກງານຢ່າງເປັນ ລະບົບ ແລະ ຕິດຕາມການປະຕິບັດ ໜ້າທີ່ຄວາມຮັບຜິດຊອບຂອງພະ ນັກງານໃນຂະແໜງການເງິນ ແລະ ຂະແໜງການຕ່າງໆໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງ ຫລວງ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເຂັ້ມງວດ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເລື່ອນຊັ້ນ...ື່ັ້ ສະຫາຍຕາງໜ້າຈາກການຈັດຕັ້ງ ຂັ້ນສູນກາງ, ຄະນະນຳກະຊວງ ປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ, ກົມ, ກອງອ້ອມຂ້າງກະຊວງ ປ້ອງກັນປະເທດ ແລະ ພະນັກງານ ຫລັກແຫລ່ງ ເຂົ້າຮ່ວມ. ສະຫາຍ ດອນ ໄພວົງ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານລັດຖະດຳລັດຂອງປະທານປະ ເທດ ວ່າດ້ວຍການເລື່ອນຊັ້ນນາຍ ທະຫານ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ ແລະ ດຳລັດຂອງນາຍົກລັດຖະມົນ ຕີ ວ່າດ້ວຍການແຕ່ງຕັ້ງຮອງລັດ ຖະມົນຕີ ກະຊວງປ້ອງກັນປະເທດ ໃນນີ້, ປະທານປະເທດ ອອກລັດຖະ ດໍາລັດຕົກລົງເລື່ອນຊັ້ນ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຂຶ້ນ ເປັນຊັ້ນພົນເອກ ແລະ ນາຍົກລັດຖະ ມົນຕີ ອອກດຳລັດແຕ່ງຕັ້ງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ເປັນຮອງ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໂອ້ລົມ ຫລາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມ, ກຳແໜ້ນແນວທາງນະ ໂຍບາຍຂອງພັກ, ໜ້າທີ່ການເມືອງ ຂອງກອງທັບ, ມີຄວາມເຊື່ອໝັ້ນຕໍ່ ອຸດົມການຂອງພັກ, ຈົ່ງຮັກພັກດີ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມເອກອ້າງທະນົງໃຈຕໍ່ມູນ ເຊື້ອ, ວິລະກຳການຕໍ່ສູ້ພິລະອາດ ຫານ ແລະ ສູ້ຮົບມີໄຊ ທີ່ສະຫງ່າ ອົງອາດຂອງກອງທັບ ທັງຮູ້ຕັ້ງໜ້າ ເສີມຂະຫຍາຍທາດແທ້ມູນເຊື້ອປະ ຕິວັດ ຂອງແຕ່ລະກົມກອງ, ຂອງ ແຕ່ລະນັກຮົບ, ນາຍ ແລະ ພົນທະ ຫານ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ກໍເພີ່ມທະວີຄວາມເອົາ ໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ພະ ນັກງານຕາມທິດ ຖືຄຸນນະພາບ ເປັນກົກ ແລະ ຫັນເປັນໜຸ່ມ, ສຸມໃສ່ ກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງດໍາເນີນຊີ ວິດການເມືອງພາຍໃນພັກໃຫ້ເລິກ ເຊິ່ງ ເພື່ອປັບປຸງຄະນະພັກ ແລະ ສະ ມາຊິກພັກໃຫ້ເຂັ້ມແຂງ; ວຽກງານ ພະນັກງານຕ້ອງສ້າງໃຫ້ໄດ້ພະນັກ ງານສືບທອດບປ່ຽນແທນ ຢູ່ແຕ່ລະ ກົມກອງ ລວມທັງຢູ່ກະຊວງ, ເອົາ ໃຈໃສ່ສ້າງໃຫ້ມີໂຄງປະກອບດ້ານ ເຜົ່າຢູ່ໃນພະນັກງານຂັ້ນຕ່າງໆ, ເພີ່ມທະວີການຕິດຕາມ, ກວດກາສະ ຕິເຄົາລົບລະບຽບກົດໝາຍ ແລະ ວິໄນຂອງກອງທັບໃຫ້ເປັນປົກກະຕິ ເພື່ອສະກັດກັ້ນສະພາບຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນກອງທັບ, ຕ້ອງສືບ ຕໍ່ປົກປັກຮັກສາ, ເສີມສ້າງຄວາມ ສາມັກຄີເປັນປຶກແຜ່ນ ແລະ ຄວາມ ເປັນແບບຢ່າງນໍາໜ້າຂອງພັກ ໂດຍ ສະເພາະ ຢູ່ພາຍໃນຄະນະພັກ-ຄະ ນະປະຈຳພັກກະຊວງ, ຄະນະພັກ ແຕ່ລະຂັ້ນ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບ ຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ໃນຖັນ ແຖວສະມາຊິກພັກ, ພະນັກງານນັກຮົບ ໃນທົ່ວກອງທັບ ເພື່ອໃຫ້ບັນ ລຸເປົ້າໝາຍດັ່ງກ່າວ, ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງແບບແຜນ ວິທີເຮັດວຽກ, ແບບແຜນນໍາພາ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ, ເປີດກວ້າງປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງໝູ່ຄະນະ, ມະຫາຊົນ, ແຕ່ຕ້ອງ ລວມສູນເປັນເອກະພາບໃນການຊີ້ ນໍາ-ບັນຊາ ທີ່ເດັດດ່ຽວວ່ອງໄວ, ທັນການ, ສືບຕໍ່ຊີ້ນໍາການປະຕິບັດ ຍຸດທະສາດ ຫັນລົງກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ4ຄາດໝາຍ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການແກ້ໄຂສະ ພາບຫຍໍ້ທໍ້ຕ່າງໆ ຢູ່ຮາກຖານເປັນ ຕົ້ນບັນຫາຢາເສບຕິດ, ການຄ້າ ຂາຍເຖື່ອນ, ອາວຸດເສິກ, ການຍົກ ຍ້າຍພູມລໍາເນົາແບບຊະຊາຍ, ການ ມົ້ວສຸມ ແລະ ອື່ນໆ; ປັບປຸງຮາກ ຖານການເມືອງໃຫ້ເຂັ້ມແຂງ, ໜັກ ແໜ້ນ ໂດຍສະເພະການສ້າງທ່າ ສະໜາມ 3 ຂັ້ນ, ປັບປຸງກຳລັງກອງ ຫລອນ-ກໍາລັງປ້ອງກັນຕົວ ທັງ ຊ່ວຍເຫລືອປະຊາຊົນໃນການພັດ ທະນາເສດຖະກິດ-ສັງຄົມ, ເຮັດໃຫ້ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ດີ ຂຶ້ນ, ຍູ້ແຮງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນ ກອງທັບໃຫ້ຟົດຟື້ນ, ສ້າງການຫັນ ປ່ຽນໃໝ່ໃນການ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ”, ສ້າງພະລາ ທິການກັບທີ່ ເພື່ອສູ້ຊົນສ້າງແຫລ່ງ ລາຍຮັບໃຫ້ໄດ້ຫລາຍ, ປັບປຸງແກ້ ໄຂ ແລະ ຍົກລະດັບຊີວິດການເປັນ ຢູ່ໃນກໍາລັງໃຫ້ດີຂຶ້ນ. ສະຫລຸບຕີລາຄາ...ຸີ ໄດ້, ບັນຫາທີ່ຍັງອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນ ການເຄື່ອນໄຫວທີ່ຜ່ານມາ ແລະ ກຳນົດທິດທາງ, ໜ້າທີ່ຈຸດສຸມສຳ ລັບ ປີ 2026. ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ຮູ້ວ່າ:ໃນ1ປີທີ່ຜ່ານມາຄະນະ ນໍາກະຊວງໄດ້ເອົາໃຈໃສ່ນໍາພາ-ຊີ້ ນໍາ ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ ທີ V ຂອງອົງຄະນະພັກກະຊວງ ຍຸຕິທຳ ໃນທ້າຍສະໄໝ ກໍຄື 7 ແຜນ ງານ 52 ໂຄງການ ທີ່ກະຊວງຍຸຕິ ທໍາໄດ້ຮັບຮອງ ໂດຍສະເພາະໄດ້ຜັນ ຂະຫຍາຍ, ຈັດຕັ້ງປະຕິບັດວຽກ ງານແຕ່ລະດ້ານຕາມທິດທາງແລະ ແຜນການຈຸດສຸມ ປະຈໍາປີ 2025 ທີ່ຕິດພັນກັບ 2 ວາລະແຫ່ງຊາດ ເປັນຕົ້ນ ວຽກງານການສ້າງ, ປັບ ປຸງກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍ, ວຽກງານໂຄສະນາເຜີຍແຜ່ ກົດໝາຍ, ວຽກງານປະຕິບັດຄໍາຕັດ ສີນຂອງສານ, ການກໍ່ສ້າງ ແລະ ພັດທະນາບຸກຄະລາກອນກົດໝາຍ, ການບໍລິການວຽກງານຍຸຕິທໍາ, ການພົວພັນຮ່ວມມືສາກົນທາງ ດ້ານກົດໝາຍ ແລະ ວຽກງານຍຸຕິ ທໍາ, ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຄົງຄ້າງ, ສາເຫດ ແລະ ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງ, ແຜນການວຽກງານຈຸດ ສຸມ ສຳລັບປີ 2026. ຈາກນັ້ນ, ຜູ້ ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບ ຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2025 ແລະ ທິດ ທາງແຜນການຈຸດສຸມ ໃນປີ 2026 ຊຶ່ງຈະຕ້ອງໄດ້ປັບປຸງບາງດ້ານໂດຍ ສະເພາະຜົນງານການເຄື່ອນໄຫວ ວຽກງານຂອງທ້ອງຖິ່ນໃຫ້ສະແດງ ເປັນຕົວເລກ ແລະ ການເຄື່ອນໄຫວ 5 ກິດຈະກໍາ ຂອງວຽກງານຍຸຕິທໍາ ຮາກຖານ ແລະ ວຽກງານອື່ນໆ. ໃນວາລະກອງປະຊຸມ, ພະແນກ ຍຸຕິທໍາແຂວງຊຽງຂວາງ, ບໍລິຄໍາ ໄຊ, ໄຊຍະບູລີ, ວຽງຈັນ, ອັດຕະປື ແລະ ແຂວງຈໍາປາສັກ ກໍໄດ້ລາຍ ງານບົດຮຽນກ່ຽວກັບການຈັດຕັ້ງ ປະຕິບັດ ວຽກງານຍຸຕິທໍາເດັກ ວຽກງານຊ່ວຍເຫລືອທາງດ້ານກົດ ໝາຍ, ວຽກງານການສ້າງນິຕິກໍາ ຂັ້ນແຂວງ, ວຽກງານທະບຽນ ສານວຽກງານໂຄສະນາເຜີຍແຜ່ ກົດໝາຍ, ວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ພາຍໃນ ແຂວງຂອງຕົນ. ໂອກາດນີ້, ທ່ານ ໄພວີສີບົວລິພາ ມີຄໍາເຫັນໂອ້ລົມໂດຍເນັ້ນໃສ່ບາງ ວຽກງານທີ່ຕ້ອງເອົາໃຈໃສ່ປັບປຸງ ໂດຍສະເພາະວຽກງານຍຸຕິທໍາຮາກ ຖານ ກໍຄື ວຽກງານກົດໝາຍ ແລະ ຍຸຕິທໍາໃຫ້ມີຄຸນນະພາບດີຂຶ້ນກວ່າ ເກົ່າ ເປັນຕົ້ນ ການສ້າງຖັນແຖວພະ ນັກງານຂະແໜງຍຸຕິທໍາ ໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທໍາປະຕິວັດ, ມີຈັນຍາ ບັນ-ຈັນຍາທໍາ, ມີຄວາມຮູ້-ຄວາມ ສາມາດທາງດ້ານທິດສະດີການ ເມືອງແລະວິຊາສະເພາະ, ກໍາແໜ້ນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການຍຸຕິທໍາ; ການຈັດ ຕັ້ງປະຕິບັດບັນດາຄາດໝາຍທີ່ ກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ VI ຂອງອົງຄະນະພັກກະຊວງ ຍຸຕິທໍາ ໃຫ້ປະກົດຜົນເປັນຈິງ. ພ້ອມ ນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ ທຸກຂັ້ນ ຈົ່ງຍົກສູງຄວາມສາມາດ ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ; ເອົາໃຈໃສ່ຍົກລະ ດັບຄວາມຮູ້ທາງດ້ານທິດສະດີການ ເມືອງ ໃຫ້ແກ່ສະມາຊິກພັກ, ພະນັກ ງານ-ລັດຖະກອນທຸກຂັ້ນດ້ວຍການ ຈັດຕັ້ງຄົ້ນຄວ້າ, ຮ່ຳຮຽນທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ,ບັນດາມະຕິ,ຄໍາສັ່ງຂອງ ພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ໃຫ້ທັນກັບສະພາບການ ແຕ່ລະໄລຍະ; ຕ້ານການເຊື່ອມຖອຍ ທາງດ້ານຄຸນທາດການເມືອງ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນຂະແໜງການຍຸຕິທຳ ທົ່ວປະເທດ; ຍູ້ແຮງຂະບວນການ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດຂອງຂະແໜງ ການຍຸຕິທໍາຂັ້ນຕ່າງໆໃຫ້ມີການ ຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງ; ຖືເປັນບຸລິມະສິດຕໍ່ການປັບປຸງ ວຽກງານປະຕິບັດຄໍາຕັດສິນຂອງ ສານ, ວຽກງານສ້າງ ແລະ ປັບປຸງ ກົດໝາຍ, ວຽກງານໂຄສະນາເຜີຍ ແຜ່ກົດໝາຍ ແລະ ວຽກງານຍຸຕິ ທໍາຮາກຖານ ໃຫ້ເປັນຂະບວນຟົດ ຟື້ນ ແລະ ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ.

02/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ rkp.8h 7a om5 '0v'ra d vq 'dkode,t[ko]k; oa [,N g8u [.spj 0tspkp8q ; wx.-h ly fg]n vd8A ' ll-{ll0 .sh wfh 8k,]tfa [7kf\kp ພາຍຫລັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກ ໄດ້ ສືບຕໍ່ຊີ້ນໍາການເຄື່ອນໄຫວຂອງ ສະຫະພັນກຳມະບານລາວໃຫ້ມີ ຄວາມໜັກແໜ້ນ ແລະ ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງ ການຈັດຕັ້ງສະຫະພັນກຳມະບານ ລາວເປັນລະບົບແຕ່ສູນກາງລົງ ຮອດຮາກຖານໃນທົ່ວປະເທດ. ມາເຖິງວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວທົ່ວປະເທດ ຄັ້ງທີ 1 ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ ນະຄອນຫລວງວຽງຈັນ. ພັກໄດ້ ຕີລາຄາສູງຕໍ່ການອຸທິດອັນໃຫຍ່ ຫລວງຂອງຊົນຊັ້ນກໍາມະກອນ ແລະ ອົງການຈັດຕັ້ງກໍາມະບານ ລາວ ໂດຍຢັ້ງຢືນວ່າ: ຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ລາວມີຄຸນສົມບັດສິນທໍາປະຕິວັດ ຢ່າງຈົບງາມ, ມີສະຕິຮັກຊາດ, ມີ ຄວາມສາມາດ, ມີຫົວຄິດປະດິດ ສ້າງ, ມີຄວາມຈົງຮັກພັກດີ, ເດັດ ຂາດຕໍ່ຊາດ, ຕໍ່ພັກ ແລະ ພາລະກິດ ປະຕິວັດຂອງປະຊາຊົນລາວບັນດາ ເຜົ່າ ແລະ ວຽກງານອື່ນໆ ພ້ອມທັງ ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນ ເຈົ້າຂອງສູນກາງສະຫະພັນກໍາມະ ບານລາວ. ຕະຫລອດໄລຍະ 70 ປີທີ່ຜ່ານ ມາ, ພັກໄດ້ມອບໝາຍພາລະກິດອັນ ໃຫຍ່ຫລວງໃຫ້ສະຫະພັນກໍາມະ ບານລາວ ເຮັດໜ້າທີ່ໃນການໂຄ ສະນາສຶກສາອົບຮົມການເມືອງ ແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງ ຊົນທັງຊາດ ໃຫ້ມີນໍ້າໃຈຮັກຊາດ, ມີ ຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນ ເຊື້ອ, ທາດແທ້ ແລະ ທັດສະນະຂອງ ຊົນຊັ້ນກໍາມະກອນລາວຢ່າງແທ້ຈິງ; ເປັນຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງສະມາຊິກກຳມະບານ, ກໍາ ຂປລ. ຍັງອີກບໍ່ດົນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຈະເປີດຂຶ້ນ ຢ່າງເປີດທາງການ. ຂະນະທີ່ການ ກະກຽມໃຫ້ແກ່ການເລືອກຕັ້ງດັ່ງ ກ່າວ ແມ່ນມີຄວາມຄືບໜ້າ ແລະ ມີ ບັນຍາກາດຟົດຟຶ້ນພໍສົມຄວນ. ແນວ ໃດກໍດີ, ມະຕິກົມການເມືອງສູນກາງ ພັກ ເລກທີ 26 /ກມສພ ໄດ້ກຳນົດ ແຈ້ງວ່າ: ອົງຄະນະພັກທຸກຂັ້ນຕ້ອງ 4k,{8v[ dj P;da [ltrkcsj '-kf c]t ltrkxt-k-q o0A oc0;' ( 8 ) + ກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາຊີ້ນໍາການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃຫ້ບັນລຸຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ ວາງໄວ້ດັ່ງນີ້. 1. ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວ ທາງດ້ານການເມືອງໃຫ້ແກ່ສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນນັກສຶກສາ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ໂດຍ ສະເພາະແມ່ນຜູ້ມີສິດເລືອກຕັ້ງ ເພື່ອ ສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V. ບົນພື້ນຖານ ດັ່ງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັ້ງມີ ຄວາມຕື່ນຕົວສະໝັກໃຈໄປໃຊ້ສິດ ໃນວັນເລືອກຕັ້ງໃຫ້ຄົບຖ້ວນຕາມ ລະບຽບກ່ຽວກັບການເລືອກຕັ້ງ. 2. ເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍ ສະເພາະຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນ ຢ່າງສົມກຽດເຂົ້າໃນການປັບປຸງ ບູລະນະລະບົບອົງການອໍານາດ ແຫ່ງລັດຂັ້ນຕ່າງໆໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນ “ເປັນອໍານາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນ” ຢ່າງແທ້ຈິງ ເປັນຕົ້ນ ປັບປຸງ ກົງຈັກການຈັດຕັ້ງ ແລະ ການ ເຄື່ອນໄຫວປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ. 3. ຮັບປະກັນເລືອກຕັ້ງໃຫ້ໄດ້ ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະ ຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ຕາມທີ່ກໍານົດໄວ້ໃນກົດໝາຍມາ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V, ໃນ ນັ້ນ ໃຫ້ມີໂຄງປະກອບທາງດ້ານ ເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສໃນອັດຕາສ່ວນທີ່ເໝາະ ສົມ, ມີຕົວແທນຈາກອົງການຈັດ ຕັ້ງພັກ, ລັດ, ອົງການແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ອົງ ການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຕົວແທນຈາກວິສາຫະກິດລັດ ແລະ ເອກະຊົນໃນຂະແໜງການທີ່ ສໍາຄັນຈຳນວນໜຶ່ງ. 4. ຍົກສູງສະຕິເປັນເຈົ້າປະເທດ ຊາດ, ສະຕິຊາດເອກະພາບອັນໜຶ່ງ ອັນດຽວ, ສະຕິລະວັງຕົວຕໍ່ກົນອຸ ບາຍມ້າງເພທໍາລາຍຂອງພວກຄົນ ບໍ່ດີເປັນຕົ້ນການໂຄສະນາແບ່ງແຍກ ພາຍໃນ, ການໃສ່ຮ້າຍປ້າຍສີຕໍ່ການ ເລືອກຕັ້ງ, ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ເພີ່ມ ທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ການເລືອກຕັ້ງເທື່ອນີ້ ບັນລຸ ຜົນສໍາເລັດຕາມຈຸດປະສົງລະດັບ ຄາດໝາຍທີ່ວາງໄວ້. 5. ຮັບປະກັນໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ບັນລຸຜົນສໍາເລັດ ຕາມສີ່ລະດັບຄາດໝາຍຄື: (1) ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນ ບັດເລືອກຕັ້ງໃຫ້ຄົບຖ້ວນ 100%; (2) ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກ ຕັ້ງ 100%; (3) ນໍາພາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃຫ້ມີຄວາມສະຫງົບ ແລະ ມີ ຄວາມປອດໄພ 100% ແລະ (4) ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສແລະ ສໍາ ເລັດທັນຕາມກໍານົດເວລາ 100%. ຂປລ. ຄໍາຖາມ 8: ກອງປະຊຸມໍຸ ສະພາແຫ່ງຊາດ ມີຈັກປະເພດ? ່ີັ ຕອບ: ສະພາແຫ່ງຊາດ ມີສອງ ປະເພດກອງປະຊຸມດັ່ງນີ້: 1. ກອງປະຊຸມສະໄໝສາມັນ ຊຶ່ງປະກອບດ້ວຍກອງປະຊຸມຄັ້ງ ປະຖົມມະລືກ, ກອງປະຊຸມສະໄໝ ສາມັນປະຈໍາປີ, ປະຈໍາຫົກເດືອນ ຕົ້ນປີ ແລະ ກອງປະຊຸມທ້າຍສະໄໝ. 2. ກອງປະຊຸມສະໄໝວິສາມັນ. ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ: ແມ່ນກອງ ປະຊຸມສະໄໝສາມັນເທື່ອທີໜຶ່ງຂອງ ສະພາແຫ່ງຊາດຊຸດນັ້ນ ເປີດຂຶ້ນ ພາຍໃນເວລາຫົກສິບວັນພາຍຫລັງ ສໍາເລັດການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດໃໝ່ ຊຶ່ງແມ່ນ ປະທານສະພາແຫ່ງຊາດ ຊຸດເກົ່າ ເປັນປະທານ ແລະ ຊີ້ນໍາກອງປະຊຸມ ຈົນກວ່າໄດ້ເລືອກຕັ້ງປະທານສະພາ ແຫ່ງຊາດ ຊຸດໃໝ່. ກອງປະຊຸມສະໄໝສາມັນປະ ຈໍາປີຂອງສະພາແຫ່ງຊາດ ລວມມີ ກອງປະຊຸມປະຈາປີ, ກອງປະຊຸມ ປະຈໍາຫົກເດືອນຕົ້ນປີ ແລະ ກອງ ປະຊຸມທ້າຍສະໄໝ. ກອງປະຊຸມສະໄໝວິສາມັນຂອງ ສະພາແຫ່ງຊາດ: ແມ່ນກອງປະຊຸມ ສະພາແຫ່ງຊາດ ທີ່ເປີດຂຶ້ນໃນ ລະຫວ່າງສອງກອງປະຊຸມສະໄໝ ສາມັນຕາມການຕົກລົງຂອງຄະນະ ປະຈໍາສະພາແຫ່ງຊາດ ຫລື ຕາມ ການສະເໜີຂອງປະທານປະ ເທດ, ນາຍົກລັດຖະມົນຕີ ຫລື ສະ ມາ ຊິກສະພາແຫ່ງຊາດ ຢ່າງໜ້ອຍ ໜຶ່ງສ່ວນສີ່ຂອງຈໍານວນສະມາຊິກ ທັງໝົດເພື່ອພິຈາລະນາ, ຕົກລົງ ບັນຫາທີ່ຈໍາເປັນ ແລະ ຮີບດ່ວນ. ຄໍາຖາມ 9: ສະພາແຫ່ງຊາດ ໍ່ ພົວພັນກັບອົງການອື່ນແນວໃດ?ົັັົື່ ຕອບ: ສະພາແຫ່ງຊາດ ມີການ ພົວພັນກັບບັນດາອົງການໃນລະ ບົບການເມືອງປະຊາທິປະໄຕ ປະ ຊາຊົນ ຄື: 1. ສະພາແຫ່ງຊາດ ກັບສະພາ ປະຊາຊົນຂັ້ນແຂວງ: 1) ການ ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ; 2.) ການຕິດຕາມກວດກາການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິຂອງກອງປະ ຊຸມສະພາແຫ່ງຊາດ ຢູ່ທ້ອງຖິ່ນ; 3) ການບໍາລຸງສ້າງຍົກລະດັບສະ ມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານວິຊາການຂອງ ສະພາປະຊາຊົນຂັ້ນແຂວງ ແລະ 4) ການຕົກລົງບັນຫາສໍາຄັນທີ່ຕິດ ພັນກັບທ້ອງຖິ່ນ. 2. ສະພາແຫ່ງຊາດ ກັບປະ ທານປະເທດ: 1.) ການປະກາດໃຊ້ ລັດຖະທໍາມະນູນ, ກົດໝາຍ ແລະ ອອກລັດຖະບັນຍັດ; 2) ການ ເລືອກຕັ້ງ, ປົດຕໍາແໜ່ງນາຍົກ ລັດຖະມົນຕີ, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ປະທານ ສານປະຊາຊົນສູງສຸດ ແລະ ປະທານ ອົງການກວດສອບແຫ່ງລັດ; 3) ການໃຫ້ອະໄພຍະໂທດ ແລະ 4) ການເຂົ້າຮ່ວມ ແລະ ໃຫ້ການຊີ້ແຈງ ຕໍ່ກອງປະຊຸມສະພາແຫ່ງຊາດ. 3. ສະພາແຫ່ງຊາດ ກັບລັດຖະ ບານ: 1) ການສ້າງ ແລະ ປັບປຸງ ລັດຖະທໍາມະນູນ, ກົດໝາຍ ແລະ ລັດຖະບັນຍັດ;2) ການສະເໜີ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ; 3) ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ແລະ 4) ວຽກງານອື່ນ ຕາມການ ສະເໜີຂອງຄະນະປະຈໍາສະພາ ແຫ່ງຊາດ ຫລື ລັດຖະບານ. 4. ສະພາແຫ່ງຊາດ ກັບອົງການ ໄອຍະການປະຊາຊົນສູງສຸດ, ສານ ປະຊາຊົນສູງສຸດ, ອົງການກວດ ກາແຫ່ງລັດ ແລະ ອົງການກວດ ສອບແຫ່ງລັດ: 1) ການສ້າງ ແລະ ປັບປຸງກົດໝາຍ;2) ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງແຕ່ລະອົງການ: 3) ການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ສະພາແຫ່ງຊາດ;4) ວຽກງານອື່ນ ຕາມການສະເໜີຂອງຄະນະປະຈໍາ ສະພາແຫ່ງຊາດ ຫລື ຂອງອົງການ ດັ່ງກ່າວ. 5. ສະພາແຫ່ງຊາດ ກັບສູນກາງ ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າແຫ່ງຊາດລາວ ແລະ ອົງ ການຈັດຕັ້ງມະຫາຊົນຂັ້ນສູນກາງ: 1) ການສ້າງ ແລະ ປັບປຸງກົດໝາຍ; 2) ການກະກຽມໃຫ້ແກ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ການຕິດຕາມກວດກາການເຄື່ອນ ໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ; 3) ວຽກງານອື່ນຕາມການສະເໜີຂອງ ຄະນະປະຈໍາສະພາແຫ່ງຊາດ ຫລື ອົງການດັ່ງກ່າວ. ຄໍາຖາມ 10: ອາຍຸການຂອງໍຸ ສະພາແຫ່ງຊາດ ມີແນວໃດ? ່ີ ຕອບ: ອາຍຸການຂອງສະພາ ແຫ່ງຊາດ ມີຄື: ສະພາແຫ່ງຊາດ ແຕ່ລະຊຸດມີອາຍຸການຫ້າປີ ຊຶ່ງເລີ່ມ ແຕ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດນັ້ນ ໄປ ເຖິງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດໃໝ່. ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດໃໝ່ ຕ້ອງໃຫ້ສໍາເລັດຢ່າງຊ້າຫົກ ສິບວັນກ່ອນສະພາແຫ່ງຊາດ ຊຸດ ເກົ່າຈະໝົດອາຍຸການ. ໃນກໍລະນີມີຄວາມຫຍຸ້ງຍາກ ໃຫ້ແກ່ການເລືອກຕັ້ງຍ້ອນສະພາບ ການໃດໜຶ່ງນັ້ນ ກໍສາມາດຕໍ່ອາຍຸ ການຂອງສະພາແຫ່ງຊາດໄດ້ແຕ່ ຕ້ອງດໍາເນີນການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດໃໝ່ ຢ່າງ ຊ້າບໍ່ໃຫ້ເກີນຫົກເດືອນພາຍຫລັງ ສະພາບການດັ່ງກ່າວກັບຄືນສູ່ ຄວາມເປັນປົກກະຕິ. ໃນກໍລະນີມີ ຄວາມຈໍາເປັນສະພາແຫ່ງຊາດ ຈະ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ກ່ອນໝົດອາຍຸ ການຂອງຕົນກໍໄດ້ແຕ່ຕ້ອງໄດ້ຮັບ ຄວາມເຫັນດີຢ່າງໜ້ອຍສອງສ່ວນ ສາມ ຂອງຈໍານວນສະມາຊິກສະພາ ແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານສະພາແຫ່ງຊາດ, ປະ ທານກໍາມາທິການ ແລະ ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ ດໍາ ລົງຕໍາແໜ່ງຢູ່ບ່ອນເກົ່າບໍ່ໃຫ້ເກີນ ສອງສະໄໝຕິດຕໍ່ກັນ. ມະກອນ ແລະ ຜູ້ອອກແຮງງານ ບັນດາເຜົ່າ. ເຖິງແນວໃດກໍຕາມ, ຕະຫລອດໄລຍະຜ່ານມາສະຫະພັນ ກຳມະບານແຕ່ລະຂັ້ນໄດ້ເອົາໃຈ ໃສ່ເຄື່ອນໄຫວວຽກງານປົກປ້ອງ ສິດຜົນປະໂຫຍດອັນຊອບທຳຂອງ ສະມາຊິກກຳມະບານ, ກຳມະກອນ ຜູ້ອອກແຮງງານຕາມພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ. ສະເໜີຄະນະກໍາມະການແຮງງານ ແຫ່ງຊາດ ປັບຄ່າແຮງງານຂັ້ນ ຕໍ່າສຸດໃຫ້ຜູ້ອອກແຮງງານພາກ ວິສາຫະກິດ; ໄດ້ຄົ້ນຄວ້າ, ນໍາ ສະເໜີລັດຖະບານພິຈາລະນາເພີ່ມ ເງິນເດືອນ ແລະ ສະຫວັດດີການ ໃຫ້ພະນັກງານ-ລັດຖະກອນພາກ ລັດ ໃຫ້ແທດເໝາະກັບສະພາບ ເສດຖະກິດໃນປັດຈຸບັນ. ເຂົ້າຮ່ວມ ແກ້ໄຂຂໍ້ຂັດແຍ່ງແຮງງານ, ຊຸກຍູ້ ໃຫ້ຫົວໜ່ວຍແຮງງານເຮັດສັນຍາ ແຮງງານບຸກຄົນ, ສັນຍາແຮງງານ ລວມໝູ່ ໃນຫົວໜ່ວຍແຮງງານ, ຊຸກຍູ້ໃຫ້ຜູ້ໃຊ້ແຮງງານນໍາເອົາຜູ້ ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງຕັ້ງກຸ່ມແຮງງານນອກ ລະບົບໃນຂອບເຂດທົ່ວປະເທດ; ເອົາໃຈໃສ່ບໍາລຸງ-ກໍ່ສ້າງສະມາ ຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກ ວິທະຍາສາດ, ພັດທະນາສີມືແຮງ ງານສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງ ໃຫ້ໜັກແໜ້ນເຂັ້ມແຂງທາງດ້ານ ປະລິມານ ແລະ ຄຸນນະພາບ. ອົງການຈັດຕັ້ງກໍາມະບານ ກໍ ເປັນອົງການຈັດຕັ້ງມະຫາຊົນຂອງ ພັກ ຍາມໃດກໍມີຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບ ໃໝ່ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ ສະພາບການຂອງໂລກທີ່ຜັນແປ ຢ່າງສະລັບຊັບຊ້ອນ ແລະ ມີຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງກໍາມະກອນ. ແຕ່ອົງການຈັດ ຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດແນວທາງການປ່ຽນແປງ ໃໝ່ຢ່າງຮອບດ້ານຂອງພັກ ເປັນ ຕົວແທນແຫ່ງສິດ, ຜົນປະໂຫຍດ ອັນຊອບທໍາຂອງຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ລາວບັນດາເຜົ່າ; ໄດ້ເຮັດໜ້າທີ່ໃນ ການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານໃຫ້ປະຕິບັດຕາມແນວ ທາງປ່ຽນແປງໃໝ່ຂອງພັກ, ມີ ຄວາມສາມັກຄີ, ມີລະບຽບວິໄນ ໃນການອອກແຮງງານ. ພ້ອມ ນັ້ນ, ຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະ ກອນ ແລະ ຊາວຜູ້ອອກແຮງງານ; ກໍ່ສ້າງບໍາລຸງສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີ ຄວາມຮູ້, ຄວາມສາມາດທາງດ້ານ ເຕັກນິກວິທະຍາສາດ, ສີມືແຮງງານ ທີ່ດີ ເຂົ້າໃນການພັດທະນາຕາມທິດ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ຂະຫຍາຍການຈັດຕັ້ງຂອງຕົນ ໃຫ້ໜັກແໜ້ນເຂັ້ມແຂງທາງດ້ານ ປະລິມານ ແລະ ຄຸນນະພາບ ໂດຍມີ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອ ຝຶກຝົນຕົນເອງ.

RkJQdWJsaXNoZXIy MTc3MTYxMQ==