ຂປລ
ທ່ານ ຈາງຈ້ຽນ ເວ່ຍ ເອກອັກຄະລັດຖະທູດຈີນ ໄດ້ເຂົ້າຮ່ວມພີທີມອບເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຊຸດທຳອິດ ຈາກ ລັດຖະບານຈີນ ໃຫ້ແກ່ ປະເທດໄທ ຢູ່ສະໜາມບິນ ສຸວັນນະພູມ ບາງກອກ
ຂປລ. ຕາມຂ່າວ ເອເອຟພີ , ເມື່ອບໍ່ດົນມານີ້, ທ່ານ ຈາງຈ້ຽນ ເວ່ຍ ເອກອັກຄະລັດຖະທູດຈີນ ໄດ້ເຂົ້າຮ່ວມພີທີ ມອບເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຊຸດທຳອິດ ຈາກ ລັດ ຖະບານຈີນ ໃຫ້ແກ່ ປະເທດໄທ ຢູ່ສະໜາມບິນ ສຸວັນນະພູມ ບາງກອກ, ໂດຍມີ ທ່ານ ພລ ເອກ ນັດທະພົນ ນາດພານິດ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ເປັນຜູ້ຮັບມອບ ເຄື່ອງ ຊ່ວຍເຫລືອ ໃນນາມ ຂອງ ທ່ານ ອະນຸທິນ ຊານວີຣະກຸນນາຍົກລັດຖະມົນຕີ.
ເອກອັກຄະລັດຖະທູດ ຈາງຈ້ຽນ ເວ່ຍ ກ່າວວ່າ: ລັດຖະບານຈີນ ໄດ້ໃຫ້ຄວາມຊ່ວຍເຫລືອ ດ້ານມະນຸດສະທຳໃຫ້ແກ່ ປະຊາຊົນຊາວໄທ ທີ່ໄດ້ຮັບ ຜົນກະທົບ ຈາກຄວາມຂັດແຍ້ງ ທາງຊາຍແດນໄທ-ກຳປູເຈຍ ເປັນຈຳນວນເງິນ 20 ລ້ານຢວນ, ສ່ວນໃຫຍ່ເປັນສິ່ງຂອງ ຈຳເປັນ ເລັ່ງດ່ວນເຊັ່ນ: ເສື້ອຜ້າ ແລະ ອາຫານ ແລະ ໄດ້ມາເຖິງ ບາງກອກແລ້ວ. ສິ່ງຂອງດັ່ງກ່າວນີ້ ໄດ້ສະແດງເຖິງ ມິດຕະພາບ ອັນພິເສດ ຈີນ-ໄທ ແລະ ເຊື່ອວ່າ ຈະຊ່ວຍບັນເທົາ ຄວາມເດືອດຮ້ອນ ຂອງຊາວໄທ ທີ່ອາໄສ ຢູ່ຕາມຊາຍແດນ ເພື່ອໃຫ້ພວກເຂົາ ກັບຄືນສູ່ ຊີວິດປົກກະຕິ ໂດຍໄວທີ່ສຸດ./
KPL