ຂປລ
ກອງປະຊຸມແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄ້ັງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນຫລວງຮ່າໂນ້ຍ.
ຂປລ. ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະນໍາຂອງສູນກາງພັກປະຊາຊົນປະຕິວັດລາວ ແຈ້ງບັນຫາທີ່ເປັນພື້ນຖານກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຊາບຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນ້ີຊຶ່ງດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”, ກອງປະຊຸມໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກໍານົດແນວທາງ, ນະໂຍບາຍ, ແຜນປະຕິບັດງານຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍານົດວິໄສທັດຮອດປີ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງ ພັກ ສູ່ລວງເລິກຕໍ່ໆໄປ, ສ້າງ ແລະ ຍົກລະດັບບັນດາປັດໄຈການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໄລຍະ 5 ປີຜ່ານມາ, ເຖິງວ່າສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບຊ້ອນບວກກັບການຜະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ລວມທັງການກະທົບຢ່າງແຮງຈາກການແຜ່ລະບາດຂອງພະຍາດໂຄວິດ- 19, ແຕ່ພັກປະຊາຊົນປະຕິວັດລາວ ກໍໄດ້ເດັດດ່ຽວແກ້ໄຂທຸກໆຄວາມທ້າທາຍ ສາມາດເຮັດໃຫ້ທິດ ທາງ, ຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕ້ັງປະຕິບັດທ່ີເປັນພື້ນຖານ.
ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຊຶ່ງໄດ້ມີການຮັບຮອງເອົາເອກະສານສໍາຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດັ່ງນີ້: ກອງປະຊຸມໄດ້ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ 3 ຊຶ່ງເປັນເອ ກະສານສໍາຄັນທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພ່ືອປະຊາຊົນນ້ັນ ໃຫ້ໜັກແໜ້ນ ເຂັ້ມແຂງຍິ່ງໆຂຶ້ນ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກນັ້ນ, ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ຂອງການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ; ຮັບຮອງເອົາ 10 ທິດທາງວຽກງານຈຸດສຸມແຕ່ລະຂົງເຂດ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026- 2030); ກົດລະບຽບຂອງພັກ ສະບັບປັບປຸງ; ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ (ສະໄໝທີ XII) ຊຶ່ງປະກອບມີ ກໍາມະການສົມບູນສູນກາງພັກ ຈໍານວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ; ໄດ້ເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ແລະ ຄະນະ ເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ.
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກອບຄໍາເຫັນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ໃນຕະຫລອດໄລຍະ 5 ປີ ຜ່ານມາ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ເປັນຄັ້ງທໍາອິດ ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສໍາເລັດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການແຈ້ງຜົນສໍາເລັດຂອງກອງປະຊຸມ ໃນຄັ້ງນີ້.
KPL