ຈີນ ນຳເຂົ້າແກັສທຳມະຊາດແຫລວ ເພີ່ມຂຶ້ນ

02/02/2026 21:07
ຂປລ ການນຳເຂົ້າ ແກັສທຳມະຊາດແຫລວ (LNG) ຂອງ ຈີນ ໄດ້ປັບຕົວສູງຂຶ້ນອີກຄັ້ງ ໃນເດືອນມັງກອນ ຫລັງຈາກທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງໃນ 2 ເດືອນຜ່ານມາ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຄບເລີຣ (Kpler) ຊຶ່ງເປັນ ບໍລິສັດ ຕິດຕາມ ຂໍ້ມູນ ການຂົນສົ່ງ ລະບຸວ່າ: ການນຳເຂົ້າ ແກັສທຳມະຊາດແຫລວ (LNG) ຂອງ ຈີນ ໄດ້ປັບຕົວສູງຂຶ້ນອີກຄັ້ງ ໃນເດືອນມັງກອນ ຫລັງຈາກທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງໃນ 2 ເດືອນຜ່ານມາ, ຊຶ່ງສະແດງໃຫ້ເຫັນວ່າ ຜູ້ຊື້ອາດຈະມີການ ຮັບມອບສິນຄ້າ ຜ່ານສັນຍາຊື້-ຂາຍ ໄລຍະຍາວເພີ່ມຂຶ້ນ.

ໂດຍຄາດວ່າ ຈີນ ຈະມີການນໍາເຂົ້າແກັສ ແຊ່ເຢັນ (super-chilled fuel) ປະມານ 6,94 ລ້ານໂຕນ, ເປັນຕົວເລກເພີ່ມຂຶ້ນ ເມື່ອທຽບໃສ່ ໄລຍະເວລາດຽວກັນ ຂອງ ປີກາຍປະມານ 15% ແລະ ຈະຖືເປັນ ການເພີ່ມຂຶ້ນ ເມື່ອທຽບລາຍປີ ຕິດຕໍ່ກັນ ເປັນເດືອນທີ 3 . ເຖິງຢ່າງໃດກໍ່ຕາມ ຄວາມແຕກຕ່າງ ລະຫວ່າງ  ຕົວເລກ ຄາດການກັບຂໍ້ມູນ ຢ່າງເປັນທາງການ ໄດ້ເລີ່ມສະແດງໃຫ້ເຫັນ ໃນໄລຍະ ບໍ່ເທົ່າໃດເດືອນຜ່ານມາ, ໃນຂະນະທີ່ ເດືອນທັນວາ ພາສີຈີນ ລາຍງານຍອດການນໍາເຂົ້າ ຢູ່ປະມານ 5,5 ລ້ານໂຕນ, ຊຶ່ງເປັນ ຕົວເລກສູງກວ່າ ຕົວເລກ ທີ່ກຳນົດໄວ້ ຂອງ ເຄບີຣ ເກືອບ 20% , ໂດຍສະເພາະຢ່າງຍິ່ງ ຂໍ້ມູນ ຈາກພາສີ ໄດ້ສະແດງໃຫ້ເຫັນ ຍອດການນໍາເຂົ້າ ຈາກ ຣັດເຊຍ ສູງກວ່າຂໍ້ມູນ ການຕິດຕາມເຮືອຂົນສົ່ງເຄິ່ງ./

 

KPL

ຂ່າວອື່ນໆ

ads
ads

Top