ໄຂກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ I ປະຈຳປີ 2026

25/06/2026 09:50
ຂປລ ລັດຖະບານໄຂກອງປະຊຸມເປີດກວ້າງ ຄັ້ງທີ I ປະຈໍາ ປີ 2026 ໃນວັນທີ 24 ມິຖຸນາ 2026 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະ ການປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທ່ົາຂັ້ນສູນກາງເຂົ້າຮ່ວມ.

     ຂປລ. ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງເນື້ອໃນຂອງກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕ່ໍຫົວຂໍ້ສຳຄັນຄືສະຫລຸບວຽກພົ້ນເດ່ັນ 6 ເດືອນຕ້ົນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026 ຂອງລັດຖະບານ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026; ຮ່າງດໍາລັດວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ); ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການປົກຄອງຕາແສງ; ຮ່າງວາລະແຫ່ງຊາດວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

    ກອງປະຊຸມໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທ່ົວປວງຊົນລາວບັນດາເຜ່ົາກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຢ່າງເອົາການເອົາງານ ເພ່ືອພ້ອມກັນບຸກບືນສູ້ຊົນຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າໃຫ້ໄດ້ຕາມແຜນທີ່ວາງໄວ້, ທັງຢູ່ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກເປັນຕ້ົນຄວາມຂັດແຍ້ງທາງດ້ານພູມສາດການເມືອງ, ສົງຄາມການຄ້າ ແລະ ການແຂ່ງຂັນຂອງບັນດາປະເທດມະຫາອໍານາດໂດຍສະເພາະບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທ່ີມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນຍິ່ງຈະສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມລວມເຖິງຢູ່ປະເທດລາວເຮົາ ໂດຍສະເພາະລາຄາສິນຄ້າ, ການຂົນສົ່ງ, ການສົ່ງອອກສິນຄ້າ, ການທ່ອງທ່ຽວ, ການລົງທຶນຈາກຕ່າງປະເທດເກີດມີຂ້ໍຈໍາກັດ ແລະ ບ່ໍຂະຫຍາຍຕົວເທ່ົາທ່ີຄວນຕິດພັນກັບສະພາບດິນຟ້າອາກາດ, ສະພາບສິ່ງແວດລ້ອມ ເປັນພິດເປັນໄພຈາກນໍ້າມືຂອງຄົນເປັນຜູ້ສ້າງຂຶ້ນ, ສະພາບການບຸກລຸກ-ຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ທາດ) ແບບຊະຊາຍ, ບັນຫາພື້ນຖານໂຄງລ່າງເສດຖະກິດ, ຖະໜົນຫົນທາງເປ່ເພເສຍຫາຍ, ບັນຫາອາວຸດເຖື່ອນ, ສະແກມເມີ, ປະກົດການຫຍໍ້ທໍ້ຕ່າງໆຊຶ່ງເປັນສິ່ງທ້າທາຍຕໍ່ບົດບາດການນຳພາຄຸ້ມຄອງບໍລິຫານວຽກງານຂອງລັດຖະບານ.

     ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມ ແລະ ມີທາງອອກ ທ່ີຈະແຈ້ງຊັດເຈນໂດຍສະເພາະ ໃນທ່າມກາງສະພາບການສາກົນ ແລະ ພາກພື້ນທີ່ມີການຜັນແປຢ່າງສັບສົນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວ: ກົມປະຊາສຳພັນ ຫສນຍ            ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top