
ຂປລ. ໃນ ວັນທີ 18 ມິຖຸນາ 2026, ຄະນະນັກຂ່າວສາກົນ ໄດ້ໄປຢ້ຽມຢາມໂຮງຮຽນ ພັກກອມມູນິດຈີນ. ໃນກອງປະຊຸມຖະແຫຼງຂ່າວ ຄັ້ງພິເສດຕໍ່ສື່ມວນຊົນສາກົນ, ທ່ານ ສາສະດາຈານ ເຊ່ ຊຸນທາວ (Xie Chuntao) ຮອງຜູ້ອໍານວຍການ ໂຮງຮຽນພັກສູນກາງ (ສະຖາບັນບໍລິຫານ ລັດແຫ່ງຊາດ)ໄດ້ອະທິບາຍ ຢ່າງກວ້າງຂວາງ ກ່ຽວກັບຮູບແບບ ການບໍລິ ຫານປະເທດ ຈາກເທິງລົງລຸ່ມຂອງຈີນ, ພ້ອມທັງເປີດເຜີຍ ຂໍ້ມູນຕົວເລກ ທີ່ໜ້າສົນໃຈ ກ່ຽວກັບການ ດຳເນີນການຕ້ານການ ສໍ້ລາດບັງຫຼວງ ທີ່ດຳເນີນມາຫຼາຍປີ.
ພາຍໃຕ້ຫົວຂໍ້ "ເລື່ອງລາວຂອງ ພັກກອມມູນິດຈີນ ໃນຍຸກໃໝ່", ທ່ານ ເຊ່ ໄດ້ເວົ້າລົງເລິກລາຍລະອຽດ ກ່ຽວກັບກົນໄກ ການເຮັດວຽກ ພາຍໃນຂອງ ສະຖາບັນການສຶກສາ ຊັ້ນນຳ ແຫ່ງນີ້, ໂຄງສ້າງການຕັດສິນໃຈ ທາງການເມືອງຂອງຈີນ, ແລະ ລະບຽບວິໄນ ອັນເຂັ້ມງວດພາຍໃນພັກ.

ຄັງປັນຍາຂອງພັກກອມມູນິດຈີນ (CPC) ໂຮງຮຽນພັກສູນກາງຖືກ ສ້າງຕັ້ງຂຶ້ນມາຫຼາຍກວ່າ 90 ປີກ່ອນ, ເຮັດໜ້າທີ່ເປັນ ສະຖານທີ່ຝຶກອົບຮົມ ຂັ້ນສູງສຸດສຳລັບ ຜູ້ນໍາຂັ້ນສູງຂອງ ຈີນ. ພາຍໃຕ້ພາລະກົດຫຼັກຄື: ບຳລຸງສ້າງບຸກຄະລາກອນ ໃຫ້ແກ່ພັກ ແລະ ປະກອບສ່ວນ ສະຕິປັນຍາໃຫ້ແກ່ພັກ, ສະຖາບັນແຫ່ງນີ້ ເຮັດໜ້າທີ່ເປັນ ທັງໂຮງຮຽນພັກ ແລະ ເປັນຄັງ ປັນຍາ (Think Tank) ລະດັບສູງ, ເຊິ່ງຂໍ້ສະເໜີ ດ້ານນະໂຍບາຍ ຂອງສະຖາບັນມັກຈະຖືກຫັນປ່ຽນ ມາເປັນກົດໝາຍຂອງຊາດ ເຊິ່ງ ເປັນສ່ວນສໍາຄັນ ຂອງເຄືອຂ່າຍໂຮງຮຽນ ພັກທົ່ວປະເທດ ທີ່ມີຫຼາຍກວ່າ 3.000 ແຫ່ງ ແລະ ມີບຸກຄະລາກອນ ປະຕິບັດວຽກງານ ຫຼາຍກວ່າ 100.000 ຄົນ.
ໂຮງຮຽນແຫ່ງນີ່ໄດ້ ຝຶກອົບຮົມພະນັກງານ ນຳພາ-ຄຸ້ມຄອງຂັ້ນກາງ ຫາ ຂັ້ນສູງ ໂດຍການມາຮຽນ ຢູ່ສະຖາບັນໂດຍກົງ ປະມານ 20.000 ຫາ 30.000 ຄົນຕໍ່ປີ, ໃນຂະນະທີ່ສາມາດ ເຂົ້າເຖິງຄົນ ໄດ້ຫຼາຍສິບລ້ານຄົນ ຜ່ານລະບົບເຄືອຂ່າຍອອນລາຍ.
ທ່ານ ເຊ່ ເວົ້າເນັ້ນວ່າ “ໃນປັດຈຸບັນ, ຜູ້ນຳລະດັບສູນກາງທັງໝົດຂອງຈີນ ລ້ວນແຕ່ເຄີຍເປັນນັກສຶກສາ ແລະ ເປັນສິດເກົ່າຂອງພວກເຮົາ”.
ຮູບແບບອຳນາດ ລວມສູນໜຶ່ງດຽວ ເພື່ອຕອບຂໍ້ສົງໄສຂອງຕ່າງປະເທດ ຕໍ່ໂຄງສ້າງການເມືອງຂອງຈີນ, ທ່ານ ເຊ່ ໄດ້ຊີ້ແຈງວ່າ: ຈີນດຳເນີນງານພາຍໃຕ້ລະບົບ "ພັກກຳອຳນາດ" ແລະ "ພັກຮ່ວມບໍລິຫານ" (ພັກປະຊາທິປະໄຕຕ່າງໆ), ບໍ່ແມ່ນລະບົບລັດຖະບານ ແລະ ພັກຝ່າຍຄ້ານທີ່ປະເຊີນໜ້າກັນ.

ທ່ານ ເຊ່ ເນັ້ນໜັກວ່າ: ຮູບແບບນີ້ຊ່ວຍຫຼີກເວັ້ນ ຄວາມຂັດແຍ່ງທາງການເມືອງ ທີ່ຢຸດສະງັກ ດັ່ງທີ່ມັກຈະເຫັນໃນ ລະບົບຫຼາຍພັກຂອງຕາເວັນຕົກ. "ຢູ່ຈີນ, ມີສູນກາງອຳນາດ ພຽງແຫ່ງດຽວ ເຊິ່ງນັ້ນກໍຄື ຄະນະກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ," ພ້ອມທັງລະບຸວ່າ ອົງການຈັດຕັ້ງລັດທັງໝົດ, ລວມທັງຄະນະລັດຖະບານ (ສະພາແຫ່ງຊາດ) ແລະ ສະພາຜູ້ແທນ ປະຊາຊົນທົ່ວປະເທດ (NPC) ລ້ວນແຕ່ປະຕິບັດ ຕາມການຕັດສິນໃຈທີ່ຖືກປະສານງານໂດຍຄະນະຜູ້ນຳຫຼັກປະມານ 300 ກວ່າຄົນນີ້.
ຂໍ້ມູນຕົວເລກຕົວຈິງ ໃນການຕ້ານການ ສໍ້ລາດບັງຫຼວງ ເນື້ອຫາສ່ວນໃຫຍ່ ຂອງການຖະແຫຼງຂ່າວ ໄດ້ເນັ້ນໃສ່ຄວາມພະຍາຍາມ ຢ່າງຈິງຈັງໃນການປາບປາມ ການສໍ້ລາດບັງຫຼວງ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກໃນປີ 2012 ເປັນຕົ້ນມາ. ທ່ານ ເຊ່ ໄດ້ຍົກໃຫ້ເຫັນ "ກົດລະບຽບ 8 ຂໍ້" ວ່າເປັນຈຸດປ່ຽນສຳຄັນ ທີ່ສາມາດລົບລ້າງ ການໃຊ້ຈ່າຍ ງົບປະມານ ລັດຢ່າງຟຸມເຟືອຍ ຂອງພະນັກງານລັດໄດ້ຢ່າງສຳເລັດຜົນ.
ເພື່ອສະແດງໃຫ້ເຫັນເຖິງ ຄວາມເດັດຂາດໃນການປາບປາມ, ທ່ານ ເຊ່ ໄດ້ເປີດເຜີຍວ່າ ມີພະນັກງານນຳພາຂັ້ນສູງ (ລະດັບແຂວງ ແລະ ລະດັບກະຊວງ) ທີ່ຂຶ້ນກັບການ ຄຸ້ມຄອງ ຂອງສູນກາງ ຫຼາຍກວ່າ 900 ຄົນ ຖືກກວດສອບ ແລະ ລົງວິໄນໃນໄລຍະ 10 ກວ່າປີຜ່ານມາ.
“ຕົວເລກນີ້ຖືວ່າໜ້າຕົກໃຈ ເພາະວ່າຈຳນວນພະນັກງານ ຂັ້ນສູງທີ່ຂຶ້ນກັບການຄຸ້ມຄອງ ຂອງສູນກາງໃນປັດຈຸບັນ ມີທັງໝົດບໍ່ເຖິງ 3.000 ຄົນ”, ທ່ານ ເຊ່ ກ່າວຕື່ມ, ພ້ອມທັງ ເນັ້ນໜັກວ່າ ການກວດລ້າງຢ່າງເດັດຂາດ ນີ້ແມ່ນມີຄວາມຈຳເປັນ ຢ່າງຍິ່ງ ເພື່ອຍາດແຍ່ງເອົາຄວາມ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນກັບຄືນມາ.
ການຖະແຫຼງຂ່າວ ໄດ້ປິດທ້າຍດ້ວຍການ ອ້າງເຖິງການປະກາດ ເມື່ອວັນທີ 15 ມິຖຸນາ ໂດຍທ່ານ ຊ່າຍ ສີ (Cai Qi), ກໍາມະການກົມການເມືອງ ສູນກາງພັກ, ເຊິ່ງໄດ້ສະຫຼຸບ ແນວຄວາມຄິດ 14 ຂໍ້ຂອງປະທານ ປະເທດ ສີ ຈິ້ນຜິງ ກ່ຽວກັບການ ສ້າງພັກ ເພື່ອເຮັດໃຫ້ ການບໍລິຫານ ພັກຢ່າງເຂັ້ມງວດ ກາຍເປັນກົນໄກ ຖາວອນໃນໂຄງສ້າງ ການເມືອງຂອງ ຈີນ ໃນອະນາຄົດ.