ສື່ມວນຊົນປະຕິວັດ ຫວຽດນາມ ພວມກ້າວເຂົ້າສູ່ ໄລຍະພັດທະນາໃໝ່

19/06/2026 15:02
ຂປລ ເນື່ອງ​ໃນ​ໂອ​ກາດ ​ສະ​ເຫລີມ​ສະ​ຫລອງ 101 ປີ ​ແຫ່ງວັນ​ສື່ມ​ວນ​ຊົນ ​ປະ​ຕິ​ວັດ ຫວຽດ​ນາມ, ວັນ​ທີ 18 ມິ​ຖຸ​ນາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ “ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງ​ໃນ​ໂອ​ກາດ ​ສະ​ເຫລີມ​ສະ​ຫລອງ 101 ປີ ​ແຫ່ງວັນ​ສື່ມ​ວນ​ຊົນ ​ປະ​ຕິ​ວັດ ຫວຽດ​ນາມ, ວັນ​ທີ 18 ມິ​ຖຸ​ນາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ “ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”, ວາງ​ອອກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ໃຫ້​ແກ່​ຜູ້​ເຮັດ​ຂ່າວ​ໃນ​ຍຸກ​ສະ​ໄໝ​ໃໝ່. ໃນ​ບົດ​​ຂຽນ, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສະ​ໄໝ ​ພັດ​ທະ​ນາ​ໃໝ່​ທີ່​ສຸດ. ຂົງ​ເຂດ ​ດີ​ຈີ​ຕອນ ໄດ້​ກາຍ​ເປັນ​ປັດ​​ໄຈ​ຈຳ​ເປັນ​ ໃນ​ການ​ດຳ​ລົງ​ຊີ​ວິດ. ເຕັກ​ໂນ​ໂລ​ຊີ ​ຊ່ວຍ​ໃຫ້​ສື່ມວນ​ຊົນ ​ໃກ້​ຊິດ​ກັບ ​ປະ​ຊາ​ຊົນ​ກວ່າ ແລະ ຮັບ​ການ​ກະ​ທົບ​ຕອບ​ຢ່າງວ່ອງ​ໄວ​ກວ່າ. ເຖິງ​ຢ່າ​ງ​ໃດ​ກໍ່​ຕາມ, ສະ​ພາບ​ແວດ​ລ້ອມທາງ​ອິນ​ເຕີ​​ເນັດ ​ກໍ່​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ທ່ານ ​ໂຕ​ເລິມ ໄດ້ກ່າວເນັ້ນ​ໜັກ​ວ່າ: ໃນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ​ຂອງ​ການສື່​ສານ​ໃໝ່, ສື່ມວນ​ຊົນ​ເກືອບ​ຄື​ວ່າ ບໍ່​ໄດ້​ຮັກ​ສາ​ທີ່​ຕັ້​ງ​ສິດ​ຜູກ​ຂາດ ໃນ​ການ​ອອກ​ຂ່າວ​​ໜຶ່ງ​ດຽວ​ອີກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ປ່ຽນ​ແປງນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ບົດ​ບາດ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫລຸດ​ລົງ. ຍ້ອນສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ພວມ​ຢູ່ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ ສະ​ນັ້ນ ​ຕ້ອງ​ມີ​ການ​ສົມ​ທົບ​ລະ​ຫວ່າງ ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ແລະ ກຳ​ລັງ​ຄວາມ​ສາ​ມາດ ​ເຕັກ​ໂນ​ໂລ​ຊີ, ລະ​ຫວ່າງ​ ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ ແລະ ຈິນ​ຕະ​ນາ​ການ ​ປ່ຽນ​ແປງ​ໃໝ່, ລະ​ຫວ່າງ ​ລັກ​ນ​ະ​ນະ​ຕໍ່​ສູ້ ແລະ ມະ​ນຸດ​ສະ​ທຳ, ລະ​ຫວ່າງ​ ຄວາມ​ຮັບ​ຜິດ​ຊອບ ​ແຫ່ງ​ຊາດ ແລະ ຄວາມ​ສາ​ມາດ ເຊື່ອມ​ໂຍງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top