ຄະນະປະຈຳສູນກາງແນວລາວສ້າງຊາດ ດຳເນີນກອງປະຊຸມເປີດກ້ວາງ

25/06/2026 10:06
ຂປລ ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 23 ມິຖຸນາ 2026

      ຂປລ.  ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຄະນະປະຈຳ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມຂອງສູນກາງແນວລາວສ້າງຊາດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫລຸບຕີລາຄາຄືນກ່ຽວກັບການຈັດຕ້ັງປະຕິບັດວຽກງານຕ່າງໆທີ່ປິ່ນອ້ອມຂອງສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕ່ໍໜ້າ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄ້ັງທີ XII; ສຸມໃສ່ການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ສະມາຊິກພັກຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ VI. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ແລະ ປຶກສາຫາລືຕ່ ບັນດາວຽກງານທ່ີສຳຄັນຕ່າງໆ ເປັນຕົ້ນວຽກງານບໍລິຫານຫ້ອງການ ແລະ ວຽກງານຈັດຕັ້ງ-ພະນັກງານແນໃສ່ປັບປຸງແບບແຜນວິທີເຮັດວຽກຂອງແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງຂຶ້ນ.

     ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ຄະນະນຳຂອງສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈ້ົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານຂອງຕົນກຳແໜ້ນ, ເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ຄວາມສາມັກຄີທ່ົວປວງຊົນທັງຊາດ, ຫັນເອົາບັນດານິຕິກຳ, ແຜນງານ, ໂຄງການ ແລະ  ກິດຈະກຳເຂົ້າໃນການເຄື່ອນໄຫວ ວຽກງານຕົວຈິງໃຫ້ລວມສູນຕາມຫລັກການຂອງພັກ; ປັບປຸງກົນໄກ ການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ຫັນເປັນທັນສະໄໝ; ເຊີດຊູຄວາມເປັນແບບຢ່າງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດມີບາດກ້າວຂຶ້ນໃໝ່ຢ່າງແຂງແຮງ ແລະ ມີປະສິດທິຜົນສູງສຸດ.

       ຂ່າວ-ພາບ: ເຢ ສນຊ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ I ປະຈຳປີ 2026ການເມືອງ

      ໄຂກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ I ປະຈຳປີ 2026

      6/25/2026 9:50:51 AM

      ລັດຖະບານໄຂກອງປະຊຸມເປີດກວ້າງ ຄັ້ງທີ I ປະຈໍາ ປີ 2026 ໃນວັນທີ 24 ມິຖຸນາ 2026 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະ ການປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທ່ົາຂັ້ນສູນກາງເຂົ້າຮ່ວມ.

    • ໄຂກອງປະຊຸມວຽກງານຈັດຕັ້ງທົ່ງປະເທດ ຄັ້ງທີ XIIການເມືອງ

      ໄຂກອງປະຊຸມວຽກງານຈັດຕັ້ງທົ່ງປະເທດ ຄັ້ງທີ XII

      6/19/2026 10:44:23 AM

      ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ໄຂຂຶ້ນໃນວັນທີ 18 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ

    • ນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31ການເມືອງ

      ນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31

      6/15/2026 12:54:40 PM

      ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄ້ັງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia).

    • ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືການເມືອງ

      ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

      6/11/2026 11:41:50 AM

      ໂດຍຕອບສະໜອງຕາມການເຊ້ືອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂ້ັນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ໃນລະຫວ່າງ ວັນທີ 7-9 ມິຖຸນາ 2026.

    • ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນການເມືອງ

      ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

      6/11/2026 11:29:20 AM

      ໃນວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຈ້າວ ເລີ້ຈີ້ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.

ads
ads

Top