ຂປລ
ຂປລ. ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນ ກຸ່ມ ແລະ ຜູ້ປະກອບການ ຮ່ວມສະເຫລີມສະຫລອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ທີ່ນະຄອນຫລວງວຽງຈັນ ສະຫະກອນ ຮ່ວມໃຈພັດທະນາກະສິກໍາ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ ເປັນຕົ້ນແນວພັນເຂົ້າຫອມທ່າດອກຄຳ 1, ຫອມທ່າດອກຄຳ 8, ຫອມທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ເພື່ອຈໍາໜ່າຍ ແລະ ໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ.

ຂປລ. ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນ ກຸ່ມ ແລະ ຜູ້ປະກອບການ ຮ່ວມສະເຫລີມສະຫລອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ທີ່ນະຄອນຫລວງວຽງຈັນ ສະຫະກອນ ຮ່ວມໃຈພັດທະນາກະສິກໍາ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ ເປັນຕົ້ນແນວພັນເຂົ້າຫອມທ່າດອກຄຳ 1, ຫອມທ່າດອກຄຳ 8, ຫອມທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ເພື່ອຈໍາໜ່າຍ ແລະ ໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ.

ທ່ານ ຂັນຄໍາ ເຂັມພາວັນ ປະທານສະຫະກອນ ຮ່ວມໃຈພັດທະນາກະສິກໍາໃຫ້ຮູ້ວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ ສະ ຫະກອນ ຮ່ວມໃຈພັດທະນາ ໄດ້ສ້າງຕັ້ງຂຶ້ນໃນ 26 ກໍລະກົດ 2012 ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ ແຕ່ມາປັດຈຸບັນ 161 ຄອບຄົວ ເລີ່ມຕົ້ນ ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນດ້ານປັດໄຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຢ່າງຕາມ ແລະ ອື່ນ, ພ້ອມທັງໄດ້ຮັບການຝຶກອົບຮົມດ້ານເຕັກນິກການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ,ຈາກໂຄງການຜະລິດກະສິກຳເປັນສິນຄ້າຂອງລັດຖະບານ ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ໄດ້ຊຸກຍູ້-ສົ່ງເສີມນໍາພາຈັດຕັ້ງປະຕິບັດເຊິ່ງເຮັດໃຫ້ກຸ່ມການຜະລິດເຂົ້າຂອງຂອງພວກເຮົາໄດ້ມີການຫັນປ່ຽນ, ຈາກທີ່ເຄີຍຜະລິດແບບທຳມະຊາດ, ນຳໃຊ້ແນວພັນເຂົ້າພື້ນບ້ານທີ່ຊາວນາເກັບຮັກສາເອງເອົາມາປູກ ຊຶ່ງມີຜົນຜະລິດຄຸນນະພາບເຂົ້າບໍ່ດີ, ເປັນເຂົ້າແຂງ ແຕ່ຜ່ານການຝຶກອົບຮົມດ້ານເຕັກນິກຕ່າງໆ, ຊາວນາກຸ່ມບ້ານຕຶງ ສາມາດຜະລິດເຂົ້າແນວພັນທີ່ມີຄຸນນະພາບດີຕອບສະໜອງໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ເຮັດໃຫ້ກຸ່ມພວກເຮົາໄດ້ເຕີບໃຫຍ່ຂະຫາຍຕົວຢ່າງຕັ້ງໜ້າ, ເນື້ອທີ່ການຜະລິດເພີ່ມ, ນາປີ, ນາແຊງ ຈາກ 42,19 ເຮັກຕາ, ໃນປີ 2012 ມາເປັນ 56,2 ເຮັກຕາ ໃນປີ 2021, ສະມັດຕະພາບ 3-4 ໂຕນຕໍ່ເຮັກຕາ, ຂາຍເປັນແນວພັນ 10-15 ໂຕນຕໍ່ປີ, ເຫລືອນັ້ນແມ່ນຂາຍເປັນເຂົ້າສິນຄ້າທີ່ຄຸນນະພາບດີ, ການຜະລິດແນວພັນເຂົ້າຂອງກຸ່ມ ປະກອບມີ 5 ແນວພັນຄື: ແນວພັນເຂົ້າຫອມທ່າດອກຄຳ 1, ເຂົ້າຫອມທ່າດອກຄຳ 8, ເຂົ້າຫອມທ່າດອກຄຳ 15, ເຂົ້າທ່າດອກຄຳ 8 ແລະ ເຂົ້າຫອມເຊບັ້ງໄຟ 4 ຊຶ່ງເປັນທີ່ນິຍົມຂອງຊາວນາ ແລະ ຕະຫລາດຕ້ອງການ, ຜ່ານການຜະລິດແນວພັນເຂົ້າ ແລະ ການຈຳໜ່າຍແນວພັນເຂົ້າ, ກຸ່ມບ້ານຕຶງ ພວກເຮົາໄດ້ມີເງິນທ້ອນສະສົມ 800 ກວ່າລ້ານກີບ, ສະມາຊິກພາຍໃນກຸ່ມມີລາຍຮັບເພີ່ມຂຶ້ນເລື້ອຍໆ.

ທ່ານ ຂັນຄໍາ ເວົ້າເສີມວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ ຕົນກໍຮູ້ສຶກດີໃຈຫລາຍ ເພາະໄດ້ເອົາສິນຄ້າມາວາງສະແດງຂາຍໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນວ່າເມືອງເຊບັ້ງໄຟ ແຂວງຄໍາມ່ວນ ກໍມີສູນລວມແນວເຂົ້າ ສໍາລັບຊາວກະສິກອນລາວ ໂດຍການຜະລິດແນວພັນແມ່ນເຮົາຈະມີການຄັດເລືອກເຂົ້າປົນ, ໝາກຫຍ້າລະອຽດ ກ່ອນຂາຍ, ສ່ວນລາຄາຂາຍແມ່ນ 15.000 ກີບຕໍ່ກິໂລ ຊຶ່ງໂດຍສະເລ່ຍແລ້ວ ສະມາຊິກພາຍໃນກຸ່ມ ສາມາດສ້າງຮັບ 20.000.000 ກີບຕໍ່ປີ.
ເອົາເປັນວ່າຖ້າທ່ານໃດຢາກໄດ້ແນວພັນເຂົ້າຄຸນນະພາບດີ ກໍສາມາດເຂົ້າມາຊື່ໄດ້ທີ່ສູນ ຕັ້ງຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລື ຕິດຕໍ່ໄດ້ທີ່ເບີ 02095280645.
ໂດຍ:ມາລີດາ
KPL