ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນສຸກ 19.06.2026 ປີທີ 25 ສະບັບທີ 6.461ັຸີີັີ pq dl6 '[q f[kfdkooerk0v'ra dF ra fmtok;Pd'koln j ,;o-q owxl6 j 75 ootrk[.\j 1j k'c0'cI'K ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ w0dv'xt-5 ,;Pd'ko 9a f8A 'mqj ;xtgmf 7A 'mu XII ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ( ປະທານ ) ສະຫາຍ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ( ກາງ ) 0tc|'dtly de ]k;{ia fg-p Ia fc|h odkorq ;ra oIj ;,,n lv'/j kp sk]n dP,gxa og9Q krk[dv'xt-5 ,mq [m;olq omy la opk ;j kfh ;pdkogdn vfsh k,]tg[u f]6 ds;j koIv[;Pomu 3 lt4kom6 fs;Pfok, xt9e]k; 9a fc0j '0a om6 frklks;Pfok,csj 'vtok7q f 7A 'mu 2 dv'xt-5 ,;Pd'kop5 8y me[a ofkc0;' muj ,u -kpcfo8y f9vfda o]ts;j k' ]k;{s;Pfok, ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ lts]v'dko,u lj ;oIj ;,0v'7q ory dko zj kody f9tdecsj '7;k,,j ;o-nj o ຂປລ. ສະຖານເອກອັກຄະລັດ ຖະທູດຫວຽດນາມ ປະຈຳ ສປປ ລາວ ຮ່ວມກັບຄະນະພາສາຫວຽດ ຂອງສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ ຈັດ ການແຂ່ງຂັນ “ທູດພາສາຫວຽດ ນາມແຫ່ງອະນາຄົດ” ຄັ້ງທີ 2 ໃນ ວັນທີ 17 ມິຖຸນາ 2026 ທີ່ນະ ຄອນຫລວງວຽງຈັນ ເພື່ອສ້າງຂະ ບວນການໃນການຝຶກຝົນພາສາ, ຂປລ. ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ໄດ້ຈັດກອງ ປະຊຸມປຶກສາຫາລືການແກ້ໄຂກຸ່ມ ແກ້ງສໍ້ໂກງຊັບທາງເອເລັກໂຕຣ ນິກ (ອາຊະຍາກຳທາງໄຊເບີ) ໃນວັນທີ 17 ມິຖຸນາ 2026 ເປັນ ປະທານກອງປະຊຸມໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາ ທິການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ບັນດາຮອງລັດຖະມົນຕີ, ຫົວໜ້າກົມ ໃຫຍ່ ແລະ ຫົວໜ້າກອງບັນຊາການ ຂປລ. ກອງປະຊຸມວຽກງານ ຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ໄຂ ຂຶ້ນໃນວັນທີ 18 ມິຖຸນາ 2026 ຢູ່ ນະຄອນຫລວງວຽງຈັນ ໂດຍການ ເປັນປະທານຂອງສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີ ບັນດາກຳມະການກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ມີຮອງ ເລຂາພັກແຂວງ-ນະຄອນຫລວງ, ກະຊວງ-ອົງການຜູ້ຊີ້ນໍາວຽກງານ ຈັດຕັ້ງ, ຫົວໜ້າຄະນະຈັດຕັ້ງ ແຂວງ-ນະຄອນຫລວງ, ຫົວໜ້າ ກົມຈັດຕັ້ງກະຊວງ-ອົງການ ແລະ ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບທ່ານ ນາງ Oksana Nikolaevna ລັດຖະມົນຕີກະຊວງ ກະສິກໍາ ແຫ່ງ ສະຫະພັນຣັດເຊຍ ຂປລ. ກະຊວງການຕ່າງປະ ເທດໃນນາມປະທານຄະນະກໍາມະ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ lkov;prvo0v']a f4t,q o8u dt-;'lkmk]totl5 d .o3vdkflts]v';a olkmk]totl5 d *ເນື່ອງໃນໂອກາດວັນສາທາລະນະສຸກ (ວັນແພດລາວ) ທີ່ ມີຄວາມໝາຍປະຫວັດສາດອັນເລິກເຊິ່ງນີ້, ໃນນາມຕາງໜ້າໃຫ້ ຄະນະພັກ, ຄະນະນຳກະຊວງສາທາລະນະສຸກ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຍ້ອງຍໍສັນລະ ເສີນ ແລະ ອວຍພອນໄຊອັນປະເສີດມາຍັງທຸກໆທ່ານທີ່ພວມປະຕິບັດ ໜ້າທີ່ອັນມີກຽດສະຫງ່າໃນທົ່ວປະເທດ. ຜ່ານມາ, ຂະແໜງສາທາລະນະສຸກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງຜົນງານພົ້ນເດັ່ນຫລາຍດ້ານທີ່ເປັນໜ້າພູມໃຈທັງປ້ອງກັນ ພະຍາດ, ການປິ່ນປົວຮັກສາ, ການສົ່ງເສີມສຸຂະພາບ ແລະ ການພັດທະ ນາລະບົບບໍລິການສຸຂະພາບໃຫ້ກ້າວໜ້າຢ່າງຕໍ່ເນື່ອງ. ຜົນງານເຫລົ່ານັ້ນ ແມ່ນຜົນຈາກຄວາມມຸ່ງໝັ້ນ, ຄວາມເສຍສະລະ ແລະ ຈິດໃຈແຫ່ງການ ຮັບໃຊ້ປະຊາຊົນຂອງບຸກຄະລາກອນທຸກຮຸ່ນ. (ວັນແພດລາວ) ຄົບຮອບ 61 ປີ ັົີ (18 ມິຖຸນາ 1965-18 ມິຖຸນາ 2026)ິຸິຸ sk]n dkocdh w0[a oskd5j ,cdh 'l= h 3d'-a [mk'gvg]a d38ioy d ປກສ ນະຄອນຫລວງວຽງຈັນ, ຫ້ອງສັນຕິບານ, ຫ້ອງຕຳຫລວດ ແລະ ພະນັກງານທີ່ກ່ຽວເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ທົບທວນຄືນການຈັດຕັ້ງປະບັດ ຄຳສັ່ງ ສະບັບເລກທີ 01/ປກສ, ລົງວັນທີ 5 ມັງກອນ 2026 ວ່າ ດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 32/ນຍ, ລົງວັນທີ 12 ທັນວາ 2025 ວ່າດ້ວຍການ ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອິນເຕີເນັດ ແລະ ເວັບພະນັນອອນລາຍ ໃນໄລ ຍະຜ່ານມາ. ພ້ອມນີ້, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງ ໄປກົງມາ ພ້ອມທັງປຶກສາຫາລື ທິດທາງໃນການແກ້ໄຂບັນຫາອາ ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ( ປະທານ ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ( ຂວາ ) ການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂ ບັນຫາລະເບີດບໍ່ທັນເເຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຈັດກອງ ປະຊຸມຄະນະກໍາມະການຊີ້ນໍາລະ ດັບຊາດ ແລະ ອະນຸກໍາມະການ ກະ ກຽມເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານຮອບ ວຽນທີ 3 (3RC-CCM) ປະຈຳ ເດືອນມິຖຸນາ, ພາຍໃຕ້ການເປັນ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/06/2026 xtgmf]k; ຫາລືການແກ້ໄຂບັນຫາ...ື້ັ ໄຂກອງປະຊຸມວຽກງານ...ຸ ກອງປະຊຸມວຽກງານຍຸຕິທຳ...ຸຸິ ຂະແໜງກະສິກຳ...ິ ສານອວຍພອນ... ຂປລ. ກອງປະຊຸມວຽກງານ ຍຸຕິທຳຂອງບັນດາແຂວງ ທີ່ມີຊາຍ ແດນຕິດຈອດກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VI I ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນ ປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທໍາ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມ ມູນິດຫວຽດນາມ, ເລຂາຄະນະບໍລິ ຫານງານພັກແຂວງຮາຍຟອງ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຈາກສອງ ກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າຮ່ວມ. ໃນກອງປະຊຸມຜູ້ແທນທັງສອງ ຝ່າຍໄດ້ຮັບຟັງການສະຫລຸບຕີລາ ຄາຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມວຽກງານຍຸຕິທໍາຂອງ ດັ່ງນັ້ນ, ວັນທີ 18 ມິຖຸນາ ບໍ່ພຽງ ແຕ່ແມ່ນວັນສະເຫລີມສະຫລອງ ຂອງຂະແໜງການພວກເຮົາເທົ່າ ນັ້ນ, ແຕ່ແມ່ນໂອກາດອັນສຳຄັນທີ່ ທົ່ວສັງຄົມຈະໄດ້ຮ່ວມກັນຈາລຶກ ຄຸນງາມຄວາມດີ, ຄວາມເສຍສະ ລະອັນສູງສົ່ງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຖັນແຖວແພດ ໝໍ ແລະ ພາລະກອນສາທາລະນະ ສຸກທຸກຮຸ່ນທີ່ໄດ້ອຸທິດຕົນເພື່ອປົກ ປ້ອງ, ເບິ່ງແຍງ ແລະ ຮັກສາສຸຂະ ພາບຂອງປະຊາຊົນລາວບັນດາ ເຜົ່າຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນ ເຖິງໄລຍະການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ສະ ຫລຸບຕີລາຄາວຽກງານຈັດຕັ້ງ ແລະ ການປົກຄອງໃນໄລຍະ 5 ປີຜ່ານ ມາ (2021-2025) ໂດຍຍົກໃຫ້ ເຫັນຜົນສໍາເລັດດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ ກໍານົດທິດທາງວຽກງານໃນ 5 ປີ ຕໍ່ໜ້າແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງ ຄວາມສາມາດນຳພາ, ລັກສະນະ ນໍາໜ້າຂອງພັກໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ແລະ ການປົກຄອງສືບຕໍ່ນຳພາປະ ເທດຊາດກ້າວເດີນຕາມເສັ້ນທາງສູ່ ຈຸດໝາຍສັງຄົມນິຍົມທີ່ພັກວາງໄວ້. ໃນໄລຍະ 5 ປີ ຜ່ານມາ, ການ ຈັດຕັ້ງປະຕິບັດແນວທາງການ ຈັດຕັ້ງຂອງພັກ ຄຽງຄູ່ກັບການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານປົກຄອງ, ການພັດທະນາ ເສດຖະກິດ, ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດເປັນແຕ່ລະ ໄລຍະ ໂດຍສະເພາະການປັບປຸງ ລະບົບການເມືອງໄດ້ສຸມໃສ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ທັງ 4 ດ້ານຄື: ດ້ານການ ເມືອງ, ດ້ານແນວຄິດ, ດ້ານການ ຈັດຕັ້ງ ແລະ ດ້ານແບບແຜນນຳ ພາວິທີເຮັດວຽກມີບາດກ້າວດີຂຶ້ນ ສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນດ້ານ ຈຳນວນ ແລະ ຄຸນນະພາບ; ການ ຈັດຕັ້ງຮາກຖານພັກໄດ້ຂະຫຍາຍ ເຂົ້າສູ່ຂົງເຂດຕ່າງໆຫລາຍກວ່າ ເກົ່າ, ສະແດງອອກຄື ປັດຈຸບັນທົ່ວ ປະເທດມີ 36 ອົງຄະນະພັກກະ ຊວງ-ອົງການ, 18 ອົງຄະນະພັກ ແຂວງ-ນະຄອນຫລວງ, 148 ອົງ ຄະນະພັກເມືອງ-ນະຄອນ, (1 ອົງ ຄະນະພັກມະຫາວິທະຍາໄລແຫ່ງ ຊາດທຽບເທົ່າອົງຄະນະພັກເມືອງ); ມີຮາກຖານພັກທັງໝົດ 24.772 ຮາກຖານ. ໃນນີ້, ມີ 230 ອົງຄະນະ ພັກຮາກຖານຕາແສງ, ມີ 2.019 ຄະນະພັກຮາກຖານ, 9.954 ໜ່ວຍ ພັກຮາກຖານ ແລະ ມີ 12.569 ໜ່ວຍພັກຂຶ້ນກັບອົງຄະນະພັກ ຮາກຖານ (ທຽບໃສ່ປີ 2021 ເພີ່ມ ຂຶ້ນ 960 ການຈັດຕັ້ງຮາກຖານພັກ ເທົ່າກັບ 3,87%); ມີສະມາຊິກ ພັກທັງໝົດ 421.865 ສະຫາຍ, ຍິງ 116.153 ສະຫາຍ (ທຽບ ໃສ່ປີ 2021 ເພີ່ມຂຶ້ນ 40.657 ສະຫາຍ); ໄດ້ອອກບັດ-ມອບບັດ ສະມາຊິກພັກ ຈໍານວນ 314.216 ສະຫາຍ, ຍິງ 76.6343 ສະຫາຍ ກວມ 74,48% ຂອງຈຳນວນ ສະມາຊິກພັກທັງໝົດ; ໄດ້ລຶບລ້າງ ບ້ານທີ່ບໍ່ມີສະມາຊິກພັກນໍາພາໄດ້ 100%; ໄດ້ມອບບັດສະມາຊິກ ພັກ ໃຫ້ບັນດາກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງ ຈໍານວນ 58.592 ສະຫາຍ, ຍິງ 19.002 ສະຫາຍ. ຜ່ານການ ຕີລາຄາຄຸນນະພາບ ແລະ ຈັດແບ່ງ ປະເພດໃນປີ 2025 ໄດ້ຮັບຮອງ ຊະຍາກຳທາງໄຊເບີ ໃຫ້ໝົດໄປ ຈາກປະເທດລາວ. ນັບແຕ່ເດືອນ ມັງກອນ 2026 ເຖິງປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະໄດ້ເອົາໃຈ ໃສ່ໃນການແກ້ໄຂ, ເລີກຮື້ບັນດາ ກຸ່ມແກ້ງສໍ້ໂກງທາງເອເລັກໂຕຣນິກ ພ້ອມຄະນະຢູ່ນະຄອນຫລວງມົດ ສະກູ ໃນໂອກາດຕິດຕາມທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານທາງລັດຖະ ການຢູ່ສະຫະພັນຣັດເຊຍ. ການພົບປະໃນຄັ້ງນີ້, ຖືເປັນນິ ມິດໝາຍອັນດີ ແລະ ສຸດທີ່ມີຄວາມ ສໍາຄັນເປັນຢ່າງຍິ່ງ ເພື່ອເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂະແໜງກະ ສິກຳ ແລະ ສິ່ງແວດລ້ອມ, ການ ຄົ້ນຄວ້າ, ການສຶກສາ ແລະ ການ ລົງທຶນ ຊຶ່ງເປັນຂະແໜງການທີ່ມີ ບົດບາດສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມ, ສ້າງວຽກເຮັດ ງານທຳ ແລະ ເປີດໂອກາດການ ຮ່ວມມືຕົວຈິງລະຫວ່າງສອງກະ ຊວງໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ໄດ້ຕີລາຄາ ສູງຕໍ່ຄວາມກ້າວໜ້າດ້ານເຕັກໂນ ໂລຊີກະສິກຳຂອງສະຫະພັນຣັດ ເຊຍ ໂດຍສະເພາະຄວາມກ້າວໜ້າ ດ້ານລະບົບຊົນລະປະທານ, ການ ປັບປຸງສະມັດຕະພາບພັນພືດ, ການ ຜະລິດຝຸ່ນ ແລະ ວິທະຍາສາດການ ສັດຕະວະແພດຂອງຣັດເຊຍ ຊຶ່ງສິ່ງ ເຫລົ່ານີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດຖອດຖອນບົດຮຽນຕົວຈິງ ເພື່ອນຳມາພັດທະນານະໂຍບາຍ ແລະ ຍົກລະດັບຂະແໜງກະສິກຳ ຂອງລາວໃຫ້ມີປະສິດທິພາບຍິ່ງຂຶ້ນ. ສຳລັບທິດທາງການຮ່ວມມື ໃນຕໍ່ໜ້າທັງສອງກະຊວງຈະສືບຕໍ່ ຊຸກຍູ້ສະໜັບສະໜູນການຄ້າສິນຄ້າ ກະສິກຳ ໂດຍສະເພາະການສ້າງ ກົນໄກຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອຍົກ ລະດັບຄຸນນະພາບຜະລິດຕະພັນ ລາວ, ລວມທັງການສົ່ງເສີມການ ລົງທຶນດ້ານອຸດສາຫະກຳປຸງແຕ່ງ ເພື່ອເພີ່ມມູນຄ່າຜະລິດຕະພັນກະສິ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 60.795 ໜ່ວຍພັກ ກວມ 68,53% ຂອງໜ່ວຍພັກ ທັງໝົດ, ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະເພດແຂງ 1.149.400 ສະຫາຍ, ກວມ 71% ເດັ່ນກວ່າໝູ່ແມ່ນໃນເວລາ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຕາມຄໍາສັ່ງເລກທີ 411 ຂອງເລຂາທິການສູນກາງພັກ ໄດ້ ກາຍເປັນຂະບວນການປັບປຸງປົວ ແປງພັກຢ່າງເລິກເຊິ່ງໜັກແໜ້ນ; ພາຍຫລັງກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກສໍາເລັດ, ດ້ານຄຸນນະພາບ ຂອງຄະນະພັກແຕ່ລະຂັ້ນໄດ້ຮັບ ການປັບປຸງດີຂຶ້ນກວ່າເກົ່າ, ບັນດາ ສະຫາຍຄະນະພັກແຕ່ລະຂັ້ນສ່ວນ ຫລາຍແມ່ນນອນຢູ່ໃນແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະ ຖານທີ່ໄດ້ກຳນົດໄວ້ ຊຶ່ງມີລະດັບ ຄວາມຮູ້ທິດສະດີການເມືອງ, ວິຊາ ສະເພາະແຕ່ຊັ້ນສູງຂຶ້ນໄປກວມ ອັດຕາສ່ວນຫລາຍ ແລະ ໄດ້ຜ່ານ ຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກ ຮັບປະກັນ ໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ, ແຜນ ບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ, ກົງຈັກການຈັດ ຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງ ຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄ່ອງ ກັບກົນໄກການບໍລິຫານຄຸ້ມຄອງລັດ ຕາມທິດຄຸ້ມຄອງມະຫາພາກ. ກອງປະຊຸມໃນຄັ້ງນີ້, ນອກຈາກ ໄດ້ຜ່ານຮ່າງບົດສະຫລຸບແລ້ວຍັງ ໄດ້ຜ່ານຮ່າງບົດລາຍງານສະພາບ ການສ້າງຕັ້ງຕາແສງ, ບົດລາຍງານ ຕີລາຄາການກະກຽມດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງແຜນ ການ 2026-2030, ຮັບຟັງການ ປະກອບຄໍາເຫັນຈາກພາກສ່ວນ ຕ່າງໆຕື່ມອີກ. ບັນດາແຂວງທີ່ມີຊາຍແດນຕິດຈອດ ກັນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ເປີດກວ້າງຄັ້ງ ທີ VI ຈັດຂຶ້ນທີ່ນະຄອນຫລວງ ວຽງຈັນ ໂດຍແມ່ນກະຊວງຍຸຕິທໍາ ສປປ ລາວ ເປັນເຈົ້າພາບ ຊຶ່ງໃນ ກອງປະຊຸມເປີດກວ້າງ ຄັ້ງທີ VII ນີ້ແມ່ນກະຊວງຍຸຕິທໍາຂອງ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນ ລາຍງານແລກປ່ຽນຄຳຄິດຄຳເຫັນ ເປັນຕົ້ນວຽກງານການຄຸ້ມຄອງ ແລະ ຈົດທະບຽນຄອບຄົວ, ສັນ ຊາດຕາມບໍລິເວນຊາຍແດນ, ການ ຕີລາຄາ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດວຽກງານປະຕິບັດ ຄໍາຕັດສິນຂອງສານທາງແພ່ງ, ວຽກງານໂຄສະນາເຜີຍແຜ່ກົດ ໝາຍ ແລະ ຊ່ວຍເຫລືອທາງດ້ານ ຍຸຕິທໍາໃຫ້ພົນລະເມືອງຢູ່ຕາມບໍລິ ເວນຊາຍແດນ, ວຽກງານຊ່ວຍ ເຫລືອເຊິ່ງກັນ ແລະ ກັນທາງ ດ້ານຍຸຕິທໍາໃນບັນຫາທາງແພ່ງ, ວຽກງານຝຶກອົບຮົມ ແລະ ບໍາລຸງ ກໍ່ສ້າງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ. ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາ ຫາລືທິດທາງແຜນການຮ່ວມມື ໃນຕໍ່ໜ້າ ຊຶ່ງທັງສອງກະຊວງ ຍຸຕິທຳ ລາວ-ຫວຽດນາມ ຈະສືບ ຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງການຮ່ວມມືທີ່ໄດ້ລົງນາມໃນ ເດືອນກຸມພາ 2026 ແລະ ສືບຕໍ່ ເຈລະຈາລົງນາມ ແລະ ຈັດຕັ້ງຜັນ ຂະຫຍາຍແຜນການຮ່ວມມືສຳລັບ ປີຕໍ່ໄປ, ຈະເພີ່ມທະວີການແລກປ່ຽນ ປະສົບການ ເພື່ອເສີມສ້າງຄວາມ ອາດສາມາດໃນການສ້າງຮ່າງນິຕິ ກຳ, ປະເມີນຜົນເອກະສານທາງ ດ້ານກົດໝາຍ, ການຈັດຕັ້ງປະຕິ ບັດກົດໝາຍ, ການຊ່ວຍເຫລືອເຊິ່ງ ກັນ ແລະ ກັນທາງດ້ານຍຸຕິທຳໃນ ບັນຫາທາງແພ່ງ, ການບໍາລຸງກໍ່ ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບ ພະຍາກອນມະນຸດຂອງຂະແໜງ ຍຸຕິທໍາ, ປະສານສົມທົບກັນຊຸກຍູ້ ສົ່ງເສີມບັນດາການເຄື່ອນໄຫວ ຂອງການຮ່ວມມືພາຍໃນພາກພື້ນ ອາຊຽນ ໂດຍສະເພາະຜ່ານກອງ ປະຊຸມລັດຖະມົນຕີຍຸຕິທຳອາຊຽນ (ALAWMM) ແລະ ກອງປະ ຊຸມເຈົ້າໜ້າທີ່ກົດໝາຍອາວຸໂສອາ ຊຽນ (ASLOM); ການຮ່ວມ ມືຫລາຍຝ່າຍລະຫວ່າງອາຊຽນ ແລະ ຄູ່ຮ່ວມອື່ນໆ; ປະສານສົມທົບ ກັນໃນການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຍຸຕິທຳ/ກົດໝາຍແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳ ອິດ. ພິເສດ, ກະຊວງຍຸຕິທຳ ສປປ ລາວ ຈະສົ່ງຄະນະຜູ້ແທນເພື່ອເຂົ້າ ຮ່ວມເວທີປາໄສກົດໝາຍອາຊຽນ ໃນຫົວຂໍ້ “ການນຳໃຊ້ປັນຍາປະ ດິດໃນການສ້າງກົດໝາຍ ແລະ ການປະຕິບັດກົດໝາຍໃນຍຸກດີຈິ ຕອນ” ໃນເດືອນສິງຫາ 2026 ທີ່ ຈະມາເຖິງນີ້ຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ, ເພີ່ມທະວີ ວຽກງານການໂຄສະນາເຜີຍແຜ່ ກົດໝາຍ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍໃຫ້ປະຊາຊົນໃນ ເຂດພູດອຍ, ຫ່າງໄກສອກຫລີກ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດ ລຽບຕາມຊາຍແດນ ລາວ-ຫວຽດ ນາມ, ບັນດາພະແນກຍຸຕິທໍາ, ອົງ ການປະຕິບັດຄຳຕັດສິນຂອງສານ ຂອງສອງປະເທດທີ່ມີຊາຍແດນ ຕິດຈອດກັນ ແລະ ບັນດາແຂວງ ແຮກສ່ຽວ, ຈະເພີ່ມທະວີໃນການ ຫັນປ່ຽນເປັນດີຈິຕອນໃນການປະ ສານສົມທົບກັນ, ຈັດຕັ້ງຜັນຂະ ຫຍາຍບັນດາກິດຈະກໍາຕ່າງໆທີ່ ໄດ້ລົງນາມຮ່ວມກັນ ໂດຍຖືເອົາ ວິທີການປະສານງານແບບເຊິ່ງ ໜ້າ ແລະ ທາງອອນລາຍໃນການ ຈັດຕັ້ງປະຕິບັດວຽກງານຮ່ວມກັນ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ ປຶກສາຫາລື ແລະ ຕົກລົງເຫັນດີ ເປັນເອກະພາບກັນໃນການຈັດກອງ ປະຊຸມວຽກງານຍຸຕິທຳຂອງບັນ ດາແຂວງທີ່ມີຊາຍແດນຕິດຈອດ ກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VIII ທີ່ ສປປ ລາວ ຈະໄດ້ຮັບກຽດເປັນ ເຈົ້າພາບໃນປີ 2028 ຕື່ມອີກ. ກ່ຽວກັບການຮ່ວມມືຂັ້ນສູນ ກາງ: ຝ່າຍລາວສືບຕໍ່ຊຸກຍູ້ສະເໜີ ໃຫ້ຝ່າຍຫວຽດນາມ ກ່ຽວກັບໂຄງ ການ ODA ຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ກະຊວງ ຍຸຕິທຳລາວ (ໂດຍຜ່ານຄະນະກຳ ມະການຮ່ວມມືສອງຝ່າຍ ລາວຫວຽດນາມ) ພະຍາຍາມເພື່ອໃຫ້ ໄດ້ການອະນຸມັດໃນປີ 2026 ເພື່ອ ຮັບປະກັນໃຫ້ທັນການກ່ຽວກັບ ໂຄງການຊ່ວຍເຫລືອທາງດ້ານວິຊາ ການຂອງລັດຖະບານຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳຂອງ ລາວ, ຍົກສູງຄວາມອາດສາມາດໃນ ວຽກງານທາງດ້ານກົດໝາຍຂອງ ພະນັກງານກະຊວງຍຸຕິທຳລາວໃນ ຕົ້ນປີ 2027; ສອງກະຊວງຍຸຕິທຳ ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງ ການຮ່ວມມືລະຫວ່າງສອງກະຊວງ ຢ່າງມີປະສິດທິຜົນ (ທີ່ໄດ້ລົງນາມ ໃນເດືອນກຸມພາ 2026), ສືບຕໍ່ ເຈລະຈາ, ລົງນາມ ແລະ ຈັດຕັ້ງຜັນ ຂະຫຍາຍແຜນການຮ່ວມມືສຳລັບປີ ຕໍ່ໄປ; ສອງກະຊວງຍຸຕິທຳ ຈະເພີ່ມ ທະວີການແລກປ່ຽນປະສົບການ ເພື່ອເສີມສ້າງຄວາມອາດສາມາດ ໃນການສ້າງຮ່າງນິຕິກຳ, ປະເມີນ ຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນທາງ ດ້ານຍຸຕິທຳໃນບັນຫາທາງແພ່ງ, ການບຳລຸງກໍ່ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ທາງດ້ານກົດໝາຍ; ສອງກະຊວງ ຍຸຕິທຳ ປະສານສົມທົບກັນຊຸກຍູ້ ສົ່ງເສີມບັນດາການເຄື່ອນໄຫວ ຂອງການຮ່ວມມືພາຍໃນພາກພື້ນ ອາຊຽນ ໂດຍສະເພາະຜ່ານກອງ ປະຊຸມລັດຖະມົນຕີຍຸຕິທຳອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ກົດໝາຍ ອາວຸໂສອາຊຽນ; ການຮ່ວມມືຫລາຍ ຝ່າຍລະຫວ່າງອາຊຽນ ແລະ ຄູ່ ຮ່ວມອື່ນໆ, ປະສານສົມທົບກັນໃນ ການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຍຸຕິທໍາ/ກົດໝາຍແມ່ນໍ້າຂອງແມ່ນ້ຳລ້ານຊ້າງຄັ້ງທຳອິດ. ສອງ ກະຊວງຍຸຕິທໍາ ປະສານສົມທົບ ກັນໃນການຈັດກິດຈະກໍາຕ່າງໆ ເ ພື່ອລະນຶກ ເ ຖິງພິທີສະ ເ ຫລີມ ສະຫລອງວັນຄົບຮອບທີ່ສຳຄັນ ຂອງທັງສອງຝ່າຍໃນປີ 2027 ໂດຍສະເພາະແມ່ນການຮ່ວມມື ທາງດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງກະຊວງຍຸຕິທຳລາວ ແລະ ກະຊວງຍຸຕິທຳຫວຽດນາມ ຄົບຮອບ 45 ປີ (1987-2027), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 65 ປີ (1962-2027) ແລະ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມື ຄົບຮອບ 50 ປີ (19772027) ຮັບປະກັນປະສິດທິຜົນ ຕົວຈິງ ແລະ ຄວາມເປັນໄປໄດ້. ສ່ວນການຮ່ວມມືຂັ້ນທ້ອງຖິ່ນ: ສອງກະຊວງຍຸຕິທໍາ ຈະເພີ່ມທະວີ ວຽກງານການໂຄສະນາເຜີຍແຜ່ ກົດໝາຍ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍໃຫ້ປະຊາຊົນໃນ ເຂດພູດອຍ, ຫ່າງໄກສອກຫລີກ ແລະ ເຂດຊາຍແດນລວມທັງປະຊາ ຊົນທີ່ຢູ່ໃນເຂດລຽບຕາມຊາຍແດນ ລາວ-ຫວຽດນາມ, ຮັບປະກັນ ຄວາມເໝາະສົມກ່ຽວກັບສະພາບ ເສດຖະກິດ, ສັງຄົມ ແລະ ວັດທະ ນະທຳຂອງແຕ່ລະເຂດຊາຍແດນ; ບັນດາພະແນກຍຸຕິທຳ, ອົງການ ປະຕິບັດຄໍາຕັດສິນຂອງສານຂອງ ສອງປະເທດທີ່ມີຊາຍແດນຮ່ວມກັນ ແລະ ບັນດາແຂວງແຮກສ່ຽວ, ຈະ ເພີ່ມທະວີການຫັນປ່ຽນດີຈິຕອນໃນ ການປະສານສົມທົບກັນ, ຈັດຕັ້ງ ຜັນຂະຫຍາຍບັນດາກິດຈະກໍາ ຕ່າງໆໃນການຮ່ວມມື ໂດຍລວມ ເອົາວິທີການປະສານງານແບບເຊິ່ງ ໜ້າ ແລະ ທາງອອນລາຍ. ຂ່າວ-ພາບ: ກະຊວງຍຸຕິທໍາ ກຳໃຫ້ມີຄວາມຍືນຍົງ. ນອກນັ້ນ, ຣັດເຊຍ ຈະໃຫ້ການສະໜັບສະໜູນ ດ້ານເຕັກໂນໂລຊີ, ການຖ່າຍທອດ ຄວາມຮູ້ຜ່ານການແລກປ່ຽນຜູ້ ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ມີຄວາມສົນໃຈໃນການຂະ ຫຍາຍການຮ່ວມມືໄປສູ່ການຄົ້ນ ຄວ້າດ້ານການປັບປຸງພັນເຂົ້າ, ການ ພັດທະນາການລ້ຽງສັດ, ການປະ ມົງ ແລະ ການຄຸ້ມຄອງຊັບພະຍາ ກອນປ່າໄມ້ຢ່າງຮອບດ້ານ. ພ້ອມນີ້, ທັງສອງຝ່າຍຍັງເຫັນດີແຕ່ງຕັ້ງຈຸດ ປະສານງານຂອງກະຊວງ ເພື່ອເຮັດ ວຽກຮ່ວມກັນໃນການກະກຽມຮ່າງ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນຂອບການຮ່ວມມືໄລຍະ ຍາວ ຊຶ່ງຈະເປັນພື້ນຖານສຳຄັນໃນ ການສົ່ງເສີມການລົງທຶນ, ນະວັດຕະ ກຳ ແລະ ການພັດທະນາກະສິກຳ ທີ່ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນທັງ ສອງປະເທດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິງແວດລ້ອມ (ອາຊະຍາກຳທາງໄຊເບີ) ສາມາດ ແກ້ໄຂໄດ້ທັງໝົດ 20 ຄັ້ງ, ກັກຜູ້ຖືກ ຫາໄດ້ຈຳນວນ 2.652 ຄົນ, ຍິງ 780 ຄົນ, ລວມມີ 14 ສັນຊາດ. ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຊີ້ນຳເນັ້ນໃຫ້ຄະນະ ພັກ-ບັນຊາ ແລະ ເຈົ້າໜ້າທີ່ວິຊາ ສະເພາະສືບຕໍ່ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ໃນສັງຄົມຕິດພັນກັບການ ແກ້ໄຂບັນຫາກຸ່ມແກ້ງກໍ່ອາຊະຍາ ກຳທາງໄຊເບີໃຫ້ເຂັ້ມງວດ, ໝົດ ໄປຈາກ ສປປ ລາວ ພ້ອມທັງສືບ ຕໍ່ໂຄສະນາ-ສຶກສາອົບຮົມໃຫ້ທົ່ວ ສັງຄົມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ເພື່ອພ້ອມກັນມີສະຕິ, ເປັນເຈົ້າການ ຕິດຕາມ, ລາຍງານ ແລະ ຮ່ວມມື ກັບເຈົ້າໜ້າທີ່ໃນການແກ້ໄຂ; ຕິດ ຕາມ, ກວດກາການດໍາເນີນທຸລະ ກິດຂອງສະຖານທີ່ບັນເທີງ, ໂຮງ ແຮມ, ເຮືອນພັກ, ເຮືອນເຊົ່າ ແລະ ປະຕິບັດໂທດຕໍ່ໜ້າກົດໝາຍຢ່າງ ເຂັ້ມງວດ ເມື່ອກວດພົບມີການລະ ເມີດ ແລະ ເພີ່ມທະວີຄວາມເຂັ້ມ ງວດໃນການກວດກາ, ສະກັດກັ້ນ ການລັກລອບເຂົ້າມາ ສປປ ລາວ ແບບຜິດກົດໝາຍ ແລະ ຕິດຕາມ, ກວດກາການພັກເຊົາຂອງຄົນຕ່າງ ປະເທດໃຫ້ເປັນປົກກະຕິ, ເຂັ້ມງວດ; ດໍາເນີນຄະດີຕໍ່ຫົວໂປ່ໂຕການ ແລະ ຜູ້ອຳນວຍຄວາມສະດວກຕາມຂະ ບວນການຍຸຕິທຳຂອງ ສປປ ລາວ. ພາບ-ຂ່າວ: ບຸນພະຈັນ ໃນໂອກາດອັນສະຫງ່າລາສີ ແລະ ຄວາມໝາຍຄວາມສໍາຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນ ຄຸນຢ່າງເລິກເຊິ່ງ ຕໍ່ສູນກາງພັກ ແລະ ລັດຖະບານທີ່ໄດ້ນໍາພາ-ຊີ້ນໍາ ຢ່າງເອົາໃຈໃສ່ຕໍ່ຂະແໜງສາທາລະ ນະສຸກ. ຂໍອວຍພອນໃຫ້ບັນດາທ່ານ ການນໍາພັກ-ລັດ, ແພດໝໍ, ພະຍາ ບານ ແລະ ພາລະກອນສາທາລະນະ ສຸກທຸກທ່ານຈົ່ງມີສຸຂະອະນາໄມທີ່ ສົມບູນ, ແຂງແຮງ, ມີຄວາມສຸກ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍ ມູນເຊື້ອອັນດີງາມ, ຫັນຂະແໜງ ການແພດໄປສູ່ຄຸນນະພາບໃໝ່ ທັນ ສະໄໝ ແລະ ເປັນເຈົ້າຕົນເອງເທື່ອ ລະກ້າວ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ.
19/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K dv'xt-5 ,gxu fd;h k'7q [7totra dIkd4ko sh v'la o8y [ko xdl c0;'[= ]y 7ew- 7A 'mu 5 ltw\mu IV ໂດຍ: ພອນສະຫວັນັນ g,n v'g-3xo 9a fry mu x6 d8Q ow,h grnj v2N o26 xj k c]t lqj 'glu ,dkora fmtoklu 0P; ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ ຂປລ. ກອງປະຊຸມຄົບຄະນະ ຮາກຖານເປັນກົນໄກສຳຄັນໃນ ການຕີລາຄາຄືນຜົນການນຳພາຊີ້ນຳ, ການຈັດຕັ້ງປະຕິບັດມະຕິ ແລະ ກຳນົດທິດທາງວຽກງານໄລ ຍະຕໍ່ໜ້າ. ກອງປະຊຸມເປິດກວ້າງ ຄົບຄະນະພັກຮາກຖານ ຫ້ອງສັນຕິ ບານ ຄັ້ງທີ 5 ສະໄໝທີ IV ໄດ້ຈັດ ຂຶ້ນຢ່າງເປັນທາງການ ເມື່ອມໍ່ໆ ມານີ້ ໂດຍການເປັນປະທານຂອງ ສະຫາຍ ພັທ ສຸກສາຄອນ ພົງວິຈິດ ຄະນະພັກກອງບັນຊາການ ເລຂາ ຄະນະພັກຮາກຖານ, ຫົວໜ້າຫ້ອງ ສັນຕິບານ ປກສ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ພັອ ຄໍາແພງ ນໍາພາວັນ ຮອງເລຂາ ຄະນະພັກ, ຮອງຫົວໜ້າກອງບັນ ຊາການ ປກສ ແຂວງບໍລິຄໍາໄຊ, ມີ ຄະນະພັກຮາກຖານ, ຄະນະດ່ານ ຕມ ສາກົນນ້ຳພາວ, ດ່ານ ຕມ ສາ ກົນຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5, ມີແຂກຖືກເຊີນ, ເລຂາໜ່ວຍ ພັກ, ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາຄືນຜົນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມຄົບຄະນະພັກຮາກຖານ ຫ້ອງ ສັນຕິບານ ປກສ ແຂວງ ຄັ້ງທີ 5 ສະໄໝທີ IV ໄລຍະ 3 ເດືອນຜ່ານ ມາ ໂດຍສະເພາະວຽກງານສຶກສາ ອົບຮົມການເມືອງ-ແນວຄິດ, ການ ເຜີຍແຜ່ແນວທາງ ແລະ ມະຕິຕ່າງໆ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫລວດ ເປັນປົກກະຕິ ເພື່ອ ສ້າງຄວາມເຂັ້ມແຂງດ້ານແນວຄິດ ໃຫ້ເຂົາເຈົ້າມີແນວຄິດທຸ່ນທ່ຽງ, ມີ ຄວາມເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ, ມີຄວາມເປັນເອກະພາບສູງຕໍ່ອຸດົມ ການຂອງພັກ, ເຄົາລົບລະບຽບກົດ ໝາຍຂອງລັດ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ການຈັດ ຕັ້ງມອບໝາຍໃຫ້, ພ້ອມກັນນັ້ນ ວຽກງານກໍ່ສ້າງພັກ-ພະນັກງານ ໄດ້ນຳພາບັນດາໜ່ວຍພັກ, ສະມາ ຊິກພັກ ເປິດບັ້ນດຳເນີນກວດກາ ສະມາຊິກພັກ, ນາຍ ແລະ ພົນຕໍາ ຫລວດ ເນື່ອງໃນໂອກາດວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ໄດ້ສໍາເລັດ, ໄດ້ ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດ ກາ ແລະ ຂະຫຍາຍມະຫາຊົນ ຜູ້ທີ່ ມີຄວາມກ້າວໜ້າ ມີຄວາມບຸກບືນ ຫ້າວຫັນທາງດ້ານວຽກງານວິຊາ ສະເພາະ, ວຽກງານຂະບວນການ ຕົວຈິງເຂົ້າພັກສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ, ເລື່ອນສະມາຊິກ ພັກສຳຮອງຂຶ້ນເປັນສະມາຊິກພັກ ສົມບູນ 1 ສະຫາຍ, ຍິງ 1 ສະຫາຍ. ຄຽງຄູ່ກັບວຽກງານວິຊາສະເພາະ ໄດ້ນຳພາ-ຊີ້ນໍາເຫລົ່າຮົບວິຊາສະ ເພາະໃນທຸກຂົງເຂດ ເຮັດໜ້າທີ່ຮັກ ສາຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງ ຊຶ່ງໄດ້ແຕ່ງຕັ້ງ ນາຍ ແລະ ພົນຕໍາ ຫລວດ ລົງປະຈຳຢູ່ບັນດາກຸ່ມບ້ານ, ພື້ນທີ່ຈຸດຫລໍ່ແຫລມ, ບ້ານລຽບ ຕາມຊາຍແດນ ເພື່ອເຮັດວຽກງານ ປ້ອງກັນພາຍໃນ, ເກັບກຳຂໍ້ມູນ ຂ່າວ, ວິເຄາະວິໄຈແຫລ່ງຂ່າວ, ເກັບກຳສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີ ເພື່ອຕ້ານ, ສະກັດ ກັ້ນ ແລະ ແກ້ໄຂ ແນໃສ່ເຮັດໃຫ້ຂັ້ນ ຮາກຖານ, ພື້ນທີ່ຈຸດຫລໍ່ແຫລມ ມີ ຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍ. ນອກນັ້ນ, ຄະນະ ພັກ ຍັງໄດ້ອຳນວຍຄວາມສະດວກ ໃຫ້ 2 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ເປັນກຳລັງແຮງອັນສຳຄັນ ໃຫ້ຄະ ນະພັກ-ຄະນະຫ້ອງແຂ່ງຂັນທາງ ດ້ານວຽກງານວິຊາສະເພາະ, ວຽກ ງານຂະບວນການຕິດພັນກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ ວາງອອກ ໃຫ້ປະກົດຜົນເປັນຈິງ. ນອກຈາກ ນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງເອົາທິດທາງແຜນ ການ 3 ເດືອນຕໍ່ໜ້າ ເພື່ອໃຫ້ການ ນຳພາວຽກງານບັນລຸຜົນຕາມເປົ້າ ໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ຮັບຟັງການ ໂອ້ລົມ ຈາກສະຫາຍ ພັອ ຄໍາແພງ ນໍາພາວັນ ຊຶ່ງສະຫາຍໄດ້ເນັ້ນໜັກ ໃຫ້ສະມາຊິກພັກທຸກສະຫາຍເອົາ ໃຈໃສ່ວຽກງານການເມືອງ-ແນວ ຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫລວດ, ນໍາພາ-ຊີ້ນຳ ດ້ານ ວຽກງານວິຊາສະເພາະສຸມໃສ່ແກ້ ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ກໍຄືຂອບ ເຂດຄວາມຮັບຜິດຊອບຂອງຕົນ ຕິດພັນກັບການຫັນເອົານາຍ ແລະ ພົນຕໍາຫລວດ ລົງກໍ່ສ້າງຮາກຖານ ການເມືອງ ນໍາເອົາແນວທາງນະໂຍ ບາຍ, ມະຕິ, ຄໍາສັ່ງແລະ ເອກະສານ ສໍາຄັນຕ່າງໆ ລົງເຜີຍແຜ່ເຊື່ອມຊຶມ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແນໃສ່ເຮັດໃຫ້ສັງຄົມ ກໍຄື ແຂວງບໍລິຄໍາໄຊ ມີຄວາມສະຫງົບ ທາງດ້ານເມືອງ ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ຂປລ. ເຖິິງວ່າວັນປູກຕົ້ນໄມ້ ແຫ່ງຊາດໄດ້ຜ່ານພົ້ນໄປແລ້ວ ກໍ ຈິງ, ແຕ່ປັດຈຸບັນນີ້, ຍັງມີບາງທ້ອງ ຖິ່ນ ຍັງສືບຕໍ່ກິດຈະກຳປູກຕົ້ນໄມ້ ເພື່ອບັນລຸຕາມຄາດໝາຍການຟື້ນ ຟູປ່າ ແລະ ອະນຸລັກສິ່ງແວດລ້ອມ. ຫລ້າສຸດນີ້ເມືອງເຊໂປນ ໄດ້ຈັດພິທີ ປູກຕົ້ນໄມ້ ເພື່ອປູກຈິດສຳນຶກໃຫ້ ແກ່ອະນຸຊົນ, ເຍົາວະຊົນ ກໍຄື ທົ່ວສັງ ຄົມໃຫ້ເຫັນເຖິງຄວາມສຳຄັນ, ຄຸນ ຄ່າຂອງປ່າໄມ້, ທັງເປັນການປຸກລະ ດົມທົ່ວປວງຊົນ ເຂົ້າຮ່ວມໃນການ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດ ທະນາປ່າໄມ້ໃຫ້ມີຄວາມອຸດົມສົມ ບູນ ແນໃສ່ຫັນປ່າໄມ້ ໃຫ້ກາຍເປັນ ທ່າແຮງໃນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຕາມທິດ ສີຂຽວ ແລະ ຍືນຍົງ. ພິທີດັ່ງກ່າວຈັດຂຶ້ນໂດຍຫ້ອງ ການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ, ພາຍໃຕ້ໂຄງການ ຄຸ້ມຄອງຊັບພະຍາກອນນ້ຳແບບ ເຊື່ອມສານແລະການປັບຕົວບົນພື້ນ ຖານລະບົບນິເວດໃນອ່າງຮັບນ້ຳ ເຊບັ້ງຫຽງ ແລະ ຕົວເມືອງຫລວງ ພະບາງ (IWRM-EbA) ໂດຍ ການສະໜັບສະໜູນຈາກກອງທຶນ ສິ່ງແວດລ້ອມໂລກ (GEF) ຮ່ວມ ກັບອົງການປົກຄອງເມືອງເຊໂປນ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ຄົບຮອບ 53 ປີ, ວັນສິ່ງ ແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ເສັ້ນທາງຕັດໃໝ່ (ທາງເລາະ ແຄມນ້ຳເຊກອກ) ບ້ານສອນມີໄຊ, ເມືອງເຊໂປນ, ແຂວງສະຫວັນ ນະເຂດ. ທ່ານ ຈັນໂອໄດ ຫລວງຊະລາດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ ໄດ້ ກ່າວວ່າ: ການຫ້າງຫາກະກຽມ ການປູກຕົ້ນໄມ້ ມີເນື້ອທີ່ປູກໄມ້ພາຍ ໃນເມືອງມີທ່າຂະຫຍາຍຕົວເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຈາກ 14.888,63 ເຮັກຕາ ໃນປີ 2021 ມາເປັນ 21.216,02 ເຮັກຕາ ໃນປີ 2025 ແລະ ຄາດຄະເນວ່າໃນປີ 2026 ນີ້ ເນື້ອທີ່ປູກໄມ້ໃນທົ່ວເມືອງຈະ ເພີ່ມຂຶ້ນຮອດ 22.756,02 ເຮັກ ຕາ. ສຳລັບໂຄງປະກອບການລົງ ທຶນແມ່ນພາກເອກະຊົນ ກວມເອົາ ຫລາຍກວ່າ 90%, ປະຊາຊົນກວມ 7% ແລະ ພາກລັດກວມ 3% ຕາມລຳດັບ ໂດຍຊະນິດພັນໄມ້ທີ່ ປູກສ່ວນຫລາຍໃນໄລຍະຜ່ານມາ ແມ່ນໄມ້ວິກ 80%, ໄມ້ຢາງພາລາ 13%, ຢາງໂບງ 3%, ໄມ້ກະຖິນ ນະລົງ 2% ແລະ ສ່ວນທີ່ເຫລືອ ແມ່ນຊະນິດໄມ້ພື້ນເມືອງ ແລະ ໄມ້ ໃຫ້ໝາກອື່ນໆ. ແນວໃດກໍຕາມ ປີ 2026 ນີ້, ທົ່ວ ເມືອງເຊໂປນ ສາມາດຜະລິດເບ້ຍ ໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ ໄດ້ທັງໝົດ 13.269.000 ເບ້ຍ. ໃນ ນັ້ນ, ມີເບ້ຍໄມ້ວິກ 11.700.000 ເບ້ຍ, ເບ້ຍໄມ້ວິກ 1.500.000 ເບ້ຍ, ເບ້ຍຢາງພາລາໄດ້ 66.300 ເບ້ຍ. ຂະນະທີ່ຫ້ອງການກະສິກຳສິ່ງແວດລ້ອມເມືອງກ້າເບ້ຍໄມ້ໃຫ້ ໝາກໄດ້ 2.700 ເບ້ຍ. ສ່ວນແຜນ ການປູກ ແລະ ຟື້ນຟູປ່າໃນປີ 2026 ແມ່ນໄດ້ຕັ້ງເປົ້າໝາຍປູກໄມ້ອຸດສາ ຫະກຳໃຫ້ໄດ້ 1.540 ເຮັກຕາ ຊຶ່ງ ແບ່ງເປັນໄມ້ວິກ 1.430 ເຮັກຕາ ແລະ ຢາງພາລາ 100 ເຮັກຕາ, ປູກໄມ້ໃຫ້ໝາກໃຫ້ໄດ້ 10 ເຮັກຕາ ແລະ ຟື້ນຟູປ່າທຳມະຊາດໃຫ້ໄດ້ ອີກ 30 ເຮັກຕາ . ທ່ານ ຈັນໂອໄດ ຫລວງຊະລາດ ກ່າວ. ພິທີປູກຕົ້ນໄມ້ຄັ້ງນີ້ ມີ ທ່ານ ພົງຄຳຮັກ ບຸດທະວົງ ກຳມະການ ປະຈຳພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງເຊ ໂປນ, ທ່ານ ສະຫວັນໄຊ ອາໄສ ຮອງເລຂາພັກເມືອງ, ປະທານຄະ ນະກຳມະການປົກຄອງເມືອງ, ມີ ພະນັກງານອ້ອມຂ້າງເມືອງ, ອຳ ນາດການປົກຄອງບ້ານ, ພໍ່ແມ່ປະ ຊາຊົນບ້ານສອນມີໄຊ ເຂົ້າຮ່ວມ ຢ່າງພ້ອມພຽງ.
RkJQdWJsaXNoZXIy MTc3MTYxMQ==