ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດ

25/06/2026 10:41
ຂປລ ຂປລ. ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.

 

ຂປລ. ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.

ນ້ຳຕົກຕາດແຫ່ງນີ້ຕັ້ງຢູ່ລະຫວ່າງ ແຂວງກວາງຊີ ຂອງ ສປ ຈີນ ແລະ ແຂວງ ກາວບັງ (Cao Bang) ຂອງ ສສ ຫວຽດນາມ ຊຶ່ງມີຄວາມສູງ ປະມານ 70 ແມັດ  ແລະ ກວ້າງເປັນພິເສດ ຈົນໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນນ້ຳຕົກຂ້າມຊາຍແດນທີ່ໃຫຍ່ທີ່ສຸດຂອງໂລກ  ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຈາກທົ່ວໂລກຢາກໄປສຳຜັດດ້ວຍຕົນເອງ. ສິ່ງທີ່ດຶງດູດນັກທ່ອງທ່ຽວ ຄື ຄວາມສວຍສົດງົດງາມຂອງສາຍນ້ຳທີ່ໄຫລລົງຜ່ານຊັ້ນຫີນຫລາຍລະດັບ ເກີດເປັນມ່ານນ້ຳສີຂາວຂະໜາດໃຫຍ່ ຕັດກັບສີຂຽວຂອງພູເຂົາ ແລະ ທົ່ງຫຍ້າ ສ້າງບັນຍາກາດອັນຕື່ນຕາຕື່ນໃຈໃຫ້ກັບຜູ້ພົບເຫັນ ຈົນເບິ່ງຄ້າຍຄືພາບແຕ້ມຈາກທຳມະຊາດ, ໂດຍສະເພາະໃນລະດູຝົນປະລິມານນ້ຳຈະເພ່ີ່ມຂຶ້ນ ເຮັດໃຫ້ນ້ຳຕົມມີຄວາມຍິ່ງໃຫຍ່ ແລະ ງົດງາມຫລາຍຂຶ້ນ.  ນອກຈາກການຊົມວິວທິວທັດທຳມະຊາດທັງສອງຝາກຝັ່ງແລ້ວ, ນັກທ່ອງທ່ຽວຍັງສາມາດຂີ່ແພໄມ້ໄຜ່ ເຂົ້າໄປໃກ້ສາຍນໍ້າຕົກ ເພື່ອສຳຜັດລະອອງນ້ຳ ແລະ ບັນຍາກາດອັນສົດຊື່ນຈາກທຳມະຊາດ. ສຽງນ້ຳທີ່ກະທົບໃສ່ໂງ່ນຫີນ ຄວບຄູ່ກັບລະອອງນ້ຳທີ່ກະຈາຍໄປທົ່ວສ້າງຄວາມຮູ້ສຶກຜ່ອນຄາຍ ແລະ ເຮັດໃຫ້ເຮົາໃກ້ຊິດກັບທຳມະຊາດຢ່າງແທ້ຈິງ. ສ່ວນບໍລິເວນອ້ອມຮອບນໍ້າຕົກ ຍັງປະກອບມີພູເຂົາ, ທົ່ງນາ, ປ່າໄມ້ທີ່ອຸດົມສົມບູນ ແລະ ຊຸມຊົນທ້ອງຖິ່ນທີ່ຍັງຄົງມີວິຖີຊີວິດອັນລຽບງ່າຍ ອັນເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນຈຸດໝາຍປາຍທາງທ່ີດຶງດູດທ່ອງທ່ຽວຈາກທົ່ວໂລກຢາກເຂົ້າມາສຳຜັດ.

ດ້ວຍຄວາມສວຍສົດງົດງາມທີ່ໂດດເດັ່ນທາງພູມສັນຖານ ແລະ ຄວາມສົມບູນຂອງລະບົບນິເວດ ຕາດເຕີ້ທຽນ-ບານຢົກ ຈຶ່ງເປັນອີກໜຶ່ງສະຫວັນແຫ່ງທຳມະຊາດ ທີ່ຄວນໄປສຳຜັດຢ່າງໜ້ອຍຄັ້ງໜຶ່ງໃນຊີວິດ.

ໂດຍ: ວິນນາລີ

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

ads
ads

Top