ທັດສະນະຂອງມວນຊົນ ຕໍ່ສື່ມວນຊົນ

25/06/2026 11:01
ຂປລ ຂປລ. ໃນໂອກາດທີ່ຄະນະໂຄສະນາອົບຮົມສູນກາງ ພັກ ຈະຈັດກອງປະຊຸມສື່ມວນຊົນຄັ້ງທີ 1 ທົ່ວປະເທດ ໃນມໍ່ໆນີ້, ຜູ້ຂຽນໄດ້ມີໂອກາດສຳພາດ ທັດສະນະ ຂອງມວນຊົນຕໍ່ສື່ມວນຊົນ ຊຶ່ງມວນຊົນກໍໄດ້ໃຫ້ທັດຫລາຍດ້ານ.

 

ຂປລ. ໃນໂອກາດທີ່ຄະນະໂຄສະນາອົບຮົມສູນກາງ ພັກ ຈະຈັດກອງປະຊຸມສື່ມວນຊົນຄັ້ງທີ 1 ທົ່ວປະເທດ ໃນມໍ່ໆນີ້, ຜູ້ຂຽນໄດ້ມີໂອກາດສຳພາດ ທັດສະນະ ຂອງມວນຊົນຕໍ່ສື່ມວນຊົນ ຊຶ່ງມວນຊົນກໍໄດ້ໃຫ້ທັດຫລາຍດ້ານ. ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ໂດຍສື່ມວນຊົນ ລ້ວນແຕ່ໄດ້ເອົາໃຈໃສ່ ເຄື່ອນໄຫວເກັບກຳຂໍ້ມູນ ເພື່ອໂຄສະນາປຸກລະດົມຄວາມສາມັກຄີທົ່ວປວງຊົນ.   

    ດັ່ງທ່ານຢ່າຈໍ ລໍ່ ນາຍບ້ານນ້ຳທວາຍ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ໃຫ້ສຳພາດວ່າ: ປັດຈຸບັນສື່ມວນ ຊົນລາວໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ອັນໄດ້ກາຍເປັນກະບອກສຽງ ແລະ ເປັນຂົວຕໍ່ລະຫວ່າງພັກ-ລັດ ແລະ ປະຊາຊົນ ທັງເຮັດໃຫ້ປະຊາຊົນໄດ້ຮັບຮູ້ເຖິງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ພື້ນຖານໂຄງລ່າງ, ແນວທາງນະໂຍບາຍຂອງພັກ-ລັດ ແລະ ອື່ນໆ. ນອກຈາກນີ້, ສື່ມວນຊົນ ແມ່ນມີບົດບາດສຳຄັນໃນການເປັນພາຫະນະທີ່ສາມາດເຂົ້າເຖິງ ແລະ ຫັນການປ່ຽນແນວຄິດດັ້ງເດີມຂອງປະຊາຊົນ ທັງເປັນເຄື່ອງມືໜຶ່ງ ຕ້ານກົນອຸບາຍຂອງກຸ່ນຄົນບໍ່ດີທີ່ຫວັງທຳລາຍ ຄວາມສາມັກຄີພາຍໃນຊາດ, ມີບົດບາດໃນການສຶກສາອົບຮົມແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງ, ເສີມຂະຫຍາຍປະຊາທິປະໄຕ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ, ໂຄສະນາປຸກລະດົມປະຊາຊົນ ບັນດາເຜົ່າເຂົ້າຮ່ວມການປະຕິວັດຊາດ ປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ປຸກລະດົມຂົນຂວາຍປະຊາຊົນເຂົ້າ ຮ່ວມການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດ ເປັນເສດຖະກິດສິນຄ້າ, ປຸກລະດົມທົ່ວປວງຊົນເຮັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຶງດູດ ເອົາການຮ່ວມມື, ການຊ່ວຍເຫລືອ ແລະ ລົງທຶນຈາກຕ່າງປະເທດ.

          ທ່ານ ຢ່າຈໍ ລໍ່ ກ່າວຕື່ມວ່າ: ນອກຈາກທີ່ກ່າວ ມານັ້ນແລ້ວ, ສື່ມວນຊົນຍັງເປັນອົງປະກອບສຳຄັນ ໃນການເຜີຍແຜ່ນະໂຍບາຍ, ແນວທາງຜົນງານຂອງ ພັກ-ລັດຖະບານ ແລະ ກົດໝາຍຂອງພັກ-ລັດ ໃຫ້ ເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ. ສິ່ງເຫລົ່ານີ້ ສາມາດຕອບສະໜອງຄວາມຕ້ອງການລະຫວ່າງພັກ-ລັດ ແລະ ປະຊາຊົນ. ຂະນະທີ່ປັດຈຸບັນສື່ມວນຊົນບໍ່ພຽງແຕ່ເຮັດໜ້າທີ່ລາຍງານຂ່າວ ແຕ່ຍັງເປັນຜູ້ໃຫ້ຄວາມຮູ້, ສ້າງຄວາມເຂົ້າໃຈ ແລະ ປູກຈິດສຳນຶກໃຫ້ ປະຊາ ຊົນມີຄວາມຮັບຜິດຊອບຕໍ່ສັງຄົມ, ການນຳສະເໜີຂ່າວທີ່ຖືກຕ້ອງ, ວ່ອງໄວ ແລະ ທັນເຫດການ ຈະຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີ ໃນສັງຄົມໄປຄຽງຄູ່ກັບການຕ້ານຂ່າວບິດເບືອນ, ສົ່ງ ເສີມຄຸນຄ່າທາງວັດທະນະທຳ, ຮີດຄອງປະເພນີອັນ ດີງາມຂອງຊາດ, ຂອງເຜົ່າ, ຕັ້ງໜ້າຊອກຂໍ້ມູນທີ່ເປັນບົດເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນກໍຄືພັດທະນາຄອບຄົວໃຫ້ດີຂຶ້ນເທື່ອລະກ່າວ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top